ສິ່ງ​ຊ່ວຍ​ສຶກ​ສາ
ກາດ, ລູກ​ຊາຍ​ຂອງ​ຢາໂຄບ


ກາດ, ລູກ​ຊາຍ​ຂອງ​ຢາໂຄບ

ໃນ​ພຣະ​ຄຳ​ພີ​ເດີມ, ລູກ​ຊາຍ​ຂອງ​ຢາໂຄບ​ກັບ​ສີ​ລະ​ປາ (ປຖກ 30:10–11). ຜູ້​ສືບ​ຕະ​ກຸນ​ຂອງ​ເພິ່ນ ໄດ້​ກາຍ​ເປັນ​ເຜົ່າ​ໜຶ່ງ​ຂອງ​ອິດສະ​ຣາເອນ.

ເຜົ່າ​ຂອງ​ກາດ

ສຳ​ລັບ​ພອນ​ຂອງ​ຢາໂຄບ​ທີ່​ມອບ​ໃຫ້​ແກ່​ເຜົ່າ​ຂອງ​ກາດ, ໃຫ້​ເບິ່ງ ປະ​ຖົມ​ມະ​ການ 49:19. ສຳ​ລັບ​ພອນ​ຂອງ​ໂມເຊ​ທີ່​ມອບ​ໃຫ້​ແກ່​ເຜົ່າ​ຂອງ​ກາດ, ໃຫ້​ເບິ່ງ ພຣະ​ບັນ​ຍັດ​ສອງ 33:20–21. ອີງ​ຕາມ​ພອນ​ເຫລົ່າ​ນີ້, ຜູ້​ສືບ​ຕະ​ກຸນ​ຂອງ​ກາດ​ຕ້ອງ​ເປັນ​ນັກ​ຮົບ. ແຜ່ນ​ດິນ​ທີ່​ຖືກ​ມອບ​ໃຫ້​ເຂົາ​ເຈົ້າ​ຢູ່​ໃນ​ແຜ່ນ​ດິນ​ຂອງ​ກາ​ນາ​ອານ ແມ່ນ​ຢູ່​ເບື້ອງ​ຕາ​ເວັນ​ອອກ​ຂອງ​ແມ່​ນ້ຳ​ຈໍແດນ ແລະ ເປັນ​ພື້ນ​ທີ່ ທີ່​ດີ ຊຶ່ງ​ມີ​ນ້ຳ​ຢ່າງ​ຫລວງ​ຫລາຍ.