ສິ່ງ​ຊ່ວຍ​ສຶກ​ສາ
ເລ​ຂາ​ທິ​ການ


ເລ​ຂາ​ທິ​ການ

ພຣະ​ຄຳ​ພີ​ເດີມ ແລະ ພຣະ​ຄຳ​ພີ​ໃໝ່ ໃຊ້​ຄຳ​ນີ້​ໃນ​ວິ​ທີ​ທາງ​ທີ່​ແຕກ​ຕ່າງ​ກັນ​ໜ້ອຍ​ໜຶ່ງ: (1) ໃນ​ພຣະ​ຄຳ​ພີ​ເດີມ, ໜ້າ​ທີ່​ຮັບ​ຜິດ​ຊອບ​ຕົ້ນ​ຕໍ​ຂອງ​ສະ​ໝຽນ ຄື​ການ​ຂຽນ​ຂໍ້​ພຣະ​ຄຳ​ພີ​ລົງ​ໄວ້ (ຢມຢ 8:8). (2) ສະ​ໝຽນ​ມັກ​ຖືກ​ກ່າວ​ເຖິງ ໃນ​ພຣະ​ຄຳ​ພີ​ໃໝ່ ແລະ ບາງ​ເທື່ອ​ຖືກ​ເອີ້ນ​ວ່າ​ທະນາຍ​ຄວາມ ຫລື ບັນ​ດິດ. ເຂົາ​ເຈົ້າ​ເປັນ​ຄົນ​ຕັ້ງ​ກົດ​ໝາຍ​ຢ່າງ​ລະ​ອຽດ ແລະ ນຳ​ໃຊ້​ມັນ​ກັບ​ສະພາບ​ບ້ານ​ເມືອງ​ໃນ​ສະ​ໄໝ​ຂອງ​ເຂົາ​ເຈົ້າ (ມທ 13:52; ມຣກ 2:16–17; 11:17–18; ລກ 11:44–53; 20:46–47).