ສິ່ງ​ຊ່ວຍ​ສຶກ​ສາ
ຊົດ​ໃຊ້, ການ​ຊົດ​ໃຊ້


ຊົດ​ໃຊ້, ການ​ຊົດ​ໃຊ້

ການ​ເຮັດ​ໃຫ້​ມະນຸດ​ຄືນ​ດີ​ນຳ​ພຣະ​ເຈົ້າ.

ດັ່ງ​ທີ່​ໃຊ້​ຢູ່​ໃນ​ພຣະ​ຄຳ​ພີ, ການ​ຊົດ​ໃຊ້​ແມ່ນ​ການ​ຮັບ​ເອົາ​ໂທດ​ສຳ​ລັບ​ການ​ເຮັດ​ບາບ, ຊຶ່ງ​ໂດຍ​ການ​ນັ້ນ​ຈຶ່ງ​ໄດ້​ຍົກ​ບາບ​ອອກ​ຈາກ​ຄົນ​ບາບ​ທີ່​ກັບ​ໃຈ ແລະ ອະ​ນຸ​ຍາດ​ໃຫ້​ເຂົາ​ຄືນ​ດີ​ນຳ​ພຣະ​ເຈົ້າ. ພຣະ​ເຢຊູ​ຄຣິດ​ເທົ່າ​ນັ້ນ​ທີ່​ສາ​ມາດ​ເຮັດ​ການ​ຊົດ​ໃຊ້​ອັນ​ບໍ​ລິ​ບູນ​ສຳ​ລັບ​ມະນຸດ​ຊາດ​ທັງ​ປວງ. ພຣະ​ອົງ​ສາ​ມາດ​ເຮັດ​ເຊັ່ນ​ນັ້ນ​ໄດ້ ເພາະ​ວ່າ​ພຣະ​ອົງ​ໄດ້​ຖືກ​ເລືອກ ແລະ ຖືກ​ແຕ່ງ​ຕັ້ງ​ໄວ້​ແລ້ວ​ໃນ​ກອງ​ປະ​ຊຸມ​ມະຫາ​ສານ​ກ່ອນ​ໂລກ​ນີ້​ໄດ້​ຖືກ​ສ້າງ​ຂຶ້ນ (ອທ 3:14; ມຊ 4:1–2; ອຣຮ 3:27), ການ​ເປັນ​ພຣະ​ບຸດ​ແຫ່ງ​ສະຫວັນ​ຂອງ​ພຣະ​ອົງ, ແລະ ຊີ​ວິດ​ທີ່​ປາດ​ສະ​ຈາກ​ບາບ​ຂອງ​ພຣະ​ອົງ. ການ​ຊົດ​ໃຊ້​ຂອງ​ພຣະ​ອົງ​ລວມ​ທັງ​ການ​ຮັບ​ທຸກ​ທໍ​ລະ​ມານ​ສຳ​ລັບ​ບາບ​ຂອງ​ມວນ​ມະນຸດ, ການ​ຫລັ່ງ​ໂລ​ຫິດ​ຂອງ​ພຣະ​ອົງ, ແລະ ການ​ສິ້ນ​ພຣະ​ຊົນ​ຂອງ​ພຣະ​ອົງ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຈາກ​ຫລຸມ​ຝັງ​ສົບ (ອຊຢ 53:3–12; ລກ 22:44; ມຊຢ 3:5–11; ແອວ 7:10–13; ຄພ 19:16–19). ເພາະ​ການ​ຊົດ​ໃຊ້​ນັ້ນ, ທຸກ​ຜູ້​ຄົນ​ຈະ​ລຸກ​ຂຶ້ນ​ຈາກ​ຄວາມ​ຕາຍ​ດ້ວຍ​ຮ່າງ​ກາຍ​ທີ່​ເປັນ​ອະ​ມະ​ຕະ (1 ກຣທ 15:22). ການ​ຊົດ​ໃຊ້​ຍັງ​ຈັດ​ທາງ​ໄວ້​ສຳ​ລັບ​ເຮົາ​ນຳ​ອີກ ເພື່ອ​ຮັບ​ການ​ໃຫ້​ອະ​ໄພ​ຈາກ​ບາບ​ຂອງ​ເຮົາ ແລະ ມີ​ຊີ​ວິດ​ຢູ່​ກັບ​ພຣະ​ເຈົ້າ​ຕະຫລອດ​ການ. ແຕ່​ຄົນ​ທີ່​ມີ​ອາ​ຍຸ​ເຖິງ​ກະ​ສຽນ​ທີ່​ຈະ​ຮັບ​ຜິດ​ຊອບ ແລະ ໄດ້​ຮັບ​ກົດ ສາ​ມາດ​ໄດ້​ຮັບ​ພອນ​ເຫລົ່າ​ນີ້ ພຽງ​ແຕ່​ຖ້າ​ຫາກ​ເຂົາ​ມີ​ສັດທາ​ໃນ​ພຣະ​ເຢຊູ​ຄຣິດ, ກັບ​ໃຈ​ຈາກ​ບາບ​ຂອງ​ເຂົາ, ຮັບ​ພິ​ທີ​ການ​ແຫ່ງ​ຄວາມ​ລອດ, ແລະ ເຊື່ອ​ຟັງ​ຕໍ່​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ. ຄົນ​ທີ່​ມີ​ອາ​ຍຸ​ບໍ່​ເຖິງ​ກະ​ສຽນ​ທີ່​ຈະ​ຮັບ​ຜິດ​ຊອບ ແລະ ຄົນ​ທີ່​ປາດ​ສະ​ຈາກ​ກົດ​ຈະ​ຖືກ​ໄຖ່​ຜ່ານ​ການ​ຊົດ​ໃຊ້ (ມຊຢ 15:24–25; ມຣນ 8:22). ພຣະ​ຄຳ​ພີສິດ​ສອນ​ຢ່າງ​ແຈ່ມ​ແຈ້ງ​ວ່າ ຖ້າ​ຫາກ​ພຣະ​ຄຣິດ​ບໍ່​ໄດ້​ຊົດ​ໃຊ້​ແທນ​ບາບ​ຂອງ​ເຮົາ, ແລ້ວ​ບໍ່​ມີ​ກົດ, ພິ​ທີ​ການ, ຫລື ການ​ເສຍ​ສະລະ​ໃດ ຈະ​ສາ​ມາດ​ຕອບ​ສະ​ໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ຂອງ​ຄວາມ​ຍຸດ​ຕິ​ທຳ​ໄດ້, ແລະ ມະນຸດ​ບໍ່​ສາ​ມາດ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ​ໄດ້​ອີກ (2 ນຟ 2; 9).