ພຣະ​ຄຳ​ພີ
2 ນີໄຟ 6


ບົດ​ທີ 6

ຢາໂຄບ​ເລົ່າ​ປະຫວັດ​ສາດ​ຂອງ​ຊາວ​ຢິວ: ການ​ເປັນ​ຊະ​ເລີຍ​ໃນ​ບາ​ບີ​ໂລນ ແລະ ການ​ກັບ​ຄືນ; ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ ແລະ ການ​ຄຶງ​ໄວ້​ເທິງ​ໄມ້​ກາງ​ແຂນ​ຂອງ​ພຣະ​ຜູ້​ບໍ​ລິ​ສຸດ​ແຫ່ງ​ອິດສະ​ຣາເອນ; ຄວາມ​ຊ່ວຍ​ເຫລືອ​ທີ່​ໄດ້​ຮັບ​ຈາກ​ຄົນ​ຕ່າງ​ຊາດ; ການ​ຟື້ນ​ຟູ​ໃນ​ຍຸກ​ສຸດ​ທ້າຍ​ຂອງ​ຊາວ​ຢິວ​ເມື່ອ​ພວກ​ເຂົາ​ເຊື່ອ​ຖື​ໃນ​ພຣະ​ເມ​ຊີ​ອາ. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ຄຳ​ເວົ້າ​ຂອງ​ຢາໂຄບ, ນ້ອງ​ຊາຍ​ຂອງ​ນີໄຟ, ຊຶ່ງ​ໄດ້​ເວົ້າ​ກັບ​ຜູ້​ຄົນ​ຂອງ​ນີໄຟ​ວ່າ:

2 ຈົ່ງ​ເບິ່ງ, ພີ່​ນ້ອງ​ທີ່​ຮັກ​ແພງ​ຂອງ​ຂ້າ​ພະ​ເຈົ້າ, ຂ້າ​ພະ​ເຈົ້າ​ຢາໂຄບ​ໂດຍ​ທີ່​ໄດ້​ຖືກ​ເອີ້ນ​ຈາກ​ພຣະ​ເຈົ້າ, ແລະ ໄດ້​ຖືກ​ແຕ່ງ​ຕັ້ງ​ຕາມ​ວິ​ທີ​ແຫ່ງ​ຖານະ​ອັນ​ສັກ​ສິດ​ຂອງ​ພຣະ​ອົງ, ແລະ ຖືກ​ແຕ່ງ​ຕັ້ງ​ໂດຍ​ນີໄຟ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ, ຜູ້​ທີ່​ທ່ານ​ນັບ​ຖື​ເປັນ ກະສັດ ຫລື ຜູ້​ຄຸ້ມ​ຄອງ ແລະ ຜູ້​ທີ່​ທ່ານ​ເພິ່ງ​ພາ​ເພື່ອ​ຄວາມ​ປອດ​ໄພ, ຈົ່ງ​ເບິ່ງ ທ່ານ​ຮູ້​ວ່າ​ຂ້າ​ພະ​ເຈົ້າ​ກ່າວ​ກັບ​ທ່ານ​ມາ​ຫລາຍ​ຕໍ່​ຫລາຍ​ເລື່ອງ​ແລ້ວ.

3 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ກັບ​ທ່ານ​ອີກ; ເພາະ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ເພື່ອ​ຄວາມ​ຜາ​ສຸກ​ຂອງ​ຈິດ​ວິນ​ຍານ​ຂອງ​ທ່ານ. ແທ້​ຈິງ​ແລ້ວ, ແມ່ນ​ຄວາມ​ຫ່ວງ​ໃຍ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ມີ​ຕໍ່​ທ່ານ​ນັ້ນ​ໃຫຍ່​ຫລວງ; ແລະ ທ່ານ​ເອງ​ກໍ​ຮູ້​ຈັກ​ແລ້ວ​ວ່າ​ມັນ​ເປັນ​ຢູ່​ຕະຫລອດ​ມາ. ເພາະ​ຂ້າ​ພະ​ເຈົ້າ​ໄດ້​ແນະນຳ​ທ່ານ​ດ້ວຍ​ສຸດ​ຄວາມ​ພາກ​ພຽນ; ແລະ ຂ້າ​ພະ​ເຈົ້າ​ສິດ​ສອນ​ຕາມ​ຄຳ​ເວົ້າ​ຂອງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ; ແລະ ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ກັບ​ທ່ານ​ກ່ຽວ​ກັບ​ທຸກ​ຢ່າງ​ທີ່​ໄດ້​ບັນ​ທຶກ​ໄວ້​ນັບ​ຕັ້ງ​ແຕ່​ການ​ສ້າງ​ໂລກ​ມາ.

4 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ກັບ​ທ່ານ​ກ່ຽວ​ກັບ​ເລື່ອງ​ທີ່​ເປັນ​ຢູ່ ແລະ ເລື່ອງ​ທີ່​ຈະ​ມາ​ເຖິງ; ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈະ​ອ່ານ​ຄຳ​ເວົ້າ​ຂອງ ເອຊາ​ຢາ​ຕໍ່​ທ່ານ. ແລະ ເປັນ​ຄຳ​ເວົ້າ​ທີ່​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຢາກ​ໃຫ້​ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ທ່ານ. ແລະ ຂ້າ​ພະ​ເຈົ້າ​ຂໍ​ເວົ້າ​ກັບ​ທ່ານ​ເພາະ​ເຫັນ​ແກ່​ຜົນ​ປະ​ໂຫຍດ​ຂອງ​ທ່ານ, ເພື່ອ​ທ່ານ​ຈະ​ໄດ້​ຮຽນ​ຮູ້ ແລະ ຖວາຍ​ບາ​ລະ​ມີ​ແດ່​ພຣະ​ນາມ​ຂອງ​ພຣະ​ເຈົ້າ​ຂອງ​ທ່ານ.

5 ແລະ ບັດ​ນີ້, ຄຳ​ເວົ້າ​ທີ່​ຂ້າ​ພະ​ເຈົ້າ​ຈະ​ອ່ານ​ເປັນ​ຄຳ​ເວົ້າ​ຂອງ​ເອຊາ​ຢາ​ກ່ຽວ​ກັບ​ເຊື້ອ​ສາຍ​ອິດສະ​ຣາເອນ​ທັງ​ໝົດ; ດັ່ງ​ນັ້ນ, ມັນ​ຈະ​ປຽບ​ທຽບ​ໄດ້​ກັບ​ທ່ານ, ເພາະ​ທ່ານ​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ. ແລະ ມີ​ຫລາຍ​ຢ່າງ​ທີ່​ເອຊາ​ຢາ​ໄດ້​ເວົ້າ​ໄວ້ ຊຶ່ງ​ຈະ​ປຽບ​ທຽບ​ໄດ້​ກັບ​ທ່ານ ເພາະ​ທ່ານ​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ.

6 ແລະ ບັດ​ນີ້, ນີ້​ຄື​ຂໍ້​ຄວາມ: ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ ດັ່ງ​ນີ້: ຈົ່ງ​ເບິ່ງ, ເຮົາ​ຈະ​ຍົກ​ມືກ​ວັກ​ຄົນ​ຕ່າງ​ຊາດ ແລະ ຍົກ ສັນ​ຍານ​ຂອງ​ເຮົາ​ຕໍ່​ຜູ້​ຄົນ; ແລະ ເຂົາ​ຈະ​ອູ້ມ​ລູກ​ຊາຍ​ຂອງ​ເຈົ້າ​ມາ​ໃນ​ອ້ອມ​ແຂນ​ຂອງ​ເຂົາ, ແລະ ສ່ວນ​ລູກ​ສາວ​ຂອງ​ເຈົ້າ​ນັ້ນ ເຂົາ​ຈະ​ໃສ່​ບ່າ​ແບກ​ມາ.

7 ແລະ ກະສັດ​ຈະ​ເປັນ​ພໍ່​ລ້ຽງ​ຂອງ​ເຈົ້າ, ແລະ ລາ​ຊີ​ນີ​ທັງ​ຫລາຍ​ຈະ​ເປັນ​ແມ່​ລ້ຽງ​ຂອງ​ເຈົ້າ; ເຂົາ​ເຫລົ່າ​ນັ້ນ​ຈະ​ກົ້ມ​ໜ້າ​ລົງ​ເຖິງ​ດິນ​ກາບ​ເຈົ້າ, ແລະ ເຂົາ​ຈະ​ເລຍ​ຂີ້​ຝຸ່ນ​ທີ່​ຕີນ​ຂອງ​ເຈົ້າ; ແລ້ວ​ເຈົ້າ​ຈະ​ຮູ້​ວ່າ ເຮົາ​ຄື​ພຣະ​ຜູ້​ເປັນ​ເຈົ້າ ຜູ້​ທີ່ ລໍ​ຄອຍ​ເຮົາ​ຈະ​ບໍ່​ປະ​ສົບ​ຄວາມ​ອັບ​ອາຍ.

8 ແລະ ບັດ​ນີ້, ຂ້າ​ພະ​ເຈົ້າ​ຢາໂຄບ​ຈະ​ເວົ້າ​ບາງ​ຢ່າງ​ກ່ຽວ​ກັບ​ຂໍ້​ຄວາມ​ນີ້. ເພາະ​ຈົ່ງ​ເບິ່ງ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະແດງ​ກັບ​ຂ້າ​ພະ​ເຈົ້າ​ວ່າ​ຄົນ​ທີ່​ຢູ່​ໃນ ເຢຣູ​ຊາເລັມ​ຊຶ່ງ​ພວກ​ເຮົາ​ໜີ​ຈາກ​ມາ​ນັ້ນ​ໄດ້​ຖືກ​ຂ້າ​ຕາຍ ແລະ ຖືກ ຈັບ​ໄປ​ເປັນ​ຊະ​ເລີຍ​ແລ້ວ.

9 ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະແດງ​ຕໍ່​ຂ້າ​ພະ​ເຈົ້າ​ວ່າ ພວກ​ເຂົາ​ຈະ ກັບ​ຄືນ​ມາ​ອີກ. ແລະ ພຣະ​ອົງ​ຈະ​ສະແດງ​ພຣະ​ອົງ​ເອງ​ໃຫ້​ປະຈັກ​ແກ່​ຂ້າ​ພະ​ເຈົ້າ​ອີກ​ວ່າ ອົງ​ພຣະ​ຜູ້​ເປັນ​ເຈົ້າ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ​ຈະ​ສະແດງ​ພຣະ​ອົງ​ເອງ​ໃຫ້​ປະຈັກ​ແກ່​ພວກ​ເຂົາ​ໃນ​ເນື້ອ​ໜັງ; ແລະ ຫລັງ​ຈາກ​ພຣະ​ອົງ​ໄດ້​ສະແດງ​ພຣະ​ອົງ​ເອງ​ໃຫ້​ປະຈັກ​ແລ້ວ ພວກ​ເຂົາ​ຈະ​ຂ້ຽນ​ຕີ​ພຣະ​ອົງ​ແລ້ວ ຄຶງ​ພຣະ​ອົງ​ໄວ້​ເທິງ​ໄມ້​ກາງ​ແຂນ​ຕາມ​ຄຳ​ເວົ້າ​ຂອງ​ທູດ ຊຶ່ງ​ໄດ້​ກ່າວ​ເລື່ອງ​ນີ້​ກັບ​ຂ້າ​ພະ​ເຈົ້າ.

10 ແລະ ຫລັງ​ຈາກ​ພວກ​ເຂົາ​ເຮັດ​ໃຈ​ແຂງ​ກະ​ດ້າງ ແລະ ແຂງ​ຄໍ​ຕໍ່​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ​ແລ້ວ, ຈົ່ງ​ເບິ່ງ, ການ​ພິ​ພາກ​ສາ​ຂອງ​ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ​ຈະ​ເກີດ​ກັບ​ພວກ​ເຂົາ. ແລະ ວັນ​ນັ້ນ​ຈະ​ມາ​ເຖິງ ຊຶ່ງ​ພວກ​ເຂົາ​ຈະ​ຖືກ​ລົງ​ທັນ ແລະ ເປັນ​ທຸກ.

11 ດັ່ງ​ນັ້ນ, ຫລັງ​ຈາກ​ພວກ​ເຂົາ​ຖືກ​ຂັບ​ໄລ່​ໄປ​ມາ​ເພາະ​ທູດ​ໄດ້​ກ່າວ​ໄວ້​ດັ່ງ​ນັ້ນ, ຄົນ​ຈຳນວນ​ຫລວງ​ຫລາຍ​ຈະ​ເປັນ​ທຸກ​ໃນ​ເນື້ອ​ໜັງ ແລະ ຈະ​ບໍ່​ໃຫ້​ເຖິງ​ຕາຍ​ເພາະ​ຄຳ​ອະ​ທິ​ຖານ​ຂອງ​ຜູ້​ມີ​ສັດທາ; ພວກ​ເຂົາ​ຈະ​ກະ​ຈັດ​ກະ​ຈາຍ​ໄປ ແລະ ຖືກ​ລົງ​ທັນ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຜູ້​ເປັນ​ເຈົ້າ​ຍັງ​ຈະ​ເມດ​ຕາ​ພວກ​ເຂົາ, ເພາະ ເວລາ​ທີ່​ພວກ​ເຂົາ​ຈະ ມາ​ຮູ້​ກ່ຽວ​ກັບ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈະ​ມາ ເຕົ້າ​ໂຮມ​ກັນ​ອີກ​ໃນ​ແຜ່ນ​ດິນ​ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ.

12 ແລະ ຄົນ​ຕ່າງ​ຊາດ​ຜູ້​ທີ່​ສາດ​ສະ​ດາ​ໄດ້​ບັນ​ທຶກ​ເລື່ອງ​ຂອງ​ພວກ​ເຂົາ​ຍ່ອມ​ເປັນ​ສຸກ; ແລະ ຈົ່ງ​ເບິ່ງ, ຖ້າ​ຫາກ​ເປັນ​ໄປ​ວ່າ​ພວກ​ເຂົາ​ຈະ​ກັບ​ໃຈ ແລະ ບໍ່​ຕໍ່​ສູ້​ກັບ​ຊີໂອນ ແລະ ບໍ່​ເຂົ້າ​ຮ່ວມ​ກັບ​ສາດ​ສະ​ໜາ​ຈັກ​ໃຫຍ່ ແລະ ໜ້າ​ກຽດ​ຊັງ​ນັ້ນ​ພວກ​ເຂົາ​ຈະ​ລອດ; ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເຮັດ​ໃຫ້ ພັນທະ​ສັນ​ຍາ​ຂອງ​ພຣະ​ອົງ​ທີ່​ກະ​ທຳ​ໄວ້​ກັບ​ລູກ​ຫລານ​ຂອງ​ພຣະ​ອົງ​ສຳ​ເລັດ ແລະ ເພື່ອ​ເຫດ​ນີ້​ສາດ​ສະ​ດາ​ຈຶ່ງ​ໄດ້​ບັນ​ທຶກ​ເລື່ອງ​ເຫລົ່າ​ນີ້​ໄວ້.

13 ດັ່ງ​ນັ້ນ, ພວກ​ທີ່​ຕໍ່​ສູ້​ກັບ​ຊີໂອນ ແລະ ຜູ້​ຄົນ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຈະ​ເລຍ​ຂີ້​ຝຸ່ນ​ຈາກ​ຕີນ​ຂອງ​ພວກ​ເຂົາ ແລະ ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່ ໜ້າ​ອາຍ. ເພາະ​ຜູ້​ຄົນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຄື ຜູ້​ທີ່ ຄອຍ​ຖ້າ​ພຣະ​ອົງ ເພາະ​ພວກ​ເຂົາ​ຍັງ​ຄອຍ​ຖ້າ​ການ​ສະ​ເດັດ​ມາ​ຂອງ​ພຣະ​ເມ​ຊີ​ອາ.

14 ແລະ ຈົ່ງ​ເບິ່ງ, ຕາມ​ຄຳ​ເວົ້າ​ຂອງ​ສາດ​ສະ​ດາ, ພຣະ​ເມ​ຊີ​ອາ​ຈະ​ແຕ່ງ​ຕັ້ງ​ພຣະ​ອົງ​ເອງ​ເປັນ​ຄັ້ງ ທີ​ສອງ ເພື່ອ​ນຳ​ພາ​ພວກ​ເຂົາ​ກັບ​ຄືນ; ດັ່ງ​ນັ້ນ, ພຣະ​ອົງ​ຈະ​ສະແດງ​ພຣະ​ອົງ​ເອງ ໃຫ້​ປະຈັກ​ແກ່​ພວກ​ເຂົາ​ດ້ວຍ​ອຳນາດ ແລະ ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່​ຈົນ​ເຖິງ ຄວາມ​ພິນາດ​ຂອງ​ສັດ​ຕູ​ຂອງ​ພວກ​ເຂົາ; ເມື່ອ​ມື້​ນັ້ນ​ມາ​ເຖິງ​ເວລາ​ທີ່​ພວກ​ເຂົາ​ຈະ​ເຊື່ອ​ຖື​ໃນ​ພຣະ​ອົງ; ແລະ ພຣະ​ອົງ​ຈະ​ບໍ່​ທຳ​ລາຍ​ຜູ້​ໃດ​ທີ່​ເຊື່ອ​ຖື​ໃນ​ພຣະ​ອົງ.

15 ແລະ ພວກ​ທີ່​ບໍ່​ເຊື່ອ​ໃນ​ພຣະ​ອົງ​ຈະ​ຖືກ ທຳ​ລາຍ​ດ້ວຍ ໄຟ, ແລະ ດ້ວຍ​ພະ​ຍຸ​ຝົນ​ຟ້າ​ຄະ​ນອງ, ແລະ ດ້ວຍ​ແຜ່ນ​ດິນ​ໄຫວ, ແລະ ດ້ວຍ​ການ​ນອງ​ເລືອດ ແລະ ດ້ວຍ ພະ​ຍາດ​ໂລ​ຄາ, ແລະ ດ້ວຍ​ຄວາມ​ອຶດ​ຢາກ. ແລະ ພວກ​ເຂົາ​ຈະ​ຮູ້​ວ່າ ພຣະ​ອົງ​ຄື​ພຣະ​ເຈົ້າ, ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ.

16 ເພາະ​ຈະ​ເອົາ​ເຫຍື່ອ​ໄປ​ຈາກ​ຜູ້​ທີ່​ມີ​ກຳ​ລັງ ຫລື ຈະ​ຊ່ວຍ ຊະ​ເລີຍ​ຂອງ​ຜູ້​ຊະນະ​ໃຫ້​ພົ້ນ​ໄດ້​ບໍ?

17 ແຕ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ເຖິງ​ແມ່ນ ຊະ​ເລີຍ​ຂອງ​ຄົນ​ທີ່​ຍິ່ງ​ໃຫຍ່​ກໍ​ຈະ​ຖືກ​ເອົາ​ໄປ, ແລະ ເຫຍື່ອ​ຂອງ​ຄົນ​ທີ່​ຫ້ຽມ​ໂຫດ​ກໍ​ຈະ​ຖືກ​ຊ່ວຍ​ໃຫ້​ພົ້ນ; ເພາະ ພຣະ​ເຈົ້າ​ຜູ້​ມີ​ລິດ​ເດດ​ຈະ ປົດ​ປ່ອຍ​ຜູ້​ຄົນ​ແຫ່ງ​ພັນທະ​ສັນ​ຍາ​ຜູ້​ເປັນ​ຂອງ​ພຣະ​ອົງ. ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້: ເຮົາ​ຈະ​ຕໍ່​ສູ້​ກັບ​ຜູ້​ທີ່​ຕໍ່​ສູ້​ເຈົ້າ—

18 ແລະ ເຮົາ​ຈະ​ໃຫ້​ຜູ້​ບີບ​ບັງ​ຄັບ​ເຈົ້າ​ກິນ​ເນື້ອ​ຂອງ​ຕົນ​ເອງ; ແລະ ເຂົາ​ຈະ​ເມົາ​ເລືອດ​ຂອງ​ເຂົາ​ເອງ​ເໝືອນ​ເມົາ​ເຫລົ້າ​ອະງຸ່ນ; ແລະ ມະນຸດ​ທັງ​ປວງ​ຈະ​ຮູ້​ວ່າ ເຮົາ​ພຣະ​ເຈົ້າ​ຄື​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ​ຂອງ​ເຈົ້າ ແລະ ພຣະ​ຜູ້​ໄຖ່​ຂອງ​ເຈົ້າ, ແລະ ພຣະ​ຜູ້​ມີ​ລິດ​ທາ​ນຸ​ພາບ​ຂອງ​ຢາໂຄບ.