ພຣະ​ຄຳ​ພີ
1 ນີໄຟ 16


ບົດ​ທີ 16

ຄົນ​ຊົ່ວ​ຖື​ເອົາ​ຄວາມ​ຈິງ​ເປັນ​ເລື່ອງ​ຮຸນ​ແຮງ—ລູກ​ຊາຍ​ຂອງ​ລີໄຮ​ແຕ່ງ​ງານ​ກັບ​ລູກ​ສາວ​ຂອງ​ອິດ​ຊະ​ມາ​ເອນ—ເລຍ​ໂຮ​ນາ​ພາ​ພວກ​ເຂົາ​ເດີນ​ທາງ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ—ຂ່າວ​ສານ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຖືກ​ຂຽນ​ໄວ້​ເທິງ​ເລຍ​ໂຮ​ນາ​ເປັນ​ບາງ​ຄັ້ງ—ການ​ຕາຍ​ຂອງ​ອິດ​ຊະ​ມາ​ເອນ; ຄອບ​ຄົວ​ຂອງ​ລາວ​ຈົ່ມ​ຍ້ອນ​ຄວາມ​ທຸກ. ປະ​ມານ 600–592 ປີ ກ່ອນ ຄ.ສ.

1 ແລະ ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື, ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ເວົ້າ​ກັບ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ຈົບ​ແລ້ວ, ຈົ່ງ​ເບິ່ງ ພວກ​ເຂົາ​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເຈົ້າ​ໄດ້​ກ່າວ​ເລື່ອງ​ຮຸນ​ແຮງ​ກັບ​ພວກ​ເຮົາ​ເກີນ​ກວ່າ​ພວກ​ເຮົາ​ຈະ​ທົນ​ໄດ້.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ ເຮົາ​ຮູ້​ວ່າ​ເຮົາ​ໄດ້​ເວົ້າ​ເລື່ອງ​ຮຸນ​ແຮງ​ຕໍ່​ຄົນ​ຊົ່ວ​ຕາມ​ຄວາມ​ຈິງ; ແລ້ວ​ຄົນ​ຊອບ​ທຳ​ນັ້ນ​ເຮົາ​ຮັບ​ຮອງ ແລະ ໃຫ້​ຖ້ອຍ​ຄຳ​ວ່າ ພວກ​ເຂົາ​ຈະ​ໄດ້​ຮັບ​ການ​ຍົກ​ຂຶ້ນ​ໃນ​ວັນ​ສຸດ​ທ້າຍ; ດັ່ງ​ນັ້ນ, ຄົນ ຜິດ​ຍ່ອມ​ຖື​ເອົາ ຄວາມ​ຈິງ​ເປັນ​ເລື່ອງ​ຮຸນ​ແຮງ​ເພາະ​ມັນ ບາດ​ໃຈ​ເຂົາ​ເຖິງ​ສ່ວນ​ເລິກ​ທີ່​ສຸດ.

3 ແລະ ບັດ​ນີ້​ພວກ​ອ້າຍ​ຂອງ​ເຮົາ​ເອີຍ, ຖ້າ​ຫາກ​ພວກ​ເຈົ້າ​ຊອບ​ທຳ ແລະ ເຕັມ​ໃຈ​ຈະ​ເຊື່ອ​ຟັງ​ຄວາມ​ຈິງ ແລະ ເອົາ​ໃຈ​ໃສ່​ຄວາມ​ຈິງ​ເພື່ອ​ພວກ​ເຈົ້າ​ຈະ​ໄດ້ ເດີນ​ໄປ​ຢ່າງ​ພາກ​ພູມ​ໃຈ​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ, ແລ້ວ​ພວກ​ເຈົ້າ​ຈະ​ບໍ່​ຈົ່ມ​ເພາະ​ຄວາມ​ຈິງ ແລະ ເວົ້າ​ວ່າ: ເຈົ້າ​ເວົ້າ​ເລື່ອງ​ຮຸນ​ແຮງ​ຕໍ່​ຕ້ານ​ພວກ​ເຮົາ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ຊັກ​ຊວນ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ດ້ວຍ​ສຸດ​ຄວາມ​ພາກ​ພຽນ​ເພື່ອ​ໃຫ້​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້ ຖ່ອມ​ຕົວ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ເຖິງ​ຂະ​ໜາດ​ທີ່​ຂ້າ​ພະ​ເຈົ້າ​ເກີດ​ຄວາມ​ປິ​ຕິ​ຍິນ​ດີ ແລະ ມີ​ຄວາມ​ຫວັງ​ໃນ​ຕົວ​ຂອງ​ພວກ​ເຂົາ, ວ່າ​ພວກ​ເຂົາ​ຈະ​ເດີນ​ໃນ​ທາງ​ຂອງ​ຄວາມ​ຊອບ​ທຳ.

6 ບັດ​ນີ້, ເລື່ອງ​ທັງ​ໝົດ​ນີ້​ໄດ້​ເວົ້າ ແລະ ໄດ້​ເຮັດ​ໄປ​ຂະນະ​ທີ່​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ອາ​ໄສ​ຢູ່​ທີ່​ຜ້າ​ເຕັ້ນ​ໃນ​ຮ່ອມ​ພູ​ທີ່​ເພິ່ນ​ເອີ້ນ​ວ່າ ເລ​ມູ​ເອນ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ຮັບ​ເອົາ ລູກ​ສາວ​ຄົນ​ໜຶ່ງ​ຂອງ​ອິດ​ຊະ​ມາ​ເອນ​ມາ​ເປັນ ເມຍ; ແລະ ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໄດ້​ຮັບ​ເອົາ​ລູກ​ສາວ​ຄົນ​ອື່ນໆ​ຂອງ​ອິດ​ຊະ​ມາ​ເອນ​ມາ​ເປັນ​ເມຍ; ແລະ ໂຊຣຳ​ກໍ​ໄດ້​ຮັບ​ເອົາ​ລູກ​ສາວ​ກົກ​ຂອງ​ອິດ​ຊະ​ມາ​ເອນ​ມາ​ເປັນ​ເມຍ​ເໝືອນ​ກັນ.

8 ແລະ ດັ່ງ​ນັ້ນ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ໃຫ້​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ປະທານ​ໃຫ້​ເພິ່ນ​ສຳ​ເລັດ​ໂດຍ​ຄົບ​ຖ້ວນ. ແລະ ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ຮັບ​ພອນ​ຢ່າງ​ຍິ່ງ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ເໝືອນ​ກັນ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຮັບ​ສັ່ງ​ກັບ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຕອນ​ກາງ​ຄືນ ແລະ ບັນ​ຊາ​ເພິ່ນ​ໃຫ້​ອອກ​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ໃນ​ມື້​ຕໍ່​ມາ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຕື່ນ​ຂຶ້ນ​ໃນ​ຕອນ​ເຊົ້າ ແລະ ອອກ​ໄປ​ທີ່​ປາກ​ປະຕູ​ຜ້າ​ເຕັ້ນ​ນັ້ນ, ເພິ່ນ​ແປກ​ໃຈ​ຫລາຍ​ທີ່​ເຫັນ ລູກ​ກົມ​ອັນ​ມີ​ຝີ​ມື​ແປກ​ປະ​ຫລາດ​ລູກ​ໜຶ່ງ​ວາງ​ຢູ່​ເທິງ​ພື້ນ​ດິນ; ແລະ ມັນ​ເປັນ​ທອງ​ເຫລືອງ​ຢ່າງ​ດີ. ແລະ ພາຍ​ໃນ​ລູກ​ກົມ​ມີ​ເຂັມ​ສອງ​ອັນ; ແລະ ເຂັມ​ໜຶ່ງ​ຊີ້​ໄປ​ທາງ​ທີ່​ພວກ​ເຮົາ​ຄວນ​ໄປ ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ເຕົ້າ​ໂຮມ​ສິ່ງ​ຂອງ​ຕ່າງໆ​ທີ່​ຈະ​ນຳ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ແລະ ສະ​ບຽງ​ອາຫານ​ທີ່​ຍັງ​ເຫລືອ​ຢູ່​ທັງ​ໝົດ ຊຶ່ງ​ພຣະ​ຜູ້​ເປັນ​ເຈົ້າ​ປະທານ​ໃຫ້​ພວກ​ເຮົາ; ແລະ ພວກ​ເຮົາ​ໄດ້​ເອົາ​ເມັດ​ພືດ​ທຸກ​ຊະ​ນິດ​ເພື່ອ​ຈະ​ໄດ້​ເອົາ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ເອົາ​ຜ້າ​ເຕັ້ນ​ຂອງ​ພວກ​ເຮົາ ແລະ ອອກ​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ຂ້າມ​ແມ່​ນ້ຳ​ເລມັນ​ໄປ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ເດີນ​ທາງ​ໄປ​ເປັນ​ເວລາ​ສີ່​ມື້​ໃນ​ທິດ​ທາງ​ຂ້ອນ​ໄປ​ທາງ​ໃຕ້​ຂອງ​ທາງ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ແລະ ພວກ​ເຮົາ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ຂຶ້ນ​ອີກ; ແລະ ພວກ​ເຮົາ​ໄດ້​ຕັ້ງ​ຊື່​ບ່ອນ​ນັ້ນ​ວ່າ ເຊ​ເຊີ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ເອົາ​ຄັນ​ທະ​ນູ ແລະ ລູກ​ທະ​ນູ​ຂອງ​ພວກ​ເຮົາ, ແລະ ອອກ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ເພື່ອ​ລ່າ​ສັດ​ມາ​ເປັນ​ອາຫານ​ໃຫ້​ຄອບ​ຄົວ​ຂອງ​ພວກ​ເຮົາ; ແລະ ຫລັງ​ຈາກ​ໄດ້​ສັດ​ມາ​ເປັນ​ອາຫານ​ໃຫ້​ຄອບ​ຄົວ​ແລ້ວ ພວກ​ເຮົາ​ກໍ​ໄດ້​ກັບ​ມາ​ຫາ​ຄອບ​ຄົວ​ຂອງ​ພວກ​ເຮົາ​ອີກ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ທີ່​ເຊ​ເຊີ. ແລະ ພວກ​ເຮົາ​ໄດ້​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ອີກ​ຕາມ​ທິດ​ທາງ​ເດີມ​ໂດຍ​ຢູ່​ໃນ​ທາງ​ທີ່​ອຸ​ດົມ​ສົມ​ບູນ​ທີ່​ສຸດ​ຂອງ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ອັນ​ເປັນ​ຊາຍ​ແດນ​ໃກ້ ທະເລ​ແດງ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ເດີນ​ທາງ​ໄປ​ເປັນ​ເວລາ​ຫລາຍ​ມື້​ໂດຍ​ການ​ລ່າ​ເນື້ອ​ມາ​ເປັນ​ອາຫານ​ຕາມ​ທາງ​ທີ່​ໄປ​ນັ້ນ​ດ້ວຍ​ຄັນ​ທະ​ນູ ແລະ ລູກ​ທະ​ນູ ແລະ ກ້ອນ​ຫີນ ແລະ ກະ​ຖຸນ​ຂອງ​ພວກ​ເຮົາ.

16 ແລະ ພວກ​ເຮົາ​ໄດ້​ໄປ​ຕາມ ທິດ​ທາງ​ຂອງ​ລູກ​ກົມ ຊຶ່ງ​ນຳ​ພວກ​ເຮົາ​ໄປ​ໃນ​ບ່ອນ​ທີ່​ອຸ​ດົມ​ສົມ​ບູນ​ຫລາຍ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

17 ແລະ ຫລັງ​ຈາກ​ພວກ​ເຮົາ​ເດີນ​ທາງ​ເປັນ​ເວລາ​ຫລາຍ​ມື້​ແລ້ວ, ພວກ​ເຮົາ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ຂອງ​ພວກ​ເຮົາ​ຂຶ້ນ​ຢູ່​ຊົ່ວ​ໄລ​ຍະ​ໜຶ່ງ​ເພື່ອ​ຈະ​ໄດ້​ພັກ​ຜ່ອນ ແລະ ຫາ​ອາຫານ​ໃຫ້​ຄອບ​ຄົວ​ຂອງ​ພວກ​ເຮົາ​ອີກ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເວລາ​ທີ່​ຂ້າ​ພະ​ເຈົ້າ​ນີໄຟ​ອອກ​ໄປ​ລ່າ​ສັດ​ມາ​ເປັນ​ອາຫານ​ນັ້ນ, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ຄັນ​ທະ​ນູ​ຂອງ​ຂ້າ​ພະ​ເຈົ້າ​ຫັກ ຊຶ່ງ​ເຮັດ​ດ້ວຍ ເຫລັກ​ຢ່າງ​ດີ; ແລະ ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຮັດ​ຄັນ​ທະ​ນູ​ຫັກ​ແລ້ວ, ຈົ່ງ​ເບິ່ງ, ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ໃຈ​ຮ້າຍ​ໃຫ້​ຂ້າ​ພະ​ເຈົ້າ​ເພາະ​ການ​ສູນ​ເສຍ​ຄັນ​ທະ​ນູ​ຂອງ​ຂ້າ​ພະ​ເຈົ້າ, ສະນັ້ນ​ພວກ​ເຮົາ​ຈຶ່ງ​ຫາ​ອາຫານ​ບໍ່​ໄດ້.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ກັບ​ມາ​ຫາ​ຄອບ​ຄົວ​ຂອງ​ພວກ​ເຮົາ​ໂດຍ​ບໍ່​ມີ​ອາຫານ, ແລະ ອິດ​ເມື່ອຍ​ຫລາຍ, ເນື່ອງ​ຈາກ​ການ​ເດີນ​ທາງ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈຶ່ງ​ໄດ້​ປະ​ສົບ​ຄວາມ​ທຸກ​ທໍ​ລະ​ມານ​ຫລາຍ ເພາະ​ຕ້ອງ​ການ​ອາຫານ​ທີ່​ຈະ​ກິນ.

20 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເລມັນ​ກັບ​ເລ​ມູ​ເອນ ແລະ ລູກ​ຊາຍ​ຂອງ​ອິດ​ຊະ​ມາ​ເອນ​ໄດ້​ເລີ່ມ​ຈົ່ມ​ຫລາຍ​ຂຶ້ນ​ເພາະ​ວ່າ​ຄວາມ​ທຸກ​ທໍ​ລະ​ມານ ແລະ ຄວາມ​ທຸກ​ຂອງ​ພວກ​ເຂົາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແລະ ບິດາ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ເລີ່ມ​ຈົ່ມ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເພິ່ນ​ຄື​ກັນ; ແທ້​ຈິງ​ແລ້ວ, ແລະ ພວກ​ເຂົາ​ໄດ້​ເສົ້າ​ສະ​ຫລົດ​ໃຈ​ຢ່າງ​ຍິ່ງ, ແລະ ທຸກ​ຄົນ​ກໍ​ໄດ້​ຈົ່ມ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ.

21 ບັດ​ນີ້​ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີໄຟ​ໂດຍ​ທີ່​ເປັນ​ທຸກ​ກັບ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ ເພາະ​ການ​ສູນ​ເສຍ​ຄັນ​ທະ​ນູ​ຂອງ​ຂ້າ​ພະ​ເຈົ້າ, ແລະ ໂດຍ​ທີ່​ຄັນ​ທະ​ນູ​ຂອງ​ພວກ​ເຂົາ​ບໍ່​ມີ​ສາຍ, ມັນ​ຈຶ່ງ​ເລີ່ມ​ລຳ​ບາກ​ຫລາຍ​ຂຶ້ນ, ແທ້​ຈິງ​ແລ້ວ, ເຖິງ​ຂະ​ໜາດ​ທີ່​ພວກ​ເຮົາ​ຫາ​ອາຫານ​ບໍ່​ໄດ້​ເລີຍ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ເວົ້າ​ກັບ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ຫລາຍ​ຢ່າງ, ເພາະ​ພວກ​ເຂົາ​ເຮັດ​ໃຈ​ແຂງ​ກະ​ດ້າງ​ອີກ, ຈົນ​ເຖິງ​ຂັ້ນ ຈົ່ມ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ພວກ​ເຂົາ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ເຮັດ​ຄັນ​ທະ​ນູ​ອັນ​ໜຶ່ງ​ຂຶ້ນ​ດ້ວຍ​ໄມ້, ແລະ ລູກ​ທະ​ນູ​ລູກ​ໜຶ່ງ​ຈາກ​ໄມ້​ຊື່​ອັນ​ໜຶ່ງ; ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ໄດ້​ຖື​ຄັນ​ທະ​ນູ​ກັບ​ລູກ​ທະ​ນູ, ທັງ​ກະ​ຖຸນ​ກັບ​ກ້ອນ​ຫີນ. ແລະ ຂ້າ​ພະ​ເຈົ້າ​ໄດ້​ຖາມ ບິດາ​ຂອງ​ຂ້າ​ພະ​ເຈົ້າ​ວ່າ: ລູກ​ຄວນ​ຈະ​ອອກ​ໄປ​ຫາ​ອາຫານ​ໃນ​ທາງ​ໃດ?

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້ ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ, ເພາະ​ທຸກ​ຄົນ​ຖ່ອມ​ຕົວ​ແລ້ວ ເພາະ​ຄຳ​ເວົ້າ​ຂອງ​ຂ້າ​ພະ​ເຈົ້າ; ເພາະ​ຂ້າ​ພະ​ເຈົ້າ​ໄດ້​ກ່າວ​ກັບ​ພວກ​ເຂົາ​ຫລາຍ​ເລື່ອງ​ດ້ວຍ​ພະ​ລັງ​ແຫ່ງ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ.

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ; ແລະ ເພິ່ນ​ໄດ້​ຖືກ ຕີ​ສອນ​ຢ່າງ​ໜັກ​ເພາະ​ເພິ່ນ​ໄດ້​ຈົ່ມ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ, ເຖິງ​ຂະ​ໜາດ​ທີ່​ເພິ່ນ​ຖືກ​ນຳ​ລົງ​ໄປ​ສູ່​ຄວາມ​ເລິກ​ແຫ່ງ​ຄວາມ​ເສົ້າ​ສະ​ຫລົດ​ໃຈ.

26 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ເພິ່ນ​ວ່າ: ຈົ່ງ​ເບິ່ງ​ລູກ​ກົມ, ແລະ ເບິ່ງ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ນັ້ນ.

27 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ເຫັນ​ສິ່ງ​ທີ່​ຂຽນ​ໄວ້​ໃນ​ລູກ​ກົມ, ເພິ່ນ​ກໍ​ມີ​ຄວາມ​ຢ້ານ​ກົວ ແລະ ຕົວ​ສັ່ນ​ສາຍ​ຢ່າງ​ຍິ່ງ, ແລະ ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ກັບ​ລູກ​ຂອງ​ອິດ​ຊະ​ມາ​ເອນ​ກັບ​ພວກ​ເມຍ​ຂອງ​ພວກ​ເຮົາ​ກໍ​ເໝືອນ​ກັນ.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ເຫັນ​ເຂັມ​ຊຶ່ງ​ຢູ່​ໃນ​ລູກ​ກົມ​ວ່າ ມັນ​ທຳ​ງານ​ຕາມ ສັດທາ ແລະ ຄວາມ​ພາກ​ພຽນ ແລະ ຄວາມ​ເອົາ​ໃຈ​ໃສ່​ຊຶ່ງ​ພວກ​ເຮົາ​ໃຫ້​ແກ່​ມັນ.

29 ແລະ ມີ​ຂໍ້​ຄວາມ​ຂຽນ​ໄວ້​ໃໝ່ໆ​ອີກ ຊຶ່ງ​ອ່ານ​ງ່າຍໆ, ຊຶ່ງ​ໄດ້​ໃຫ້ ຄວາມ​ເຂົ້າ​ໃຈ​ແກ່​ພວກ​ເຮົາ​ກ່ຽວ​ກັບ​ທາງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ມັນ​ມີ​ຂຽນ ແລະ ປ່ຽນ​ໄປ​ເປັນ​ບາງ​ຄັ້ງ​ຕາມ​ສັດທາ ແລະ ຄວາມ​ພາກ​ພຽນ ຊຶ່ງ​ພວກ​ເຮົາ​ໃຫ້​ແກ່​ມັນ. ແລະ ພວກ​ເຮົາ​ຈຶ່ງ​ເຫັນ​ດັ່ງ​ນັ້ນ​ວ່າ ດ້ວຍ​ວິ​ທີ ນ້ອຍໆ ແລະ ງ່າຍໆ​ນີ້ ພຣະ​ຜູ້​ເປັນ​ເຈົ້າ​ນຳ​ເລື່ອງ​ອັນ​ໃຫຍ່​ຍິ່ງ​ມາ​ໃຫ້.

30 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ຂຶ້ນ​ໄປ​ເທິງ​ຈອມ​ພູ​ຕາມ​ທິດ​ທາງ, ຊຶ່ງ​ໃຫ້​ໄວ້​ໃນ​ລູກ​ກົມ​ນັ້ນ.

31 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ຂ້າ​ສັດ​ປ່າ, ເຖິງ​ຂະ​ໜາດ​ທີ່​ໄດ້​ອາຫານ​ມາ​ໃຫ້​ຄອບ​ຄົວ​ຂອງ​ພວກ​ເຮົາ.

32 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ກັບ​ມາ​ທີ່​ຜ້າ​ເຕັ້ນ​ຂອງ​ພວກ​ເຮົາ, ເອົາ​ສັດ​ທີ່​ຂ້າ​ພະ​ເຈົ້າ​ຂ້າ​ມາ​ພ້ອມ; ແລະ ບັດ​ນີ້​ເມື່ອ​ພວກ​ເຂົາ​ເຫັນ​ຂ້າ​ພະ​ເຈົ້າ​ໄດ້​ອາຫານ​ມາ, ຄວາມ​ສຸກ​ຂອງ​ພວກ​ເຂົາ​ນັ້ນ​ລົ້ນ​ເຫລືອ! ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຖ່ອມ​ຕົວ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແລະ ໄດ້​ຖວາຍ​ຄວາມ​ຂອບ​ຄຸນ​ແດ່​ພຣະ​ອົງ.

33 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ອອກ​ເດີນ​ທາງ​ອີກ, ໂດຍ​ໄປ​ເກືອບ​ຈະ​ຊ້ຳ​ທາງ​ດຽວ​ກັນ​ກັບ​ເມື່ອ​ເລີ່ມ​ຕົ້ນ; ແລະ ຫລັງ​ຈາກ​ພວກ​ເຮົາ​ໄດ້​ເດີນ​ທາງ​ໄປ​ເປັນ​ເວລາ​ຫລາຍ​ມື້ ພວກ​ເຮົາ​ຈຶ່ງ​ໄດ້​ຕັ້ງ​ຜ້າ​ເຕັ້ນ​ຂອງ​ພວກ​ເຮົາ​ຂຶ້ນ​ອີກ, ເພື່ອ​ຈະ​ໄດ້​ພັກ​ເຊົາ​ຢູ່​ຊົ່ວ​ໄລ​ຍະ​ໜຶ່ງ.

34 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ອິດ​ຊະ​ມາ​ເອນ​ໄດ້​ສິ້ນ​ຊີ​ວິດ ແລະ ຖືກ​ຝັງ​ໄວ້​ໃນ​ບ່ອນ​ທີ່​ເອີ້ນ​ວ່າ ເນ​ຮອມ.

35 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ລູກ​ສາວ​ຂອງ​ອິດ​ຊະ​ມາ​ເອນ​ກໍ​ເປັນ​ທຸກ​ຢ່າງ​ຍິ່ງ​ເພາະ​ການ​ສູນ​ເສຍ​ບິດາ ແລະ ເພາະ ຄວາມ​ທຸກ​ຂອງ​ພວກ​ເຂົາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ແລະ ພວກ​ເຂົາ​ຈຶ່ງ​ໄດ້​ຈົ່ມ​ໃຫ້​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ເພາະ​ເພິ່ນ​ໄດ້​ພາ​ພວກ​ເຂົາ​ອອກ​ມາ​ຈາກ​ແຜ່ນ​ດິນ​ເຢຣູ​ຊາເລັມ​ໂດຍ​ກ່າວ​ວ່າ​ບິດາ​ຂອງ​ພວກ​ເຮົາ​ໄດ້​ສິ້ນ​ຊີ​ວິດ​ໄປ​ແລ້ວ; ແທ້​ຈິງ​ແລ້ວ ພວກ​ເຮົາ​ຊັດ​ເຊ​ພະ​ເນ​ຈອນ​ມາ​ຫລາຍ​ແລ້ວ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ພວກ​ເຮົາ​ໄດ້​ທຸກ, ຫິວ, ກະ​ຫາຍ, ແລະ ອິດ​ເມື່ອຍ​ຫລາຍ; ແລະ ຫລັງ​ຈາກ​ຄວາມ​ທຸກ​ທັງ​ໝົດ​ນີ້​ແລ້ວ ພວກ​ເຮົາ​ຕ້ອງ​ມາ​ຕາຍ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ດ້ວຍ​ຄວາມ​ອຶດ​ຫິວ​ອີກ.

36 ແລະ ພວກ​ເຂົາ​ໄດ້​ຈົ່ມ​ໃຫ້​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ດັ່ງ​ນັ້ນ ແລະ ໄດ້​ຈົ່ມ​ໃຫ້​ຂ້າ​ພະ​ເຈົ້າ​ນຳ​ອີກ ແລະ ພວກ​ເຂົາ​ປາດ​ຖະ​ໜາ​ທີ່​ຈະ​ກັບ​ຄືນ​ໄປ​ເຢຣູ​ຊາເລັມ.

37 ແລະ ເລມັນ​ໄດ້​ເວົ້າ​ກັບ​ເລ​ມູ​ເອນ ແລະ ພວກ​ລູກ​ຊາຍ​ຂອງ​ອິດ​ຊະ​ມາ​ເອນ​ອີກ​ວ່າ: ຈົ່ງ​ເບິ່ງ, ໃຫ້​ພວກ​ເຮົາ ຂ້າ​ບິດາ​ຂອງ​ພວກ​ເຮົາ​ກັບ​ນີໄຟ​ນ້ອງ​ຊາຍ​ຂອງ​ພວກ​ເຮົາ​ເສຍ ຜູ້​ທີ່​ຖື​ຕົນ​ເປັນ ຜູ້​ປົກ​ຄອງ ແລະ ເປັນ​ຜູ້​ສອນ​ຂອງ​ພວກ​ເຮົາ​ຜູ້​ເປັນ​ອ້າຍ​ຂອງ​ມັນ.

38 ບັດ​ນີ້​ມັນ​ເວົ້າ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເວົ້າ​ກັບ​ມັນ ແລະ​ວ່າ ເຫລົ່າ​ທູດ​ໄດ້​ສິດ​ສອນ​ມັນ​ນຳ​ອີກ. ແຕ່​ຈົ່ງ​ເບິ່ງ, ພວກ​ເຮົາ​ຮູ້​ວ່າ​ມັນ​ຕົວະ​ພວກ​ເຮົາ; ແລະ ມັນ​ເລົ່າ​ເລື່ອງ​ເຫລົ່າ​ນີ້​ກັບ​ພວກ​ເຮົາ ແລະ ມັນ​ເຮັດ​ມາ​ຫລາຍ​ຢ່າງ​ໂດຍ​ເລ່​ຫລ່ຽມ​ທີ່​ສະຫລາດ​ແກມ​ໂກງ​ຂອງ​ມັນ ເພື່ອ​ຈະ​ຫລອກ​ລວງ​ຕາ​ຂອງ​ພວກ​ເຮົາ​ໂດຍ​ຄິດ​ວ່າ ມັນ​ອາດ​ຈະ​ນຳ​ພວກ​ເຮົາ​ໄປ​ຫາ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ທີ່​ແປກ​ປະ​ຫລາດ; ແລະ ຫລັງ​ຈາກ​ມັນ​ນຳ​ພວກ​ເຮົາ​ໄປ​ແລ້ວ ມັນ​ກໍ​ຈະ​ຄິດ​ຕັ້ງ​ຕົ້ນ​ເປັນ​ກະສັດ ແລະ ປົກ​ຄອງ​ພວກ​ເຮົາ ເພື່ອ​ມັນ​ຈະ​ໄດ້​ເຮັດ​ກັບ​ພວກ​ເຮົາ​ຕາມ​ຄວາມ​ປາດ​ຖະ​ໜາ ແລະ ຕາມ​ຄວາມ​ພໍ​ໃຈ​ຂອງ​ມັນ. ແລະ ຕາມ​ວິ​ທີ​ນີ້​ເລມັນ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຍຸ​ຍົງ​ໃຈ​ຂອງ​ພວກ​ເຂົາ​ໃຫ້​ໂມ​ໂຫ​ຂຶ້ນ.

39 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ຢູ່​ກັບ​ພວກ​ເຮົາ, ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ ແລະ ຮັບ​ສັ່ງ​ກັບ​ພວກ​ເຂົາ​ຫລາຍ​ຢ່າງ ແລະ ຕີ​ສອນ​ພວກ​ເຂົາ​ຢ່າງ​ໜັກ; ແລະ ຫລັງ​ຈາກ​ພວກ​ເຂົາ​ຖືກ​ຕີ​ສອນ​ໂດຍ​ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ ພວກ​ເຂົາ​ກໍ​ເຊົາ​ໃຈ​ຮ້າຍ ແລະ ພວກ​ເຂົາ​ໄດ້​ກັບ​ໃຈ​ຈາກ​ບາບ​ຂອງ​ພວກ​ເຂົາ, ເຖິງ​ຂະ​ໜາດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ປະທານ​ພອນ​ໃຫ້​ແກ່​ພວກ​ເຮົາ​ດ້ວຍ​ອາຫານ​ອີກ​ຈົນ​ພວກ​ເຮົາ​ບໍ່​ຕາຍ​ຍ້ອນ.