ພຣະ​ຄຳ​ພີ
1 ນີໄຟ 20


ບົດ​ທີ 20

ພຣະ​ຜູ້​ເປັນ​ເຈົ້າ​ເປີດ​ເຜີຍ​ພຣະ​ປະສົງ​ຂອງ​ພຣະ​ອົງ​ແກ່​ອິດສະ​ຣາເອນ—ອິດສະ​ຣາເອນ​ຈະ​ອອກ​ໄປ​ຈາກ​ບາ​ບີ​ໂລນ ແລະ ຖືກ​ເລືອກ​ໃນ​ເຕົາ​ໄຟ​ແຫ່ງ​ຄວາມ​ທຸກ—ປຽບ​ທຽບ​ກັບ ເອຊາ​ຢາ 48. ປະ​ມານ 588–570 ປີ ກ່ອນ ຄ.ສ.

1 ຈົ່ງ​ເຊື່ອ​ຟັງ​ຂໍ້​ຄວາມ​ນີ້​ເຖີດ, ໂອ້ ເຊື້ອ​ສາຍ​ຂອງ​ຢາໂຄບ, ຜູ້​ທີ່​ຖືກ​ເອີ້ນ​ໃນ​ນາມ​ຂອງ​ເຊື້ອ​ສາຍ​ອິດສະ​ຣາເອນ, ແລະ ຜູ້​ທີ່​ອອກ​ມາ​ຈາກ​ນ້ຳ​ແຫ່ງ​ຢູ​ດາ ຫລື ອອກ​ມາ​ຈາກ​ນ້ຳ​ແຫ່ງ ການ​ບັບຕິ​ສະມາ, ຜູ້​ທີ່​ໄດ້​ສາບານ​ໃນ​ພຣະ​ນາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເວົ້າ​ເຖິງ​ພຣະ​ເຈົ້າ​ຂອງ​ອິດສະ​ຣາເອນ, ແຕ່​ເຂົາ​ຍັງ​ບໍ່​ສາ​ມາດ​ສາບານ​ດ້ວຍ​ຄວາມ​ຈິງ ຫລື ຄວາມ​ຊອບ​ທຳ​ເທື່ອ.

2 ເຖິງ​ຢ່າງ​ໃດ​ກໍ​ຕາມ, ເຂົາ​ຂະ​ໜານ​ນາມ​ຕົນ​ເອງ​ຕາມ ນະຄອນ​ສັກ​ສິດ, ແຕ່​ເຂົາ​ບໍ່​ໄດ້ ມີ​ຄວາມ​ໝັ້ນ​ຄົງ​ຢູ່​ໃນ​ພຣະ​ເຈົ້າ​ຂອງ​ອິດສະ​ຣາເອນ, ຜູ້​ເປັນ​ຈອມ​ໂຍທາ; ແທ້​ຈິງ​ແລ້ວ, ພຣະ​ນາມ​ຂອງ​ພຣະ​ອົງ​ຄື​ຈອມ​ໂຍທາ.

3 ຈົ່ງ​ເບິ່ງ, ເລື່ອງ​ລາວ ແຕ່​ກ່ອນ​ນັ້ນ ເຮົາ​ປະ​ກາດ​ແລ້ວ​ຕັ້ງ​ແຕ່​ຕົ້ນ ແລະ ມັນ​ອອກ​ມາ​ຈາກ​ປາກ​ຂອງ​ເຮົາ​ແລ້ວ, ແລະ ເຮົາ​ໄດ້​ສະແດງ​ແລ້ວ​ແກ່​ເຂົາ. ເຮົາ​ໄດ້​ສະແດງ​ແກ່​ເຂົາ​ໂດຍ​ທັນ​ທີ.

4 ແລະ ເຮົາ​ໄດ້​ເຮັດ​ເພາະ​ເຮົາ​ຮູ້​ຈັກ​ວ່າ ເຈົ້າ​ເປັນ​ຄົນ​ດື້​ດ້ານ ແລະ ຄໍ​ຂອງ​ເຈົ້າ​ແຂງ​ເໝືອນ​ເຫລັກ, ແລະ ໜ້າ​ຂອງ​ເຈົ້າ​ເປັນ​ທອງ​ເຫລືອງ;

5 ແລະ ເຮົາ​ປະ​ກາດ​ແກ່​ເຈົ້າ​ແລ້ວ​ຕັ້ງ​ແຕ່​ຕົ້ນ​ວ່າ ເຮົາ​ໄດ້​ສະແດງ​ມັນ​ກ່ອນ​ເຫດ​ການ​ຈະ​ເກີດ​ຂຶ້ນ ແລະ ເຮົາ​ໄດ້​ສະແດງ​ມັນ​ແກ່​ເຈົ້າ ເພາະ​ຢ້ານ​ເຈົ້າ​ເວົ້າ​ວ່າ—ຮູບ​ບູຊາ​ຂອງ​ເຮົາ​ໄດ້​ເຮັດ​ຂຶ້ນ​ມາ ແລະ ຮູບ​ຄວັດ​ສະ​ຫລັກ​ຂອງ​ເຮົາ ແລະ ຮູບ​ຫລໍ່​ຂອງ​ເຮົາ​ໄດ້​ບັນ​ຊາ​ມັນ​ຂຶ້ນ​ມາ.

6 ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ເລື່ອງ​ທັງ​ໝົດ​ນີ້​ແລ້ວ ເຈົ້າ​ຈະ​ບໍ່​ປະ​ກາດ​ມັນ​ບໍ? ແລະ ຕັ້ງ​ແຕ່​ເວລາ​ນີ້​ໄປ ເຮົາ​ຈະ​ເລົ່າ​ສິ່ງ​ໃໝ່ໆ​ໃຫ້​ເຈົ້າ​ຟັງ, ເປັນ​ສິ່ງ​ທີ່​ປິດ​ຊ້ອນ​ໄວ້ ຊຶ່ງ​ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ​ມາ​ກ່ອນ.

7 ເປັນ​ສິ່ງ​ທີ່​ສ້າງ​ຂຶ້ນ​ໃໝ່, ບໍ່​ແມ່ນ​ດົນ​ມາ​ແລ້ວ, ກ່ອນ​ມື້​ນີ້​ເຈົ້າ​ບໍ່​ເຄີຍ​ໄດ້​ຍິນ​ກ່ຽວ​ກັບ​ມັນ ຢ້ານ​ວ່າ​ເຈົ້າ​ຈະ​ເວົ້າ​ວ່າ—ຈົ່ງ​ເບິ່ງ ຂ້າ​ນ້ອຍ​ຮູ້​ແລ້ວ.

8 ແທ້​ຈິງ​ແລ້ວ, ເຈົ້າ​ບໍ່​ໄດ້​ຍິນ​ມັນ​ດອກ; ແທ້​ຈິງ​ແລ້ວ, ເຈົ້າ​ບໍ່​ຮູ້​ຈັກ​ມັນ​ດອກ; ແທ້​ຈິງ​ແລ້ວ, ນັບ​ແຕ່​ເວລາ​ນັ້ນ​ຫູ​ຂອງ​ເຈົ້າ​ບໍ່​ໄດ້​ເປີດ; ເພາະ​ເຮົາ​ຮູ້​ວ່າ​ເຈົ້າ​ຈະ​ກະ​ທຳ​ການ​ທໍ​ລະ​ຍົດ​ຢ່າງ​ໃຫຍ່​ຫລວງ ແລະ ຖືກ​ເອີ້ນ​ວ່າ ຜູ້​ລະເມີດ​ຕັ້ງ​ແຕ່​ໃນ​ທ້ອງ​ແມ່.

9 ເຖິງ​ຢ່າງ​ໃດ​ກໍ​ຕາມ ເພາະ​ເຫັນ​ແກ່ ຊື່​ຂອງ​ເຮົາ ເຮົາ​ຈຶ່ງ​ອົດ​ກັ້ນ​ພຣະ​ພິ​ໂລດ​ໄວ້, ແລະ ເພາະ​ເຫັນ​ແກ່​ຄວາມ​ສັນ​ລະ​ເສີນ​ຂອງ​ເຮົາ, ເຮົາ​ຈຶ່ງ​ຫ້າມ​ບໍ່​ໃຫ້​ຕັດ​ເຈົ້າ​ອອກ​ໄປ.

10 ເພາະ​ຈົ່ງ​ເບິ່ງ, ເຮົາ​ຫລໍ່​ຫລອມ​ເຈົ້າ, ເຮົາ​ເລືອກ​ເຈົ້າ​ໃນ​ເຕົາ​ໄຟ​ແຫ່ງ ຄວາມ​ທຸກ.

11 ເພື່ອ​ເຫັນ​ແກ່​ເຮົາ, ແທ້​ຈິງ​ແລ້ວ, ເພື່ອ​ເຫັນ​ແກ່​ເຮົາ, ເຮົາ​ຈະ​ທຳ​ການ​ນີ້, ເພາະ​ວ່າ​ເຮົາ​ຈະ​ບໍ່​ຍອມ​ໃຫ້ ຊື່​ຂອງ​ເຮົາ​ມີ​ມົນ​ທິນ, ແລະ ເຮົາ​ຈະ ບໍ່ສະລະ​ລັດ​ສະ​ໝີ​ພາບ​ຂອງ​ເຮົາ​ໃຫ້​ແກ່​ຜູ້​ອື່ນ.

12 ຈົ່ງ​ເຊື່ອ​ຟັງ​ເຮົາ, ໂອ້ ຢາໂຄບ, ແລະ ອິດສະ​ຣາເອນ, ຜູ້​ທີ່​ເຮົາ​ເອີ້ນ​ແລ້ວ ເຮົາ​ກໍ​ຄື​ເຂົາ; ເຮົາ​ເປັນ​ຜູ້ ທຳ​ອິດ ແລະ ເປັນ​ຜູ້​ສຸດ​ທ້າຍ​ນັ້ນ.

13 ມື​ຂອງ​ເຮົາ ວາງ​ພື້ນ​ຖານ​ຂອງ​ແຜ່ນ​ດິນ​ໂລກ, ແລະ ມື​ຂວາ​ຂອງ​ເຮົາ​ຄືບ​ເຖິງ​ຟ້າ​ສະຫວັນ. ເຮົາ​ເອີ້ນ​ມັນ ແລະ ມັນ​ພາ​ກັນ​ລຸກ​ຂຶ້ນ.

14 ທ່ານ​ທັງ​ຫລາຍ​ຈົ່ງ​ຊຸມ​ນຸມ​ກັນ, ແລະ ຟັງ; ຜູ້​ໃດ​ໃນ​ບັນ​ດາ​ພວກ​ນັ້ນ​ທີ່​ປະ​ກາດ​ເລື່ອງ​ເຫລົ່າ​ນີ້​ແກ່​ພວກ​ເຂົາ? ພຣະ​ຜູ້​ເປັນ​ເຈົ້າ​ຮັກ​ຜູ້​ນັ້ນ; ແທ້​ຈິງ​ແລ້ວ ແລະ ຜູ້​ນັ້ນ​ຈະ​ເຮັດ​ໃຫ້​ພຣະ​ຄຳ​ຂອງ​ພຣະ​ອົງ​ທີ່​ພວກ​ເຂົາ​ປະ​ກາດ ສຳ​ເລັດ; ແລະ ພຣະ​ອົງ​ຈະ​ເຮັດ​ກັບ ບາ​ບີ​ໂລນ​ຕາມ​ພຣະ​ໄທ​ຂອງ​ພຣະ​ອົງ ແລະ ແຂນ​ຂອງ​ພຣະ​ອົງ​ຈະ​ມາ​ຢູ່​ເທິງ​ຊາວ​ເຄນ​ເດຍ.

15 ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ອີກ​ວ່າ; ເຮົາ​ພຣະ​ຜູ້​ເປັນ​ເຈົ້າ, ແທ້​ຈິງ​ແລ້ວ, ເຮົາ​ໄດ້​ກ່າວ​ໄວ້; ແທ້​ຈິງ​ແລ້ວ, ເຮົາ​ໄດ້​ເອີ້ນ​ເຂົາ​ໃຫ້​ມາ​ປະ​ກາດ, ເຮົາ​ພາ​ເຂົາ​ມາ, ແລະ ເຂົາ​ຈະ​ເຮັດ​ທາງ​ຂອງ​ເຂົາ​ໃຫ້​ຈະ​ເລີນ.

16 ຈົ່ງ​ເຂົ້າ​ມາ​ໃກ້​ເຮົາ; ເຮົາ​ບໍ່​ໄດ້​ເວົ້າ​ໃນ​ທີ່ ລີ້​ລັບ; ຕັ້ງ​ແຕ່​ຕົ້ນ, ຕັ້ງ​ແຕ່​ເວລາ​ທີ່​ມີ​ປະ​ກາດ​ເຮົາ​ກໍ​ເວົ້າ​ແລ້ວ ແລະ ອົງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ພຣະ​ວິນ​ຍານ​ຂອງ​ພຣະ​ອົງ​ໄດ້​ສົ່ງ​ເຮົາ​ມາ.

17 ແລະ ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ຜູ້​ໄຖ່​ຂອງ​ເຈົ້າ ແລະ ພຣະ​ຜູ້​ບໍ​ລິ​ສຸດ​ຂອງ​ອິດສະ​ຣາເອນ​ໄດ້​ກ່າວ​ດັ່ງ​ນີ້; ເຮົາ​ໄດ້​ສົ່ງ​ເຂົາ​ໄປ, ພຣະ​ຜູ້​ເປັນ​ເຈົ້າ​ອົງ​ເປັນ​ພຣະ​ເຈົ້າ​ຂອງ​ເຈົ້າ, ຜູ້​ສິດ​ສອນ​ເຈົ້າ​ເພື່ອ​ໃຫ້​ເປັນ​ປະ​ໂຫຍດ, ຜູ້ ນຳ​ພາ​ເຈົ້າ​ໄປ​ຕາມ​ທາງ​ທີ່​ເຈົ້າ​ຄວນ​ໄປ, ໄດ້​ເຮັດ​ສິ່ງ​ນັ້ນ.

18 ໂອ້ ຖ້າ​ເຈົ້າ​ເຊື່ອ​ຟັງ ບັນ​ຍັດ​ຂອງ​ເຮົາ ເມື່ອ​ນັ້ນ​ສັນ​ຕິ​ສຸກ​ຂອງ​ເຈົ້າ​ຈະ​ເປັນ​ດັ່ງ​ແມ່​ນ້ຳ—​ແລະ ຄວາມ​ຊອບ​ທຳ​ຂອງ​ເຈົ້າ​ຈະ​ເປັນ​ດັ່ງ​ຄື້ນ​ໃນ​ທະເລ.

19 ແລະ ລູກ​ຫລານ​ຂອງ​ເຈົ້າ​ຈະ​ເປັນ​ດັ່ງ​ດິນ​ຊາຍ; ແລະ ລູກ​ຜູ້​ອອກ​ຈາກ​ອຸ​ທອນ​ຂອງ​ເຈົ້າ​ກໍ​ຈະ​ເປັນ​ເໝືອນ​ດັ່ງ​ເມັດ​ຊາຍ; ຊື່​ຂອງ​ເຂົາ​ຈະ​ບໍ່​ຖືກ​ຕັດ​ອອກ ຫລື ຖືກ​ທຳ​ລາຍ​ຕໍ່​ໜ້າ​ເຮົາ.

20 ຈົ່ງ ອອກ​ໄປ​ຈາກ​ບາ​ບີ​ໂລນ, ຈົ່ງ​ໜີ​ໄປ​ຈາກ​ຊາວ​ເຄນ​ເດຍ, ຈົ່ງ​ປະ​ກາດ​ດ້ວຍ​ສຽງ​ເພງ, ຈົ່ງ​ບອກ​ເລື່ອງ​ນີ້, ຈົ່ງ​ອອກ​ໄປ​ສຸດ​ແຜ່ນ​ດິນ​ໂລກ; ເຈົ້າ​ຈົ່ງ​ກ່າວ​ວ່າ: ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ໄຖ່​ຢາໂຄບ ຜູ້​ຮັບ​ໃຊ້​ຂອງ​ພຣະ​ອົງ​ແລ້ວ.

21 ແລະ ພວກ​ເຂົາ​ບໍ່​ໄດ້ ກະ​ຫາຍ​ນ້ຳ​ເວລາ​ພຣະ​ອົງ​ພາ​ເຂົາ​ໄປ​ທາງ​ທະເລ​ຊາຍ; ພຣະ​ອົງ​ໄດ້​ເຮັດ​ໃຫ້​ນ້ຳ​ໄຫລ​ອອກ​ຈາກ ຫີນ​ເພື່ອ​ເຂົາ; ພຣະ​ອົງ​ໄດ້​ຕີ​ຫີນ ແລະ ນ້ຳ​ໄດ້​ພຸ່ງ​ອອກ​ມາ.

22 ທັງໆ​ທີ່​ພຣະ​ອົງ​ເຮັດ​ໄປ​ທັງ​ໝົດ​ນີ້​ແລ້ວ, ແລະ ຫລວງ​ຫລາຍ​ກວ່າ​ນີ້​ອີກ, ກໍ​ຍັງ​ບໍ່​ມີ ສັນ​ຕິ​ສຸກ​ສຳ​ລັບ​ຄົນ​ຊົ່ວ, ພຣະ​ເຈົ້າ​ໄດ້​ກ່າວ​ດັ່ງ​ນີ້.