ສິ່ງ​ຊ່ວຍ​ສຶກ​ສາ
ໂຢຮັນ, ລູກ​ຊາຍ​ຂອງ​ເຊ​ເບ​ດາຍ


ໂຢຮັນ, ລູກ​ຊາຍ​ຂອງ​ເຊ​ເບ​ດາຍ

ໜຶ່ງ​ໃນ​ຈຳນວນ​ອັກຄະ​ສາວົກ​ສິບ​ສອງ​ຄົນ​ໃນ​ພຣະ​ຄຳ​ພີ​ໃໝ່, ລູກ​ຊາຍ​ຂອງ​ເຊ​ເບ​ດາຍ, ແລະ ເປັນ​ນ້ອງ​ຊາຍ​ຂອງ​ຢາ​ໂກ​ໂບ. ແຕ່​ກ່ອນ​ລາວ​ເຄີຍ​ເປັນ​ນັກ​ປະ​ມຸງ (ມຣກ 1:17–20). ບາງ​ທີ​ລາວ​ອາດ​ເປັນ​ສາ​ນຸ​ສິດ​ທີ່​ບໍ່​ບອກ​ຊື່ ຊຶ່ງ​ໂຢຮັນ​ບັບຕິ​ສະໂຕ​ໄດ້​ກ່າວ​ເຖິງໃນ ໂຢຮັນ 1:40. ຕໍ່​ມາ​ລາວ​ໄດ້​ຖືກ​ເອີ້ນ​ໃຫ້​ເປັນ​ສາ​ນຸ​ສິດ​ຂອງ​ພຣະ​ເຢຊູ​ຄຣິດ (ມທ 4:21–22; ລກ 5:1–11). ລາວ​ໄດ້​ຂຽນ​ພຣະ​ກິດ​ຕິ​ຄຸນ​ຂອງ​ໂຢຮັນ, ສານ​ສາມ​ສະບັບ, ແລະ ພຣະ​ທຳ​ພຣະ​ນິມິດ. ລາວ​ເປັນ​ຄົນ​ໜຶ່ງ​ທີ່​ໄດ້​ຢູ່​ນຳ​ພຣະ​ຜູ້​ເປັນ​ເຈົ້າ ຕອນ​ໂຜດ​ລູກ​ສາວ​ຂອງ​ຢາອິໂຣ​ໃຫ້​ຄືນ​ມີ​ຊີວິດ (ມຣກ 5:35–42), ຕອນ​ຢູ່​ເທິງ​ພູ​ແຫ່ງ​ການ​ປ່ຽນ​ສະພາບ (ມທ 17:1–9), ແລະ ໃນ​ສວນ​ເຄັດເຊ​ມາເນ (ມທ 26:36–46). ໃນ​ການ​ຂຽນ​ຂອງ​ລາວ​ເອງ, ລາວ​ໄດ້​ກ່າວ​ເຖິງ​ຕົນ​ເອງ​ວ່າ​ເປັນ​ສາ​ນຸ​ສິດ ຜູ້​ຊຶ່ງ​ພຣະ​ເຢຊູ​ຮັກ (ຢຮ 13:23; 21:20) ແລະ ເປັນ “ສາ​ນຸ​ສິດ​ອີກ​ຄົນ​ໜຶ່ງ” (ຢຮ 20:2–8). ພຣະ​ເຢຊູ​ໄດ້​ເອີ້ນ​ລາວ ແລະ ອ້າຍ​ຂອງ​ລາວ​ວ່າ ໂບອະ​ເນເຄ, “ລູກ​ຟ້າ​ຮ້ອງ” (ມຣກ 3:17). ມີ​ຂໍ້​ອ້າງ​ອີງ​ກ່ຽວ​ກັບ​ລາວ​ເລື້ອຍໆ​ຢູ່​ໃນ​ເລື່ອງ​ລາວ​ກ່ຽວ​ກັບ​ການ​ຄຶງ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ (ລກ 22:8; ຢຮ 18:15; 19:26–27; 20:2–8; 21:1–2). ຕໍ່​ມາ​ໂຢຮັນ​ໄດ້​ຖືກ​ເນລະເທດ​ໄປ​ຢູ່​ເກາະ​ປັດໂມ, ບ່ອນ​ທີ່​ລາວ​ໄດ້​ຂຽນ ພຣະ​ທຳ​ພຣະ​ນິມິດ (ພນມ 1:9).

ໂຢຮັນ​ຖືກ​ກ່າວ​ເຖິງ​ເລື້ອຍໆ​ໃນ​ການ​ເປີດ​ເຜີຍ​ຍຸກ​ສຸດ​ທ້າຍ (1 ນຟ 14:18–27; 3 ນຟ 28:6; ອທ 4:16; ຄພ 7; 27:12; 61:14; 77; 88:141). ເລື່ອງ​ລາວ​ເຫລົ່າ​ນີ້​ຢືນ​ຢັນ​ບັນ​ທຶກ​ພຣະ​ຄຳ​ພີ​ຂອງ​ໂຢຮັນ ແລະ ໃຫ້​ຄວາມ​ຮູ້​ແຈ້ງ​ກ່ຽວ​ກັບ​ຄວາມ​ດີ​ເດັ່ນ​ຂອງ​ລາວ ແລະ ຄວາມ​ສຳ​ຄັນ​ຂອງ​ວຽກ​ງານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ໃຫ້​ລາວ​ເຮັດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ໃນ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ໃໝ່ ແລະ ໃນ​ຍຸກ​ສຸດ​ທ້າຍ. ພຣະ​ຄຳ​ພີ​ຍຸກ​ສຸດ​ທ້າຍ​ໄດ້​ໃຫ້​ຄວາມ​ແຈ່ມ​ແຈ້ງ​ວ່າ ໂຢຮັນ​ບໍ່​ໄດ້​ຕາຍ ແຕ່​ໄດ້​ຖືກ​ອະ​ນຸ​ຍາດ​ໃຫ້​ມີ​ຊີ​ວິດ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ຕໍ່​ໄປ ເປັນ​ຜູ້​ຮັບ​ໃຊ້​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ຈົນ​ເຖິງ​ເວລາ​ຂອງ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ຢຮ 21:20–23; 3 ນຟ 28:6–7; ຄພ 7).

ສານ​ຂອງ​ໂຢຮັນ

ເຖິງ​ແມ່ນ​ວ່າ​ຜູ້​ຂຽນ​ສານ​ສາມ​ສະບັບ​ເຫລົ່າ​ນີ້​ບໍ່​ໄດ້​ບອກ​ຊື່​ຂອງ​ຕົນ, ແຕ່​ວິ​ທີ​ການ​ຂຽນ​ບົ່ງ​ບອກ​ວ່າ​ຕ້ອງ​ເປັນ​ອັກຄະ​ສາວົກ​ໂຢຮັນ​ຢ່າງ​ແນ່​ນອນ ທີ່​ໄດ້​ຂຽນ​ສານ​ເຫລົ່າ​ນັ້ນ.

1 ໂຢຮັນ 1 ໄດ້​ຕັກ​ເຕືອນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃຫ້​ມີ​ຄວາມ​ສຳ​ພັນ​ກັບ​ພຣະ​ເຈົ້າ. ບົດ​ທີ 2 ເນັ້ນ​ໜັກ​ວ່າ​ໄພ່​ພົນ​ຮູ້​ຈັກ​ພຣະ​ເຈົ້າ​ໂດຍ​ການ​ເຊື່ອ​ຟັງ ແລະ ແນະນຳ​ພວກ​ເຂົາ​ບໍ່​ໃຫ້​ຮັກ​ໂລກ. ບົດ​ທີ 3 ຂໍ​ໃຫ້​ທຸກ​ຄົນ​ກາຍ​ເປັນ​ລູກ​ພຣະ​ເຈົ້າ ແລະ ຮັກ​ຊຶ່ງ​ກັນ​ແລະ​ກັນ. ບົດ​ທີ 4 ອະ​ທິ​ບາຍ​ວ່າ ພຣະ​ເຈົ້າ​ເປັນ​ຄວາມ​ຮັກ ແລະ ສະ​ຖິດ​ຢູ່​ໃນ​ຄົນ​ທີ່​ຮັກ​ພຣະ​ອົງ. ບົດ​ທີ 5 ອະ​ທິ​ບາຍ​ວ່າ ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໄດ້​ເກີດ​ຈາກ​ພຣະ​ເຈົ້າ ຜ່ານ​ຄວາມເຊື່ອ​ໃນ​ພຣະ​ຄຣິດ.

2 ໂຢຮັນ ແມ່ນ​ຄ້າຍ​ຄື​ກັນ​ກັບ 1 ໂຢຮັນ. ໃນ​ນັ້ນ ໂຢຮັນ​ຊື່ນ​ຊົມ​ເພາະ​ສັດທາ​ຂອງ​ລູກ​ຫລານ​ຂອງ “ສຸ​ພາບ​ສະ​ຕີ​ທີ່​ຖືກ​ເລືອກ​ໄວ້.”

3 ໂຢຮັນ ຍ້ອງ​ຍໍ​ຄົນ​ໜຶ່ງ​ຊື່​ວ່າ ຄາໂຢ ສຳ​ລັບ​ຄວາມ​ຊື່​ສັດ ແລະ ຄວາມ​ຊ່ວຍ​ເຫລືອ​ຂອງ​ລາວ​ຕໍ່​ຜູ້​ທີ່​ຮັກ​ຄວາມ​ຈິງ.

ພຣະ​ກິດ​ຕິ​ຄຸນ​ຂອງ​ໂຢຮັນ

ໃນ​ພຣະ​ຄຳ​ພີ​ໃໝ່, ອັກຄະ​ສາວົກ​ໂຢຮັນ​ເປັນ​ພະຍານ​ວ່າ (1) ພຣະ​ເຢຊູ​ຄື​ພຣະ​ຄຣິດ ຫລື ພຣະ​ເມ​ຊີ​ອາ, ແລະ (2) ພຣະ​ເຢຊູ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ (ຢຮ 20:31). ພາບ​ທີ່​ມາ​ຈາກ​ຊີວິດ​ຂອງ​ພຣະ​ເຢຊູ ທີ່​ລາວ​ບັນ​ຍາຍ​ໄດ້​ຖືກ​ເລືອກ ແລະ ຮຽບ​ຮຽງ​ຢ່າງ​ລະ​ມັດ​ລະ​ວັງ ດ້ວຍ​ຈຸດ​ປະສົງ​ນີ້. ໜັງ​ສື​ເລີ່ມ​ຕົ້ນ​ໂດຍ​ການ​ກ່າວ​ເຖິງ​ສະຖານະ​ຂອງ​ພຣະ​ຄຣິດ​ກ່ອນ​ມະຕະ: ພຣະ​ອົງ​ໄດ້​ຢູ່​ນຳ​ພຣະ​ເຈົ້າ, ພຣະ​ອົງ​ໄດ້​ເປັນ​ພຣະ​ເຈົ້າ, ແລະ ພຣະ​ອົງ​ໄດ້​ເປັນ​ພຣະ​ຜູ້​ສ້າງ​ທຸກ​ສິ່ງ​ທັງ​ປວງ. ພຣະ​ອົງ​ໄດ້​ກຳ​ເນີດ​ໃນ​ເນື້ອ​ໜັງ​ໃນ​ຖານະ​ພຣະ​ບຸດ​ອົງ​ດຽວ​ທີ່​ຖື​ກຳເນີດ​ຈາກ​ພຣະ​ບິດາ. ໂຢຮັນ​ໄດ້​ຕິດ​ຕາມ​ເບິ່ງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ເຢຊູ, ເນັ້ນ​ໜັກ​ຫລາຍ​ກ່ຽວ​ກັບ​ຄວາມ​ເປັນ​ພຣະ​ເຈົ້າ​ຂອງ​ພຣະ​ອົງ ແລະ ການ​ຟື້ນ​ຄືນ​ພຣະ​ຊົນ​ຂອງ​ພຣະ​ອົງ. ລາວ​ໄດ້​ຢືນ​ຢັນ​ຢ່າງ​ແຈ່ມ​ແຈ້ງ​ວ່າ ພຣະ​ເຢຊູ​ເປັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ, ຢືນ​ຢັນ​ໂດຍ​ສິ່ງ​ມະຫັດ​ສະຈັນ, ໂດຍ​ພະຍານ, ໂດຍ​ສາດ​ສະ​ດາ, ແລະ ໂດຍ​ສຸ​ລະ​ສຽງ​ຂອງ​ພຣະ​ຄຣິດ​ເອງ. ໂຢຮັນ​ສອນ​ໂດຍ​ການ​ປຽບ​ທຽບ​ລະຫວ່າງ​ຄວາມ​ສະ​ຫວ່າງ ແລະ ຄວາມ​ມືດ, ຄວາມ​ຈິງ ແລະ ຄວາມ​ຜິດ, ຄວາມ​ດີ ແລະ ຄວາມ​ຊົ່ວ, ພຣະ​ເຈົ້າ ແລະ ມານ. ບາງ​ທີ​ຄົງ​ບໍ່​ມີ​ບັນ​ທຶກ​ອື່ນ​ໃດ​ທີ່​ປະ​ກາດ​ເຖິງ​ຄວາມ​ສັກ​ສິດ​ຂອງ​ພຣະ​ເຢຊູ ແລະ ເຖິງ​ຄວາມ​ຂາດ​ສັດທາ​ຂອງ​ຜູ້​ປົກ​ຄອງ​ຊາວ​ຢິວ​ຢ່າງ​ແຈ່ມ​ແຈ້ງ​ເໝືອນ​ໜັງ​ສື​ເຫລັ້ມ​ນີ້.

ສ່ວນ​ຫລາຍ​ໂຢຮັນ​ໄດ້​ຂຽນ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ຄຣິດ​ໃນ​ຢູດາຍ, ໂດຍ​ສະ​ເພາະ ອາ​ທິດ​ສຸດ​ທ້າຍ​ຂອງ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ໃນ​ຊ່ວງ​ມະຕະ​ຂອງ​ພຣະ​ອົງ, ໃນ​ຂະນະ​ທີ່​ມັດທາຍ, ມາ​ຣະ​ໂກ, ແລະ ລູ​ກາ ສ່ວນ​ຫລາຍ​ໄດ້​ຂຽນ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ພຣະ​ອົງ​ໃນ​ຄາ​ລີ​ເລ. ຫລາຍ​ສິ່ງ​ຈາກ​ພຣະ​ກິດ​ຕິ​ຄຸນ​ນີ້ ໄດ້​ຖືກ​ເຮັດ​ໃຫ້​ແຈ່ມ​ແຈ້ງ​ຂຶ້ນ​ໂດຍ​ການ​ເປີດ​ເຜີຍ​ຍຸກ​ສຸດ​ທ້າຍ (ຄພ 7 ແລະ ຄພ 88:138–141).

ສຳ​ລັບ​ເຫດ​ການ​ຕ່າງໆ​ໃນ​ຊີ​ວິດ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ທີ່​ໄດ້​ບັນ​ຍາຍ​ໄວ້​ໃນ​ພຣະ​ທຳ​ໂຢຮັນ, ເບິ່ງ ຄວາມ​ກົມ​ກຽວ​ຂອງ​ພຣະ​ກິດ​ຕິ​ຄຸນ ໃນ​ພາກ​ຫ້ອຍ​ທ້າຍ.

ພຣະ​ທຳ​ພຣະ​ນິມິດ