ພຣະ​ຄຳ​ພີ
1 ນີໄຟ 6


ບົດ​ທີ 6

ນີໄຟ​ບັນ​ທຶກ​ເລື່ອງ​ລາວ​ຂອງ​ພຣະ​ເຈົ້າ—ຈຸດ​ປະສົງ​ຂອງ​ນີໄຟ​ແມ່ນ​ຢາກ​ຊັກ​ຊວນ​ໃຫ້​ມະນຸດ​ເຂົ້າ​ມາ​ຫາ​ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ ແລະ ໄດ້​ຮັບ​ຄວາມ​ລອດ. ປະ​ມານ 600–592 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ນີໄຟ​ຈະ​ບໍ່​ກ່າວ​ເຖິງ​ລຳ​ດັບ​ການ​ສືບ​ເຊື້ອ​ສາຍ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ສ່ວນ ນີ້​ຂອງ​ບັນ​ທຶກ​ຂອງ​ຂ້າ​ພະ​ເຈົ້າ; ທັງ​ຂ້າ​ພະ​ເຈົ້າ​ຈະ​ບໍ່​ກ່າວ​ໃນ ແຜ່ນ​ຈາລຶກ​ທີ່​ຂ້າ​ພະ​ເຈົ້າ​ກຳ​ລັງ​ຂຽນ​ຢູ່​ໃນ​ຕອນ​ໃດ​ເລີຍ; ເພາະ​ມັນ​ໄດ້​ກ່າວ​ມາ​ແລ້ວ​ໃນ​ບັນ​ທຶກ ຊຶ່ງ ບິດາ​ຂອງ​ຂ້າ​ພະ​ເຈົ້າ​ຮັກ​ສາ​ໄວ້; ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ບໍ່​ໄດ້​ຂຽນ​ມັນ​ໄວ້​ໃນ​ບັນ​ທຶກ​ນີ້.

2 ເພາະ​ເປັນ​ການ​ພຽງ​ພໍ​ສຳ​ລັບ​ຂ້າ​ພະ​ເຈົ້າ​ທີ່​ຈະ​ກ່າວ​ວ່າ ພວກ​ເຮົາ​ເປັນ​ຜູ້​ສືບ​ຕະ​ກຸນ​ຂອງ ໂຢເຊັບ.

3 ແລະ ບໍ່​ສຳ​ຄັນ​ກັບ​ຂ້າ​ພະ​ເຈົ້າ​ທີ່​ຈະ​ເຈາະ​ຈົງ​ໃຫ້​ເລື່ອງ​ລາວ​ໂດຍ​ຄົບ​ຖ້ວນ​ກ່ຽວ​ກັບ​ທຸກ​ເລື່ອງ​ຂອງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ, ເພາະ​ຂຽນ​ໄວ້​ບໍ່​ໄດ້​ໃນ ແຜ່ນ​ຈາລຶກ​ເຫລົ່າ​ນີ້, ເພາະ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຈະ​ໃຫ້​ມີ​ບ່ອນ​ໄວ້​ສຳ​ລັບ​ຂຽນ​ເລື່ອງ​ຂອງ​ພຣະ​ເຈົ້າ.

4 ເພາະ​ຄວາມ​ຕັ້ງ​ໃຈ​ອັນ​ເຕັມ​ປ່ຽມ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ເພື່ອ​ຈະ ຊັກ​ຊວນ​ມະນຸດ​ໃຫ້​ເຂົ້າ ມາ​ຫາ​ພຣະ​ເຈົ້າ​ຂອງ​ອັບ​ຣາ​ຮາມ, ແລະ ພຣະ​ເຈົ້າ​ຂອງ​ອີ​ຊາກ, ແລະ ພຣະ​ເຈົ້າ​ຂອງ​ຢາໂຄບ, ແລະ ຮັບ​ຄວາມ​ລອດ.

5 ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ບໍ່​ຂຽນ​ເລື່ອງ​ອັນ​ເປັນ​ທີ່ ພໍ​ໃຈ​ຂອງ​ໂລກ, ແຕ່​ຂຽນ​ເລື່ອງ​ອັນ​ທີ່​ພໍ​ພຣະ​ໄທ​ຂອງ​ພຣະ​ເຈົ້າ ແລະ ພໍ​ໃຈ​ຄົນ​ຜູ້​ບໍ່​ໄດ້​ເປັນ​ຂອງ​ໂລກ.

6 ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ໃຫ້​ຄຳ​ສັ່ງ​ກັບ​ລູກ​ຫລານ​ຂອງ​ຂ້າ​ພະ​ເຈົ້າ, ວ່າ​ພວກ​ເຂົາ​ຈະ​ຕ້ອງ​ບໍ່​ໃຊ້​ບ່ອນ​ໃນ​ແຜ່ນ​ຈາລຶກ​ເຫລົ່າ​ນີ້​ໄປ​ດ້ວຍ​ເລື່ອງ​ທີ່​ບໍ່​ມີ​ຄຸນ​ຄ່າ​ສຳ​ລັບ​ລູກ​ຫລານ​ມະນຸດ.