ພຣະ​ຄຳ​ພີ
2 ນີໄຟ 23


ບົດ​ທີ 23

ຄວາມ​ພິນາດ​ຂອງ​ບາ​ບີ​ໂລນ​ເປັນ​ລັກ​ສະ​ນະ​ຂອງ​ຄວາມ​ພິນາດ​ໃນ​ການ​ສະ​ເດັດ​ມາ​ຄັ້ງ​ທີ​ສອງ—ມັນ​ຈະ​ເປັນ​ວັນ​ແຫ່ງ​ພຣະ​ພິ​ໂລດ ແລະ ການ​ແກ້​ແຄ້ນ—ບາ​ບີ​ໂລນ (ໂລກ​ມະນຸດ) ຈະ​ຕົກ​ຕະຫລອດ​ໄປ—ປຽບ​ທຽບ​ກັບ​ເອຊາ​ຢາ 13. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ພາ​ລະ​ຂອງ ບາ​ບີ​ໂລນ ຊຶ່ງ​ເອຊາ​ຢາ ລູກ​ຊາຍ​ຂອງ​ອາ​ໂມດ​ໄດ້​ເຫັນ.

2 ເຈົ້າ​ຈົ່ງ​ຍົກ ທຸງ​ຂຶ້ນ​ເທິງ​ພູ​ເຂົາ​ອັນ​ສູງ​ເຖີດ, ຈົ່ງ​ເປັ່ງ​ສຽງ​ໃຫ້​ເຖິງ​ພວກ​ເຂົາ, ຈົ່ງ​ສັ່ນ​ມື, ເພື່ອ​ພວກ​ເຂົາ​ຈະ​ເຂົ້າ​ໄປ​ໃນ​ປະຕູ​ຂອງ​ຜູ້​ທີ່​ມີ​ກຽດ.

3 ເຮົາ​ບັນ​ຊາ ຜູ້​ທີ່​ໄດ້​ຮັບ​ການ​ຊຳລະ​ໃຫ້​ບໍ​ລິ​ສຸດ​ຂອງ​ເຮົາ​ແລ້ວ, ເຮົາ​ໄດ້​ເອີ້ນ​ຜູ້​ທີ່​ຍິ່ງ​ໃຫຍ່​ຂອງ​ເຮົາ, ເພາະ​ຄວາມ​ໂມ​ໂຫ​ຂອງ​ເຮົາ​ບໍ່​ໄດ້​ຢູ່​ກັບ​ພວກ​ເຂົາ​ຜູ້​ທີ່​ປິ​ຕິ​ຍິນ​ດີ​ໃນ​ຄວາມ​ສູງ​ສົ່ງ​ຂອງ​ເຮົາ.

4 ສຽງ​ອຶກ​ກະ​ທຶກ​ຂອງ​ຝູງ​ຊົນ​ໃນ​ພູ​ເຂົາ​ເໝືອນ​ດັ່ງ​ສຽງ​ຂອງ​ຜູ້​ຄົນ​ທີ່​ຍິ່ງ​ໃຫຍ່, ເປັນ​ສຽງ​ກຶກ​ກ້ອງ​ຂອງ ອາ​ນາ​ຈັກ​ຂອງ​ປະ​ຊາ​ຊາດ​ທີ່​ມາ ຮວມ​ຕົວ, ຈອມ​ໂຍທາ​ໄດ້​ລະ​ດົມ​ກອງ​ທັບ​ເພື່ອ​ສົງ​ຄາມ.

5 ພວກ​ເຂົາ​ທັງ​ຫລາຍ​ມາ​ຈາກ​ປະເທດ​ທີ່​ຢູ່​ຫ່າງ​ໄກ​ຈາກ​ບ່ອນ​ສຸດ​ແຫ່ງ​ສະຫວັນ, ແທ້​ຈິງ​ແລ້ວ, ພຣະ​ຜູ້​ເປັນ​ເຈົ້າ, ແລະ ອາ​ວຸດ​ແຫ່ງ​ຄວາມ​ເຄືອງ​ແຄ້ນ​ຂອງ​ພຣະ​ອົງ​ຈະ​ທຳ​ລາຍ​ແຜ່ນ​ດິນ​ທັງ​ໝົດ.

6 ເຈົ້າ​ຈົ່ງ​ຄວນ​ຄາງ​ເພາະ​ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໃກ້​ເຂົ້າ​ມາ​ເຖິງ​ແລ້ວ; ມັນ​ຈະ​ມາ​ຄື​ກັນ​ກັບ​ຄວາມ​ພິນາດ​ຈາກ​ອົງ​ຊົງ​ລິດ​ອຳນາດ​ຍິ່ງ​ໃຫຍ່.

7 ສະນັ້ນ ທຸກໆ​ມື​ຈະ​ອ່ອນ​ເພຍ​ລົງ ແລະ ໃຈ​ຂອງ​ຄົນ​ກໍ​ອ່ອນ​ລົງ;

8 ແລະ ພວກ​ເຂົາ​ຈະ​ຢ້ານ​ກົວ; ຄວາມ​ປວດ ແລະ ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຈະ​ຄອບ​ງຳ​ພວກ​ເຂົາ; ພວກ​ເຂົາ​ຈະ​ເບິ່ງ​ໜ້າ​ກັນ​ຢ່າງ​ຕົກ​ຕະ​ລຶງ; ໜ້າ​ຂອງ​ພວກ​ເຂົາ​ຈະ​ເປັນ​ຄື​ແປວ​ໄຟ.

9 ຈົ່ງ​ເບິ່ງ, ວັນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມາ​ເຖິງ, ຄວາມ​ໂຫດ​ຮ້າຍ​ພ້ອມ​ທັງ​ພຣະ​ພິ​ໂລດ ແລະ ຄວາມ​ແຄ້ນ​ເຄືອງ ຢ່າງ​ຮຸນ​ແຮງ​ທີ່​ຈະ​ປ່ອຍ​ໃຫ້​ແຜ່ນ​ດິນ​ໂລກ​ຮ້າງ​ເປົ່າ; ແລະ ພຣະ​ອົງ​ຈະ ທຳ​ລາຍ​ຄົນ​ບາບ​ທີ່​ຢູ່​ໃນ​ນັ້ນ​ໃຫ້​ໝົດ​ສິ້ນ.

10 ເພາະ​ດາວ​ແຫ່ງ​ສະຫວັນ ແລະ ໝູ່​ດາວ​ທີ່​ຢູ່​ໃນ​ນັ້ນ​ຈະ​ບໍ່​ໃຫ້​ແສງ​ສະ​ຫວ່າງ; ດວງ​ຕາ​ເວັນ​ຈະ​ມືດ​ດັບ ແລະ ບໍ່​ສ່ອງ​ແສງ​ຂອງ​ມັນ​ອອກ​ໄປ, ແລະ ເດືອນ​ຈະ​ບໍ່​ໃຫ້​ແສງ​ສະ​ຫວ່າງ​ຂອງ​ມັນ​ສ່ອງ​ລົງ​ມາ.

11 ແລະ ເຮົາ​ຈະ ລົງ​ໂທດ​ໂລກ​ເພາະ​ຄວາມ​ຊົ່ວ, ແລະ ຄົນ​ຊົ່ວ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ; ເຮົາ​ຈະ​ເຮັດ​ໃຫ້ ຄວາມ​ອວດ​ດີ​ຂອງ​ຄົນ​ຈອງ​ຫອງ​ຢຸດ​ລົງ ແລະ ຢັບ​ຢັ້ງ​ຄວາມ​ຖື​ຕົວ​ຂອງ​ຄົນ​ຊົ່ວ.

12 ເຮົາ​ຈະ​ເຮັດ​ໃຫ້​ຊອກ​ຫາ ຄົນ​ຜູ້​ໜຶ່ງ​ຍາກ​ກວ່າ​ຫາ​ຄຳ​ແນວ​ດີ; ແລະ ຫາ​ມະນຸດ​ຍາກ​ກວ່າ​ຫາ​ຄຳ​ຂອງ​ໂອ​ເຟຍ.

13 ສະນັ້ນ, ເຮົາ​ຈະ​ເຮັດ​ໃຫ້​ຟ້າ​ສະຫວັນ​ສັ່ນ​ສະ​ເທືອນ, ແລະ ແຜ່ນ​ດິນ​ໂລກ​ຈະ ເຄື່ອນ​ຍ້າຍ​ຈາກ​ບ່ອນ​ຂອງ​ມັນ ໃນ​ພຣະ​ພິ​ໂລດ​ຂອງ​ຈອມ​ໂຍທາ ແລະ ໃນ​ວັນ​ແຫ່ງ​ຄວາມ​ຄຽດ​ແຄ້ນ​ຂອງ​ພຣະ​ອົງ.

14 ແລະ ມັນ​ຈະ​ເປັນ​ຄື​ກວາງ​ທີ່​ຖືກ​ຕາມ​ລ່າ, ແລະ ຄື​ກັນ​ກັບ​ແກະ​ທີ່​ບໍ່​ມີ​ຜູ້​ລ້ຽງ; ແລະ ພວກ​ເຂົາ​ທຸກ​ຄົນ​ຈະ​ຫັນ​ໄປ​ຫາ​ຜູ້​ຄົນ​ຂອງ​ຕົນ​ເອງ, ແລະ ທຸກ​ຄົນ​ຈະ​ໜີ​ໄປ​ໃນ​ແຜ່ນ​ດິນ​ຂອງ​ຕົນ​ເອງ.

15 ທຸກ​ຄົນ​ທີ່​ອວດ​ດີ​ຈະ​ຖືກ​ແທງ​ໃຫ້​ຊອດ; ແທ້​ຈິງ​ແລ້ວ, ແລະ ທຸກ​ຄົນ​ທີ່​ເຂົ້າ​ຮ່ວມ​ກັບ​ຄົນ​ຊົ່ວ​ຈະ​ລົ້ມ​ຕາຍ ດ້ວຍ​ຄົມ​ດາບ.

16 ລູກ​ຂອງ​ພວກ​ເຂົາ​ຈະ​ຖືກ​ຫັ່ນ​ເປັນ​ຕ່ອນ​ໄປ​ຕໍ່​ໜ້າ​ຂອງ​ພວກ​ເຂົາ; ເຮືອນ​ຊານ​ຂອງ​ພວກ​ເຂົາ​ຈະ​ຖືກ​ປຸ້ນ ແລະ ເມຍ​ຂອງ​ພວກ​ເຂົາ​ຈະ​ຖືກ​ຂົ່ມ​ຂືນ.

17 ຈົ່ງ​ເບິ່ງ, ເຮົາ​ຈະ​ຍຸ​ຍົງ​ໃຫ້​ຊາວ​ເມ​ເດຍ​ມາ​ສູ້​ກັບ​ພວກ​ເຂົາ ຊຶ່ງ​ຈະ​ບໍ່​ເຫັນ​ແກ່​ເງິນ ແລະ ຄຳ, ທັງ​ບໍ່​ຫ່ວງ​ໃຍ​ໃນ​ມັນ.

18 ຄັນ​ທະ​ນູ​ຂອງ​ພວກ​ເຂົາ​ຈະ​ສັງ​ຫານ​ຊາຍ​ໜຸ່ມ; ແລະ ພວກ​ເຂົາ​ຈະ​ບໍ່​ມີ​ຄວາມ​ສົງ​ສານ​ຕໍ່​ລູກ​ຈາກ​ອຸ​ທອນ​ກ້ອນ​ເລືອດ; ຕາ​ຂອງ​ພວກ​ເຂົາ​ຈະ​ບໍ່​ໄວ້​ຊີ​ວິດ​ຂອງ​ເດັກ​ນ້ອຍ​ເລີຍ.

19 ແລະ ບາ​ບີ​ໂລນ​ຊຶ່ງ​ຮຸ່ງ​ເຮືອງ​ໃນ​ອາ​ນາ​ຈັກ, ເມືອງ​ທີ່ ສະ​ຫງ່າ​ງາມ ແລະ ເປັນ​ທີ່​ພູມ​ໃຈ​ຂອງ​ຊາວ​ເຄນ​ເດຍ​ຈະ​ເປັນ​ດັ່ງ ເມືອງ​ໂຊ​ໂດມ​ກັບ​ເມືອງ​ໂກໂມຣາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໂຄ່ນ​ລົ້ມ​ມາ​ແລ້ວ.

20 ແລະ ມັນ​ຈະ​ບໍ່​ເປັນ ບ່ອນ​ຢູ່​ອາ​ໄສ, ທັງ​ຈະ​ບໍ່​ເປັນ​ບ່ອນ​ຢູ່​ຈາກ​ລຸ້ນ​ສູ່​ລຸ້ນ: ທັງ​ຊາວ​ອາ​ຣາ​ເບຍ​ຈະ​ບໍ່​ຕັ້ງ​ທັບ​ອາ​ໄສ​ໃນ​ບ່ອນ​ນັ້ນ; ທັງ​ບໍ່​ມີ​ຜູ້​ລ້ຽງ​ຄົນ​ໃດ​ທີ່​ຈະ​ໃຫ້​ແກະ​ຂອງ​ຕົນ​ນອນ​ລົງ​ຢູ່​ທີ່​ນັ້ນ.

21 ແຕ່​ສັດ ປ່າ​ຂອງ​ທະເລ​ຊາຍ​ຈະ​ນອນ​ຢູ່​ທີ່​ນັ້ນ; ແລະ ເຮືອນ​ຊານ​ຂອງ​ພວກ​ເຂົາ​ຈະ​ເຕັມ​ໄປ​ດ້ວຍ​ສັດ​ທີ່​ຫອນ; ແລະ ນົກ​ເຄົ້າ​ຈະ​ອາ​ໄສ​ຢູ່​ບ່ອນ​ນັ້ນ, ແລະ ຜີ​ສາດ​ຈະ​ກະ​ໂດດ​ເຕັ້ນ​ຢູ່​ບ່ອນ​ນັ້ນ.

22 ແລະ ສັດ​ປ່າ​ຂອງ​ເກາະ​ຈະ​ຫອນ​ຢູ່​ໃນ ເຮືອນ​ຊານ​ເປົ່າ​ປ່ຽວ​ຂອງ​ເມືອງ​ນັ້ນ, ແລະ ມັງກອນ​ຈະ​ຢູ່​ໃນ​ວັງ​ອັນ​ໜ້າ​ແສນ​ສຸກ​ຂອງ​ພວກ​ເຂົາ; ແລະ ວັນ​ເວລາ​ຂອງ​ມັນ​ກໍ​ໃກ້​ເຂົ້າ​ມາ​ແລ້ວ; ແລະ ວັນ​ເວລາ​ຂອງ​ມັນ​ຈະ​ບໍ່​ໃຫ້​ຍືດ​ຍາວ​ໄປ. ເພາະ​ເຮົາ​ຈະ​ທຳ​ລາຍ​ມັນ​ຢ່າງ​ວ່ອງ​ໄວ; ແທ້​ຈິງ​ແລ້ວ, ເຮົາ​ຈະ​ເມດ​ຕາ​ຜູ້​ຄົນ​ຂອງ​ເຮົາ, ແຕ່​ວ່າ​ຄົນ​ຊົ່ວ​ຈະ​ຕ້ອງ​ຕາຍ.