ສິ່ງ​ຊ່ວຍ​ສຶກ​ສາ
ພິທັກ​ຮັກສາ, ຜູ້​ພິທັກ​ຮັກສາ, ການ​ພິທັກ​ຮັກສາ


ພິທັກ​ຮັກສາ, ຜູ້​ພິທັກ​ຮັກສາ, ການ​ພິທັກ​ຮັກສາ

ບຸກ​ຄົນ​ທີ່​ດູ​ແລ​ທຸ​ລະ​ກິດ ຫລື ຊັບ​ສິນ​ຂອງ​ຄົນ​ອື່ນ. ສິ່ງ​ທີ່​ຜູ້​ພິ​ທັກ​ຮັກ​ສາ​ດູ​ແລ ຖືກ​ເອີ້ນ​ວ່າ ການ​ພິ​ທັກ​ຮັກ​ສາ. ທຸກ​ສິ່ງ​ທັງ​ປວງ​ຢູ່​ເທິງ​ແຜ່ນ​ດິນ​ໂລກ ເປັນ​ກຳ​ມະ​ສິດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ພວກ​ເຮົາ​ເປັນ​ຜູ້​ພິ​ທັກ​ຮັກ​ສາ​ຂອງ​ພຣະ​ອົງ. ພວກ​ເຮົາ​ເປັນ​ຜູ້​ຮັບ​ຜິດ​ຊອບ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ, ແຕ່​ພວກ​ເຮົາ​ສາ​ມາດ​ລາຍ​ງານ​ການ​ພິ​ທັກ​ຮັກ​ສາ​ຂອງ​ເຮົາ​ຕໍ່​ຜູ້​ແທນ​ທີ່​ມີ​ສິດ​ອຳນາດ​ຂອງ​ພຣະ​ເຈົ້າ​ໄດ້. ເມື່ອ​ພວກ​ເຮົາ​ໄດ້​ຮັບ​ການ​ເອີ້ນ​ໃຫ້​ຮັບ​ໃຊ້​ຈາກ​ພຣະ​ຜູ້​ເປັນ​ເຈົ້າ ຫລື ຜູ້​ຮັບ​ໃຊ້​ທີ່​ມີ​ສິດ​ອຳນາດ​ຂອງ​ພຣະ​ອົງ, ການ​ພິ​ທັກ​ຮັກ​ສາ​ນັ້ນ ອາດ​ຮ່ວມ​ດ້ວຍ​ພາ​ລະ​ກິດ​ທາງ​ວິນ​ຍານ ແລະ ທາງ​ໂລກ​ນຳ​ອີກ (ຄພ 29:34).