ພຣະ​ຄຳ​ພີ
2 ນີໄຟ 16


ບົດ​ທີ 16

ເອຊາ​ຢາ​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ—ບາບ​ຂອງ​ເອຊາ​ຢາ​ໄດ້​ຮັບ​ການອະໄພ​ໂທດ—ເພິ່ນ​ຖືກ​ເອີ້ນ​ໃຫ້​ທຳ​ນາຍ—ເພິ່ນ​ທຳ​ນາຍ​ເຖິງ​ການ​ປະ​ຕິ​ເສດ​ຄຳ​ສອນ​ຂອງ​ພຣະ​ຄຣິດ​ຂອງ​ຊາວ​ຢິວ—ຜູ້​ທີ່​ເຫລືອ​ຢູ່​ຈະ​ກັບ​ຄືນ​ມາ—ປຽ​ບ​ທຽບ​ກັບ​ເອຊາ​ຢາ 6. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ໃນ ປີ​ທີ່​ກະສັດ​ອຸດ​ສີ​ຢາ​ສິ້ນ​ຊີ​ວິດ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ຜູ້​ເປັນ​ເຈົ້າ​ປະ​ທັບ​ຢູ່​ເທິງ​ບັນ​ລັງ​ສູງ​ເດັ່ນ, ຊາຍ​ລະ​ໄບ​ຜ້າ​ເຄື່ອງ​ທົງ​ຂອງ​ພຣະ​ອົງ​ແຜ່​ເຕັມ​ພຣະ​ວິຫານ.

2 ຢູ່​ເໜືອ​ພຣະ​ອົງ​ມີ ເຊຣາ​ຟີມ​ຫລາຍ​ອົງ​ຢືນ​ຢູ່; ແຕ່​ລະ​ອົງ​ມີ​ປີກ​ຫົກ​ປີກ, ແຕ່​ລະ​ອົງ​ເອົາ​ສອງ​ປີກ​ປົກ​ໜ້າ, ສອງ​ປີກ​ປົກ​ຕີນ, ແລະ ອີກ​ສອງ​ປີກ​ໃຊ້​ບິນ​ໄປ.

3 ແຕ່​ລະ​ອົງ​ຮ້ອງ​ໃສ່​ກັນ ແລະ ກ່າວ​ວ່າ: ບໍ​ລິ​ສຸດ, ບໍ​ລິ​ສຸດ, ບໍ​ລິ​ສຸດ, ພຣະ​ຜູ້​ເປັນ​ເຈົ້າ​ແຫ່ງ​ຈັກ​ກະ​ວານ; ລັດ​ສະ​ໝີ​ພາບ​ຂອງ​ພຣະ​ອົງ​ແຜ່​ກະ​ຈາຍ​ໄປ​ທົ່ວ​ແຜ່ນ​ດິນ​ໂລກ.

4 ແລະ ເສົາ​ປະຕູ​ເຄື່ອນ ເພາະ​ສຽງ​ຂອງ​ຜູ້​ທີ່​ຮ້ອງ, ແລະ ພຣະ​ວິຫານ​ເຕັມ​ໄປ​ດ້ວຍ​ຄວັນ.

5 ຈາກ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ວ່າ: ວິບັດ​ເກີດ​ກັບ​ຂ້າ​ພະ​ເຈົ້າ! ເພາະ​ຂ້າ​ພະ​ເຈົ້າ ຫລົ້ມ​ຈົມ; ເພາະ​ຂ້າ​ພະ​ເຈົ້າ​ເປັນ​ຄົນ​ທີ່​ຮີມ​ຝີ​ປາກ​ບໍ່​ສະອາດ; ແລະ ຂ້າ​ພະ​ເຈົ້າ​ຢູ່​ທ່າມ​ກາງ​ຜູ້​ຄົນ​ທີ່​ຮີມ​ຝີ​ປາກ​ບໍ່​ສະອາດ; ເພາະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ກະສັດ, ຈອມ​ໂຍທາ​ກັບ​ຕາ​ຕົນ​ເອງ​ແລ້ວ.

6 ຕໍ່​ມາ ມີ​ເຊຣາ​ຟີມ​ອົງ​ໜຶ່ງ​ໄດ້​ບິນ​ມາ​ຫາ​ຂ້າ​ພະ​ເຈົ້າ, ມີ ຖ່ານ​ໄຟ​ສີ​ແດງ​ໃນ​ມື​ຂອງ​ພຣະ​ອົງ, ຊຶ່ງ​ພຣະ​ອົງ​ໄດ້​ຈັບ​ເອົາ​ມາ​ຈາກ​ແທ່ນ​ບູຊາ​ດ້ວຍ​ຄີມ​ໜີບ;

7 ແລະ ພຣະ​ອົງ​ໄດ້​ເອົາ​ຖ່ານ​ໄຟ​ນັ້ນ​ແປະ​ໃສ່​ປາກ​ຂອງ​ຂ້າ​ພະ​ເຈົ້າ, ແລ້ວ​ກ່າວ​ວ່າ: ສິ່ງ​ນີ້​ໄດ້​ຖືກ​ປາກ​ຂອງ​ເຈົ້າ​ແລ້ວ; ຄວາມ​ຊົ່ວ​ຮ້າຍ​ຂອງ​ເຈົ້າ​ກໍ​ຖືກ​ຍົກ​ເລີກ, ແລະ ບາບ​ຂອງ​ເຈົ້າ​ກໍ​ໄດ້​ຮັບອະໄພ.

8 ແລະ ຂ້າ​ພະ​ເຈົ້າ​ໄດ້​ຍິນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອີກ, ມີ​ຄວາມ​ວ່າ: ເຮົາ​ຈະ​ສົ່ງ​ຜູ້​ໃດ​ໄປ, ແລະ ແມ່ນ​ໃຜ​ຈະ​ໄປ​ເພື່ອ​ພວກ​ເຮົາ? ຈາກ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ທູນ​ວ່າ: ຂ້າ​ນ້ອຍ​ຈະ​ໄປ​ດອກ; ຈົ່ງ​ສົ່ງ​ຂ້າ​ນ້ອຍ​ໄປ​ຖ້ອນ.

9 ແລະ ພຣະ​ອົງ​ໄດ້​ກ່າວ​ວ່າ: ຈົ່ງ​ໄປ​ບອກ​ຜູ້​ຄົນ​ພວກ​ນີ້​ວ່າ—ພວກ​ເຈົ້າ​ຈະ​ຟັງ​ຫລາຍ​ປານ​ໃດ, ພວກ​ເຈົ້າ​ກໍ​ຈະ​ບໍ່​ເຂົ້າ​ໃຈ; ພວກ​ເຈົ້າ​ຈະ​ເບິ່ງ​ຄັກ​ປານ​ໃດ, ພວກ​ເຈົ້າ​ກໍ​ຈະ​ບໍ່​ຮູ້​ວ່າ​ແມ່ນ​ຫຍັງ​ຈະ​ເກີດ​ຂຶ້ນ.

10 ຈົ່ງ​ເຮັດ​ໃຫ້​ໃຈ​ຜູ້​ຄົນ​ພວກ​ນີ້​ມືດ​ມົນ, ແລະ ເຮັດ​ໃຫ້​ຫູ​ຂອງ​ພວກ​ເຂົາ​ໜວກ, ແລະ ປິດ​ຕາ​ຂອງ​ພວກ​ເຂົາ​ເສຍ—ຢ້ານ​ວ່າ​ພວກ​ເຂົາ​ຈະ​ເຫັນ​ດ້ວຍ​ຕາ​ຂອງ​ພວກ​ເຂົາ, ແລະ ໄດ້​ຍິນ​ດ້ວຍ​ຫູ​ຂອງ​ພວກ​ເຂົາ, ແລະ ເຂົ້າ​ໃຈ​ດ້ວຍ​ໃຈ​ຂອງ​ພວກ​ເຂົາ, ແລ້ວ​ປ່ຽນ​ໃຈ​ເຫລື້ອມ​ໃສ ແລະ ໄດ້​ຮັບ​ການ​ປິ່ນ​ປົວ.

11 ຈາກ​ນັ້ນ​ຂ້າ​ພະ​ເຈົ້າ​ໄດ້​ທູນ​ຖາມ​ວ່າ: ພຣະ​ອົງ​ເຈົ້າ​ເອີຍ, ຈະ​ໃຫ້​ເປັນ​ຢ່າງ​ນີ້​ນານ​ປານ​ໃດ? ແລະ ພຣະ​ອົງ​ໄດ້​ຕອບ​ວ່າ: ຈົນ​ກວ່າ​ຫົວ​ເມືອງ​ທັງ​ຫລາຍ​ຮ້າງ​ເປົ່າ​ປາດ​ສະ​ຈາກ​ຜູ້​ອາ​ໄສ​ຢູ່, ແລະ ເຮືອນ​ບໍ່​ມີ​ຄົນ;

12 ແລະ ພຣະ​ອົງ​ຈະ ກວາດ​ຕ້ອນ​ຝູງ​ຄົນ​ອອກ​ໜີ​ໄປ​ໄກໆ, ເພາະ​ຈະ​ມີ​ການ​ປະ​ຖິ້ມ​ອັນ​ໃຫຍ່​ຫລວງ​ໃນ​ທ່າມ​ກາງ​ແຜ່ນ​ດິນ.

13 ເຖິງ​ແມ່ນ​ວ່າ​ຍັງ​ເຫລືອ​ຄົນ​ຢູ່​ພຽງ​ໜຶ່ງ​ໃນ​ສິບ, ແລະ ພວກ​ເຂົາ​ຈະ​ກັບ​ມາ, ແລະ ຖືກ​ກິນ​ຄື​ກັນ​ກັບ​ຕົ້ນ​ຖິນ ແລະ ຕົ້ນ​ໂອກ, ຊຶ່ງ​ເນື້ອ​ແທ້​ຂອງ​ມັນ​ຢູ່​ໃນ​ຕົ້ນ​ເວລາ​ໃບ​ຂອງ​ມັນ​ຫລົ່ນ​ອອກ​ໄປ; ເພື່ອ​ແກ່ນ​ບໍ​ລິ​ສຸດ​ຈະ​ເປັນ ເນື້ອ​ແທ້​ຂອງ​ມັນ.

      • ອສ ປະມານ 750 ປີ ກ່ອນ ຄ.ສ.

      • ອສ ຂອບ​ເສື້ອ​ຜ້າ​ຂອງ​ພຣະອົງ, ຫລື ຂອບ​ເຄື່ອງ​ທົງ.

      • ເຮັບ​ເຣີ ຮາກ​ຖານ​ຂອງ​ຕີນ​ປະຕູ​ໄດ້ສັ່ນ​ສະ​ເທືອ​ນ.

      • ເຮັບ​ເຣີ ຖືກ​ຕັດ​ອອກ; ຍົກ​ຕົວຢ່າງ, ເພິ່ນ​ໄດ້​ໜັກ​ໃຈ​ຫລາຍ ເມື່ອ​ສຳນຶກ​ໄດ້​ເຖິງ​ບາບກຳ​ທີ່​ເພິ່ນ ແລະ ຜູ້​ຄົນ​ຂອງ​ເພິ່ນ​ມີ.

      • ອສ ສັນຍາ​ລັກ​ຂອງ​ການ​ຊຳລະ​ລ້າງ.

      • ອສ ຄື​ກັນ​ກັບຕົ້ນ​ໄມ້, ເຖິງ​ແມ່ນ​ໃບ​ຂອງ​ມັນ​ຈະ​ກະຈັດ​ກະຈາຍ​ໄປ, ແຕ່​ຊີວິດ ແລະ ສັກກະ​ຍະ​ພາບ​ຂອງ​ການ​ຜະລິດ​ແກ່ນ ກໍ​ຍັງ​ຄົງ​ຢູ່​ໃນ​ຕົວ​ຂອງ​ຕົ້ນ​ນັ້ນ.