ພຣະ​ຄຳ​ພີ
2 ນີໄຟ 17


ບົດ​ທີ 17

ເອຟະ​ຣາອີມ ແລະ ຊີ​ເຣຍ​ປະ​ກາດ​ສົງ​ຄາມ​ຕໍ່​ຕ້ານ​ຢູ​ດາ—ພຣະ​ຄຣິດ​ຈະ​ມາ​ກຳເນີດ​ກັບ​ຍິງ​ທີ່​ບໍ​ລິ​ສຸດ—ປຽບ​ທຽບ​ກັບ​ເອຊາ​ຢາ 7. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ໃນ​ສະ​ໄໝ​ຂອງ​ອາ​ຮາດ​ຜູ້​ເປັນ​ລູກ​ຊາຍ​ຂອງ​ໂຢ​ທາມ, ແລະ ໂຢ​ທາມ ເປັນ​ລູກ​ຊາຍ​ຂອງ​ອຸດ​ສີ​ຢາ, ກະສັດ​ຂອງ​ຢູ​ດາ, ຄື​ເຣ​ສິນ​ກະສັດ​ຂອງ​ຊີ​ເຣຍ, ແລະ ເປ​ກາ​ເປັນ​ລູກ​ຊາຍ​ຂອງ​ເຣ​ມາ​ລີ​ຢາ ກະສັດ​ຂອງ​ອິດສະ​ຣາເອນ​ໄດ້​ເຂົ້າ​ໂຈມ​ຕີ​ນະຄອນ​ເຢຣູ​ຊາເລັມ, ແຕ່​ພວກ​ເຂົາ​ບໍ່​ສາ​ມາດ​ຍຶດ​ເອົາ​ເມືອງ​ນີ້​ໄດ້.

2 ແລະ ເຊື້ອ​ສາຍ​ຂອງ​ດາວິດ​ໄດ້​ຂ່າວ, ມີ​ຄວາມ​ວ່າ: ຊີ​ເຣຍ​ຜູກ​ສຳ​ພັນ​ກັບ ເອຟະ​ຣາອີມ​ແລ້ວ. ແລະ ໃຈ​ຂອງ​ກະສັດ ແລະ ໃຈ​ຂອງ​ຜູ້​ຄົນ​ຂອງ​ເພິ່ນ​ຫວັ່ນ​ໄຫວ​ຄື​ກັນ​ກັບ​ຕົ້ນ​ໄມ້​ໃນ​ປ່າ​ເໜັງ​ຕີງ​ດ້ວຍ​ລົມ​ພັດ​ແຮງ.

3 ຈາກ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເອຊາ​ຢາ​ວ່າ: ບັດ​ນີ້​ເຈົ້າ​ກັບ ເຊ​ອາ​ຢາ​ຊຸບ, ລູກ​ຊາຍ​ຂອງ​ເຈົ້າ​ຈົ່ງ​ໄປ​ເຝົ້າ​ກະສັດ​ອາ​ຮາດ​ຢູ່​ບ່ອນ​ຮ່ອງ​ນ້ຳ​ໄຫລ​ມາ​ສຸດ ເທິງ​ຖະ​ໜົນ​ບ່ອນ​ທີ່​ເຮັດ​ແຜ່ນ​ຜ້າ;

4 ແລະ ບອກ​ເພິ່ນ​ວ່າ: ຈົ່ງ​ສະຫງົບ​ຈິດ​ສະຫງົບ​ໃຈ; ຢ່າ​ຢ້ານ​ກົວ ຫລື ທຸກ​ໃຈ​ເລີຍ, ເພາະ​ຄວາມ​ຄຽດ​ແຄ້ນ​ຂອງ​ລູກ​ຊາຍ​ຂອງ​ເຣ​ມາ​ລີ​ຢາ, ກະສັດ​ເຣ​ສິນ ແລະ ຜູ້​ຄົນ​ຊີ​ເຣຍ​ນັ້ນ ບໍ່​ມີ​ອັນ​ຕະ​ລາຍ​ຮ້າຍ​ແຮງ​ຫຍັງ​ດອກ, ພວກ​ເຂົາ​ທັງ​ສອງ​ເປັນ​ດັ່ງ​ດົ້ນ​ໄຟ​ມອດ ຊຶ່ງ​ຍັງ​ເຫລືອ​ແຕ່​ຄວັນ.

5 ເພາະ​ວ່າ​ຊີ​ເຣຍ, ເອຟະ​ຣາອີມ, ແລະ ລູກ​ຊາຍ​ຂອງ​ເຣ​ມາ​ລີ​ຢາ​ໄດ້​ແນະນຳ​ຊົ່ວ​ຕໍ່​ຕ້ານ​ເຈົ້າ, ໂດຍ​ກ່າວ​ວ່າ:

6 ໃຫ້​ພວກ​ເຮົາ​ໄປ​ຕໍ່​ສູ້​ກັບ​ຢູ​ດາ ແລະ ລົບ​ກວນ​ມັນ ແລະ ຍຶດ​ເອົາ​ເປັນ​ຫົວ​ເມືອງ​ຂຶ້ນ, ແທ້​ຈິງ​ແລ້ວ, ແມ່ນ​ຕັ້ງ​ລູກ​ຊາຍ​ຂອງ​ຕາ​ເບ​ເອນ​ເປັນ​ກະສັດ​ປົກ​ຄອງ​ປະເທດ​ນີ້.

7 ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ມັນ​ຈະ​ຕັ້ງ​ຢູ່​ບໍ່​ໄດ້, ແລະ ທັງ​ຈະ​ເກີດ​ຂຶ້ນ​ບໍ່​ໄດ້​ດອກ.

8 ເພາະ​ເມືອງ​ຫລວງ​ຂອງ​ຊີ​ເຣຍ​ຄື​ດາ​ມັສ​ກັດ, ແລະ ຫົວ​ໜ້າ​ຂອງ​ດາ​ມັສ​ກັດ​ຄື​ເຣ​ສິນ; ພາຍ​ໃນ​ຫົກ​ສິບ​ຫ້າ​ປີ ເອຟະ​ຣາອີມ​ຈະ​ແຕກ​ຫັກ​ຈົນ​ວ່າ​ບໍ່​ມີ​ຜູ້​ຄົນ.

9 ແລະ ເມືອງ​ຫລວງ​ຂອງ​ເອຟະ​ຣາອີມ​ຄື​ຊາ​ມາ​ເຣຍ, ແລະ ຫົວ​ໜ້າ​ຂອງ​ຊາ​ມາ​ເຣຍ​ຄື​ລູກ​ຊາຍ​ຂອງ​ເຣ​ມາ​ລີ​ຢາ. ແນ່​ນອນ​ຖ້າ ຄວາມ​ເຊື່ອ​ຂອງ​ເຈົ້າ​ບໍ່​ຫລາຍ ເຈົ້າ​ກໍ​ຈະ​ສະຖາ​ປະນາ​ຂຶ້ນ​ບໍ່​ໄດ້.

10 ພຣະ​ຜູ້​ເປັນ​ເຈົ້າ​ຮັບ​ສັ່ງ​ກັບ​ອາ​ຮາດ​ອີກ, ມີ​ຄວາມ​ວ່າ:

11 ເຈົ້າ​ຈົ່ງ​ຂໍ ເຄື່ອງ​ໝາຍ​ອັນ​ສຳ​ຄັນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ; ຈົ່ງ​ຂໍ​ທັງ​ໃນ​ຄວາມ​ເລິກ, ຫລື ໃນ​ຄວາມ​ສູງ​ເບື້ອງ​ບົນ.

12 ແຕ່​ອາ​ຮາດ​ທູນ​ວ່າ: ຂ້າ​ນ້ອຍ​ຈະ​ບໍ່​ຂໍ​ເຄື່ອງ​ໝາຍ​ສຳ​ຄັນ, ທັງ​ຂ້າ​ນ້ອຍ​ຈະ​ບໍ່ ທົດ​ລອງ​ພຣະ​ຜູ້​ເປັນ​ເຈົ້າ.

13 ແລະ ເອຊາ​ຢາ​ຈຶ່ງ​ໄດ້​ເວົ້າ​ວ່າ: ບັດ​ນີ້, ທ່ານ​ຈົ່ງ​ຟັງ, ໂອ້ ເຊື້ອ​ສາຍ​ຂອງ​ດາວິດ; ມັນ​ເປັນ​ເລື່ອງ​ເລັກ​ໜ້ອຍ​ສຳ​ລັບ​ພວກ​ເຈົ້າ​ທີ່​ຈະ​ລົບ​ກວນ​ມະນຸດ, ແຕ່​ພວກ​ເຈົ້າ​ຈະ​ລົບ​ກວນ​ພຣະ​ເຈົ້າ​ອີກ​ບໍ?

14 ສະນັ້ນ, ພຣະ​ຜູ້​ເປັນ​ເຈົ້າ​ເອງ​ຈະ​ປະທານ​ເຄື່ອງ​ໝາຍ​ແບບ​ໜຶ່ງ​ໃຫ້​ພວກ​ເຈົ້າ—ຈົ່ງ​ເບິ່ງ, ຜູ້​ຍິງ​ບໍ​ລິ​ສຸດ​ຜູ້​ໜຶ່ງ ຈະ​ຕັ້ງ​ທ້ອງ, ແລະ ຈະ​ກຳເນີດ​ລູກ​ຊາຍ​ຜູ້​ໜຶ່ງ, ແລະ ຈະ​ເອີ້ນ​ຊື່​ຂອງ​ເດັກ​ນັ້ນ​ວ່າ ເອ​ມາ​ນູ​ເອນ.

15 ເພິ່ນ​ຈະ​ກິນ​ເນີຍ ແລະ ນ້ຳ​ເຜິ້ງ​ເພື່ອ​ຈະ​ໄດ້​ຮູ້​ຈັກ​ປະ​ຕິ​ເສດ​ຄວາມ​ຊົ່ວ ແລະ ເລືອກ​ເອົາ​ຄວາມ​ດີ.

16 ກ່ອນ​ເວລາ ເພິ່ນ​ຈະ​ຮູ້​ຈັກ​ປະ​ຕິ​ເສດ​ຄວາມ​ຊົ່ວ ແລະ ເລືອກ​ເອົາ​ຄວາມ​ດີ​ນັ້ນ, ແຜ່ນ​ດິນ​ຂອງ​ກະສັດ ທັງ​ສອງ​ອົງ​ທີ່​ພວກ​ເຈົ້າ​ຢ້ານ​ກົວ​ຈະ​ເພ​ພັງ​ຮ້າງ​ເປົ່າ.

17 ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບັນ​ດານ​ໃຫ້​ວັນ​ໂຫດ​ຮ້າຍ ມາ​ເຖິງ​ເຈົ້າ, ແລະ ເຖິງ​ຜູ້​ຄົນ​ຂອງ​ເຈົ້າ ແລະ ລາ​ຊາ​ວັງ​ຂອງ​ບິດາ​ເຈົ້າ, ວັນ​ນັ້ນ​ຈະ​ໂຫດ​ຮ້າຍ​ກວ່າ​ທຸກໆ​ວັນ​ທີ່​ເຄີຍ​ມີ​ມາ​ຕັ້ງ​ແຕ່​ອາ​ນາ​ຈັກ​ຂອງ ເອຟະ​ຣາອີມ​ແຍກ​ອອກ​ຈາກ​ຢູ​ດາ, ຄື​ວັນ​ນັ້ນ​ກະສັດ​ອັດ​ຊີ​ເຣຍ​ຈະ​ມາ​ທຳ​ລາຍ.

18 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ໃນ​ມື້​ນັ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ຈະ ຜິວ​ເອົາ​ແມງ​ໄມ້​ທີ່​ຢູ່​ທາງ​ໄກ​ສຸດ​ຂອງ​ເອຢິບ ແລະ ຈະ​ຜິວ​ປາກ​ເອົາ​ແມ່​ເຜິ້ງ​ທີ່​ຢູ່​ໃນ​ແຜ່ນ​ດິນ​ຂອງ​ອັດ​ຊີ​ເຣຍ.

19 ແລະ ມັນ​ຈະ​ມາ, ແລະ ມັນ​ທັງ​ໝົດ​ຈະ​ມາ​ຢູ່​ໃນ​ຮ່ອມ​ພູ, ແລະ ຢູ່​ໃນ​ຖ້ຳ​ໃນ​ໂງ່ນ​ຫີນ, ແລະ ຢູ່​ໃນ​ຟຸ່ມ​ໄມ້, ແລະ ຢູ່​ເດີ່ນ​ຫຍ້າ​ທັງ​ໝົດ.

20 ໃນ​ວັນ​ດຽວ​ກັນ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ຈ້າງ​ເອົາ ຊ່າງ​ຕັດ​ຜົມ​ຈາກ​ຟາກ​ແມ່​ນ້ຳ​ເບື້ອງ​ນັ້ນ, ຄື ກະສັດ​ອັດ​ຊີ​ເຣຍ, ເພິ່ນ​ຈະ​ແຖ​ໜວດ, ແຖ​ຜົມ; ແລະ ແຖ​ຂົນ​ໃນ​ຕົນ​ຕົວ​ຂອງ​ເຈົ້າ​ຖິ້ມ.

21 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ໃນ​ມື້​ນັ້ນ, ຊາຍ​ຜູ້​ໜຶ່ງ​ຈະ ລ້ຽງ​ງົວ​ໂຕ​ໜຶ່ງ​ກັບ​ແກະ​ສອງ​ໂຕ;

22 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ, ເພາະ​ຄວາມ​ອຸ​ດົມ​ສົມ​ບູນ​ຂອງ​ນົມ ເຂົາ​ຈະ​ໄດ້​ກິນ​ເນີຍ; ເພາະ​ທຸກ​ຄົນ​ທີ່​ເຫລືອ​ຢູ່​ໃນ​ແຜ່ນ​ດິນ​ຈະ​ກິນ​ເນີຍ ແລະ ນ້ຳ​ເຜິ້ງ.

23 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ໃນ​ມື້​ນັ້ນ, ທຸກ​ແຫ່ງ, ບ່ອນ​ທີ່​ມີ​ຕົ້ນ​ອະງຸ່ນ​ພັນ​ກົກ, ຊຶ່ງ​ມີ​ລາ​ຄາ​ໜຶ່ງ​ພັນ ຫລຽນ ຈະ​ເຕັມ​ໄປ​ດ້ວຍ​ເຄືອ ແລະ ກົກ​ໜາມ.

24 ຄົນ​ຈະ​ມາ​ທີ່​ນັ້ນ​ດ້ວຍ​ລູກ​ທະ​ນູ ແລະ ຄັນ​ທະ​ນູ, ເພາະ​ທົ່ວ​ແຜ່ນ​ດິນ​ຈະ​ເຕັມ​ໄປ​ດ້ວຍ​ເຄືອ ແລະ ກົກ​ໜາມ.

25 ແລະ ເນີນ​ພູ​ທຸກ​ໜ່ວຍ​ຈະ​ຖືກ​ຂຸດ​ດ້ວຍ​ຈົກ, ຄວາມ​ຢ້ານ​ກົວ​ເຄືອ ແລະ ກົກ​ໜາມ​ຈະ​ບໍ່​ເກີດ​ຈາກ​ທີ່​ນັ້ນ; ແຕ່​ມັນ​ຈະ​ເປັນ​ບ່ອນ​ທີ່​ສົ່ງ​ຝູງ​ງົວ​ເຖິກ​ອອກ​ໄປ, ແລະ ເປັນ​ບ່ອນ​ຢຽບ​ຍ່ຳ​ຂອງ ຝູງ​ສັດ​ທີ່​ມີ​ຄ່າ​ນ້ອຍ.

      • ອສ ພາກ​ເໜືອ​ທັງ​ໝົດ​ຂອງ​ອິດສະ​ຣາ​ເອນ ໄດ້​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ເອຟະຣາອີ​ມ, ຜູ້​ນຳ​ເຜົ່າ​ຂອງ​ພາກ​ເໜືອ.

      • ເຮັບ​ເຣີ ຜູ້​ທີ່​ເຫລືອ​ຢູ່​ຈະ​ກັບ​ຄືນ​ມາ.

      • ອສ ບໍ່​ຕ້ອງ​ວິຕົກ​ກ່ຽວ​ກັບ​ການ​ໂຈມ​ຕີ; ກະສັດ​ສອງ​ອົງ​ນັ້ນ ບໍ່​ມີ​ອັນ​ຕະລາຍ​ຮ້າຍ​ແຮງ​ຫຍັງ.

      • ເຮັບ​ເຣີ ແຍກ​ມັນ​ອອກ​ຈາກ​ກັນ.

      • ອສ ທົດ​ສອບ, ລອງ​ເບິ່ງ, ຫລື ພິສູດ.

      • ພ ໝາກ​ຫວີດ; ຍົກ​ຕົວ​ຢ່າງ, ສັນຍານ, ຮ້ອງ. ອຊຢ 5:26.

      • ອສ ແຜ່ນ​ດິນ​ຈະ​ຖືກ​ທຳລາຍ​ໂດຍ​ຄົນ​ຕ່າງ​ຊາດ.

      • 2 ກສ 16:5–9.

      • ອສ ພຽງ​ແຕ່​ຜູ້​ຄົນ​ທີ່​ກຸ້ມ​ຕົນ​ເອງ​ຈຳ​ນວນ​ໜ້ອຍ​ໜຶ່ງ ຈະ​ເຫລືອ​ຢູ່.

      • ພ ຫລຽນ​ເງິນ.

      • ເຮັບ​ເຣີ ຝູງ​ແກະ, ຫລື ຝູງ​ແບ້.