ສິ່ງ​ຊ່ວຍ​ສຶກ​ສາ
ເຄື່ອງ​ໝາຍ​ແຫ່ງ​ການ​ເວລາ


ເຄື່ອງ​ໝາຍ​ແຫ່ງ​ການ​ເວລາ

ເຫດ​ການ ແລະ ປະ​ສົບ​ການ​ທີ່​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້​ຜູ້​ຄົນ ເພື່ອ​ສະແດງ​ໃຫ້​ເຫັນ​ວ່າ ບາງ​ສິ່ງ​ທີ່​ສຳ​ຄັນ ໃນ​ວຽກ​ງານ​ຂອງ​ພຣະ​ອົງ ໄດ້​ເກີດ​ຂຶ້ນ ຫລື ຈະ​ເກີດ​ຂຶ້ນ​ໃນ​ບໍ່​ດົນ. ໃນ​ຍຸກ​ສຸດ​ທ້າຍ, ເຄື່ອງ​ໝາຍ​ຫລາຍ​ຢ່າງ ສຳ​ລັບ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ ໄດ້​ຖືກ​ທຳ​ນາຍ​ໄວ້. ສິ່ງ​ສັນ​ຍານ​ເຫລົ່າ​ນີ້ ຈະ​ເຮັດ​ໃຫ້​ຜູ້​ຄົນ​ທີ່​ຊື່​ສັດ​ຮັບ​ຮູ້​ແຜນ​ຂອງ​ພຣະ​ເຈົ້າ, ຖືກ​ເຕືອນ, ແລະ ຕຽມ​ຕົວ.