ສິ່ງ​ຊ່ວຍ​ສຶກ​ສາ
ຕີ​ໂມ​ທຽວ


ຕີ​ໂມ​ທຽວ

ໃນ​ພຣະ​ຄຳ​ພີ​ໃໝ່, ຜູ້​ສອນ​ສາດ​ສະ​ໜາ​ໜຸ່ມ​ຄົນ​ໜຶ່ງ​ທີ່​ເປັນ​ຄູ່​ຂອງ​ໂປໂລ ລະຫວ່າງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ໂປໂລ (ກຈກ 16:1–3; 2 ຕມທ 1:1–5); ພໍ່​ຂອງ​ລາວ​ເປັນ​ຄົນ​ກຣີກ ແລະ ແມ່​ເປັນ​ຄົນ​ຢິວ; ລາວ​ກັບ​ພໍ່​ແມ່​ຂອງ​ລາວ​ໄດ້​ອາ​ໄສ​ຢູ່ ເມືອງ​ລີ​ສະ​ຕຣາ.

ໂປໂລ​ໄດ້​ກ່າວ​ເຖິງ​ຕີ​ໂມ​ທຽວ​ວ່າ​ເປັນ “ລູກ​ຊາຍ​ຂອງ​ຕົນ​ເອງ​ໃນ​ສັດທາ” (1 ຕມທ 1:2, 18; 2 ຕມທ 1:2). ຕີ​ໂມ​ທຽວ​ອາດ​ເປັນ​ຜູ້​ທີ່​ໂປໂລ​ໄວ້​ວາງ​ໃຈ​ຫລາຍ​ທີ່​ສຸດ ແລະ ເປັນ​ຜູ້​ຊ່ວຍ​ທີ່​ມີ​ຄວາມ​ສາ​ມາດ​ຫລາຍ (ຟລປ 2:19–23).