ສິ່ງ​ຊ່ວຍ​ສຶກ​ສາ
ພຣະ​ບາອານ


ພຣະ​ບາອານ

ພຣະ​ເຈົ້າ​ແຫ່ງ​ດວງ​ອາ​ທິດ​ເພດ​ຊາຍ ຊຶ່ງ​ມີ​ຜູ້​ຄົນ​ນະມັດ​ສະການ​ເປັນ​ສ່ວນ​ໃຫຍ່​ໃນ​ໂປນີເຊຍ (1 ກສ 16:31) ແຕ່​ໄດ້​ນະມັດ​ສະການ​ໃນ​ວິ​ທີ​ທີ່​ແຕກ​ຕ່າງ​ກັນ​ໃນ​ສະຖານ​ທີ່​ຕ່າງໆ: ຊາວ​ໂມອາບ​ເອີ້ນ​ວ່າ ພຣະ​ບາອານ​ແຫ່ງ​ເປອໍ (ຈບຊ 25:1–3), ທີ່​ເມືອງ​ຊີເຄມ​ຖືກ​ເອີ້ນ​ວ່າ​ພຣະ​ບາອານ​ແຫ່ງ​ຄຳ​ໝັ້ນ​ສັນ​ຍາ (ຜປ 8:33; 9:4), ທີ່​ເອັກໂຣນ​ຖືກ​ເອີ້ນ​ວ່າ​ພຣະ​ບາອານ​ເສບຸບ (2 ກສ 1:2). ພຣະ​ບາອານ​ອາດ​ເປັນ​ພຣະ​ຊະ​ນິດ​ດຽວ​ກັນ​ກັບ​ພຣະ​ເບນ​ແຫ່ງ​ບາ​ບີ​ໂລນ ແລະ ຊີອຸດ​ແຫ່ງ​ກຣີກ. ຄຳ​ວ່າ ພຣະ​ບາອານ ສະແດງ​ອອກ​ເຖິງ​ຄວາມ​ສຳ​ພັນ​ລະຫວ່າງ​ເຈົ້າ​ນາຍ ແລະ ຂ້າ​ທາດ​ຂອງ​ເຂົາ. ສັນ​ຍາ​ລັກ​ທົ່ວ​ໄປ​ສຳ​ລັບ​ພຣະ​ບາອານ​ຄື​ໂຕ​ງົວ​ເຖິກ. ໂດຍ​ທົ່ວ​ໄປ​ແລ້ວ​ເຈົ້າ​ແມ່​ອັດຊະຕາກ​ຖືກ​ນະມັດ​ສະການ​ຄຽງ​ຄູ່​ໄປ​ກັບ​ພຣະ​ບາອານ.

ບາງ​ເທື່ອ​ພຣະ​ບາອານ​ຖືກ​ຮ່ວມ​ເຂົ້າ​ກັບ​ຊື່​ອື່ນ ຫລື ຄຳ​ອື່ນ ເພື່ອ​ສະແດງ​ເຖິງ​ຄວາມ​ກ່ຽວ​ພັນ​ກັບ​ພຣະ​ບາອານ, ເຊັ່ນ​ສະຖານ​ທີ່ ຊຶ່ງ​ເພິ່ນ​ຖືກ​ນະມັດ​ສະການ ຫລື ບຸກ​ຄົນ​ທີ່​ມີ​ທັດ​ສະ​ນະ​ເປັນ​ເໝືອນ​ດັ່ງ​ພຣະ​ບາອານ. ຕໍ່​ມາ, ເພາະ​ວ່າ​ພຣະ​ບາອານ​ມີ​ຄວາມ​ໝາຍ​ທີ່​ຊົ່ວ​ຮ້າຍ​ຫລາຍ, ຄຳ​ວ່າ ໂບເຊັດ ຈຶ່ງ​ຖືກ​ໃຊ້​ແທນ​ຊື່ ຊຶ່ງ​ເອົາ​ມາ​ເຂົ້າ​ຮ່ວມ​ກັບ​ຊື່​ເຫລົ່າ​ນັ້ນ. ໂບເຊັດ ແປ​ວ່າ “ຄວາມ​ອັບ​ອາຍ.”