ສິ່ງ​ຊ່ວຍ​ສຶກ​ສາ
ໂຊຣຳ, ຊາວ​ໂຊຣຳ


ໂຊຣຳ, ຊາວ​ໂຊຣຳ

ໃນ​ພຣະ​ຄຳ​ພີ​ມໍມອນ, ຄົນ​ໃຊ້​ຂອງ​ລາ​ບານ ຜູ້​ໄດ້​ເດີນ​ທາງ​ໄປ​ກັບ​ນີໄຟ ແລະ ລີໄຮ ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ (1 ນຟ 4:31–38). ເພາະ​ຄວາມ​ຊື່​ສັດ​ຂອງ​ໂຊຣຳ, ລີໄຮ​ຈຶ່ງ​ໄດ້​ອວຍ​ພອນ​ລາວ ພ້ອມ​ດ້ວຍ​ພວກ​ລູກ​ຊາຍ​ຂອງ​ລີໄຮ (2 ນຟ 1:30–32). ລູກ​ຫລານ​ຂອງ​ລາວ​ໄດ້​ເປັນ​ທີ່​ຮູ້ຈັກ​ກັນ​ວ່າ ຊາວ​ໂຊຣຳ (ຢຄ 1:13).