ສິ່ງ​ຊ່ວຍ​ສຶກ​ສາ
ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 2


ຂໍ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ 2

ໃບ​ຖະ​ແຫລງ​ຄຳ​ສອນ​ກ່ຽວ​ກັບ​ຜູ້​ທີ່​ສາ​ມາດ​ດຳ​ລົງ​ຖານະ​ປະ​ໂລ​ຫິດ​ຂອງ​ພຣະ​ເຈົ້າ, ບັດ​ນີ້ ໄດ້​ຖືກ​ພິມ​ໄວ້​ຢູ່​ໃນ​ທ້າຍ​ພຣະ​ຄຳ​ພີ​ຄຳ​ສອນ ແລະ ພັນທະ​ສັນ​ຍາ. ໃນ​ຕົ້ນ​ເດືອນ​ມິຖຸນາ ປີ 1978, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເປີດ​ເຜີຍ​ຕໍ່ປະທານ​ສະ​ເປັນ​ເຊີ ດັບ​ເບິນ​ຢູ ຄິມ​ໂບ ວ່າຖານະ​ປະ​ໂລ​ຫິດ​ຄວນ​ຖືກ​ມອບ​ໃຫ້​ແກ່​ສະມາ​ຊິກ​ຜູ້​ຊາຍ​ທຸກ​ຄົນ​ຂອງ​ສາດ​ສະ​ໜາ​ຈັກ​ທີ່​ມີ​ຄ່າ​ຄວນ. ສິ່ງ​ນີ້​ໄດ້​ເຮັດ​ໃຫ້​ຖານະ​ປະ​ໂລ​ຫິດ​ມີ​ໃຫ້​ແກ່​ຜູ້​ຊາຍ​ທີ່​ມີ​ຄ່າ​ຄວນ​ທຸກ​ຄົນ ແລະ ພອນ​ຂອງ​ພຣະ​ວິຫານ​ມີ​ໃຫ້​ແກ່​ສະມາ​ຊິກ​ທີ່​ມີ​ຄ່າ​ຄວນ​ທຸກ​ຄົນ, ບໍ່​ວ່າ​ເຊື້ອ​ຊາດ ຫລື ຜິວ​ພັນ​ຈະ​ເປັນ​ແນວ​ໃດ​ກໍ​ຕາມ. ໃນ​ວັນທີ 30 ເດືອນ​ກັນຍາ 1978, ຂໍ້​ປະ​ກາດ​ນີ້​ໄດ້​ຖືກ​ນຳ​ສະ​ເໜີ​ຢູ່​ໃນ​ກອງ​ປະ​ຊຸມ​ໃຫຍ່​ສາ​ມັນ​ຂອງ​ສາດ​ສະ​ໜາ​ຈັກ ແລະ ກໍ​ໄດ້​ຖືກ​ຮັບ​ຮູ້​ຢ່າງ​ເປັນ​ເອ​ກະ​ສັນ.