ສິ່ງ​ຊ່ວຍ​ສຶກ​ສາ
ອະ​ທິ​ຖານ, ການ​ອະ​ທິ​ຖານ, ຄຳ​ອະ​ທິ​ຖານ


ອະ​ທິ​ຖານ, ການ​ອະ​ທິ​ຖານ, ຄຳ​ອະ​ທິ​ຖານ

ການ​ສື່​ສານ​ດ້ວຍ​ຄວາມ​ຄາ​ລະ​ວະ​ນຳ​ພຣະ​ເຈົ້າ ຊຶ່ງ​ໃນ​ລະຫວ່າງ​ນັ້ນ ຜູ້​ຄົນ​ຈະ​ຂອບ​ພຣະ​ໄທ ແລະ ທູນ​ຂໍ​ພອນ. ການ​ອະ​ທິ​ຖານ​ເປັນ​ການ​ກ່າວ​ຕໍ່​ພຣະ​ບິດາ​ເທິງ​ສະຫວັນ​ຂອງ​ເຮົາ ໃນ​ພຣະ​ນາມ​ຂອງ​ພຣະ​ເຢຊູ​ຄຣິດ. ການ​ອະ​ທິ​ຖານ ສາ​ມາດ​ກ່າວ​ອອກ​ສຽງ ຫລື ກ່າວ​ຢູ່​ໃນ​ໃຈ. ຄວາມ​ຄິດ​ຂອງ​ຜູ້​ຄົນ ກໍ​ສາ​ມາດ​ເປັນ​ຄຳ​ອະ​ທິ​ຖານ​ໄດ້ ຖ້າ​ຫາກ​ມັນ​ເຈາະ​ຈົງ​ໃສ່​ພຣະ​ເຈົ້າ. ເພງ​ຂອງ​ຄົນ​ຊອບ​ທຳ​ກໍ​ສາ​ມາດ​ເປັນ​ການ​ອະ​ທິ​ຖານ​ເຖິງ​ພຣະ​ເຈົ້າ​ໄດ້ (ຄພ 25:12).

ຈຸດ​ປະສົງ​ຂອງ​ການ​ອະ​ທິ​ຖານ ບໍ່​ແມ່ນ​ເພື່ອ​ປ່ຽນ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ, ແຕ່​ເພື່ອ​ຮັບ​ປະ​ກັນ​ຕົວ​ເຮົາ​ເອງ ແລະ ເພື່ອ​ຄົນ​ອື່ນ ໃນ​ພອນ​ຕ່າງໆ​ທີ່​ພຣະ​ເຈົ້າ​ເຕັມ​ພຣະ​ໄທ​ທີ່​ຈະ​ປະທານ​ໃຫ້, ແຕ່​ເຮົາ​ຕ້ອງ​ທູນ​ຂໍ​ກ່ອນ​ຈະ​ໄດ້​ຮັບ​ມັນ.

ເຮົາ​ອະ​ທິ​ຖານ​ເຖິງ​ພຣະ​ບິດາ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ (ຢຮ 14:13–14; 16:23–24). ເຮົາ​ສາ​ມາດ​ອະ​ທິ​ຖານ​ໃນ​ພຣະ​ນາມ​ຂອງ​ພຣະ​ຄຣິດ​ແທ້ໆ ເມື່ອ​ຄວາມ​ປາດ​ຖະ​ໜາ​ຂອງ​ເຮົາ ເປັນ​ຄວາມ​ປາດ​ຖະ​ໜາ​ຂອງ​ພຣະ​ຄຣິດ (ຢຮ 15:7; ຄພ 46:30). ແລ້ວ​ເຮົາ​ທູນ​ຂໍ​ສິ່ງ​ທີ່​ຖືກ​ຕ້ອງ ແລະ ເປັນ​ໄປ​ໄດ້​ສຳ​ລັບ​ພຣະ​ເຈົ້າ​ທີ່​ຈະ​ປະທານ​ໃຫ້ (3 ນຟ 18:20). ຄຳ​ອະ​ທິ​ຖານ​ບາງ​ຢ່າງ​ອາດ​ບໍ່​ໄດ້​ຮັບ​ຄຳ​ຕອບ ເພາະ​ວ່າ​ມັນ​ບໍ່​ເຂົ້າ​ກັບ​ພຣະ​ປະສົງ​ຂອງ​ພຣະ​ຄຣິດ, ແຕ່​ເປັນ​ຄວາມ​ປາດ​ຖະ​ໜາ​ທີ່​ເຫັນ​ແກ່​ຕົວ​ຂອງ​ມະນຸດ (ຢກບ 4:3; ຄພ 46:9). ແນ່​ນອນ, ຖ້າ​ຫາກ​ເຮົາ​ທູນ​ຂໍ​ສິ່ງ​ທີ່​ບໍ່​ຊອບ​ທຳ​ຈາກ​ພຣະ​ເຈົ້າ, ມັນ​ຈະ​ກາຍ​ເປັນ​ສິ່ງ​ກ່າວ​ໂທດ​ເຮົາ (ຄພ 88:65).