ສິ່ງ​ຊ່ວຍ​ສຶກ​ສາ
ປະ​ຕິ​ບັດ


ປະ​ຕິ​ບັດ

ທີ່ຈະ​ເຮັດ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຢູ່​ເທິງ​ແຜ່ນ​ດິນ​ໂລກ. ຜູ້​ຮັບ​ໃຊ້​ທີ່​ຖືກ​ເລືອກ​ຂອງ​ພຣະ​ເຈົ້າ ຈະ​ຕ້ອງ​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ ກ່ອນ​ຈະ​ສາ​ມາດ​ປະ​ຕິ​ບັດ​ວຽກ​ງານ​ຂອງ​ພຣະ​ອົງ​ໄດ້. ເມື່ອ​ຜູ້​ປະ​ຕິ​ບັດ​ທີ່​ແທ້​ຈິງ ເຮັດ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເຂົາ​ເປັນ​ຕົວ​ແທນ​ໃຫ້​ແກ່ພຣະຜູ້​ເປັນ​ເຈົ້າ ໃນ​ການ​ເຮັດ​ວຽກ​ງານ​ທີ່​ເປັນ​ທາງ​ການ​ຂອງ​ຕົນ ແລະ ເປັນ​ຕົວ​ແທນ​ຂອງ​ພຣະ​ອົງ (ຄພ 64:29), ດັ່ງ​ນັ້ນ ຈຶ່ງ​ເຮັດ​ວຽກ​ງານ​ທີ່​ຈຳ​ເປັນ​ສຳ​ລັບ​ຄວາມ​ລອດ​ຂອງ​ມະນຸດ​ຊາດ. ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະທານ ອັກຄະ​ສາວົກ, ສາດ​ສະ​ດາ, ຜູ້​ປະ​ກາດ​ຂ່າວ, ມະຫາ​ປະ​ໂລ​ຫິດ, ສາວົກ​ເຈັດ​ສິບ, ແອວເດີ, ອະ​ທິ​ການ, ປະ​ໂລ​ຫິດ, ຄູ​ສອນ, ມັກ​ຄະ​ນາ​ຍົກ, ຜູ້​ຊ່ວຍ, ແລະ ການ​ປົກ​ຄອງ ເພື່ອ​ເຮັດ​ໃຫ້​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ດີ​ພ້ອມ, ສຳ​ລັບ​ວຽກ​ງານ​ແຫ່ງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ (1 ກຣທ 12:12–28; ອຟຊ 4:11–16; ຄພ 20; 107).