ມາຣີ ມັກດາລິນ ຍິງຄົນໜຶ່ງໃນພຣະຄຳພີໃໝ່ ຜູ້ໄດ້ກາຍເປັນສານຸສິດທີ່ອຸທິດຕົນຂອງພຣະເຢຊູຄຣິດ. ມັກດາລິນ ຍັງຖືກເອີ້ນອີກວ່າ ມັກດາລາ, ຕາມຊື່ສະຖານທີ່ບ່ອນທີ່ນາງອາໄສຢູ່. ມັນຕັ້ງຢູ່ແຄມທະເລທາງເບື້ອງຕາເວັນຕົກຂອງທະເລຄາລີເລ. ນາງໄດ້ຢູ່ໃກ້ໄມ້ກາງແຂນ, ມທ 27:56 (ມຣກ 15:40; ຢຮ 19:25). ນາງໄດ້ຢູ່ໃນພິທີຝັງພຣະສົບຂອງພຣະຄຣິດ, ມທ 27:61 (ມຣກ 15:47). ນາງໄດ້ຢູ່ທີ່ອຸບມຸງໃນມື້ເຊົ້າຂອງການຟື້ນຄືນພຣະຊົນ, ມທ 28:1 (ມຣກ 16:1; ລກ 24:10; ຢຮ 20:1, 11). ພຣະເຢຊູໄດ້ມາປະກົດຕໍ່ນາງເປັນຜູ້ທຳອິດ ຫລັງຈາກພຣະອົງໄດ້ຟື້ນຄືນພຣະຊົນ, ມຣກ 16:9 (ຢຮ 20:14–18). ຜີມານຮ້າຍເຈັດໂຕໄດ້ອອກໄປຈາກນາງ, ລກ 8:2.