ພຣະ​ຄຳ​ພີ
2 ນີໄຟ 27


ບົດ​ທີ 27

ຄວາມ​ມືດ ແລະ ການ​ປະ​ຖິ້ມ​ຄວາມ​ເຊື່ອ​ຈະ​ປົກ​ຄຸມ​ແຜ່ນ​ດິນ​ໂລກ​ໃນ​ຍຸກ​ສຸດ​ທ້າຍ—ພຣະ​ຄຳ​ພີ​ມໍມອນ​ຈະ​ອອກ​ມາ—ພະຍານ​ສາມ​ຄົນ​ຈະ​ເປັນ​ພະຍານ​ເຖິງ​ພຣະ​ຄຳ​ພີ​ນີ້—ຜູ້​ທີ່​ມີ​ການ​ສຶກ​ສາ​ຈະ​ເວົ້າ​ວ່າ​ລາວ​ບໍ່​ສາ​ມາດ​ອ່ານ​ພຣະ​ຄຳ​ພີ ຊຶ່ງ​ຜະ​ນຶກ​ໄວ້​ນີ້—ພຣະ​ຜູ້​ເປັນ​ເຈົ້າ​ຈະ​ທຳ​ງານ​ແປກ​ປະ​ຫລາດ ແລະ ອັດ​ສະ​ຈັນ—ປຽບ​ທຽບ​ກັບ​ເອຊາ​ຢາ 29. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ແຕ່​ຈົ່ງ​ເບິ່ງ, ໃນ ຍຸກ​ສຸດ​ທ້າຍ ຫລື ໃນ​ຍຸກ​ຂອງ​ຄົນ​ຕ່າງ​ຊາດ—​ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ ປະ​ຊາ​ຊາດ​ທັງ​ໝົດ​ຂອງ​ຄົນ​ຕ່າງ​ຊາດ ແລະ ຊາວ​ຢິວ, ທຸກ​ຄົນ​ທີ່​ຈະ​ມາ​ຫາ​ແຜ່ນ​ດິນ​ນີ້ ແລະ ຄົນ​ທີ່​ຈະ​ຢູ່​ໃນ​ແຜ່ນ​ດິນ​ອື່ນ, ແທ້​ຈິງ​ແລ້ວ, ແມ່ນ​ໃນ​ທົ່ວ​ແຜ່ນ​ດິນ​ຂອງ​ແຜ່ນ​ດິນ​ໂລກ, ຈົ່ງ​ເບິ່ງ, ພວກ​ເຂົາ​ຈະ​ເມົາ​ດ້ວຍ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ນາໆ​ປະ​ການ—

2 ແລະ ເມື່ອ​ມື້​ນັ້ນ​ມາ​ເຖິງ ຈອມ​ໂຍທາ​ຈະ​ສະ​ເດັດ​ມາ​ຢ້ຽມ​ຢາມ​ພວກ​ເຂົາ​ດ້ວຍ​ສຽງ​ຟ້າ​ຮ້ອງ ແລະ ແຜ່ນ​ດິນ​ໄຫວ, ແລະ ດ້ວຍ​ສຽງ​ກຶກ​ກ້ອງ​ຢ່າງ​ໃຫຍ່​ຫລວງ, ດ້ວຍ​ລົມ​ພະ​ຍຸ, ແລະ ດ້ວຍ​ພະ​ຍຸ​ຝົນ​ຟ້າ​ຄະ​ນອງ, ແລະ ແປວ​ໄຟ​ທີ່​ຈະ​ເຜົາ​ຜານ.

3 ແລະ ປະ​ຊາ​ຊາດ​ທັງ​ໝົດ​ທີ່ ຕໍ່​ສູ້​ກັບ​ຊີໂອນ ແລະ ເຮັດ​ໃຫ້​ມັນ​ເດືອດ​ຮ້ອນ​ຈະ​ເປັນ​ຄື​ກັນ​ກັບ​ຄວາມ​ຝັນ​ຂອງ​ພາບ​ນິມິດ​ໃນ​ຕອນ​ກາງ​ຄືນ; ແທ້​ຈິງ​ແລ້ວ, ມັນ​ຈະ​ບັງ​ເກີດ​ຂຶ້ນ​ກັບ​ພວກ​ເຂົາ ຈະ​ເປັນ​ດັ່ງ​ຄົນ​ຫິວ​ໂຫຍ​ທີ່​ຝັນ​ໄປ, ແຕ່​ຈົ່ງ​ເບິ່ງ ເຂົາ​ໄດ້​ກິນ​ແຕ່​ເມື່ອ​ເຂົາ​ຕື່ນ​ຂຶ້ນ​ແລ້ວ ຈິດ​ວິນ​ຍານ​ຂອງ​ເຂົາ​ຈະ​ວ່າງ​ເປົ່າ ຫລື ຄື​ກັນ​ກັບ​ຄົນ​ຫິວ​ນ້ຳ​ທີ່​ຝັນ​ໄປ, ແລະ ຈົ່ງ​ເບິ່ງ ເຂົາ​ໄດ້​ດື່ມ​ແຕ່​ເມື່ອ​ເຂົາ​ຕື່ນ​ຂຶ້ນ​ແລ້ວ, ເຂົາ​ຈະ​ເຫັນ​ວ່າ​ເຂົາ​ອ່ອນ​ເພຍ ແລະ ຈິດ​ວິນ​ຍານ​ຂອງ​ເຂົາ​ມີ​ຄວາມ​ຫິວ​ໂຫຍ; ແທ້​ຈິງ​ແລ້ວ, ແມ່ນ​ຝູງ​ຊົນ​ຂອງ​ປະ​ຊາ​ຊາດ​ທັງ​ໝົດ​ທີ່​ຕໍ່​ສູ້​ກັບ​ພູ​ຊີໂອນ​ຈະ​ເປັນ​ເຊັ່ນ​ນັ້ນ.

4 ເພາະ​ຈົ່ງ​ເບິ່ງ, ເຈົ້າ​ທັງ​ຫລາຍ​ທີ່​ສ້າງ​ຄວາມ​ຊົ່ວ​ຮ້າຍ, ຈົ່ງ​ຫ້າມ​ຕົນ​ເອງ ແລະ ປະ​ຫລາດ​ໃຈ​ເພາະ​ເຈົ້າ​ຈະ​ຮ້ອງ​ອອກ​ມາ ແລະ ຮ້ອງ​ໄຫ້; ແທ້​ຈິງ​ແລ້ວ, ເຈົ້າ​ຈະ​ເມົາ​ແຕ່​ບໍ່​ແມ່ນ​ດ້ວຍ​ເຫລົ້າ​ອະງຸ່ນ, ເຈົ້າ​ຈະ​ໂຊ​ເຊ​ແຕ່​ບໍ່​ແມ່ນ​ດ້ວຍ​ເຄື່ອງ​ທີ່​ມຶນ​ເມົາ.

5 ເພາະ​ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຖອກ​ວິນ​ຍານ​ແຫ່ງ​ການ​ນອນ​ຫລັບ​ໃຫ້​ເຈົ້າ. ເພາະ​ຈົ່ງ​ເບິ່ງ, ເຈົ້າ​ຫລັບ​ຕາ ແລະ ເຈົ້າ​ປະ​ຕິ​ເສດ​ສາດ​ສະ​ດາ, ແລະ ພຣະ​ອົງ​ໄດ້​ປິດ​ບັງ​ຜູ້​ປົກ​ຄອງ​ຂອງ​ເຈົ້າ ແລະ ຜູ້​ພະ​ຍາ​ກອນ​ໄວ້ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ເຈົ້າ.

6 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ນຳ​ເອົາ​ຂໍ້​ຄວາມ​ຂອງ ໜັງ​ສື​ເຫລັ້ມ​ໜຶ່ງ​ມາ​ຫາ ເຈົ້າ ແລະ ມັນ​ຈະ​ເປັນ​ຂໍ້​ຄວາມ​ຂອງ​ຄົນ​ຊຶ່ງ​ລ່ວງ​ລັບ​ໄປ​ແລ້ວ.

7 ແລະ ຈົ່ງ​ເບິ່ງ ໜັງ​ສື​ນັ້ນ​ຈະ​ຖືກ ຜະ​ນຶກ​ໄວ້ ແລະ ໜັງ​ສື​ຈະ​ເປັນ ການ​ເປີດ​ເຜີຍ​ຈາກ​ພຣະ​ເຈົ້າ, ນັບ​ຕັ້ງ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ໂລກ​ເຖິງ ການ​ສິ້ນ​ສຸດ​ຂອງ​ມັນ.

8 ດັ່ງ​ນັ້ນ, ຍ້ອນ​ສິ່ງ​ຊຶ່ງ​ຖືກ ຜະ​ນຶກ​ໄວ້​ແລ້ວ ຈຶ່ງ ຈະ​ບໍ່​ມອບ​ສິ່ງ​ຊຶ່ງ​ຖືກ​ຜະ​ນຶກ​ໄວ້​ໃຫ້ ໃນ​ວັນ​ແຫ່ງ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ຜູ້​ຄົນ. ດັ່ງ​ນັ້ນ ໜັງ​ສື​ຈະ​ໄດ້​ຖືກ​ຮັກ​ສາ​ໄວ້​ຈາກ​ພວກ​ເຂົາ.

9 ແຕ່​ຈະ​ມອບ​ໜັງ​ສື​ໃຫ້ ຊາຍ​ຜູ້​ໜຶ່ງ ແລະ ເຂົາ​ຈະ​ມອບ​ຂໍ້​ຄວາມ​ໃນ​ໜັງ​ສື ຊຶ່ງ​ເປັນ​ຂໍ້​ຄວາມ​ຂອງ​ຄົນ​ທີ່​ລ່ວງ​ລັບ​ໄປ​ແລ້ວ​ສູ່​ພື້ນ​ດິນ, ແລະ ລາວ​ຈະ​ມອບ​ຂໍ້​ຄວາມ​ນີ້​ໃຫ້ ອີກ​ຜູ້​ໜຶ່ງ;

10 ແຕ່​ຂໍ້​ຄວາມ​ທີ່​ຖືກ​ຜະ​ນຶກ​ໄວ້​ລາວ​ຈະ​ບໍ່​ມອບ​ໃຫ້ ແລະ ລາວ​ຈະ​ບໍ່​ມອບ​ໜັງ​ສື​ໃຫ້ ເພາະ​ໜັງ​ສື​ຈະ​ຖືກ​ຜະ​ນຶກ​ໄວ້​ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ, ແລະ ການ​ເປີດ​ເຜີຍ ຊຶ່ງ​ຖືກ​ຜະ​ນຶກ​ໄວ້​ຈະ​ໄດ້​ຖືກ​ຮັກ​ສາ​ໄວ້​ໃນ​ໜັງ​ສື​ຈົນ​ເຖິງ​ເວລາ​ອັນ​ເໝາະ​ສົມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ທີ່​ມັນ​ຈະ​ອອກ​ມາ; ເພາະ​ຈົ່ງ​ເບິ່ງ, ມັນ​ຈະ​ເປີດ​ເຜີຍ​ເລື່ອງ​ທັງ​ໝົດ ນັບ​ຕັ້ງ​ແຕ່​ການ​ວາງ​ຮາກ​ຖານ​ຂອງ​ໂລກ​ຈົນ​ເຖິງ​ການ​ສິ້ນ​ສຸດ​ຂອງ​ມັນ.

11 ແລະ ວັນ​ນັ້ນ​ຈະ​ມາ​ເຖິງ ເມື່ອ​ຈະ​ອ່ານ​ຂໍ້​ຄວາມ​ໃນ​ໜັງ​ສື ຊຶ່ງ​ຖືກ​ຜະ​ນຶກ​ໄວ້​ເທິງ​ຫລັງ​ຄາ​ເຮືອນ ແລະ ຈະ​ອ່ານ​ມັນ​ໂດຍ​ອຳນາດ​ຂອງ​ພຣະ​ຄຣິດ; ແລະ ທຸກ​ເລື່ອງ​ຈະ​ຖືກ ເປີດ​ເຜີຍ​ຕໍ່​ລູກ​ຫລານ​ມະນຸດ ແລະ ຊຶ່ງ​ເຄີຍ​ເປັນ​ຢູ່​ມາ​ແລ້ວ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ, ແລະ ເຄີຍ​ເປັນ​ຢູ່​ຈົນ​ເຖິງ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ.

12 ດັ່ງ​ນັ້ນ, ໃນ​ມື້​ນັ້ນ ເມື່ອ​ຈະ​ມອບ​ໜັງ​ສື​ໃຫ້​ຊາຍ​ຜູ້​ນັ້ນ​ທີ່​ຂ້າ​ພະ​ເຈົ້າ​ເວົ້າ​ເຖິງ, ໜັງ​ສື​ຈະ​ຖືກ​ເຊື່ອງ​ໄວ້​ໃຫ້​ພົ້ນ​ຈາກ​ສາຍ​ຕາ​ຂອງ​ໂລກ, ເພື່ອ​ຈະ​ບໍ່​ໃຫ້​ມີ​ສາຍ​ຕາ​ຂອງ​ຜູ້​ໃດ​ເຫັນ ນອກ​ຈາກ ພະຍານ ສາມ​ຄົນ​ຈະ​ເຫັນ ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ ນອກ​ເໜືອ​ຈາກ​ຄົນ​ທີ່​ຈະ​ໄດ້​ຮັບ​ມອບ​ໜັງ​ສື; ແລະ ພວກ​ເຂົາ​ຈະ​ໃຫ້​ຖ້ອຍ​ຄຳ​ເຖິງ​ຄວາມ​ຈິງ​ຂອງ​ໜັງ​ສື ແລະ ສິ່ງ​ທີ່​ຢູ່​ໃນ​ນັ້ນ.

13 ແລະ ບໍ່​ມີ​ຜູ້​ອື່ນ​ທີ່​ຈະ​ເຫັນ​ມັນ​ນອກ​ຈາກ​ບໍ່​ເທົ່າ​ໃດ​ຄົນ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ, ເພື່ອ​ສະແດງ​ປະຈັກ​ພະຍານ​ເຖິງ​ພຣະ​ຄຳ​ຂອງ​ພຣະ​ອົງ​ຕໍ່​ລູກ​ຫລານ​ມະນຸດ ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ວ່າ ຂໍ້​ຄວາມ​ຂອງ​ຄົນ​ຊື່​ສັດ​ຈະ​ເວົ້າ​ຄື​ກັບ​ວ່າ​ອອກ​ມາ ຈາກ​ຄົນ​ຕາຍ.

14 ດັ່ງ​ນັ້ນ, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເລີ່ມ​ນຳ​ເອົາ​ຂໍ້​ຄວາມ​ໃນ​ໜັງ​ສື​ອອກ​ມາ; ແລະ ດ້ວຍ​ປາກ​ຂອງ​ພະຍານ​ຫລາຍ​ປາກ​ເທົ່າ​ທີ່​ພຣະ​ອົງ​ເຫັນ​ວ່າ​ດີ ພຣະ​ອົງ​ຈະ​ສະຖາ​ປະນາ​ພຣະ​ຄຳ​ຂອງ​ພຣະ​ອົງ​ໄວ້; ແລະ ວິບັດ​ແກ່​ຄົນ​ທີ່ ປະ​ຕິ​ເສດ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ!

15 ແຕ່​ຈົ່ງ​ເບິ່ງ, ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ກ່າວ​ກັບ​ຜູ້​ທີ່​ພຣະ​ອົງ​ຈະ​ມອບ​ໜັງ​ສື​ໃຫ້​ວ່າ: ຈົ່ງ​ນຳ​ເອົາ​ຂໍ້​ຄວາມ​ນີ້​ຊຶ່ງ​ບໍ່​ໄດ້​ຖືກ​ຜະ​ນຶກ​ໄວ້ ແລະ ມອບ​ໃຫ້​ຄົນ​ອີກ​ຄົນ​ໜຶ່ງ, ເພື່ອ​ເຂົາ​ຈະ​ໄດ້​ສະແດງ​ໃຫ້​ຄົນ​ທີ່​ມີ​ການ​ສຶກ​ສາ​ເບິ່ງ ໂດຍ​ກ່າວ​ວ່າ: ຂໍ​ໃຫ້​ທ່ານ ອ່ານ​ເລື່ອງ​ນີ້​ເບິ່ງ​ດູ ແລະ ຄົນ​ທີ່​ມີ​ການ​ສຶກ​ສາ​ຈະ​ບອກ​ວ່າ: ຈົ່ງ​ນຳ​ເອົາ​ໜັງ​ສື​ມາ ແລ້ວ​ເຮົາ​ຈະ​ອ່ານ​ມັນ.

16 ແລະ ບັດ​ນີ້, ເພາະ​ວ່າ​ການ​ຍ້ອງ​ຍໍ​ສັນ​ລະ​ເສີນ​ຂອງ​ໂລກ ແລະ ເພື່ອ​ຫາ ຜົນ​ປະ​ໂຫຍດ ເຂົາ​ຈະ​ກ່າວ​ເຊັ່ນ​ນີ້ ແລະ ບໍ່​ແມ່ນ​ເພື່ອ​ລັດ​ສະ​ໝີ​ພາບ​ຂອງ​ພຣະ​ເຈົ້າ.

17 ແລະ ຊາຍ​ຜູ້​ນັ້ນ​ຈະ​ກ່າວ​ອີກ​ວ່າ: ຂ້າ​ພະ​ເຈົ້າ​ຈະ​ນຳ​ເອົາ​ໜັງ​ສື​ມາ​ບໍ່​ໄດ້​ເພາະ​ມັນ​ຖືກ​ຜະ​ນຶກ​ໄວ້​ແລ້ວ.

18 ເມື່ອ​ນັ້ນ​ຄົນ​ມີ​ການ​ສຶກ​ສາ​ຈະ​ເວົ້າ​ວ່າ: ຂ້າ​ພະ​ເຈົ້າ​ອ່ານ​ມັນ​ບໍ່​ໄດ້.

19 ດັ່ງ​ນັ້ນ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື, ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມອບ​ໜັງ​ສື ແລະ ຂໍ້​ຄວາມ​ທີ່​ມີ​ຢູ່​ໃນ​ນັ້ນ ໃຫ້​ຄົນ​ທີ່​ບໍ່​ມີ​ການ​ສຶກ​ສາ​ອີກ; ແລະ ຊາຍ​ຄົນ​ທີ່​ບໍ່​ມີ​ການ​ສຶກ​ສາ​ຈະ​ເວົ້າ​ວ່າ: ຂ້າ​ພະ​ເຈົ້າ​ບໍ່​ມີ​ການ​ສຶກ​ສາ.

20 ເມື່ອ​ນັ້ນ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ກ່າວ​ກັບ​ລາວ​ວ່າ: ຄົນ​ມີ​ການ​ສຶກ​ສາ​ຈະ​ອ່ານ​ມັນ​ບໍ່​ໄດ້ ເພາະ​ວ່າ​ເຂົາ​ປະ​ຕິ​ເສດ​ມັນ, ແລະ ເຮົາ​ສາ​ມາດ​ທຳ​ງານ​ຂອງ​ເຮົາ​ໄດ້; ດັ່ງ​ນັ້ນ ເຈົ້າ​ຈົ່ງ​ອ່ານ​ຂໍ້​ຄວາມ​ທີ່​ເຮົາ​ຈະ​ໃຫ້​ແກ່​ເຈົ້າ.

21 ຢ່າ​ໄດ້​ແຕະ​ຕ້ອງ​ເລື່ອງ​ທີ່​ຜະ​ນຶກ​ໄວ້ ເພາະ​ເຮົາ​ຈະ​ນຳ​ເອົາ​ມັນ​ອອກ​ມາ​ໃນ​ເວລາ​ອັນ​ເໝາະ​ສົມ​ຂອງ​ເຮົາ​ເອງ; ເພາະ​ເຮົາ​ຈະ​ສະແດງ​ໃຫ້​ລູກ​ຫລານ​ມະນຸດ​ເຫັນ​ວ່າ ເຮົາ​ສາ​ມາດ​ທຳ​ງານ​ຂອງ​ເຮົາ​ເອງ​ໄດ້.

22 ດັ່ງ​ນັ້ນ, ເມື່ອ​ເຈົ້າ​ອ່ານ​ຂໍ້​ຄວາມ​ຂອງ​ເຮົາ​ທີ່​ສັ່ງ​ເຈົ້າ​ໄວ້ ແລະ ໄດ້​ຮັບ ພະຍານ ຊຶ່ງ​ເຮົາ​ສັນ​ຍາ​ຈະ​ໃຫ້​ແກ່​ເຈົ້າ, ເມື່ອ​ນັ້ນ​ເຈົ້າ​ຈົ່ງ​ຜະ​ນຶກ​ໜັງ​ສື​ໄວ້​ອີກ, ແລະ ເຊື່ອງ​ມັນ​ໄວ້​ກັບ​ເຮົາ ເພື່ອ​ຈະ​ໄດ້​ຮັກ​ສາ​ຂໍ້​ຄວາມ ຊຶ່ງ​ເຈົ້າ​ຍັງ​ບໍ່​ທັນ​ໄດ້​ອ່ານ​ຈົນ​ວ່າ​ຕາມ​ປັນ​ຍາ​ຂອງ​ເຮົາ​ເອງ​ຈະ​ເຫັນ​ສົມ​ຄວນ​ທີ່​ຈະ​ເປີດ​ເຜີຍ​ທຸກ​ຢ່າງ​ແກ່​ລູກ​ຫລານ​ມະນຸດ.

23 ເພາະ​ຈົ່ງ​ເບິ່ງ, ເຮົາ​ຄື​ພຣະ​ເຈົ້າ; ແລະ ເຮົາ​ຄື​ພຣະ​ເຈົ້າ​ແຫ່ງ ສິ່ງ​ມະຫັດ​ສະຈັນ; ແລະ ເຮົາ​ຈະ​ສະແດງ​ແກ່​ໂລກ​ວ່າ ເຮົາ ເໝືອນ​ກັບ​ເຊັ່ນ​ມື້​ວານ​ນີ້, ມື້​ນີ້, ແລະ ຕະຫລອດ​ການ ນອກ​ຈາກ​ຈະ ເປັນ​ຕາມ​ສັດທາ​ຂອງ​ລູກ​ຫລານ​ມະນຸດ.

24 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ຈະ​ກ່າວ​ກັບ​ລາວ ຊຶ່ງ​ຈະ​ອ່ານ​ຂໍ້​ຄວາມ​ທີ່​ຈະ​ມອບ​ໃຫ້​ລາວ​ວ່າ:

25 ຕາບ​ເທົ່າ​ທີ່​ຜູ້​ຄົນ​ພວກ​ນີ້​ເຂົ້າ​ມາ​ໃກ້​ເຮົາ​ດ້ວຍ​ປາກ​ຂອງ​ພວກ​ເຂົາ, ແລະ ໃຫ້​ກຽດ​ເຮົາ​ດ້ວຍ​ຮິມ​ສົບ​ຂອງ​ພວກ​ເຂົາ, ແຕ່​ໃຈ​ຂອງ​ພວກ​ເຂົາ​ຫ່າງ​ໄກ​ຈາກ​ເຮົາ, ແລະ ຄວາມ​ຢ້ານ​ກົວ​ຂອງ​ພວກ​ເຂົາ​ທີ່​ມີ​ຕໍ່​ເຮົາ​ຖືກ​ສິດ​ສອນ​ໂດຍ ກົດ​ເກນ​ຂອງ​ມະນຸດ—

26 ສະນັ້ນ, ເຮົາ​ຈະ​ເລີ່ມ​ເຮັດ ສິ່ງ​ອັດ​ສະ​ຈັນ​ກັບ​ຜູ້​ຄົນ​ພວກ​ນີ້​ອີກ, ແທ້​ຈິງ​ແລ້ວ, ງານ​ແປກ​ປະ​ຫລາດ ແລະ ອັດ​ສະ​ຈັນ, ປັນ​ຍາ​ຂອງ​ຄົນ​ທີ່​ມີ​ປັນ​ຍາ​ຂອງ​ເຂົາ​ຈະ​ພິນາດ​ໄປ, ແລະ ຄວາມ​ເຂົ້າ​ໃຈ​ຂອງ​ຄົນ​ທີ່​ເຂົ້າ​ໃຈ​ຈະ​ຖືກ​ປິດ​ບັງ​ໄວ້.

27 ແລະ ວິບັດ​ແກ່​ຜູ້​ທີ່​ພະ​ຍາ​ຍາມ​ຢ່າງ​ໜັກ ເພື່ອ​ເຊື່ອງ​ແຜນ​ຂອງ​ເຂົາ​ໃຫ້​ພົ້ນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ! ແລະ ວຽກ​ງານ​ຂອງ​ເຂົາ​ຢູ່​ໃນ​ຄວາມ​ມືດ; ແລະ ເຂົາ​ເວົ້າ​ວ່າ: ຜູ້​ໃດ​ຈະ​ເຫັນ​ເຮົາ ແລະ ຜູ້​ໃດ​ຈະ​ຮູ້​ຈັກ​ເຮົາ? ແລະ ເຂົາ​ເວົ້າ​ອີກ​ວ່າ: ການ​ປີ້ນ​ເລື່ອງ​ຂອງ​ເຈົ້າ​ຈະ​ຖືກ​ຖື​ວ່າ ເປັນ​ດິນ​ດາກ ຂອງ​ຊ່າງ​ປັ້ນ​ໝໍ້​ຢ່າງ​ແນ່​ນອນ. ແຕ່​ຈົ່ງ​ເບິ່ງ, ຈອມ​ໂຍທາ​ໄດ້​ກ່າວ​ວ່າ, ເຮົາ​ຈະ​ສະແດງ​ແກ່​ພວກ​ເຂົາ​ວ່າ ເຮົາ​ຮູ້​ຈັກ​ການ​ກະ​ທຳ​ຂອງ​ພວກ​ເຂົາ​ທັງ​ໝົດ ເພາະ​ສິ່ງ​ຂອງ​ຈະ​ກ່າວ​ເຖິງ​ຄົນ​ທີ່​ເຮັດ​ມັນ​ຂຶ້ນ​ບໍ​ວ່າ ເຂົາ​ບໍ່​ໄດ້​ເຮັດ​ມັນ​ຂຶ້ນ​ມາ? ຫລື ສິ່ງ​ທີ່​ໃສ່​ຂອບ​ໄວ້​ຈະ​ກ່າວ​ເຖິງ​ຜູ້​ທີ່​ໃສ່​ຂອບ​ມັນ​ບໍ​ວ່າ ມັນ​ບໍ່​ມີ​ຄວາມ​ເຂົ້າ​ໃຈ​ຫຍັງ​ໝົດ?

28 ແຕ່​ຈົ່ງ​ເບິ່ງ, ຈອມ​ໂຍທາ​ໄດ້​ກ່າວ​ວ່າ: ເຮົາ​ຈະ​ສະແດງ​ໃຫ້​ລູກ​ຫລານ​ມະນຸດ​ເຫັນ​ວ່າ ຍັງ​ອີກ​ບໍ່​ດົນ ເລ​ບາ​ນອນ​ຈະ​ຖືກ​ປ່ຽນ​ເປັນ​ທົ່ງ​ອັນ​ອຸ​ດົມ​ສົມ​ບູນ; ເພາະ​ທົ່ງ​ອັນ​ອຸ​ດົມ​ສົມ​ບູນ​ຈະ​ເປັນ​ປ່າ​ໄມ້.

29 ແລະ ໃນ​ມື້​ນັ້ນ​ຄົນ​ຫູ​ໜວກ​ຈະ​ໄດ້​ຍິນ​ຂໍ້​ຄວາມ​ຈາກ​ໜັງ​ສື ແລະ ຄົນ​ຕາ​ບອດ​ຈະ​ຫລຽວ​ເຫັນ​ຈາກ​ການ​ປິດ​ບັງ ແລະ ຈາກ​ຄວາມ​ມືດ.

30 ແລະ ຄົນ​ອ່ອນ​ໂຍນ​ຈະ​ເພີ່ມ​ຂຶ້ນ ແລະ ຄວາມ​ສຸກ​ຂອງ​ພວກ​ເຂົາ​ຈະ​ຢູ່​ໃນ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ຄົນ​ທຸກ​ຍາກ​ໃນ​ບັນ​ດາ​ມະນຸດ​ຈະ​ປິ​ຕິ​ຍິນ​ດີ​ໃນ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ.

31 ເພາະ​ແນ່​ນອນ​ຄື ຕາບ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່ ຄົນ​ທີ່​ໜ້າ​ຢ້ານ​ກົວ​ຈະ​ສູນ​ຫາຍ​ໄປ ແລະ ຄົນ​ມັກ​ເຍາະ​ເຍີ້ຍ​ຈະ​ໝົດ​ໄປ, ແລະ ຄົນ​ທັງ​ປວງ​ທີ່​ຫາ​ໂອ​ກາດ​ກະ​ທຳ​ຄວາມ​ຊົ່ວ​ຮ້າຍ​ຈະ​ຖືກ​ຕັດ​ອອກ;

32 ຜູ້​ທີ່​ໃສ່​ຄວາມ​ຄົນ​ອື່ນ​ດ້ວຍ​ຖ້ອຍ​ຄຳ​ຂອງ​ຕົນ, ແລະ ວາງ​ບ້ວງ​ໃນ ປະຕູ​ເມືອງ​ໄວ້​ດັກ​ຜູ້​ກ່າວ​ຕຳ​ນິ ແລະ ຫັນ​ເອົາ​ສິ່ງ​ທີ່​ທ່ຽງ​ທຳ​ໄປ​ເປັນ​ສິ່ງ​ທີ່​ບໍ່​ມີ​ຄຸນ​ຄ່າ.

33 ສະນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ຜູ້​ໄຖ່​ອັບ​ຣາ​ຮາມ​ໄດ້​ກ່າວ​ກ່ຽວ​ກັບ​ເຊື້ອ​ສາຍ​ຂອງ​ຢາໂຄບ​ດັ່ງ​ນີ້: ບັດ​ນີ້, ຢາໂຄບ​ຈະ​ບໍ່​ຕ້ອງ​ອັບ​ອາຍ​ອີກ, ເພາະ​ໜ້າ​ຂອງ​ພວກ​ເຂົາ​ຈະ​ບໍ່​ຊີດ​ລົງ.

34 ເພາະ​ເມື່ອ​ພວກ​ເຂົາ ເຫັນ​ລູກ​ຫລານ​ຂອງ​ພວກ​ເຂົາ​ເປັນ​ຜົນ​ງານ​ຈາກ​ມື​ຂອງ​ເຮົາ​ໃນ​ທ່າມ​ກາງ​ພວກ​ເຂົາ​ແລ້ວ, ພວກ​ເຂົາ​ຈະ​ເຮັດ​ໃຫ້​ພຣະ​ນາມ​ຂອງ​ເຮົາ​ສັກ​ສິດ ແລະ ເຮັດ​ໃຫ້​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ຢາໂຄບ​ສັກ​ສິດ, ແລະ ຈະ​ຢຳເກງ​ພຣະ​ເຈົ້າ​ຂອງ​ອິດສະ​ຣາເອນ.

35 ພວກ​ທີ່ ເຮັດ​ຜິດ​ທາງ​ວິນ​ຍານ​ຈະ​ມາ​ເຖິງ​ຄວາມ​ເຂົ້າ​ໃຈ ແລະ ບັນ​ດາ​ຜູ້​ທີ່​ຈົ່ມ​ພຶມ​ພຳ​ຈະ​ໄດ້ ຮຽນ​ຮູ້​ຄຳ​ສອນ.