ພຣະ​ຄຳ​ພີ
2 ນີໄຟ 24


ບົດ​ທີ 24

ອິດສະ​ຣາເອນ​ຈະ​ເຕົ້າ​ໂຮມ​ກັນ ແລະ ຈະ​ຊື່ນ​ຊົມ​ກັບ​ການ​ພັກ​ຜ່ອນ​ໃນ​ພັນ​ປີ—ລູ​ຊິ​ເຟີ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ສະຫວັນ​ຍ້ອນ​ການ​ກະ​ບົດ—ອິດສະ​ຣາເອນ​ຈະ​ເອົາ​ຊະນະ​ບາ​ບີ​ໂລນ (ແຜ່ນ​ດິນ​ໂລກ)—ປຽບ​ທຽບ​ກັບ​ເອຊາ​ຢາ 14. ປະ​ມານ 559–545 ປີ ກ່ອນ ຄ.ສ.

1 ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ເມດ​ຕາ​ຕໍ່​ຢາໂຄບ ແລະ ຈະ​ຍັງ ເລືອກ​ອິດສະ​ຣາເອນ​ໄວ້​ອີກ, ແລະ ຈະ​ຕັ້ງ​ເຂົາ​ທັງ​ຫລາຍ​ໄວ້​ໃນ​ແຜ່ນ​ດິນ​ຂອງ​ເຂົາ​ເອງ, ແລະ ຄົນ​ແປກ​ໜ້າ​ຈະ​ສົມ​ທົບ​ເຂົ້າ​ກັບ​ເຂົາ ແລະ ເຂົາ​ຈະ​ຕິດ​ພັນ​ຢູ່​ກັບ​ເຊື້ອ​ສາຍ​ຂອງ​ຢາໂຄບ.

2 ແລະ ຊົນ​ຊາດ​ທັງ​ຫລາຍ​ຈະ​ຮັບ​ເຂົາ ແລະ ນຳ​ເຂົາ​ທັງ​ຫລາຍ​ໄປ​ຫາ​ບ່ອນ​ຂອງ​ເຂົາ; ແທ້​ຈິງ​ແລ້ວ, ຈາກ​ບ່ອນ​ໄກ​ໄປ​ຫາ​ທີ່​ສຸດ​ຂອງ​ແຜ່ນ​ດິນ​ໂລກ; ແລະ ເຂົາ​ຈະ​ກັບ​ມາ​ຫາ ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ຂອງ​ເຂົາ. ແລະ ເຊື້ອ​ສາຍ​ອິດສະ​ຣາເອນ​ຈະ​ມີ​ກຳ​ມະ​ສິດ​ໃນ​ເຂົາ, ເປັນ ທາດ​ຊາຍ​ຍິງ​ໃນ​ແຜ່ນ​ດິນ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ຜູ້​ທີ່​ຈັບ​ເຂົາ​ເປັນ​ຊະ​ເລີຍ​ຈະ​ຖືກ​ເຂົາ​ຈັບ​ໄປ​ເປັນ​ຊະ​ເລີຍ; ແລະ ເຂົາ​ຈະ​ປົກ​ຄອງ​ຜູ້​ທີ່​ເຄີຍ​ບີບ​ບັງ​ຄັບ​ເຂົາ.

3 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ໃນ​ມື້​ນັ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໃຫ້​ເຈົ້າ ພັກ​ຜ່ອນ​ຈາກ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຂອງ​ເຈົ້າ, ແລະ ຈາກ​ຄວາມ​ຢ້ານ​ກົວ​ຂອງ​ເຈົ້າ, ແລະ ຈາກ​ຄວາມ​ເປັນ​ທາດ​ທີ່​ລຳ​ບາກ​ໃນ​ບ່ອນ​ຊຶ່ງ​ເຈົ້າ​ຖືກ​ບັງ​ຄັບ​ໃຫ້​ຮັບ​ໃຊ້.

4 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ໃນ​ມື້​ນັ້ນ​ຄື, ເຈົ້າ​ຈະ​ຍົກ​ຄຳ​ຫຍໍ້​ຫຍັນ​ນີ້​ກ່າວ​ຕໍ່​ກະສັດ​ແຫ່ງ ບາ​ບີ​ໂລນ​ວ່າ: ຜູ້​ບີບ​ບັງ​ຄັບ​ກໍ​ສະຫງົບ​ໄປ​ແລ້ວ​ນໍ, ເມືອງ​ຄຳ​ກໍ​ສະຫງົບ​ໄປ​ດ້ວຍ!

5 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຫັກ​ໄມ້​ແສ້​ຂອງ​ຄົນ​ຊົ່ວ, ໄດ້​ປາບ​ຄາ​ຖາ​ຂອງ​ຜູ້​ປົກ​ຄອງ​ແລ້ວ.

6 ຄົນ​ທີ່​ຂ້າ​ຟັນ​ຜູ້​ຄົນ​ໂດຍ​ການ​ຂ້ຽນ​ຕີ​ດ້ວຍ​ຄວາມ​ໂມ​ໂຫ​ຂອງ​ຕົນ, ຄົນ​ທີ່​ປົກ​ຄອງ​ປະ​ຊາ​ຊາດ​ດ້ວຍ​ຄວາມ​ຄຽດ​ແຄ້ນ​ຈຶ່ງ​ຖືກ​ຂົ່ມ​ເຫັງ ແລະ ບໍ່​ມີ​ໃຜ​ຂັດ​ຂວາງ.

7 ທັງ​ແຜ່ນ​ດິນ​ໂລກ​ກຳ​ລັງ​ພັກ​ຜ່ອນ ແລະ ມິດ​ງຽບ; ເຂົາ​ເປັ່ງ​ສຽງ ຮ້ອງ​ເພງ.

8 ແທ້​ຈິງ​ແລ້ວ, ຕົ້ນ​ສົນ​ຊື່ນ​ຊົມ​ເຈົ້າ, ແລະ ຕົ້ນ​ສີ​ດາ​ແຫ່ງ​ເລ​ບາ​ນອນ​ນຳ​ອີກ, ກ່າວ​ວ່າ: ເພາະ​ວ່າ​ເຈົ້າ ໂຄ່ນ​ລົ້ມ​ແລ້ວ​ກໍ​ບໍ່​ມີ ຄົນ​ຕັດ​ໄມ້​ຂຶ້ນ​ມາ​ໂຄ່ນ​ພວກ​ເຮົາ.

9 ນະລົກ​ທາງ​ລຸ່ມ​ກໍ​ຕື່ນ​ເຕັ້ນ​ເພື່ອ​ຕ້ອນ​ຮັບ​ເຈົ້າ ເມື່ອ​ເຈົ້າ​ມາ ມັນ​ປຸກ​ໃຫ້ ຜີ​ທຸກ​ໂຕ​ມາ​ຕ້ອນ​ຮັບ​ເຈົ້າ; ຄື​ຜູ້​ຊຶ່ງ​ເຄີຍ​ເປັນ​ຜູ້​ນຳ​ຂອງ​ໂລກ, ມັນ​ເຮັດ​ໃຫ້​ບັນ​ດາ​ຜູ້​ເຄີຍ​ເປັນ​ກະສັດ​ແຫ່ງ​ປະ​ຊາ​ຊາດ​ທັງ​ຫລາຍ​ລຸກ​ຂຶ້ນ​ມາ​ຈາກ​ບັນ​ລັງ​ຂອງ​ເຂົາ.

10 ເຂົາ​ທັງ​ໝົດ​ຈະ​ເວົ້າ ແລະ ກ່າວ​ກັບ​ເຈົ້າ​ວ່າ: ເຈົ້າ​ກໍ​ອ່ອນ​ແອ​ຄື​ພວກ​ເຮົາ​ບໍ? ເຈົ້າ​ກາຍ​ມາ​ເປັນ​ຄື​ກັນ​ກັບ​ພວກ​ເຮົາ​ແລ້ວ​ບໍ?

11 ຄວາມ​ໂອ້​ອວດ​ຂອງ​ເຈົ້າ​ຖືກ​ນຳ​ລົງ​ມາ​ສູ່​ຫລຸມ​ຝັງ​ສົບ; ບໍ່​ມີ​ຜູ້​ໃດ​ໄດ້​ຍິນ​ສຽງ​ພິນ​ຂອງ​ເຈົ້າ; ໂຕ​ໜອນ​ຈະ​ເປັນ​ເສື່ອ​ນອນ​ຂອງ​ເຈົ້າ, ແລະ ໂຕ​ໜອນ​ຈະ​ເປັນ​ຜ້າ​ຫົ່ມ​ຂອງ​ເຈົ້າ.

12 ເຈົ້າ​ຕົກ​ຈາກ​ສະຫວັນ ໄດ້​ຢ່າງ​ໃດ, ໂອ້ ລູ​ຊິ​ເຟີ, ໂອ​ລົດ​ແຫ່ງ​ເວລາ​ເຊົ້າ! ເຈົ້າ​ຖືກ​ຕັດ​ລົງ​ສູ່​ພື້ນ​ດິນ ຊຶ່ງ​ເຮັດ​ໃຫ້​ປະ​ຊາ​ຊາດ​ອ່ອນ​ແອ.

13 ເພາະ​ເຈົ້າ​ໄດ້​ກ່າວ​ຢູ່​ໃນ​ໃຈ​ວ່າ: ເຮົາ​ຈະ​ຂຶ້ນ​ໄປ​ສະຫວັນ, ເຮົາ​ຈະ​ເຊີດ​ຊູ​ບັນ​ລັງ​ຂອງ​ເຮົາ​ເໜືອ​ດວງ​ດາວ​ທັງ​ຫລາຍ​ຂອງ​ພຣະ​ເຈົ້າ; ເຮົາ​ຈະ​ນັ່ງ​ຢູ່​ເໜືອ​ເຫລົ່າ​ທູດ​ທີ່​ມາ​ຊຸມ​ນຸມ, ໃນ​ແດນ​ໄກ​ຂອງ ທິດ​ເໜືອ​ນຳ​ອີກ;

14 ເຮົາ​ຈະ​ຂຶ້ນ​ໄປ​ເໜືອ​ຄວາມ​ສູງ​ຂອງ​ເມກ; ເຮົາ​ຈະ​ເຮັດ​ໃຫ້​ຕົວ​ເຮົາ​ເອງ​ເໝືອນ​ອົງ​ຜູ້​ສູງ​ສົ່ງ.

15 ແຕ່​ເຈົ້າ​ຖືກ​ນຳ​ລົງ​ມາ​ສູ່​ນະລົກ, ລົງ​ມາ​ສູ່ ເຫວ.

16 ບັນ​ດາ​ຜູ້​ທີ່​ເຫັນ​ເຈົ້າ​ຈະ ຈ້ອງ​ມອງ​ເບິ່ງ​ເຈົ້າ, ແລະ ຈະ​ພິ​ຈາ​ລະ​ນາ​ເຈົ້າ, ແລະ ຈະ​ເວົ້າ​ວ່າ: ນີ້​ບໍ​ຜູ້​ທີ່​ເຮັດ​ໃຫ້​ແຜ່ນ​ດິນ​ໂລກ​ສັ່ນ​ສະ​ເທືອນ, ຜູ້​ທີ່​ສັ່ນ​ອາ​ນາ​ຈັກ​ທັງ​ຫລາຍ?

17 ແລະ ເຮັດ​ໃຫ້​ໂລກ​ເປັນ​ເໝືອນ​ດັ່ງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ທຳ​ລາຍ​ຫົວ​ເມືອງ​ຕ່າງໆ, ແລະ ບໍ່​ຍອມ​ໃຫ້​ນັກ​ໂທດ​ກັບ​ໄປ​ບ້ານ​ຂອງ​ເຂົາ?

18 ກະສັດ​ທັງ​ໝົດ​ຂອງ​ປະ​ຊາ​ຊາດ, ແທ້​ຈິງ​ແລ້ວ, ເຂົາ​ທັງ​ໝົດ​ນອນ​ຢູ່​ຢ່າງ​ມີ​ກຽດ, ຕ່າງ​ກໍ​ຢູ່​ໃນ ເຮືອນ​ຂອງ​ຕົນ.

19 ແຕ່​ເຈົ້າ​ຖືກ​ໂຍນ​ອອກ​ຈາກ​ຫລຸມ​ສົບ​ຂອງ​ເຈົ້າ​ຄື​ກັນ​ກັບ ກິ່ງ​ກ້ານ​ທີ່​ໜ້າ​ກຽດ​ຊັງ, ດັ່ງ​ຊາກ​ສົບ​ທີ່​ຖືກ​ຢຽບ​ຍ່ຳ​ຢູ່​ໃຕ້​ຕີນ ແລະ ສ່ວນ​ສຸດ​ທ້າຍ​ຂອງ​ຜູ້​ທີ່​ຖືກ​ຂ້າ​ທີ່​ຖືກ​ແທງ​ດ້ວຍ​ດາບ, ຊຶ່ງ​ລົງ​ໄປ​ຍັງ ຫີນ​ຂອງ​ຫລຸມ​ສົບ.

20 ເຈົ້າ​ຈະ​ບໍ່​ໄດ້​ຮັບ​ການ​ຝັງ​ສົບ​ຮ່ວມ​ກັບ​ຜູ້​ຄົນ​ເຫລົ່າ​ນັ້ນ ເພາະ​ວ່າ​ເຈົ້າ​ໄດ້​ທຳ​ລາຍ​ແຜ່ນ​ດິນ​ຂອງ​ເຈົ້າ ແລະ ເຂັ່ນ​ຂ້າ​ຜູ້​ຄົນ​ຂອງ​ເຈົ້າ; ຂໍ​ຢ່າ​ໃຫ້​ມີ​ໃຜ​ເອີ່ຍ​ເຖິງ​ຊື່​ຂອງ ລູກ​ຫລານ​ຂອງ​ຜູ້ ກະ​ທຳ​ຄວາມ​ຊົ່ວ​ອີກ​ເລີຍ.

21 ຈົ່ງ​ຕຽມ​ການ​ສັງ​ຫານ​ລູກ​ຫລານ​ຂອງ​ເຂົາ​ເຖີດ ເພາະ ຄວາມ​ຊົ່ວ​ຮ້າຍ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ, ຢ້ານ​ວ່າ​ເຂົາ​ຈະ​ລຸກ​ຂຶ້ນ​ເປັນ​ເຈົ້າ​ຂອງ​ແຜ່ນ​ດິນ ແລະ ເຮັດ​ໃຫ້​ແຜ່ນ​ດິນ​ໂລກ​ເຕັມ​ໄປ​ດ້ວຍ​ຫົວ​ເມືອງ​ຕ່າງໆ.

22 ຈອມ​ໂຍທາ​ໄດ້​ກ່າວ​ວ່າ: ເຮົາ​ຈະ​ລຸກ​ຂຶ້ນ​ຕໍ່​ສູ້​ເຂົາ, ແລະ ຈະ​ຕັດ ຊື່ ແລະ ຜູ້​ທີ່​ເຫລືອ​ຢູ່​ອອກ​ຈາກ​ບາ​ບີ​ໂລນ, ຈະ​ຕັດ​ລູກ​ຫລານ ພົງ​ພັນ​ອອກ​ເສຍ, ພຣະ​ເຈົ້າ​ໄດ້​ກ່າວ.

23 ເຮົາ​ຈະ​ເຮັດ​ໃຫ້​ມັນ​ເປັນ ກຳ​ມະ​ສິດ​ຂອງ​ນົກ​ຍາງ, ແລະ ເປັນ​ໜອງ​ນ້ຳ; ແລະ ເຮົາ​ຈະ​ກວາດ​ມັນ​ດ້ວຍ ຟອຍ ແຫ່ງ​ຄວາມ​ພິນາດ ຈອມ​ໂຍທາ​ໄດ້​ກ່າວ​ໄວ້​ດັ່ງ​ນີ້​ແຫລະ.

24 ຈອມ​ໂຍທາ​ໄດ້​ປະ​ຕິ​ຍານ​ວ່າ: ເຮົາ​ກະ​ແຜນ​ໄວ້​ແນວ​ໃດ, ແລະ ດັ່ງ​ທີ່​ເຮົາ​ມີ​ຈຸດ​ປະສົງ​ແນວ​ໃດ, ມັນ​ກໍ​ຈະ​ເປັນ​ໄປ​ແນວ​ນັ້ນ—

25 ຄື​ເຮົາ​ຈະ​ນຳ​ຊາວ ອັດ​ຊີ​ເຣຍ​ມາ​ໃນ​ແຜ່ນ​ດິນ​ຂອງ​ເຮົາ, ແລະ ຈະ​ຢຽບ​ເຂົາ​ໄວ້​ໃຕ້​ຕີນ​ເທິງ ພູ​ຂອງ​ເຮົາ; ເມື່ອ​ນັ້ນ ແອກ​ຂອງ​ເຂົາ​ຈະ​ຫລຸດ​ອອກ​ຈາກ​ພວກ​ເຂົາ, ແລະ ພາ​ລະ​ຂອງ​ເຂົາ​ຈະ​ຫລຸດ​ອອກ​ຈາກ​ບ່າ​ພວກ​ເຂົາ.

26 ນີ້​ຄື​ຈຸດ​ປະສົງ​ທີ່​ຕັ້ງ​ໄວ້​ເທິງ​ແຜ່ນ​ດິນ​ໂລກ​ທັງ​ໝົດ; ແລະ ນີ້​ຄື​ພຣະ​ຫັດ​ທີ່​ຍື່ນ​ອອກ​ໄປ​ເຖິງ​ປະ​ຊາ​ຊາດ​ທັງ​ໝົດ.

27 ເພາະ​ຈອມ​ໂຍທາ​ໄດ້​ຕັ້ງ​ໄວ້, ແລະ ຜູ້​ໃດ​ຈະ​ລົບ​ລ້າງ​ໄດ້? ແລະ ພຣະ​ຫັດ​ຂອງ​ພຣະ​ອົງ​ຈະ​ຍື່ນ​ອອກ​ໄປ ແລະ ຜູ້​ໃດ​ຈະ​ດຶງ​ມັນ​ຄືນ​ໄດ້?

28 ໃນ ປີ​ທີ່​ກະສັດ ອາ​ຮາດ​ສິ້ນ​ຊີ​ວິດ​ພາ​ລະ​ອັນ​ນີ້​ໄດ້​ເກີດ​ຂຶ້ນ.

29 ປະເທດ​ຟີລິດ​ສະຕິນ​ເອີຍ, ເຈົ້າ​ທັງ​ໝົດ​ຢ່າ​ປິ​ຕິ​ຍິນ​ດີ​ເລີຍ; ເພາະ​ວ່າ​ໄມ້​ແສ້​ຂອງ​ເຂົາ​ທີ່​ຂ້ຽນ​ຕີ​ເຈົ້າ​ນັ້ນ​ໄດ້​ຫັກ​ໄປ​ແລ້ວ; ເພາະ​ງູ​ເຫົ່າ​ຈະ​ອອກ​ມາ​ຈາກ​ຮາກ​ເຫງົ້າ​ຂອງ​ມັນ, ແລະ ລູກ​ຂອງ​ມັນ​ຈະ​ເປັນ​ງູ​ທີ່​ພົ່ນ​ພິດ​ໄຟ.

30 ແລະ ລູກ​ກົກ​ຂອງ​ຄົນ​ທຸກ​ຍາກ​ຈະ​ມີ​ກິນ, ແລະ ຄົນ​ທີ່​ຂັດ​ສົນ​ຈະ​ນອນ​ໃນ​ຄວາມ​ປອດ​ໄພ; ແລະ ເຮົາ​ຈະ​ຂ້າ​ຮາກ​ເຫງົ້າ​ຂອງ​ເຈົ້າ​ດ້ວຍ​ຄວາມ​ອຶດ​ຢາກ ແລະ ມັນ​ຈະ​ຂ້າ​ຜູ້​ທີ່​ເຫລືອ​ຢູ່​ຂອງ​ເຈົ້າ.

31 ໂອ້ ປະຕູ; ຈົ່ງ​ຄວນ​ຄາງ​ເຖີດ; ໂອ້ ເມືອງ​ຈົ່ງ​ຮ້ອງ​ໄຫ້​ເຖີດ; ຊາວ​ຟິ​ລິດ​ສະຕິນ​ທັງ​ໝົດ​ໄດ້​ລະ​ລາຍ​ໄປ​ແລ້ວ; ເພາະ​ຈະ​ມີ​ຄວັນ​ມາ​ຈາກ​ທາງ​ເໜືອ ແລະ ຈະ​ບໍ່​ມີ​ໃຜ​ຢູ່​ຕາມ​ລຳ​ພັງ​ຕາມ​ກຳ​ນົດ​ເວລາ​ຂອງ​ເຂົາ.

32 ທູດ​ຂອງ​ປະ​ຊາ​ຊາດ​ຈະ​ຕອບ​ວ່າ​ແນວ​ໃດ? ກໍ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະຖາ​ປະນາ ຊີໂອນ​ແລ້ວ, ແລະ ຄົນ​ຍາກ​ຈົນ​ໃນ​ຊົນ​ຊາດ​ຂອງ​ພຣະ​ອົງ​ໄດ້ ພົບ​ທີ່​ຫລົບ​ໄພ​ໃນ​ທີ່​ນັ້ນ.

      • ເຮັບ​ເຣີ ຕົ້ນ​ແປກ.

      • ອສ ຕາຍ.

      • ເຮັບ​ເຣີ ຄົນ​ຕັດ (ຕົ້ນ​ໄມ້) ບໍ່​ໄດ້​ມາ​ໂຄ່ນ​ພວກ​ເຮົາ.

      • ຄພ 76:26.

      • ເຮັບ​ເຣີ ດວງ​ຮຸ່ງ​ອາ​ລຸນ, ໂອລົດ​ແຫ່ງ​ອາ​ລຸນ. ຜູ້​ປົກຄອງ​ໂລກ​ທີ່​ຊົ່ວ​ຮ້າຍ (ບາ​ບີ​ໂລ​ນ) ແມ່ນ​ກ່າວ​ເຖິງ ລູ​ຊິ​ເຟີ, ຜູ້​ປົກຄອງ​ຂອງ​ຄວາມ​ຊົ່ວ​ຮ້າຍ​ທັງ​ໝົດ. ຄມພ ມານ; ລູ​ຊິ​ເຟີ.

      • ມຊ 4:1–4.

      • ອສ ທີ່​ປະ​ທັບ​ຂອງ​ບັນດາ​ພຣະ​ເຈົ້າ ຕາມ​ຄວາມ​ເຊື່ອ​ຂອງ​ຊາວ​ບາ​ບີ​ໂລນ. ພສສ 48:2.

      • ເຮັບ​ເຣີ ສິ້ງ​ຕາ​ເບິ່ງ​ເຈົ້າ ແລະ ໄຕ່​ຕອງ​ກ່ຽວ​ກັບ​ເຈົ້າ.

      • ອສ ອຸບ​ມຸງ​ຂອງ​ຄອບ​ຄົວ​ກະສັດ.

      • ອສ ກິ່ງ​ກ້ານ​ທີ່​ຖືກ​ປະຕິ​ເສດ, ຖືກ​ຕັດ​ອອກ ແລະ ຖືກ​ໂຍນ​ຖິ້ມ.

      • ອສ ພື້ນ​ດິນ.

      • ເນື້ອ​ຄວາມ​ປ່ຽນ​ມາ​ກ່າວ​ເຖິງ​ການ​ມາ​ໂຈມ​ຕີ​ຂອງ​ອັດ​ຊີ​ເຣຍ ແລະ ການ​ຕົກ​ຂອງ​ຢູ​ດາ, 701 ປີ ກ່ອນ ຄ.ສ. (ຂໍ້​ທີ 24–27). 2 ກສ 19:32–37; ອຊຢ 37:33–38.

      • ອສ ພູ​ຂອງ​ຢູດາ ແລະ ອິດສະ​ຣາເອນ.

      • ອຊຢ 10:27.

      • ອສ ໃນ​ທີ່​ສຸດ ປະຊາ​ຊາດ​ທັງ​ມວນ​ໃນ​ໂລກ ຈະ​ຖືກ​ໂຄ່ນ​ລົ້ມ​ດັ່ງ​ນັ້ນ.

      • ອສ ປະມານ 720 ປີ ກ່ອນ ຄ.ສ., ພາລະ​ໜັກ​ໜ່ວງ ຫລື ຂ່າວ​ສານ​ແຫ່ງ​ຄວາມ​ພິນາດ ໄດ້​ຖືກ​ທຳນາຍ​ໄວ້​ກ່ຽວ​ກັບ​ຊາວ​ຟີ​ລິດ​ສະຕິ​ນ, ໃນ​ຂະນະ​ທີ່​ຢູ​ດາ​ຢູ່​ໃນ​ຄວາມ​ໝັ້ນ​ຄົງ.

      • 2 ກສ 16:20.