ສິ່ງ​ຊ່ວຍ​ສຶກ​ສາ
ກັບ​ໃຈ, ການ​ກັບ​ໃຈ


ກັບ​ໃຈ, ການ​ກັບ​ໃຈ

ການ​ປ່ຽນ​ຄວາມ​ຄິດ ແລະ ຈິດ​ໃຈ ທີ່​ສ້າງ​ຄວາມ​ນຶກ​ຄິດ​ທີ່​ສົດ​ຊື່ນ​ຕໍ່​ພຣະ​ເຈົ້າ, ຕໍ່​ຕົນ​ເອງ, ແລະ ຕໍ່​ຊີ​ວິດ​ໂດຍ​ທົ່ວ​ໄປ. ການ​ກັບ​ໃຈ​ໝາຍ​ຄວາມ​ວ່າ ບຸກ​ຄົນ​ໄດ້​ຫັນ​ໜີ​ຈາກ​ຄວາມ​ຊົ່ວ ແລະ ຫັນ​ໃຈ ແລະ ຄວາມ​ປະສົງ​ຂອງ​ຕົນ​ໄປ​ຫາ​ພຣະ​ເຈົ້າ, ຍອມ​ຕົນ​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ ແລະ ປາດ​ຖະ​ໜາ ແລະ ປະ​ຖິ້ມ​ບາບ. ການ​ກັບ​ໃຈ​ທີ່​ແທ້​ຈິງ ມາ​ຈາກ​ການ​ມີ​ຄວາມ​ຮັກ​ຕໍ່​ພຣະ​ເຈົ້າ ແລະ ຄວາມ​ປາດ​ຖະ​ໜາ​ດ້ວຍ​ຄວາມ​ຈິງ​ໃຈ ທີ່​ຈະ​ເຊື່ອ​ຟັງ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ. ທຸກ​ຄົນ​ທີ່​ມີ​ຄວາມ​ຮັບ​ຜິດ​ຊອບ​ໄດ້​ເຮັດ​ບາບ ແລະ ຕ້ອງ​ກັບ​ໃຈ ກ່ອນ​ຈະ​ກ້າວ​ໜ້າ​ໄປ​ສູ່​ຄວາມ​ລອດ. ພຽງ​ແຕ່​ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ​ເທົ່າ​ນັ້ນ ທີ່​ການ​ກັບ​ໃຈ​ຂອງ​ເຮົາ ຈະ​ເກີດ​ຜົນ ແລະ ຖືກ​ຍອມ​ຮັບ​ໂດຍ​ພຣະ​ເຈົ້າ.