ສິ່ງ​ຊ່ວຍ​ສຶກ​ສາ
ຮັກ, ຄວາມ​ຮັກ


ຮັກ, ຄວາມ​ຮັກ

ການ​ອຸ​ທິດ​ຕົນ ແລະ ຄວາມ​ຮັກ​ທີ່​ເລິກ​ຊຶ້ງ. ຄວາມ​ຮັກ​ສຳ​ລັບ​ພຣະ​ເຈົ້າ​ແມ່ນ​ຮ່ວມ​ດ້ວຍ​ການ​ອຸ​ທິດ​ຕົນ, ການ​ບູຊາ, ຄວາມ​ຄາ​ລະ​ວະ, ຄວາມ​ອ່ອນ​ໂຍນ, ຄວາມ​ເມດ​ຕາ, ການ​ໃຫ້​ອະ​ໄພ, ຄວາມ​ເມດ​ຕາ​ສົງ​ສານ, ພຣະ​ຄຸນ, ການ​ຮັບ​ໃຊ້, ຄວາມ​ກະ​ຕັນ​ຍູ, ຄວາມ​ກະ​ລຸ​ນາ. ຕົວ​ຢ່າງ​ທີ່​ຍິ່ງ​ໃຫຍ່​ທີ່​ສຸດ​ເຖິງ​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ ສຳ​ລັບ​ລູກໆ​ຂອງ​ພຣະ​ອົງ​ແມ່ນ​ຢູ່​ໃນ​ການ​ຊົດ​ໃຊ້​ອັນ​ເປັນ​ນິດ​ຂອງ​ພຣະ​ເຢຊູ​ຄຣິດ.