ພຣະ​ຄຳ​ພີ
1 ນີໄຟ 15


ບົດ​ທີ 15

ລູກ​ຫລານ​ຂອງ​ລີໄຮ​ຈະ​ໄດ້​ຮັບ​ພຣະ​ກິດ​ຕິ​ຄຸນ​ຈາກ​ຄົນ​ຕ່າງ​ຊາດ​ໃນ​ຍຸກ​ສຸດ​ທ້າຍ—ການ​ເຕົ້າ​ໂຮມ​ຂອງ​ຊາວ​ອິດສະ​ຣາເອນ​ຄື​ກັນ​ກັບ​ຕົ້ນ​ໝາກ​ກອກ​ເທດ ຊຶ່ງ​ກິ່ງ​ງ່າ​ເດີມ​ຂອງ​ມັນ​ຈະ​ຖືກ​ຕໍ່​ເຂົ້າ​ກັນ​ອີກ—ນີໄຟ​ແປ​ພາບ​ນິມິດ​ກ່ຽວ​ກັບ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ ແລະ ເວົ້າ​ເຖິງ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ​ໃນ​ການ​ແຍກ​ຄົນ​ຊົ່ວ​ອອກ​ຈາກ​ຄົນ​ຊອບ​ທຳ. ປະ​ມານ 600–592 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ນີໄຟ​ຖືກ​ພາ​ໄປ​ໃນ​ພຣະ​ວິນ​ຍານ ແລະ ເຫັນ​ສິ່ງ​ທັງ​ໝົດ​ເຫລົ່າ​ນີ້​ແລ້ວ, ຂ້າ​ພະ​ເຈົ້າ​ກໍ​ກັບ​ໄປ​ຫາ​ຜ້າ​ເຕັ້ນ​ຂອງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ ແລະ ພວກ​ເຂົາ​ກຳ​ລັງ​ໂຕ້​ຖຽງ​ກັນ​ກ່ຽວ​ກັບ​ເລື່ອງ​ທີ່​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ເຂົາ.

3 ເພາະ​ຕາມ​ຈິງ​ແລ້ວ ເພິ່ນ​ໄດ້​ເວົ້າ​ຄວາມ​ຈິງ​ເຖິງ​ເລື່ອງ​ອັນ​ຍິ່ງ​ໃຫຍ່​ຫລາຍ​ເລື່ອງ​ກັບ​ພວກ​ເຂົາ ຊຶ່ງ​ຍາກ​ທີ່​ຈະ ເຂົ້າ​ໃຈ​ນອກ​ຈາກ​ພວກ​ເຂົາ​ຈະ​ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ໂດຍ​ທີ່​ມີ​ໃຈ​ແຂງ​ກະ​ດ້າງ, ສະນັ້ນ​ພວກ​ເຂົາ​ຈຶ່ງ​ບໍ່​ໄດ້​ຫລຽວ​ຫາ​ພຣະ​ຜູ້​ເປັນ​ເຈົ້າ​ເທົ່າ​ທີ່​ຄວນ.

4 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ນີໄຟ​ມີ​ຄວາມ​ໂສກ​ເສົ້າ​ເພາະ​ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ພວກ​ເຂົາ, ເພາະ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ມາ ແລະ ຮູ້​ຈັກ​ວ່າ​ມັນ​ຈະ​ຕ້ອງ​ເກີດ​ຂຶ້ນ​ຢ່າງ​ຫລີກ​ລ້ຽງ​ບໍ່​ໄດ້ ເພາະ​ຄວາມ​ຊົ່ວ​ຮ້າຍ​ອັນ​ໃຫຍ່​ຫລວງ​ຂອງ​ລູກ​ຫລານ​ມະນຸດ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ກໍ​ໝົດ​ກຳ​ລັງ​ເພາະ​ຄວາມ​ທຸກ​ຂອງ​ຂ້າ​ພະ​ເຈົ້າ, ເພາະ​ວ່າ​ຂ້າ​ພະ​ເຈົ້າ​ເຫັນ ຄວາມ​ທຸກ​ຂອງ​ຂ້າ​ພະ​ເຈົ້າ​ໃຫຍ່​ຫລວງ​ເໜືອ​ທຸກ​ສິ່ງ ເພາະ ຄວາມ​ພິນາດ​ຂອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ, ເພາະ​ຂ້າ​ພະ​ເຈົ້າ​ເຫັນ​ການ​ຕົກ​ຂອງ​ພວກ​ເຂົາ​ແລ້ວ.

6 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ ມີ​ແຮງ​ຂຶ້ນ ຂ້າ​ພະ​ເຈົ້າ​ຈຶ່ງ​ໄດ້​ເວົ້າ​ກັບ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ໂດຍ​ປາດ​ຖະ​ໜາ​ຢາກ​ຮູ້​ສາ​ເຫດ​ເລື່ອງ​ທີ່​ພວກ​ເຂົາ​ກຳ​ລັງ​ໂຕ້​ຖຽງ​ກັນ​ຢູ່.

7 ແລະ ພວກ​ເຂົາ​ໄດ້​ເວົ້າ​ວ່າ: ຈົ່ງ​ເບິ່ງ, ພວກ​ເຮົາ​ບໍ່​ສາ​ມາດ​ເຂົ້າ​ໃຈ​ຄຳ​ເວົ້າ​ທີ່​ບິດາ​ຂອງ​ພວກ​ເຮົາ​ເວົ້າ​ກ່ຽວ​ກັບ​ກິ່ງ​ງ່າ​ເດີມ​ຂອງ​ຕົ້ນ​ໝາກ​ກອກ​ເທດ ແລະ ກ່ຽວ​ກັບ​ຄົນ​ຕ່າງ​ຊາດ​ນັ້ນ.

8 ແລະ ຂ້າ​ພະ​ເຈົ້າ​ໄດ້​ຖາມ​ພວກ​ເຂົາ​ວ່າ: ພວກ​ເຈົ້າ​ໄດ້ ທູນ​ຖາມ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ​ບໍ?

9 ແລະ ພວກ​ເຂົາ​ຕອບ​ວ່າ: ພວກ​ເຮົາ​ຍັງ​ບໍ່​ທັນ​ໄດ້​ຖາມ​ເທື່ອ; ເພາະ​ພຣະ​ຜູ້​ເປັນ​ເຈົ້າ​ບໍ່​ໄດ້​ເຮັດ​ເລື່ອງ​ແນວ​ນີ້​ໃຫ້​ພວກ​ເຮົາ​ຮູ້.

10 ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ຖາມ​ພວກ​ເຂົາ​ວ່າ: ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ບໍ່​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ? ແລະ ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຍອມ​ຕາຍ​ເພາະ ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ພວກ​ເຈົ້າ?

11 ພວກ​ເຈົ້າ​ຈື່​ຈຳ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ຫລື​ບໍ່?—ວ່າ​ຖ້າ​ຫາກ​ເຈົ້າ​ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ ແລະ ທູນ​ຖາມ​ເຮົາ​ດ້ວຍ​ສັດທາ​ໂດຍ​ເຊື່ອ​ວ່າ​ເຈົ້າ​ຈະ​ໄດ້​ຮັບ​ດ້ວຍ​ຄວາມ​ພາກ​ພຽນ​ໃນ​ການ​ຮັກ​ສາ​ບັນ​ຍັດ​ຂອງ​ເຮົາ ແນ່​ນອນ​ສິ່ງ​ເຫລົ່າ​ນີ້​ຈະ​ເປັນ​ທີ່​ຮູ້​ຈັກ​ແກ່​ເຈົ້າ.

12 ຈົ່ງ​ເບິ່ງ, ເຮົາ​ໄດ້​ບອກ​ພວກ​ເຈົ້າ​ວ່າ ເຊື້ອ​ສາຍ​ອິດສະ​ຣາເອນ​ຖືກ​ປຽບ​ທຽບ​ໃສ່​ກັບ​ຕົ້ນ​ໝາກ​ກອກ​ເທດ ໂດຍ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ຢູ່​ໃນ​ບິດາ​ຂອງ​ພວກ​ເຮົາ; ແລະ ຈົ່ງ​ເບິ່ງ ພວກ​ເຮົາ​ບໍ່​ໄດ້​ແຕກ​ອອກ​ມາ​ຈາກ​ເຊື້ອ​ສາຍ​ອິດສະ​ຣາເອນ​ບໍ, ແລະ ພວກ​ເຮົາ​ບໍ່​ໄດ້​ເປັນ ກິ່ງ​ງ່າ​ຂອງ​ເຊື້ອ​ສາຍ​ອິດສະ​ຣາເອນ​ບໍ?

13 ແລະ ບັດ​ນີ້, ເລື່ອງ​ທີ່​ບິດາ​ຂອງ​ພວກ​ເຮົາ​ໝາຍ​ເຖິງ​ການ​ຕໍ່​ກິ່ງ​ງ່າ​ເດີມ​ເຂົ້າ​ກັບ​ຕົ້ນ​ໂດຍ​ຄວາມ​ສົມ​ບູນ​ຂອງ​ຄົນ​ຕ່າງ​ຊາດ​ຄື​ໃນ​ຍຸກ​ສຸດ​ທ້າຍ​ເວລາ​ລູກ​ຫລານ​ຂອງ​ພວກ​ເຮົາ​ຍັງ ເສື່ອມ​ໂຊມ​ຢູ່​ໃນ​ຄວາມ​ບໍ່​ເຊື່ອ​ຖື, ແທ້​ຈິງ​ແລ້ວ, ເປັນ​ເວລາ​ຫລາຍ​ປີ ແລະ ຫລັງ​ຈາກ​ຫລາຍ​ລຸ້ນ​ຄົນ ພຣະ​ເມ​ຊີ​ອາ​ຈະ​ສະແດງ​ໃນ​ພຣະ​ກາຍ​ໃຫ້​ປະຈັກ​ແກ່​ລູກ​ຫລານ​ມະນຸດ, ຈາກ​ນັ້ນ​ຄວາມ​ສົມ​ບູນ​ຂອງ ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ເມ​ຊີ​ອາ​ຍ່ອມ​ມາ​ສູ່​ຄົນ​ຕ່າງ​ຊາດ ແລະ ຈາກ ຄົນ​ຕ່າງ​ຊາດ​ມາ​ສູ່​ລູກ​ຫລານ​ຂອງ​ພວກ​ເຮົາ​ຜູ້​ທີ່​ເຫລືອ​ຢູ່—

14 ແລະ ໃນ​ມື້​ນັ້ນ ລູກ​ຫລານ​ຂອງ​ພວກ​ເຮົາ​ຜູ້​ທີ່​ເຫລືອ​ຢູ່​ຈຶ່ງ​ຈະ​ຮູ້​ຈັກ​ວ່າ ພວກ​ເຂົາ​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ, ແລະ ຮູ້​ຈັກ​ວ່າ​ພວກ​ເຂົາ​ເປັນ​ຄົນ​ແຫ່ງ ພັນທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລ້ວ​ພວກ​ເຂົາ​ຈະ​ຮູ້ ແລະ ມາ ຮູ້​ຈັກ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ, ແລະ ມາ​ຮູ້​ຈັກ​ພຣະ​ກິດ​ຕິ​ຄຸນ​ຂອງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ​ນຳ​ອີກ ຊຶ່ງ​ປະ​ຕິ​ບັດ​ຕໍ່​ບັນ​ພະ​ບຸ​ລຸດ​ໂດຍ​ພຣະ​ອົງ; ດັ່ງ​ນັ້ນ, ພວກ​ເຂົາ​ຈະ​ມີ​ຄວາມ​ຮູ້​ເຖິງ​ພຣະ​ຜູ້​ໄຖ່​ຂອງ​ພວກ​ເຂົາ ແລະ ຈຸດ​ມຸ້ງ​ໝາຍ​ຂອງ​ຄຳ​ສອນ​ຂອງ​ພຣະ​ອົງ, ເພື່ອ​ຈະ​ໄດ້​ຮູ້​ວ່າ​ຈະ​ມາ​ສູ່​ພຣະ​ອົງ ແລະ ລອດ​ໄດ້​ແນວ​ໃດ.

15 ແລ້ວ​ໃນ​ມື້​ນັ້ນ​ພວກ​ເຂົາ​ຈະ​ບໍ່​ປິ​ຕິ​ຍິນ​ດີ​ຖວາຍ​ຄວາມ​ສັນ​ລະ​ເສີນ​ພຣະ​ເຈົ້າ​ຜູ້​ເປັນ​ນິດ​ຂອງ​ພວກ​ເຂົາ, ຜູ້​ເປັນ ຫີນ​ຂອງ​ພວກ​ເຂົາ ແລະ ເປັນ​ຄວາມ​ລອດ​ຂອງ​ພວກ​ເຂົາ​ບໍ? ແທ້​ຈິງ​ແລ້ວ ໃນ​ມື້​ນັ້ນ​ພວກ​ເຂົາ​ຈະ​ບໍ່​ໄດ້​ຮັບ​ກຳ​ລັງ ແລະ ການ​ບຳ​ລຸງ​ລ້ຽງ​ຈາກ ຕົ້ນ​ອະງຸ່ນ​ທີ່​ແທ້​ຈິງ​ບໍ? ແທ້​ຈິງ​ແລ້ວ ພວກ​ເຂົາ​ຈະ​ບໍ່​ມາ​ຫາ​ຝູງ​ອັນ​ແທ້​ຈິງ​ຂອງ​ພຣະ​ເຈົ້າ​ບໍ?

16 ຈົ່ງ​ເບິ່ງ, ເຮົາ​ກ່າວ​ກັບ​ພວກ​ເຈົ້າ​ວ່າ, ແທ້​ຈິງ​ແລ້ວ​ພວກ​ເຂົາ​ຈະ​ຖືກ​ຈົດ​ຈຳ​ອີກ​ໃນ​ບັນ​ດາ​ເຊື້ອ​ສາຍ​ອິດສະ​ຣາເອນ, ໂດຍ​ທີ່​ກິ່ງ​ງ່າ​ເດີມ​ຂອງ​ຕົ້ນ​ໝາກ​ກອກ​ເທດ​ຂອງ​ພວກ​ເຂົາ​ຈະ​ຖືກ ຕໍ່​ເຂົ້າ​ກັບ​ຕົ້ນ​ໝາກ​ກອກ​ເທດ​ອັນ​ແທ້​ຈິງ.

17 ແລະ ນີ້​ຄື​ເລື່ອງ​ທີ່​ບິດາ​ຂອງ​ພວກ​ເຮົາ​ໝາຍ​ເຖິງ ແລະ ໝາຍ​ຄວາມ​ວ່າ​ມັນ​ຈະ​ບໍ່​ບັງ​ເກີດ​ຂຶ້ນ​ເທື່ອ​ຈົນ​ກວ່າ​ພວກ​ເຂົາ​ຈະ​ກະ​ຈັດ​ກະ​ຈາຍ​ໄປ​ໂດຍ​ຄົນ​ຕ່າງ​ຊາດ; ແລະ ເພິ່ນ​ໝາຍ​ຄວາມ​ວ່າ​ມັນ​ຈະ​ມາ​ໂດຍ​ທາງ​ຄົນ​ຕ່າງ​ຊາດ​ເພື່ອ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ໄດ້​ສະແດງ​ອຳນາດ​ຕໍ່​ຄົນ​ຕ່າງ​ຊາດ, ຍ້ອນ​ວ່າ​ແນວ​ນີ້​ພຣະ​ອົງ​ຈຶ່ງ​ຖືກ​ຊາວ​ຢິວ ຫລື ເຊື້ອ​ສາຍ​ອິດສະ​ຣາເອນ ປະ​ຕິ​ເສດ.

18 ດັ່ງ​ນັ້ນ, ບິດາ​ຂອງ​ພວກ​ເຮົາ​ບໍ່​ໄດ້​ເວົ້າ​ເຖິງ​ລູກ​ຫລານ​ຂອງ​ພວກ​ເຮົາ​ເທົ່າ​ນັ້ນ, ແຕ່​ໄດ້​ເວົ້າ​ເຖິງ​ເຊື້ອ​ສາຍ​ອິດສະ​ຣາເອນ​ທັງ​ໝົດ​ນຳ​ອີກ ໂດຍ​ຊີ້​ເຖິງ​ພັນທະ​ສັນ​ຍາ ຊຶ່ງ​ຈະ​ສຳ​ເລັດ​ໃນ​ຍຸກ​ສຸດ​ທ້າຍ​ນີ້ ຊຶ່ງ​ພັນທະ​ສັນ​ຍາ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ໃຫ້​ໄວ້​ກັບ​ອັບ​ຣາ​ຮາມ ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ, ມີ​ຄວາມ​ວ່າ: ໃນ ລູກ​ຫລານ​ຂອງ​ເຈົ້າ​ທຸກ​ຕະ​ກຸນ​ຂອງ​ແຜ່ນ​ດິນ​ໂລກ​ຈະ​ໄດ້​ຮັບ​ພອນ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ຢ່າງ​ຍືດ​ຍາວ​ກ່ຽວ​ກັບ​ເລື່ອງ​ເຫລົ່າ​ນີ້; ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ກ່ຽວ​ກັບ ການ​ຟື້ນ​ຟູ​ຂອງ​ຊາວ​ຢິວ​ໃນ​ຍຸກ​ສຸດ​ທ້າຍ.

20 ແລະ ຂ້າ​ພະ​ເຈົ້າ​ໄດ້​ເລົ່າ​ຄຳ​ເວົ້າ​ຂອງ ເອຊາ​ຢາ​ໃຫ້​ພວກ​ເຂົາ​ຟັງ ຊຶ່ງ​ເພິ່ນ​ໄດ້​ເວົ້າ​ເຖິງ​ການ​ນຳ​ກັບ​ມາ​ຂອງ​ຊາວ​ຢິວ ຫລື ເຊື້ອ​ສາຍ​ອິດສະ​ຣາເອນ; ແລະ ຫລັງ​ຈາກ​ທີ່​ພວກ​ເຂົາ​ຖືກ​ນຳ​ກັບ​ມາ​ແລ້ວ, ພວກ​ເຂົາ​ຈະ​ບໍ່​ສັບ​ສົນ​ອີກ​ຕໍ່​ໄປ ແລະ ຈະ​ບໍ່​ແຕກ​ກະ​ຈັດ​ກະ​ຈາຍ​ໄປ​ອີກ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ຫລາຍ​ຢ່າງ​ກັບ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ຈົນ​ວ່າ​ພວກ​ເຂົາ​ສະຫງົບ​ລົງ ແລະ ໄດ້ ຖ່ອມ​ຕົວ​ຕໍ່​ພຣະ​ຜູ້​ເປັນ​ເຈົ້າ.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ອີກ, ມີ​ຄວາມ​ວ່າ: ເລື່ອງ​ທີ່​ບິດາ​ຂອງ​ພວກ​ເຮົາ​ເຫັນ​ໃນ​ຄວາມ​ຝັນ​ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ? ຕົ້ນ​ໄມ້​ທີ່​ເພິ່ນ​ເຫັນ​ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ?

22 ແລະ ຂ້າ​ພະ​ເຈົ້າ​ຕອບ​ພວກ​ເຂົາ​ວ່າ ມັນ​ແມ່ນ​ເຄື່ອງ​ໝາຍ​ແທນ ຕົ້ນ​ໄມ້​ແຫ່ງ​ຊີ​ວິດ.

23 ແລະ ພວກ​ເຂົາ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ: ຮາວ​ເຫລັກ​ທີ່​ບິດາ​ຂອງ​ພວກ​ເຮົາ​ເຫັນ​ຊຶ່ງ​ພາ​ໄປ​ຫາ​ຕົ້ນ​ໄມ້​ນັ້ນ ໝາຍ​ຄວາມ​ວ່າ​ແນວ​ໃດ?

24 ແລະ ຂ້າ​ພະ​ເຈົ້າ​ຕອບ​ພວກ​ເຂົາ, ນັ້ນ​ຄື ພຣະ​ຄຳ​ຂອງ​ພຣະ​ເຈົ້າ; ແລະ ຜູ້​ໃດ​ທີ່​ຈະ​ເຊື່ອ​ຟັງ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ແລະ ຈະ ຍຶດ​ໝັ້ນ​ແລ້ວ, ພວກ​ເຂົາ​ຈະ​ບໍ່​ຕາຍ​ເລີຍ; ທັງ ສິ່ງ​ລໍ້​ລວງ ແລະ ລູກ​ສອນ​ໄຟ​ຂອງ ຜູ້​ປໍ​ລະ​ປັກ​ກໍ​ຈະ​ບໍ່​ອາດ​ເອົາ​ຊະນະ​ໂດຍ​ຈະ​ເຮັດ​ໃຫ້​ພວກ​ເຂົາ​ຕາ​ບອດ ເພື່ອ​ຈະ​ນຳ​ພວກ​ເຂົາ​ໄປ​ສູ່​ຄວາມ​ພິນາດ​ໄດ້.

25 ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ຊັກ​ຊວນ​ໃຫ້​ພວກ​ເຂົາ ເອົາ​ໃຈ​ໃສ່​ພຣະ​ຄຳ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແທ້​ຈິງ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ຊັກ​ຊວນ​ພວກ​ເຂົາ​ດ້ວຍ​ສຸດ​ພະ​ລັງ​ແຫ່ງ​ຈິດ​ວິນ​ຍານ​ຂອງ​ຂ້າ​ພະ​ເຈົ້າ ແລະ ດ້ວຍ​ສຸດ​ຄວາມ​ສາ​ມາດ​ທີ່​ຂ້າ​ພະ​ເຈົ້າ​ມີ​ຢູ່ ເພື່ອ​ໃຫ້​ພວກ​ເຂົາ​ເອົາ​ໃຈ​ໃສ່​ພຣະ​ຄຳ​ຂອງ​ພຣະ​ເຈົ້າ ແລະ ຈື່​ຈຳ​ທີ່​ຈະ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ອົງ​ສະເໝີ​ໄປ​ໃນ​ທຸກ​ຢ່າງ.

26 ແລະ ພວກ​ເຂົາ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ : ແມ່​ນ້ຳ​ທີ່​ບິດາ​ຂອງ​ພວກ​ເຮົາ​ເຫັນ​ນັ້ນ​ໝາຍ​ຄວາມ​ວ່າ​ແນວ​ໃດ?

27 ແລະ ຂ້າ​ພະ​ເຈົ້າ​ຕອບ​ພວກ​ເຂົາ​ວ່າ ນ້ຳ​ທີ່​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ເຫັນ​ນັ້ນ​ຄື ຄວາມ​ສົກ​ກະ​ປົກ ແລະ ຈິດ​ໃຈ​ຂອງ​ເພິ່ນ​ມົກ​ໝຸ້ນ​ຢູ່​ກັບ​ສິ່ງ​ອື່ນ​ຫລາຍ​ຈົນ​ບໍ່​ເຫັນ​ຄວາມ​ສົກ​ກະ​ປົກ​ຂອງ​ນ້ຳ​ນັ້ນ.

28 ແລະ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ ນັ້ນ​ຄື ເຫວ​ເລິກ​ອັນ​ເປັນ​ຕາ​ຢ້ານ ຊຶ່ງ​ແຍກ​ຄົນ​ຊົ່ວ​ອອກ​ຈາກ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ ແລະ ຈາກ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ນຳ​ອີກ.

29 ແລະ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ ນັ້ນ​ຄື​ເຄື່ອງ​ໝາຍ​ແທນ ນະລົກ​ອັນ​ເປັນ​ຕາ​ຢ້ານ​ຊຶ່ງ​ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ທີ່​ຕຽມ​ໄວ້​ສຳ​ລັບ​ຄົນ​ຊົ່ວ.

30 ແລະ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ເຂົາ​ວ່າ ບິດາ​ຂອງ​ພວກ​ເຮົາ​ໄດ້​ເຫັນ​ອີກ​ວ່າ ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ​ໄດ້​ແຍກ​ຄົນ​ຊົ່ວ​ອອກ​ຈາກ​ຄົນ​ຊອບ​ທຳ; ແລະ ຄວາມ​ສະ​ຫວ່າງ​ຂອງ​ທີ່​ນັ້ນ​ເໝືອນ​ດັ່ງ​ຄວາມ​ສະ​ຫວ່າງ​ຂອງ​ໄຟ​ທີ່​ກຳ​ລັງ​ລຸກ, ຊຶ່ງ​ຂຶ້ນ​ໄປ​ເຖິງ​ພຣະ​ເຈົ້າ​ຕະຫລອດ​ໄປ ແລະ ຕະຫລອດ​ການ ແລະ ບໍ່​ມີ​ວັນ​ສິ້ນ​ສຸດ.

31 ແລະ ພວກ​ເຂົາ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ: ສິ່ງ​ເຫລົ່າ​ນີ້​ໝາຍ​ເຖິງ​ຄວາມ​ທໍ​ລະ​ມານ​ຂອງ​ຮ່າງ​ກາຍ ໃນ​ວັນ​ເວລາ​ແຫ່ງ ການ​ທົດ​ລອງ, ຫລື ໝາຍ​ເຖິງ​ພາວະ​ສຸດ​ທ້າຍ​ຂອງ​ຈິດ​ວິນ​ຍານ​ຫລັງ​ຈາກ ຄວາມ​ຕາຍ​ຂອງ​ຮ່າງ​ກາຍ​ຝ່າຍ​ໂລກ, ຫລື ມັນ​ເວົ້າ​ເຖິງ​ເລື່ອງ​ຊຶ່ງ​ເປັນ​ຝ່າຍ​ໂລກ?

32 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ຕອບ​ພວກ​ເຂົາ​ວ່າ ມັນ​ເປັນ​ເຄື່ອງ​ໝາຍ​ແທນ​ທັງ​ຝ່າຍ​ໂລກ ແລະ ຝ່າຍ​ວິນ​ຍານ; ເພາະ​ມື້​ນັ້ນ​ຈະ​ມາ​ເຖິງ​ທີ່​ພວກ​ເຂົາ​ຈະ​ຖືກ​ພິ​ພາກ​ສາ​ຕາມ ການ​ກະ​ທຳ​ຂອງ​ພວກ​ເຂົາ, ແທ້​ຈິງ​ແລ້ວ, ແມ່ນ​ການ​ກະ​ທຳ​ທີ່​ຮ່າງ​ກາຍ​ຝ່າຍ​ໂລກ​ກະ​ທຳ​ໄປ​ໃນ​ວັນ​ເວລາ​ແຫ່ງ​ການ​ທົດ​ລອງ.

33 ດັ່ງນັ້ນ, ຖ້າ​ຫາກ​ພວກ​ເຂົາ​ຈະ ຕາຍ​ໃນ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຂົາ, ພວກ​ເຂົາ​ຈະ​ຖືກ ປະ​ຖິ້ມ​ຕາມ​ເລື່ອງ​ທີ່​ເປັນ​ຝ່າຍ​ວິນ​ຍານ​ເໝືອນ​ກັນ ຊຶ່ງກ່ຽວ​ກັບ​ຄວາມ​ຊອບ​ທຳ; ດັ່ງນັ້ນ, ພວກ​ເຂົາ​ຈະ​ຕ້ອງ​ຖືກ​ນຳ​ມາ​ຢືນ​ຢູ່​ຕໍ່​ພຣະ​ພັກ​ຂອງ​ພຣະ​ເຈົ້າ​ເພື່ອ​ຮັບ ການ​ພິ​ພາກ​ສາ​ຈາກ ການ​ກະ​ທຳ​ຂອງ​ພວກ​ເຂົາ; ແລະ ຖ້າ​ຫາກ​ການ​ກະ​ທຳ​ຂອງ​ພວກ​ເຂົາ​ສົກ​ກະ​ປົກ, ພວກ​ເຂົາ​ຍ່ອມ​ຕ້ອງ​ເປັນ​ຄົນ ສົກ​ກະ​ປົກ; ແລະ ຖ້າ​ຫາກ​ພວກ​ເຂົາ​ສົກ​ກະ​ປົກ​ກໍ​ຕ້ອງ​ຈຳ​ເປັນ​ວ່າ​ຈະ ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ບໍ່​ໄດ້; ຫາກ​ເປັນ​ດັ່ງ​ນັ້ນ, ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ກໍ​ຕ້ອງ​ສົກ​ກະ​ປົກ​ໄປ​ນຳ.

34 ແຕ່​ຈົ່ງ​ເບິ່ງ, ເຮົາ​ເວົ້າ​ກັບ​ພວກ​ເຈົ້າ​ວ່າ, ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ຈະ​ບໍ່ ສົກ​ກະ​ປົກ ແລະ ສິ່ງ​ທີ່​ເປິ​ເປື້ອນ​ຈະ​ເຂົ້າ​ໄປ​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ​ບໍ່​ໄດ້; ດັ່ງ​ນັ້ນ ຈຳ​ຕ້ອງ​ມີ​ບ່ອນ​ສົກ​ກະ​ປົກ​ບ່ອນ​ໜຶ່ງ​ຕຽມ​ໄວ້​ສຳ​ລັບ​ສິ່ງ​ທີ່​ສົກ​ກະ​ປົກ​ນັ້ນ.

35 ແລະ ມີ​ບ່ອນ​ໜຶ່ງ​ຕຽມ​ໄວ້​ແລ້ວ, ແທ້​ຈິງ​ແລ້ວ, ແມ່ນ ນະລົກ​ອັນ​ເປັນ​ຕາ​ຢ້ານ​ຊຶ່ງ​ເຮົາ​ໄດ້​ເວົ້າ​ມາ ແລະ ມານ​ເປັນ​ຜູ້​ຕຽມ​ມັນ​ໄວ້; ດັ່ງ​ນັ້ນ ພາວະ​ສຸດ​ທ້າຍ​ຂອງ​ຈິດ​ວິນ​ຍານ​ຂອງ​ມະນຸດ​ຄື ຈະ​ຢູ່​ໃນ​ອາ​ນາ​ຈັກ​ຂອງ​ພຣະ​ເຈົ້າ ຫລື ຖືກ​ຂັບ​ໄລ່​ອອກ​ໄປ​ເພາະ ຄວາມ​ຍຸດ​ຕິ​ທຳ ຊຶ່ງ​ເຮົາ​ໄດ້​ເວົ້າ​ມັນ​ມາ​ແລ້ວ.

36 ດັ່ງນັ້ນ, ຄົນ​ຊົ່ວ​ຈຶ່ງ​ຖືກ​ປະຕິ​ເສດ​ໄປ​ຈາກ​ຄົນ​ຊອບ​ທຳ ແລະ ຈາກ ຕົ້ນ​ໄມ້​ແຫ່ງ​ຊີ​ວິດ​ນຳ​ອີກ ຊຶ່ງ​ໝາກ​ຂອງ​ມັນ​ມີ​ຄ່າ ແລະ ໜ້າ​ເພິ່ງ​ປາດ​ຖະ​ໜາ​ທີ່​ສຸດ​ເໜືອ​ກວ່າ​ໝາກ​ໄມ້​ໃດໆ​ທັງ​ສິ້ນ; ແທ້​ຈິງ​ແລ້ວ, ມັນ​ເປັນ ສິ່ງ​ທີ່ຍິ່ງ​ໃຫຍ່​ທີ່​ສຸດ​ໃນ ຂອງ​ປະທານ​ຈາກ​ພຣະ​ເຈົ້າ. ແລະ ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ກັບ​ພວກ​ອ້າຍ​ຂອງ​ຂ້າພະ​ເຈົ້າ​ດັ່ງ​ນັ້ນ. ອາ​ແມນ.