ສິ່ງ​ຊ່ວຍ​ສຶກ​ສາ
ຄວາມ​ຕາຍ​ທາງ​ຮ່າງ​ກາຍ


ຄວາມ​ຕາຍ​ທາງ​ຮ່າງ​ກາຍ

ການ​ແຍກ​ຂອງ​ຮ່າງ​ກາຍ ແລະ ວິນ​ຍານ​ອອກ​ຈາກ​ກັນ. ການ​ຕົກ​ໄດ້​ນຳ​ຄວາມ​ເປັນ​ມະຕະ ແລະ ຄວາມ​ຕາຍ​ມາ​ສູ່​ແຜ່ນ​ດິນ​ໂລກ (2 ນຟ 2:22; ມຊ 6:48). ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ​ໄດ້​ເອົາ​ຊະນະ​ຄວາມ​ຕາຍ ເພື່ອ​ວ່າ​ທຸກ​ຄົນ​ຈະ​ໄດ້ຟື້ນ​ຄືນ​ຊີວິດ (1 ກຣທ 15:21–23). ການ​ຟື້ນ​ຄືນ​ຊີວິດ​ແມ່ນມີ​ໃຫ້​ລ້າໆ​ສຳລັບ​ທຸກ​ຄົນ ບໍ່​ວ່າ​ເຂົາ​ໄດ້​ເຮັດ​ຄວາມ​ດີ ຫລື ຄວາມ​ຊົ່ວ​ໃນ​ຊີວິດ​ນີ້​ກໍ​ຕາມ (ແອວ 11:42–44). ແຕ່​ລະ​ຄົນ​ຈະ​ປະ​ສົບ​ກັບ​ການ​ຕາຍ​ທາງ​ຮ່າງ​ກາຍ​ພຽງ​ເທື່ອ​ດຽວ ເພາະ​ວ່າ​ຫລັງ​ຈາກ​ເຮົາ​ໄດ້​ຟື້ນ​ຄືນ​ຊີວິດ​ແລ້ວ, ຮ່າງ​ກາຍ​ຂອງ​ເຮົາ​ຈະ​ບໍ່​ຕາຍ​ອີກ​ຕໍ່​ໄປ (ແອວ 11:45).