ພຣະ​ຄຳ​ພີ
1 ນີໄຟ 18


ບົດ​ທີ 18

ເຮືອ​ໄດ້​ສຳ​ເລັດ—ການ​ເກີດ​ຂອງ​ຢາໂຄບ ແລະ ໂຢເຊັບ​ໄດ້​ເວົ້າ​ເຖິງ—ຄອບ​ຄົວ​ເລີ່ມ​ອອກ​ເດີນ​ທາງ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ—ລູກ​ຊາຍ​ຂອງ​ອິດ​ຊະ​ມາ​ເອນ ແລະ ພວກ​ເມຍ​ຂອງ​ພວກ​ເຂົາ​ເຂົ້າ​ຮ່ວມ​ການ​ສະ​ໜຸກ​ສະ​ໜານ ແລະ ກໍ່​ການ​ກະ​ບົດ—ນີໄຟ​ຖືກ​ມັດ ແລະ ເຮືອ​ໄດ້​ຖືກ​ພັດ​ກັບ​ຄືນ​ດ້ວຍ​ພະ​ຍຸ​ຝົນ​ຟ້າ​ຄະ​ນອງ​ທີ່​ຮ້າຍ​ແຮງ—ນີໄຟ​ໄດ້​ຮັບ​ການ​ປົດ​ປ່ອຍ ແລະ ໂດຍ​ການ​ອະ​ທິ​ຖານ​ຂອງ​ເພິ່ນ​ລົມ​ພະ​ຍຸ​ໄດ້​ຢຸດ​ລົງ—ຜູ້​ຄົນ​ມາ​ເຖິງ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ. ປະ​ມານ 591–589 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ນະມັດ​ສະການ​ພຣະ​ຜູ້​ເປັນ​ເຈົ້າ ແລະ ໄດ້​ອອກ​ໄປ​ກັບ​ຂ້າ​ພະ​ເຈົ້າ; ແລະ ພວກ​ເຮົາ​ໄດ້​ເຮັດ​ວຽກ​ດ້ວຍ​ຝີ​ມື​ອັນ​ແປກ​ປະ​ຫລາດ. ແລະ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະແດງ​ໃຫ້​ຂ້າ​ພະ​ເຈົ້າ​ເຫັນ​ເປັນ​ບາງ​ຄັ້ງ​ວ່າ​ຄວນ​ສ່ຽນ​ໄມ້​ວິ​ທີ​ໃດ​ເພື່ອ​ຈະ​ສ້າງ​ເຮືອ​ໄດ້.

2 ບັດ​ນີ້​ຂ້າ​ພະ​ເຈົ້າ​ນີໄຟ​ບໍ່​ໄດ້​ເຮັດ​ວຽກ​ໄມ້​ຕາມ​ວິ​ທີ​ທີ່​ມະນຸດ​ຮຽນ​ຮູ້​ກັນ, ທັງ​ບໍ່​ໄດ້​ສ້າງ​ເຮືອ​ຕາມ​ວິ​ທີ​ຂອງ​ມະນຸດ, ແຕ່​ຂ້າ​ພະ​ເຈົ້າ​ໄດ້​ສ້າງ​ເຮືອ​ຕາມ​ວິ​ທີ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ສະແດງ​ແກ່​ຂ້າ​ພະ​ເຈົ້າ; ດັ່ງ​ນັ້ນ ຈຶ່ງ​ບໍ່​ເປັນ​ໄປ​ຕາມ​ວິ​ທີ​ຂອງ​ມະນຸດ.

3 ແລະ ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ຂຶ້ນ​ໄປ​ເທິງ​ພູ​ເລື້ອຍໆ​ເພື່ອ ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ; ດັ່ງ​ນັ້ນ ພຣະ​ຜູ້​ເປັນ​ເຈົ້າ​ຈຶ່ງ ສະແດງ​ສິ່ງ​ທີ່​ຍິ່ງ​ໃຫຍ່​ແກ່​ຂ້າ​ພະ​ເຈົ້າ.

4 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ສ້າງ​ເຮືອ​ສຳ​ເລັດ​ຕາມ​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ, ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ຈຶ່ງ​ເຫັນ​ວ່າ​ມັນ​ດີ​ຫລາຍ ແລະ ຝີ​ມື​ຂອງ​ການ​ສ້າງ​ນັ້ນ​ດີ​ເລີດ; ດັ່ງ​ນັ້ນ, ພວກ​ເຂົາ​ຈຶ່ງ ຖ່ອມ​ຕົວ​ລົງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ອີກ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສຸ​ລະ​ສຽງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ເຖິງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ, ວ່າ​ພວກ​ເຮົາ​ຄວນ​ລຸກ​ຂຶ້ນ ແລະ ລົງ​ໄປ​ໃນ​ເຮືອ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ໃນ​ມື້​ຕໍ່​ມາ, ຫລັງ​ຈາກ​ພວກ​ເຮົາ​ຕຽມ​ເຄື່ອງ​ຂອງ​ທັງ​ໝົດ, ມີ​ໝາກ​ໄມ້ ແລະ ຊີ້ນ​ຈາກ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ນ້ຳ​ເຜິ້ງ​ເປັນ​ຈຳນວນ​ຫລວງ​ຫລາຍ​ກັບ​ສະ​ບຽງ​ອາຫານ​ຕາມ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ພວກ​ເຮົາ​ໄວ້, ພວກ​ເຮົາ​ໄດ້​ລົງ​ໄປ​ໃນ​ເຮືອ​ພ້ອມ​ດ້ວຍ​ເຄື່ອງ​ບັນ​ທຸກ​ຂອງ​ພວກ​ເຮົາ​ທຸກ​ຢ່າງ, ແລະ ເມັດ​ພືດ​ຂອງ​ພວກ​ເຮົາ, ແລະ ເຄື່ອງ​ຂອງ​ຕ່າງໆ​ທີ່​ພວກ​ເຮົາ​ນຳ​ມາ, ແຕ່​ລະ​ຄົນ​ຕາມ​ອາ​ຍຸ​ຂອງ​ຕົນ; ດັ່ງ​ນັ້ນ, ພວກ​ເຮົາ​ທຸກ​ຄົນ​ຈຶ່ງ​ໄດ້​ລົງ​ໄປ​ໃນ​ເຮືອ​ພ້ອມ​ທັງ​ເມຍ​ຂອງ​ພວກ​ເຮົາ ແລະ ລູກ​ຂອງ​ພວກ​ເຮົາ.

7 ແລະ ບັດ​ນີ້, ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ມີ​ລູກ​ຕື່ມ​ອີກ​ສອງ​ຄົນ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ; ຜູ້​ເປັນ​ອ້າຍ​ມີ​ຊື່​ວ່າ ຢາໂຄບ ແລະ ຜູ້​ເປັນ​ນ້ອງ​ມີ​ຊື່​ວ່າ ໂຢເຊັບ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ພວກ​ເຮົາ​ທຸກ​ຄົນ​ລົງ​ໄປ​ໃນ​ເຮືອ, ແລະ ໄດ້​ເອົາ​ສະ​ບຽງ​ອາຫານ ແລະ ສິ່ງ​ຂອງ​ຊຶ່ງ​ພວກ​ເຮົາ​ຖືກ​ບັນ​ຊາ​ໃຫ້​ເອົາ​ໄປ​ນຳ​ແລ້ວ, ພວກ​ເຮົາ​ໄດ້​ອອກ ທະເລ ແລະ ຖືກ​ພັດ​ໄປ​ດ້ວຍ ລົມ​ໄປ​ຫາ ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ.

9 ແລະ ຫລັງ​ຈາກ​ພວກ​ເຮົາ​ຖືກ​ພັດ​ໄປ​ດ້ວຍ​ລົມ​ເປັນ​ເວລາ​ຫລາຍ​ມື້, ຈົ່ງ​ເບິ່ງ, ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ ແລະ ພວກ​ລູກ​ຊາຍ​ຂອງ​ອິດ​ຊະ​ມາ​ເອນ​ກັບ​ເມຍ​ຂອງ​ພວກ​ເຂົາ​ເລີ່ມ​ຫາ​ຄວາມ​ມ່ວນ​ຊື່ນ​ໃຫ້​ແກ່​ຕົນ​ເອງ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ເລີ່ມ​ເຕັ້ນ​ລຳ, ແລະ ຮ້ອງ​ເພງ, ແລະ ເວົ້າ​ຄຳ​ຫຍາບ​ຄາຍ, ແທ້​ຈິງ​ແລ້ວ, ຈົນ​ເຖິງ​ຂັ້ນ​ລືມ​ໄປ​ວ່າ ໂດຍ​ອຳນາດ​ອັນ​ໃດ​ທີ່​ນຳ​ພວກ​ເຂົາ​ມາ​ເຖິງ​ບ່ອນ​ນີ້; ແທ້​ຈິງ​ແລ້ວ, ພວກ​ເຂົາ​ລື້ນ​ເລີງ​ຈົນ​ສະແດງ​ຄວາມ​ຫຍາບ​ຄາຍ​ຫລາຍ​ຂຶ້ນ.

10 ແລະ ຂ້າ​ພະ​ເຈົ້າ​ນີໄຟ​ເລີ່ມ​ຢ້ານ​ກົວ​ຢ່າງ​ໜັກ​ເພາະ​ຢ້ານ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ພຣະ​ພິ​ໂລດ​ໃຫ້​ພວກ​ເຮົາ, ແລະ ລົງ​ທັນ​ພວກ​ເຮົາ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຮົາ​ຈົນ​ວ່າ​ພວກ​ເຮົາ​ຖືກ​ກືນ​ລົງ​ໄປ​ໃນ​ຄວາມ​ເລິກ​ຂອງ​ທະເລ; ດັ່ງ​ນັ້ນ ຂ້າ​ພະ​ເຈົ້າ​ນີໄຟ​ຈຶ່ງ​ເລີ່ມ​ເວົ້າ​ກັບ​ພວກ​ເຂົາ​ດ້ວຍ​ສະ​ຕິ​ສຳ​ປະ​ສັນ​ຍະ​ຫລາຍ​ຢ່າງ; ແຕ່​ຈົ່ງ​ເບິ່ງ, ພວກ​ເຂົາ ໃຈ​ຮ້າຍ​ໃຫ້​ຂ້າ​ພະ​ເຈົ້າ​ໂດຍ​ກ່າວ​ວ່າ: ພວກ​ເຮົາ​ບໍ່​ຍອມ​ໃຫ້​ນ້ອງ​ຊາຍ​ຂອງ​ພວກ​ເຮົາ​ມາ​ເປັນ ຜູ້​ປົກ​ຄອງ​ພວກ​ເຮົາ​ຢ່າງ​ເດັດ​ຂາດ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເລມັນ​ກັບ​ເລ​ມູ​ເອນ​ໄດ້​ຈັບ​ຂ້າ​ພະ​ເຈົ້າ ແລະ ໄດ້​ມັດ​ຂ້າ​ພະ​ເຈົ້າ​ໄວ້​ດ້ວຍ​ເຊືອກ, ແລະ ພວກ​ເຂົາ​ໄດ້​ເຮັດ​ຮຸນ​ແຮງ​ຕໍ່​ຂ້າ​ພະ​ເຈົ້າ​ຫລາຍ​ຢ່າງ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພຣະ​ຜູ້​ເປັນ​ເຈົ້າ​ໄດ້ ຍອມ​ໃຫ້​ພວກ​ເຂົາ​ເຮັດ​ໄປ​ເພື່ອ​ພຣະ​ອົງ​ຈະ​ໄດ້​ສະແດງ​ອຳນາດ ແລະ ລິດ​ເດດ​ຂອງ​ພຣະ​ອົງ​ໃຫ້​ປະກົດ​ຕາມ​ພຣະ​ຄຳ​ຊຶ່ງ​ພຣະ​ອົງ​ໄດ້​ຮັບ​ສັ່ງ​ໄວ້​ກ່ຽວ​ກັບ​ຄົນ​ຊົ່ວ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ພວກ​ເຂົາ​ໄດ້​ມັດ​ຂ້າ​ພະ​ເຈົ້າ​ເຖິງ​ຂະ​ໜາດ​ທີ່​ຂ້າ​ພະ​ເຈົ້າ​ເໜັງ​ຕີງ​ບໍ່​ໄດ້​ແລ້ວ ເຂັມ​ທິດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຕຽມ​ໄວ້​ໃຫ້​ກໍ​ຢຸດ​ເຮັດ​ວຽກ.

13 ດັ່ງ​ນັ້ນ, ພວກ​ເຂົາ​ບໍ່​ຮູ້​ວ່າ​ຈະ​ແລ່ນ​ເຮືອ​ໄປ​ທາງ​ໃດ, ເຖິງ​ຂະ​ໜາດ​ທີ່​ເມື່ອ​ເກີດ​ລົມ​ພະ​ຍຸ​ໃຫຍ່, ແທ້​ຈິງ​ແລ້ວ, ເປັນ​ພະ​ຍຸ​ຝົນ​ຟ້າ​ຄະ​ນອງ​ທີ່​ຮ້າຍ​ແຮງ ແລະ ໜ້າ​ຢ້ານ​ກົວ, ແລ້ວ​ພວກ​ເຮົາ​ກໍ​ຖືກ ພັດ​ກັບ​ຄືນ​ໄປ​ເທິງ​ຜືນ​ນ້ຳ​ເປັນ​ເວລາ​ສາມ​ມື້; ແລະ ພວກ​ເຂົາ​ເລີ່ມ​ຕົກ​ໃຈ​ຢ່າງ​ໜັກ​ຢ້ານ​ວ່າ​ພວກ​ເຂົາ​ຈະ​ຈົມ​ນ້ຳ​ໃນ​ທະເລ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ພວກ​ເຂົາ​ກໍ​ຍັງ​ບໍ່​ປ່ອຍ​ຂ້າ​ພະ​ເຈົ້າ​ໄປ.

14 ແລະ ໃນ​ມື້​ທີ​ສີ່ ຊຶ່ງ​ພວກ​ເຮົາ​ໄດ້​ຖືກ​ພັດ​ກັບ​ຄືນ​ໄປ​ນັ້ນ, ພະ​ຍຸ​ຝົນ​ຟ້າ​ຄະ​ນອງ​ເລີ່ມ​ຮຸນ​ແຮງ​ຫລາຍ​ຂຶ້ນ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ເກືອບ​ຖືກ​ກືນ​ລົງ​ໄປ​ໃນ​ຄວາມ​ເລິກ​ຂອງ​ທະເລ ແລະ ຫລັງ​ຈາກ​ພວກ​ເຮົາ​ຖືກ​ພັດ​ກັບ​ຄືນ​ໄປ​ເທິງ​ແຜ່ນ​ນ້ຳ​ເປັນ​ເວລາ​ສີ່​ມື້, ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ເລີ່ມ ເຫັນ​ວ່າ​ການ​ພິ​ພາກ​ສາ​ຂອງ​ພຣະ​ເຈົ້າ​ເກີດ​ກັບ​ພວກ​ເຂົາ​ແລ້ວ, ແລະ ພວກ​ເຂົາ​ຈະ​ຕ້ອງ​ຕາຍ​ເວັ້ນ​ເສຍ​ແຕ່​ຈະ​ກັບ​ໃຈ​ຈາກ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ; ດັ່ງ​ນັ້ນ, ພວກ​ເຂົາ​ຈຶ່ງ​ມາ​ຫາ​ຂ້າ​ພະ​ເຈົ້າ ແລະ ແກ້​ເຊືອກ​ທີ່​ມັດ​ມື​ຂອງ​ຂ້າ​ພະ​ເຈົ້າ​ອອກ ແລະ ຈົ່ງ​ເບິ່ງ ມັນ​ບວມ​ຊ້ຳ​ຢ່າງ​ໜັກ ແລະ ຂໍ້​ຂາ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ບວມ​ຊ້ຳ​ຫລາຍ​ຄື​ກັນ ແລະ ຄວາມ​ເຈັບ​ປວດ​ກໍ​ທະ​ວີ​ຂຶ້ນ.

16 ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ຫາ​ພຣະ​ເຈົ້າ​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້ ສັນ​ລະ​ເສີນ​ພຣະ​ອົງ​ຕະຫລອດ​ທັງ​ວັນ; ແລະ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ຈົ່ມ​ໃຫ້​ພຣະ​ຜູ້​ເປັນ​ເຈົ້າ ເພາະ​ຄວາມ​ທຸກ​ຂອງ​ຂ້າ​ພະ​ເຈົ້າ​ເລີຍ.

17 ບັດ​ນີ້​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ລີໄຮ​ໄດ້​ເວົ້າ​ຫລາຍ​ເລື່ອງ​ກັບ​ພວກ​ເຂົາ ແລະ ກັບ​ລູກ​ຊາຍ​ຂອງ ອິດ​ຊະ​ມາ​ເອນ​ນຳ​ອີກ; ແຕ່​ຈົ່ງ​ເບິ່ງ, ພວກ​ເຂົາ​ໄດ້​ເວົ້າ​ຂູ່​ເຂັນ​ຫລາຍ​ຢ່າງ​ກັບ​ຄົນ​ທີ່​ເຂົ້າ​ຂ້າງ​ຂ້າ​ພະ​ເຈົ້າ ແລະ ບິດາ​ມານດາ​ຂອງ​ຂ້າ​ພະ​ເຈົ້າ​ມີ​ອາ​ຍຸ​ແກ່​ແລ້ວ ແລະ ໂດຍ​ທີ່​ທົນ​ຕໍ່​ຄວາມ​ໂສກ​ເສົ້າ​ຫລາຍ​ບໍ່​ໄດ້​ເພາະ​ລູກໆ​ຂອງ​ພວກ​ເພິ່ນ, ພວກ​ເພິ່ນ​ຈຶ່ງ​ລົ້ມ​ປ່ວຍ​ລົງ, ແທ້​ຈິງ​ແລ້ວ, ຈົນ​ເຖິງ​ແມ່ນ​ແຕ່​ຕ້ອງ​ນອນ​ຢູ່​ເທິງ​ຕຽງ.

18 ເພາະ​ຄວາມ​ໂສກ​ເສົ້າ ແລະ ຄວາມ​ເສົ້າ​ສະ​ຫລົດ​ໃຈ​ຂອງ​ພວກ​ເພິ່ນ​ນັ້ນ​ໃຫຍ່​ຫລວງ ແລະ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ, ພວກ​ເພິ່ນ​ເກືອບ​ຈະ​ຖືກ​ພາ​ໄປ​ເຖິງ​ແມ່ນ​ຖືກ​ພາ​ໄປ​ເພື່ອ​ເຝົ້າ​ພຣະ​ເຈົ້າ​ຂອງ​ພວກ​ເພິ່ນ; ແທ້​ຈິງ​ແລ້ວ, ຜົມ​ສີ​ເທົາ​ຂອງ​ພວກ​ເພິ່ນ​ແທບ​ຈະ​ຖືກ​ນຳ​ລົງ​ມາ​ວາງ​ໄວ້​ຢູ່​ໃຕ້​ພື້ນ​ດິນ; ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ຈະ​ຖືກ​ໂຍນ​ລົງ​ຫລຸມ​ສົບ​ໃນ​ນ້ຳ ເພາະ​ຄວາມ​ເສົ້າ​ສະ​ຫລົດ​ໃຈ​ນັ້ນ.

19 ແລະ ຢາໂຄບ​ກັບ​ໂຢເຊັບ​ອີກ, ໂດຍ​ທີ່​ຍັງ​ເປັນ​ເດັກ​ນ້ອຍ​ຢູ່​ຍ່ອມ​ຕ້ອງ​ການ​ບຳ​ລຸງ​ລ້ຽງ​ດູ​ຢ່າງ​ດີ ຈຶ່ງ​ໂສກ​ເສົ້າ​ເພາະ​ຄວາມ​ທຸກ​ຂອງ​ແມ່​ຂອງ​ພວກ​ເຂົາ; ແລະ ທັງ ເມຍ​ຂອງ​ຂ້າ​ພະ​ເຈົ້າ​ພ້ອມ​ທັງ​ນ້ຳ​ຕາ ແລະ ການ​ອະ​ທິ​ຖານ ແລະ ທັງ​ລູກໆ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ບໍ່​ໄດ້​ເຮັດ​ໃຫ້​ໃຈ​ຂອງ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ອ່ອນ​ລົງ ແລະ ປ່ອຍ​ຂ້າ​ພະ​ເຈົ້າ​ເລີຍ.

20 ແລະ ບໍ່​ມີ​ສິ່ງ​ໃດ​ອີກ​ແລ້ວ​ນອກ​ຈາກ​ອຳນາດ​ຂອງ​ພຣະ​ເຈົ້າ ຊຶ່ງ​ຂູ່​ເຂັນ​ພວກ​ເຂົາ​ດ້ວຍ​ຄວາມ​ພິນາດ​ທີ່​ເຮັດ​ໃຫ້​ໃຈ​ຂອງ​ພວກ​ເຂົາ​ອ່ອນ​ລົງ; ດັ່ງ​ນັ້ນ, ເມື່ອ​ພວກ​ເຂົາ​ເຫັນ​ວ່າ ພວກ​ເຂົາ​ເກືອບ​ຈະ​ຖືກ​ກືນ​ລົງ​ໄປ​ໃນ​ຄວາມ​ເລິກ​ຂອງ​ທະເລ, ພວກ​ເຂົາ​ຈຶ່ງ​ກັບ​ໃຈ​ຈາກ​ສິ່ງ​ທີ່​ໄດ້​ເຮັດ​ລົງ​ໄປ, ເຖິງ​ຂະ​ໜາດ​ທີ່​ພວກ​ເຂົາ​ໄດ້​ປ່ອຍ​ຕົວ​ຂ້າ​ພະ​ເຈົ້າ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ພວກ​ເຂົາ​ໄດ້​ປ່ອຍ​ຕົວ​ຂ້າ​ພະ​ເຈົ້າ​ແລ້ວ, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ເອົາ​ເຂັມ​ທິດ​ມາ ແລະ ມັນ​ກໍ​ໄດ້​ເຮັດ​ວຽກ​ຕາມ​ທີ່​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ໃຫ້​ເຮັດ; ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ອະ​ທິ​ຖານ​ຫາ​ພຣະ​ຜູ້​ເປັນ​ເຈົ້າ; ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ອະ​ທິ​ຖານ​ແລ້ວ, ລົມ​ພະ​ຍຸ​ກໍ​ຢຸດ​ລົງ ແລະ ມີ​ຄວາມ​ສະຫງົບ​ຄືນ​ອີກ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ນຳ​ເຮືອ​ໄປ​ເພື່ອ​ພວກ​ເຮົາ​ຈະ​ແລ່ນ​ໄປ​ຫາ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ.

23 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ພວກ​ເຮົາ​ໄດ້​ແລ່ນ​ເຮືອ​ໄປ​ເປັນ​ເວລາ​ຫລາຍ​ມື້ ພວກ​ເຮົາ​ໄດ້​ມາ​ເຖິງ ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ; ແລະ ພວກ​ເຮົາ​ໄດ້​ຂຶ້ນ​ໄປ​ໃນ​ແຜ່ນ​ດິນ​ນັ້ນ ແລະ ໄດ້​ຕັ້ງ​ຜ້າ​ເຕັ້ນ​ຂອງ​ພວກ​ເຮົາ​ຂຶ້ນ, ແລະ ພວກ​ເຮົາ​ໄດ້​ໃສ່​ຊື່​ໃຫ້​ມັນ​ວ່າ ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ເລີ່ມ​ໄຖ​ດິນ, ແລະ ພວກ​ເຮົາ​ໄດ້​ເລີ່ມ​ປູກ​ເມັດ​ພືດ; ແທ້​ຈິງ​ແລ້ວ, ພວກ​ເຮົາ​ໄດ້​ປູກ​ເມັດ​ພືດ​ທັງ​ໝົດ, ຊຶ່ງ​ພວກ​ເຮົາ​ນຳ​ມາ​ຈາກ​ແຜ່ນ​ດິນ​ເຢຣູ​ຊາເລັມ​ລົງ​ໃນ​ດິນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ມັນ​ໄດ້​ງອກ​ງາມ​ຢ່າງ​ຍິ່ງ; ດັ່ງ​ນັ້ນ ພວກ​ເຮົາ​ຈຶ່ງ​ໄດ້​ຮັບ​ພອນ​ຢ່າງ​ຫລວງ​ຫລາຍ.

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພວກ​ເຮົາ​ເດີນ​ທາງ​ຢູ່​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ພວກ​ເຮົາ​ໄດ້​ພົບ​ວ່າ​ມີ​ສັດ​ທຸກ​ຊະ​ນິດ​ຢູ່​ໃນ​ປ່າ​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ, ທັງ​ງົວ​ແມ່ ແລະ ງົວ​ເຖິກ, ລາ ແລະ ມ້າ, ແບ້​ບ້ານ ແລະ ແບ້​ປ່າ, ແລະ ສັດ​ປ່າ​ທຸກ​ຊະ​ນິດ​ທີ່​ມະນຸດ​ຈະ​ໃຊ້​ໄດ້. ແລະ ພວກ​ເຮົາ​ໄດ້​ພົບ​ແຮ່​ທາດ​ທຸກ​ຊະ​ນິດ, ທັງ​ຄຳ, ແລະ ເງິນ, ແລະ ທອງ​ແດງ.