ພຣະ​ຄຳ​ພີ
ເຈຣອມ 1


ໜັງ​ສື​ເຈຣອມ

ບົດ​ທີ 1

ຊາວ​ນີໄຟ​ຮັກ​ສາ​ກົດ​ຂອງ​ໂມເຊ, ລໍ​ຖ້າ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ, ແລະ ມີ​ຄວາມ​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ—ສາດ​ສະ​ດາ​ຫລາຍ​ທ່ານ​ອອກ​ແຮງ​ງານ​ເພື່ອ​ໃຫ້​ຜູ້​ຄົນ​ຢູ່​ໃນ​ເສັ້ນ​ທາງ​ແຫ່ງ​ຄວາມ​ຈິງ. ປະ​ມານ 399–361 ປີ ກ່ອນ ຄ.ສ.

1 ບັດ​ນີ້​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ເຈຣອມ​ໄດ້​ບັນ​ທຶກ​ຂໍ້​ຄວາມ​ໄວ້​ເລັກ​ໜ້ອຍ​ຕາມ​ຄຳ​ສັ່ງ​ຂອງ​ເອໂນດ, ບິດາ​ຂອງ​ຂ້າ​ພະ​ເຈົ້າ, ເພື່ອ​ຈະ​ໄດ້​ຮັກ​ສາ ລຳ​ດັບ​ການ​ສືບ​ເຊື້ອ​ສາຍ​ຂອງ​ພວກ​ເຮົາ​ໄວ້.

2 ແລະ ເນື່ອງ​ຈາກ​ວ່າ ແຜ່ນ​ຈາລຶກ​ເຫລົ່າ​ນີ້ ນ້ອຍ​ຫລາຍ, ແລະ ເນື່ອງ​ຈາກ​ສິ່ງ​ເຫລົ່າ​ນີ້​ໄດ້​ຖືກ ບັນ​ທຶກ​ໄວ້​ດ້ວຍ​ເຈດ​ຕະ​ນາ​ເພື່ອ​ຈະ​ໃຫ້​ເປັນ​ປະ​ໂຫຍດ​ແກ່ ຊາວ​ເລມັນ, ພີ່​ນ້ອງ​ຂອງ​ພວກ​ເຮົາ, ດັ່ງ​ນັ້ນ, ມັນ​ຈຶ່ງ​ຈຳ​ເປັນ​ທີ່​ຂ້າ​ພະ​ເຈົ້າ​ຕ້ອງ​ບັນ​ທຶກ​ໄວ້​ເລັກ​ໜ້ອຍ; ແຕ່​ຂ້າ​ພະ​ເຈົ້າ​ຈະ​ບໍ່​ຂຽນ​ເລື່ອງ​ການ​ທຳ​ນາຍ ຫລື ການ​ເປີດ​ເຜີຍ​ຂອງ​ຂ້າ​ພະ​ເຈົ້າ. ເພາະ​ຂ້າ​ພະ​ເຈົ້າ​ບໍ່​ສາ​ມາດ​ບັນ​ທຶກ​ໄວ້​ຫລາຍ​ກວ່າ​ທີ່​ບັນ​ພະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ບັນ​ທຶກ​ໄວ້​ແລ້ວ​ແມ່ນ​ບໍ? ຫລື ວ່າ​ພວກ​ເພິ່ນ​ບໍ່​ໄດ້​ເປີດ​ເຜີຍ​ແຜນ​ແຫ່ງ​ຄວາມ​ລອດ​ໄວ້​ບໍ? ຂ້າ​ພະ​ເຈົ້າ​ຂໍ​ກ່າວ​ກັບ​ພວກ​ທ່ານ​ວ່າ​ຖືກ​ແລ້ວ; ແລະ​ນີ້​ເປັນ​ສິ່ງ​ພຽງ​ພໍ​ແລ້ວ​ສຳ​ລັບ​ຂ້າ​ພະ​ເຈົ້າ.

3 ຈົ່ງ​ເບິ່ງ, ມັນ​ສົມ​ຄວນ​ທີ່​ຈະ​ເຮັດ​ວຽກ​ງານ​ໃຫ້​ຫລາຍ​ໃນ​ບັນ​ດາ​ຜູ້​ຄົນ​ພວກ​ນີ້​ເພາະ​ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ພວກ​ເຂົາ, ແລະ ຄວາມ​ໜວກ​ຂອງ​ຫູ​ພວກ​ເຂົາ, ແລະ ຄວາມ​ມືດ​ມົນ​ຂອງ​ຈິດ​ໃຈ​ພວກ​ເຂົາ; ແລະ ຄວາມ ແຂງ​ຄໍ​ຂອງ​ພວກ​ເຂົາ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ເຈົ້າ​ຍັງ​ເມດ​ຕາ​ຕໍ່​ພວກ​ເຂົາ​ຢ່າງ​ຍິ່ງ, ແລະ ເຖິງ​ບັດ​ນີ້​ພຣະ​ອົງ​ຍັງ​ບໍ່ ກວາດ​ພວກ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ເລີຍ.

4 ແລະ ມີ​ຄົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ໃນ​ບັນ​ດາ​ພວກ​ເຮົາ​ທີ່​ໄດ້​ຮັບ ການ​ເປີດ​ເຜີຍ​ມາ​ຫລາຍ​ເທື່ອ​ແລ້ວ, ເພາະ​ບໍ່​ແມ່ນ​ທຸກ​ຄົນ​ທີ່​ເປັນ​ຄົນ​ແຂງ​ຄໍ. ແລະ ຫລາຍ​ຕໍ່​ຫລາຍ​ຄົນ​ທີ່​ບໍ່​ແຂງ​ຄໍ ແລະ ມີ​ສັດທາ, ຍ່ອມ​ມີ ການ​ພົວ​ພັນ​ກັບ​ພຣະ​ວິນ​ຍານ​ສັກ​ສິດ, ຊຶ່ງ​ສະແດງ​ໃຫ້​ປະຈັກ​ແກ່​ລູກ​ຫລານ​ມະນຸດ​ຕາມ​ສັດທາ​ຂອງ​ພວກ​ເຂົາ.

5 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ເວລາ​ສອງ​ຮ້ອຍ​ປີ​ໄດ້​ຜ່ານ​ໄປ ແລະ ຜູ້​ຄົນ​ຂອງ​ນີໄຟ​ໄດ້​ເຂັ້ມ​ແຂງ​ຫລາຍ​ຂຶ້ນ​ໃນ​ແຜ່ນ​ດິນ. ພວກ​ເຂົາ​ຍຶດ​ຖື​ທີ່​ຈະ ຮັກ​ສາ​ກົດ​ຂອງ​ໂມເຊ ແລະ ຖື​ວັນ ຊະ​ບາ​ໂຕ​ເປັນ​ວັນ​ສັກ​ສິດ​ແດ່​ພຣະ​ຜູ້​ເປັນ​ເຈົ້າ. ແລະ ພວກ​ເຂົາ​ບໍ່ ດູ​ຖູກ; ທັງ​ບໍ່ ໝິ່ນ​ປະ​ໝາດ. ແລະ ກົດ​ໝາຍ​ຂອງ​ແຜ່ນ​ດິນ​ກໍ​ເຂັ້ມ​ງວດ​ເຕັມ​ທີ່.

6 ແລະ ພວກ​ເຂົາ​ກະ​ຈັດ​ກະ​ຈາຍ​ໄປ​ຢູ່​ທົ່ວ​ແຜ່ນ​ດິນ​ຢ່າງ​ຫລວງ​ຫລາຍ, ແລະ ຊາວ​ເລມັນ​ກໍ​ເໝືອນ​ກັນ. ແລະ ພວກ​ເຂົາ​ມີ​ຜູ້​ຄົນ​ຫລາຍ​ກວ່າ​ຊາວ​ນີໄຟ; ແລະ ພວກ​ເຂົາ​ຮັກ ການ​ຄາດ​ຕະ​ກຳ ແລະ ກິນ​ເລືອດ​ສັດ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ມາ​ສູ້​ຮົບ​ກັບ​ພວກ​ເຮົາ​ຊາວ​ນີໄຟ​ຫລາຍ​ເທື່ອ. ແຕ່ ກະສັດ​ກັບ​ພວກ​ຜູ້​ນຳ​ຂອງ​ພວກ​ເຮົາ​ເປັນ​ຜູ້​ທີ່​ມີ​ພະ​ລັງ​ໃນ​ສັດທາ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ; ແລະ ພວກ​ເພິ່ນ​ໄດ້​ສິດ​ສອນ​ຜູ້​ຄົນ​ເລື່ອງ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ດັ່ງ​ນັ້ນ, ພວກ​ເຮົາ​ຈຶ່ງ​ຕ້ານ​ຊາວ​ເລມັນ​ໄດ້ ແລະ ກວາດ​ພວກ​ເຂົາ​ອອກ​ຈາກ​ແຜ່ນ​ດິນ ຂອງ​ພວກ​ເຮົາ​ໄປ, ແລະ ເລີ່ມ​ຕົ້ນ​ເສີມ​ສ້າງ​ກຳ​ລັງ​ໃນ​ເມືອງ​ຂອງ​ພວກ​ເຮົາ, ຫລື ບ່ອນ​ອື່ນໆ​ທີ່​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຮົາ.

8 ແລະ ພວກ​ເຮົາ​ມີ​ຄົນ​ເພີ່ມ​ທະ​ວີ​ຂຶ້ນ​ຢ່າງ​ຫລວງ​ຫລາຍ, ແລະ ໄດ້​ແຜ່​ຂະ​ຫຍາຍ​ອອກ​ໄປ​ທົ່ວ​ຜືນ​ແຜ່ນ​ດິນ, ແລະ ກັບ​ມາ​ຮັ່ງ​ມີ​ຢ່າງ​ຍິ່ງ​ດ້ວຍ​ຄຳ, ແລະ ເງິນ, ແລະ ດ້ວຍ​ສິ່ງ​ທີ່​ມີ​ຄ່າ, ແລະ ໂດຍ​ສະ​ຫລຸບ ຝີ​ມື​ດີ​ໃນ​ງານ​ໄມ້ ດ້ວຍ​ອາ​ຄານ, ແລະ ດ້ວຍ​ເຄື່ອງ​ຈັກ​ນຳ​ອີກ, ແລະ ດ້ວຍ​ເຫລັກ ແລະ ທອງ​ແດງ, ແລະ ທອງ​ເຫລືອງ ແລະ ເຫລັກ​ກ້າ, ແລະ ເຮັດ​ເຄື່ອງ​ມື​ນາໆ​ຊະ​ນິດ​ໄວ້​ໄຖ​ດິນ, ແລະ ເຮັດ ອາ​ວຸດ​ແຫ່ງ​ສົງ​ຄາມ—​ແທ້​ຈິງ​ແລ້ວ, ລູກ​ທະ​ນູ​ອັນ​ແຫລມ​ຄົມ, ແລະ ບັ້ງ​ລູກ​ທະ​ນູ, ຫອກ ແລະ ຫລາວ, ແລະ ການ​ຕຽມ​ທຸກ​ຢ່າງ​ເພື່ອ​ສົງ​ຄາມ.

9 ແລະ ໂດຍ​ການ​ຕຽມ​ພ້ອມ​ຕໍ່​ສູ້​ກັບ​ຊາວ​ເລມັນ​ຢູ່​ນັ້ນ, ເຂົາ​ຈຶ່ງ​ບໍ່​ໄດ້​ຫຍັງ​ຈາກ​ພວກ​ເຮົາ​ເລີຍ. ແຕ່​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ເປັນ​ຈິງ​ແລ້ວ, ຊຶ່ງ​ພຣະ​ອົງ​ໄດ້​ຮັບ​ສັ່ງ​ໄວ້​ກັບ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ, ມີ​ຄວາມ​ວ່າ: ຕາບ​ໃດ​ທີ່​ເຈົ້າ​ຈະ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ ເຈົ້າ​ຈະ​ຮຸ່ງ​ເຮືອງ​ຢູ່​ໃນ​ແຜ່ນ​ດິນ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສາດ​ສະ​ດາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເວົ້າ​ຂູ່​ຜູ້​ຄົນ​ຂອງ​ນີໄຟ​ຕາມ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ວ່າ​ຖ້າ​ຫາກ​ພວກ​ເຂົາ​ບໍ່​ຮັກ​ສາ​ພຣະ​ບັນ​ຍັດ, ແຕ່​ຕົກ​ໄປ​ສູ່​ການ​ລ່ວງ​ລະເມີດ​ແລ້ວ, ພວກ​ເຂົາ​ຈະ​ຖືກ ທຳ​ລາຍ​ໄປ​ຈາກ​ຜືນ​ແຜ່ນ​ດິນ​ນີ້.

11 ດັ່ງ​ນັ້ນ, ສາດ​ສະ​ດາ, ແລະ ປະ​ໂລ​ຫິດ, ແລະ ຜູ້​ສອນ​ໄດ້​ເຮັດ​ວຽກ​ງານ​ຢ່າງ​ພາກ​ພຽນ, ແນະນຳ​ຜູ້​ຄົນ​ດ້ວຍ​ສຸດ​ຄວາມ​ອົດ​ກັ້ນ​ໃຫ້​ພາກ​ພຽນ; ສິດ​ສອນ ກົດ​ຂອງ​ໂມເຊ, ແລະ ຈຸດ​ປະສົງ​ທີ່​ໃຫ້​ກົດ​ໄວ້​ນັ້ນ​ກໍ​ເພື່ອ​ຈະ​ໄດ້​ຊັກ​ຊວນ​ໃຫ້​ພວກ​ເຂົາ ມຸ້ງ​ຫາ​ພຣະ​ເມ​ຊີ​ອາ, ແລະ ເຊື່ອ​ໃນ​ພຣະ​ອົງ​ທີ່​ຈະ​ສະ​ເດັດ​ມາ ຄື​ກັນ​ກັບ​ພຣະ​ອົງ​ເປັນ​ມາ​ແລ້ວ. ແລະ ຕາມ​ວິ​ທີ​ນີ້ ພວກ​ເພິ່ນ​ໄດ້​ສິດ​ສອນ​ພວກ​ເຂົາ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ແລະ ໂດຍ​ການ​ກະ​ທຳ​ເຊັ່ນ​ນັ້ນ ພວກ​ເພິ່ນ​ຈຶ່ງ​ເຮັດ​ໃຫ້​ພວກ​ເຂົາ​ລອດ​ຈາກ​ການ​ຖືກ ທຳ​ລາຍ​ໃນ​ຜືນ​ແຜ່ນ​ດິນ; ເພາະ​ວ່າ​ພວກ​ເພິ່ນ​ໄດ້ ສຽບ​ແທງ​ໃຈ​ຂອງ​ພວກ​ເຂົາ​ດ້ວຍ​ພຣະ​ຄຳ ຢູ່​ຕະຫລອດ​ເວລາ​ເພື່ອ​ໃຫ້​ມາ​ສູ່​ການ​ກັບ​ໃຈ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ສອງ​ຮ້ອຍ​ສາມ​ສິບ​ແປດ​ປີ​ຜ່ານ​ໄປ—​ໂດຍ​ມີ​ສົງ​ຄາມ ແລະ ການ​ຂັດ​ແຍ້ງ ແລະ ການ​ແຕກ​ແຍກ​ເປັນ​ສ່ວນ​ຫລາຍ​ຂອງ​ໄລ​ຍະ​ເວລາ​ນັ້ນ.

14 ແລະ ຂ້າ​ພະ​ເຈົ້າ​ເຈຣອມ​ຈະ​ບໍ່​ບັນ​ທຶກ​ຕື່ມ​ອີກ, ເພາະ​ແຜ່ນ​ຈາລຶກ​ເຫລົ່າ​ນີ້​ນ້ອຍ​ຫລາຍ. ແຕ່​ຈົ່ງ​ເບິ່ງ, ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ທ່ານ​ສາ​ມາດ​ໄປ​ເບິ່ງ ແຜ່ນ​ຈາລຶກ​ອື່ນໆ​ຂອງ​ນີໄຟ​ໄດ້; ເພາະ​ຈົ່ງ​ເບິ່ງ, ບັນ​ທຶກ​ກ່ຽວ​ກັບ​ສົງ​ຄາມ​ຂອງ​ພວກ​ເຮົາ​ໄດ້​ບັນ​ທຶກ​ໄວ້​ຢູ່​ໃນ​ນັ້ນ​ຕາມ​ການ​ບັນ​ທຶກ​ຂອງ​ກະສັດ, ຫລື ວ່າ​ເລື່ອງ​ທີ່​ເພິ່ນ​ບອກ​ນັ້ນ​ໄດ້​ມີ​ບັນ​ທຶກ​ໄວ້.

15 ແລະ ຂ້າ​ພະ​ເຈົ້າ​ຈະ​ມອບ​ແຜ່ນ​ຈາລຶກ​ເຫລົ່າ​ນີ້​ໄວ້​ໃນ​ມື​ຂອງ​ອອມໄນ​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ລາວ​ຈະ​ໄດ້​ຮັກ​ສາ​ມັນ​ໄວ້​ຕາມ ຄຳ​ສັ່ງ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າ.