ສິ່ງ​ຊ່ວຍ​ສຶກ​ສາ
ພາບ​ນິມິດ


ພາບ​ນິມິດ

ພາບ​ການ​ເປີດ​ເຜີຍ​ກ່ຽວ​ກັບ​ບາງ​ເຫດ​ການ, ບາງ​ຄົນ, ຫລື ບາງ​ສິ່ງ ຜ່ານ​ອຳນາດ​ຂອງ​ພຣະ​ວິນ​ຍານ​ບໍ​ລິ​ສຸດ.

ຕົວ​ຢ່າງ​ຂອງ​ພາບ​ນິມິດ​ທີ່​ສຳ​ຄັນ​ແມ່ນ​ລວມ​ທັງ​ດັ່ງ​ຕໍ່​ໄປ​ນີ້: ພາບ​ນິມິດ​ຂອງ​ເອ​ເຊ​ກຽນ​ກ່ຽວ​ກັບ​ຍຸກ​ສຸດ​ທ້າຍ (ອຊກ 37–39), ພາບ​ນິມິດຂອງ​ສະ​ເຕຟາ​ໂນ​ກ່ຽວ​ກັບພຣະ​ເຢຊູປະ​ທັບ​ຢືນ​ຢູ່​ທາງເບື້ອງ​ຂວາ​ພຣະຫັດຂອງພຣະ​ເຈົ້າ (ກຈກ 7:55–56), ການ​ເປີດ​ເຜີຍ​ຂອງ​ໂຢຮັນ​ກ່ຽວ​ກັບ​ຍຸກ​ສຸດ​ທ້າຍ (ພນມ 4–21), ພາບ​ນິມິດ​ຂອງ​ລີໄຮ ແລະ ນີໄຟ​ກ່ຽວ​ກັບ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ (1 ນຟ 8; 10–14), ພາບ​ນິມິດ​ຂອງ​ແອວມາ​ຜູ້​ເປັນ​ລູກ​ກ່ຽວ​ກັບ​ທູດ ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ມຊຢ 27), ພາບ​ນິມິດ​ຂອງ​ນ້ອງ​ຊາຍ​ຂອງ​ຢາເຣັດ​ກ່ຽວ​ກັບ​ຜູ້​ອາ​ໄສ​ທັງ​ໝົດ​ຂອງ​ແຜ່ນ​ດິນ​ໂລກ (ອທ 3:25), ພາບ​ນິມິດ​ກ່ຽວ​ກັບ​ລັດ​ສະ​ໝີ​ພາບ (ຄພ 76), ພາບ​ນິມິດ​ທີ່​ມອບ​ໃຫ້​ໂຈເຊັບ ສະມິດ ແລະ ອໍ​ລີ​ເວີ ຄາວ​ເດີຣີ ໃນ​ພຣະ​ວິຫານ​ເຄີດແລນ (ຄພ 110), ພາບ​ນິມິດ​ຂອງ​ໂຈເຊັບ ແອັຟ ສະມິດ ກ່ຽວ​ກັບ​ການ​ໄຖ່​ຄົນ​ຕາຍ (ຄພ 138), ພາບ​ນິມິດ​ຂອງ​ໂມເຊ​ກ່ຽວ​ກັບ​ພຣະ​ເຈົ້າ ແລະ ການ​ສ້າງ​ຂອງ​ພຣະ​ອົງ (ມຊ 1), ພາບ​ນິມິດ​ຂອງ​ເອນົກ​ກ່ຽວ​ກັບ​ພຣະ​ເຈົ້າ (ມຊ 6–7), ແລະ ພາບ​ທີ່​ມາ​ໃຫ້​ເຫັນ​ຄັ້ງ​ທຳ​ອິດ​ຂອງ​ໂຈເຊັບ ສະມິດ (ຈສ—ປ 1).