ສິ່ງ​ຊ່ວຍ​ສຶກ​ສາ
ນະລົກ


ນະລົກ

ການ​ເປີດ​ເຜີຍ​ຍຸກ​ສຸດ​ທ້າຍ​ກ່າວ​ເຖິງ​ນະລົກ​ຢ່າງ​ໜ້ອຍ​ໃນ​ຄວາມ​ໝາຍ​ສອງ​ຢ່າງ. ທຳ​ອິດ, ມັນ​ເປັນ​ສະຖານ​ທີ່​ພັກ​ເຊົາ​ຊົ່ວ​ຄາວ​ຢູ່​ໃນ​ໂລກ​ວິນ​ຍານ​ສຳ​ລັບ​ຜູ້​ທີ່​ບໍ່​ເຊື່ອ​ໃນ​ຕອນ​ທີ່​ເປັນ​ມະຕະ. ໃນ​ຄວາມ​ໝາຍ​ນີ້, ນະລົກ​ມີ​ຈຸດ​ຈົບ. ວິນ​ຍານ​ທີ່​ຢູ່​ບ່ອນ​ນັ້ນ​ຈະ​ໄດ້​ຮັບ​ການ​ສິດ​ສອນ​ເລື່ອງ​ພຣະ​ກິດ​ຕິ​ຄຸນ, ແລະ ບາງ​ເທື່ອ​ຫລັງ​ຈາກ​ເຂົາ​ເຈົ້າ​ໄດ້​ກັບ​ໃຈ​ແລ້ວ, ເຂົາ​ເຈົ້າ​ຈະ​ຟື້ນ​ຄືນ​ຊີ​ວິດ​ໄປ​ສູ່​ລັດ​ສະ​ໝີ​ພາບ​ລະ​ດັບ​ໃດ​ໜຶ່ງ​ທີ່​ເໝາະ​ສົມ​ສຳ​ລັບ​ເຂົາ​ເຈົ້າ. ຜູ້​ທີ່​ບໍ່​ກັບ​ໃຈ, ແຕ່​ບໍ່​ໄດ້​ເປັນ​ບຸດ​ແຫ່ງ​ຄວາມ​ຈິບ​ຫາຍ, ຈະ​ຄົງ​ຢູ່​ໃນ​ນະລົກ​ຕໍ່​ໄປ​ໃນ​ໄລ​ຍະ​ພັນ​ປີ. ຫລັງ​ຈາກ​ໜຶ່ງ​ພັນ​ປີ​ແຫ່ງ​ຄວາມ​ທໍ​ລະ​ມານ, ເຂົາ​ເຈົ້າ​ຈະ​ຟື້ນ​ຄືນ​ຊີ​ວິດ​ສູ່​ລັດ​ສະ​ໝີ​ພາບ​ຂອງ​ຊັ້ນ​ຕ່ຳ (ຄພ 76:81–86; 88:100–101).

ສອງ, ມັນ​ເປັນ​ສະຖານ​ທີ່​ຖາ​ວອນ​ຂອງ​ຜູ້​ທີ່​ບໍ່​ໄດ້​ຖືກ​ໄຖ່​ໂດຍ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ. ໃນ​ຄວາມ​ໝາຍ​ນີ້, ນະລົກ​ເປັນ​ສະຖານ​ທີ່​ຖາ​ວອນ. ມັນ​ເປັນ​ສະຖານ​ທີ່​ສຳ​ລັບ​ຜູ້​ທີ່​ຖືກ​ພົບ​ວ່າ “ຍັງ​ສົກ​ກະ​ປົກ​ຢູ່” (ຄພ 88:35, 102). ນີ້​ເປັນ​ບ່ອນ​ຂອງ​ຊາຕານ, ບໍ​ລິ​ວານ​ຂອງ​ມັນ, ແລະ ບຸດ​ແຫ່ງ​ຄວາມ​ຈິບ​ຫາຍ—ຜູ້​ທີ່​ປະ​ຕິ​ເສດ​ພຣະ​ບຸດ​ຫລັງ​ຈາກ​ທີ່​ພຣະ​ບິດາ​ໄດ້​ເປີດ​ເຜີຍ​ພຣະ​ອົງ​ແລ້ວ—ຈະ​ອາ​ໄສ​ຢູ່​ທີ່​ນັ້ນ​ຊົ່ວ​ນິ​ລັນ​ດອນ (ຄພ 76:43–46).

ບາງ​ເທື່ອ​ພຣະ​ຄຳ​ພີ​ກ່າວ​ເຖິງ​ນະລົກ​ວ່າ​ເປັນ​ຄວາມ​ມືດ​ພາຍ​ນອກ.