ສິ່ງ​ຊ່ວຍ​ສຶກ​ສາ
ຫລັກ​ແຫ່ງ​ຄວາມ​ເຊື່ອ


ຫລັກ​ແຫ່ງ​ຄວາມ​ເຊື່ອ

ຄວາມ​ເຊື່ອ​ຂັ້ນ​ພື້ນ​ຖານ​ສິບ​ສາມ​ຂໍ້ ຊຶ່ງ​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເຢຊູ​ຄຣິດ​ແຫ່ງ​ໄພ່​ພົນ​ຍຸກ​ສຸດ​ທ້າຍ ປະ​ຕິ​ບັດ​ຕາມ.

ທຳ​ອິດ ໂຈເຊັບ ສະມິດ ໄດ້​ຂຽນ​ມັນ​ໃນ​ຈົດ​ໝາຍ​ເຖິງ ຈອນ ເວັ້ນ​ເວິທ໌, ບັນ​ນາ​ທິ​ການ​ຂອງ Chicago Democrat, ໃນ​ການ​ຕອບ​ຕໍ່​ຄຳ​ຮຽກ​ຮ້ອງ​ຂອງ​ລາວ​ທີ່​ຢາກ​ຮູ້​ຈັກ​ວ່າ​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ​ໄດ້​ເຊື່ອ​ໃນ​ສິ່ງ​ໃດ​ແດ່. ຈົດ​ໝາຍ​ນັ້ນ​ໄດ້​ເປັນ​ທີ່​ຮູ້​ຈັກ​ກັນ​ວ່າ ຈົດ​ໝາຍ​ເວັ້ນ​ເວິທ໌ ແລະ ໄດ້​ຖືກ​ຈັດ​ພິມ​ເປັນ​ເທື່ອ​ທຳ​ອິດ​ໃນ Times and Seasons ໃນ​ເດືອນ​ມີນາ 1842. ໃນ​ວັນທີ 10 ເດືອນ​ຕຸລາ, 1880, ຫລັກ​ແຫ່ງ​ຄວາມ​ເຊື່ອ ໄດ້​ຖືກ​ຮັບ​ຮູ້​ຢ່າງ​ເປັນ​ທາງ​ການ​ວ່າ​ເປັນ​ຂໍ້​ພຣະ​ຄຳ​ພີ ດ້ວຍ​ການ​ອອກ​ສຽງ​ຂອງ​ສະມາ​ຊິກ​ຂອງ​ສາດ​ສະ​ໜາ​ຈັກ ແລະ ໄດ້​ຖືກ​ຮ່ວມ​ເຂົ້າ​ໄວ້​ໃນ​ພຣະ​ຄຳ​ພີ​ໄຂ່​ມຸກ​ອັນ​ລ້ຳ​ຄ່າ.