ສິ່ງ​ຊ່ວຍ​ສຶກ​ສາ
ເບັດ​ເລ​ເຮັມ


ເບັດ​ເລ​ເຮັມ

ເມືອງ​ນ້ອຍໆ​ທີ່​ຕັ້ງ​ຢູ່​ປະ​ມານ​ຫ້າ​ໄມ (ແປດ ກິ​ໂລ​ແມັດ) ທາງ​ພາກ​ໃຕ້​ຂອງ​ເຢຣູ​ຊາເລັມ. ໃນ​ພາ​ສາ​ເຮັບເຣີ, ເບັດ​ເລ​ເຮັມ ໝາຍ​ເຖິງ “ບ້ານ​ແຫ່ງ​ອາຫານ”; ມັນ​ຍັງ​ຖືກ​ເອີ້ນ​ອີກ​ວ່າ ເອຟະລາທາ, ໝາຍ​ເຖິງ “ອຸ​ດົມ​ສົມ​ບູນ.” ພຣະ​ເຢຊູ​ຄຣິດ​ໄດ້​ກຳ​ເນີດ​ໃນ​ເບັດ​ເລ​ເຮັມ (ມີກາ 5:2; ມທ 2:1–8). ມັນ​ເປັນ​ສະຖານ​ທີ່​ຝັງ​ສົບ​ຂອງ​ນາງ​ລາເຊັນ (ປຖກ 35:19; 48:7).