ພຣະ​ຄຳ​ພີ
1 ນີໄຟ 11


ບົດ​ທີ 11

ນີໄຟ​ເຫັນ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ແລະ ເຫັນ​ພາບ​ນິມິດ​ຂອງ​ຕົ້ນ​ໄມ້​ແຫ່ງ​ຊີ​ວິດ—ເພິ່ນ​ເຫັນ​ມານດາ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ແລະ ຮຽນ​ຮູ້​ເຖິງ​ພຣະ​ເມດ​ຕາ​ກະ​ລຸ​ນາ​ຂອງ​ພຣະ​ເຈົ້າ—ເພິ່ນ​ເຫັນ​ການ​ບັບຕິ​ສະມາ, ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ, ແລະ ການ​ຄຶງ​ໄວ້​ເທິງ​ໄມ້​ກາງ​ແຂນ​ຂອງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ—ເພິ່ນ​ເຫັນ​ການ​ເອີ້ນ ແລະ ການ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ຂອງ​ອັກຄະ​ສາວົກ​ສິບ​ສອງ​ຂອງ​ພຣະ​ເມສາ​ນ້ອຍ. ປະ​ມານ 600–592 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ຂ້າ​ພະ​ເຈົ້າ​ປາດ​ຖະ​ໜາ​ຢາກ​ຮູ້​ເລື່ອງ​ທີ່​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ມາ, ແລະ ເຊື່ອ​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ສາ​ມາດ​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້​ເຖິງ​ເລື່ອງ​ນີ້​ໄດ້, ໃນ​ຂະນະ​ທີ່​ຂ້າ​ພະ​ເຈົ້າ​ນັ່ງ ໄຕ່​ຕອງ​ຢູ່​ໃນ​ໃຈ​ຢູ່​ນັ້ນ, ຂ້າ​ພະ​ເຈົ້າ​ກໍ​ຖືກ ພາ​ໄປ​ໃນ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ແທ້​ຈິງ​ແລ້ວ, ແມ່ນ​ຖືກ​ພາ​ຂຶ້ນ​ໄປ​ເທິງ ພູ​ໜ່ວຍ​ໜຶ່ງ​ທີ່​ສູງ​ທີ່​ສຸດ, ຊຶ່ງ​ຂ້າ​ພະ​ເຈົ້າ​ບໍ່​ເຄີຍ​ເຫັນ ແລະ ບໍ່​ເຄີຍ​ຢຽບ​ມັນ​ມາ​ກ່ອນ​ເລີຍ.

2 ແລະ ພຣະ​ວິນ​ຍານ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ເບິ່ງ, ເຈົ້າ​ປາດ​ຖະ​ໜາ​ສິ່ງ​ໃດ?

3 ແລະ ຂ້າ​ພະ​ເຈົ້າ​ໄດ້​ທູນ​ວ່າ: ຂ້າ​ນ້ອຍ​ປາດ​ຖະ​ໜາ​ເຫັນ​ສິ່ງ​ທີ່​ບິດາ​ຂອງ​ຂ້າ​ນ້ອຍ ເຫັນ​ມາ.

4 ແລະ ພຣະ​ວິນ​ຍານ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເຈົ້າ​ເຊື່ອ​ບໍ ວ່າ​ບິດາ​ຂອງ​ເຈົ້າ​ເຫັນ ຕົ້ນ​ໄມ້​ທີ່​ເພິ່ນ​ເວົ້າ​ເຖິງ​ນັ້ນ?

5 ແລະ ຂ້າ​ພະ​ເຈົ້າ​ໄດ້​ທູນ​ວ່າ: ແທ້​ຈິງ​ແລ້ວ, ພຣະ​ອົງ​ຮູ້​ວ່າ​ຂ້າ​ນ້ອຍ ເຊື່ອ​ຄຳ​ເວົ້າ​ທັງ​ໝົດ​ຂອງ​ບິດາ​ຂອງ​ຂ້າ​ນ້ອຍ.

6 ແລະ ເມື່ອ​ຂ້າ​ພະ​ເຈົ້າ​ເວົ້າ​ຂໍ້​ຄວາມ​ນີ້​ແລ້ວ, ພຣະ​ວິນ​ຍານ​ກໍ​ຮ້ອງ​ຂຶ້ນ​ດ້ວຍ​ສຽງ​ອັນ​ດັງ, ມີ​ຄຳ​ວ່າ: ໂຮ​ຊັນ​ນາ ແດ່​ພຣະ​ຜູ້​ເປັນ​ເຈົ້າ, ພຣະ​ເຈົ້າ​ສູງ​ສຸດ; ເພາະ​ພຣະ​ອົງ​ເປັນ​ພຣະ​ເຈົ້າ​ເໜືອ ແຜ່ນ​ດິນ​ໂລກ​ທັງ​ສິ້ນ, ແທ້​ຈິງ​ແລ້ວ, ແມ່ນ ເໜືອ​ທຸກ​ສິ່ງ​ທຸກ​ຢ່າງ. ແລະ ເຈົ້າ​ເປັນ​ສຸກ​ແລ້ວ​ນີໄຟ​ເພາະ​ວ່າ​ເຈົ້າ ເຊື່ອ​ໃນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ສູງ​ສຸດ; ດັ່ງ​ນັ້ນ, ເຈົ້າ​ຈະ​ໄດ້​ເຫັນ​ສິ່ງ​ທີ່​ເຈົ້າ​ປາດ​ຖະ​ໜາ.

7 ແລະ ຈົ່ງ​ເບິ່ງ ສິ່ງ​ເຫລົ່າ​ນີ້​ຈະ​ໄດ້​ມອບ​ໃຫ້​ເຈົ້າ​ເປັນ ເຄື່ອງ​ໝາຍ, ຄື​ຫລັງ​ຈາກ​ເຈົ້າ​ເຫັນ​ຕົ້ນ​ໄມ້​ທີ່​ມີ​ໝາກ ຊຶ່ງ​ບິດາ​ຂອງ​ເຈົ້າ​ໄດ້​ຊີມ​ມາ​ແລ້ວ, ເຈົ້າ​ຈະ​ເຫັນ​ຊາຍ​ຄົນ​ໜຶ່ງ​ລົງ​ມາ​ຈາກ​ສະຫວັນ​ນຳ​ອີກ, ແລະ ເຈົ້າ​ຈະ​ເຫັນ​ຜູ້​ນັ້ນ​ກັບ​ຕາ; ແລະ ຫລັງ​ຈາກ​ເຈົ້າ​ເຫັນ​ຜູ້​ນັ້ນ​ແລ້ວ ເຈົ້າ​ຈະ ເປັນ​ພະຍານ​ວ່າ ນັ້ນ​ຄື​ພຣະ​ບຸດ​ຂອງ​ພຣະ​ເຈົ້າ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ວິນ​ຍານ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເບິ່ງ​ເຖີດ! ແລະ ຂ້າ​ພະ​ເຈົ້າ​ເບິ່ງ ແລະ ເຫັນ​ຕົ້ນ​ໄມ້​ຕົ້ນ​ໜຶ່ງ; ແລະ ມັນ​ຄື​ກັນ​ກັບ ຕົ້ນ​ໄມ້​ທີ່​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ເຫັນ​ມາ; ແລະ ຄວາມ​ງາມ​ຂອງ​ມັນ ເໜືອ​ກວ່າ​ຄວາມ​ງາມ​ໃດໆ​ທັງ​ສິ້ນ; ແລະ ຄວາມ​ຂາວ​ຂອງ​ຕົ້ນ​ໄມ້​ນັ້ນ​ຂາວ​ກວ່າ​ຄວາມ​ຂາວ​ຂອງ​ຫິ​ມະ.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຕົ້ນ​ໄມ້​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ຕໍ່​ພຣະ​ວິນ​ຍານ​ວ່າ: ພຣະ​ອົງ​ໄດ້​ສະແດງ​ຕົ້ນ​ໄມ້​ທີ່​ມີ ຄຸນ​ຄ່າ​ເໜືອ​ກວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ໃຫ້​ຂ້າ​ນ້ອຍ​ເຫັນ.

10 ແລະ ພຣະ​ອົງ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ: ເຈົ້າ​ປາດ​ຖະ​ໜາ​ອັນ​ໃດ?

11 ແລະ ຂ້າ​ພະ​ເຈົ້າ​ໄດ້​ທູນ​ພຣະ​ອົງ​ວ່າ: ຢາກ​ຈະ​ຮູ້​ເຖິງ ຄວາມ​ໝາຍ​ຂອງ​ມັນ—ເພາະ​ຂ້າ​ພະ​ເຈົ້າ​ເວົ້າ​ກັບ​ພຣະ​ອົງ​ຄື​ກັນ​ກັບ​ຄົນ​ລົມ​ກັນ; ເພາະ​ຂ້າ​ພະ​ເຈົ້າ​ເຫັນ​ວ່າ ພຣະ​ອົງ​ຢູ່​ໃນ ຮູບ​ຂອງ​ມະນຸດ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ຮູ້​ວ່າ​ເປັນ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ແລະ ພຣະ​ອົງ​ຮັບ​ສັ່ງ​ກັບ​ຂ້າ​ພະ​ເຈົ້າ​ຄື​ກັນ​ກັບ​ຄົນ​ລົມ​ກັນ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເບິ່ງ​ເຖີດ! ແລະ ຂ້າ​ພະ​ເຈົ້າ​ເບິ່ງ​ຄາວ​ໜຶ່ງ​ວ່າ ຈະ​ເຫັນ​ພຣະ​ອົງ, ແລະ ຂ້າ​ພະ​ເຈົ້າ​ບໍ່​ໄດ້​ເຫັນ​ພຣະ​ອົງ​ອີກ​ເລີຍ; ເພາະ​ພຣະ​ອົງ​ສະ​ເດັດ​ໄປ​ແລ້ວ​ຕໍ່​ໜ້າ​ຂ້າ​ພະ​ເຈົ້າ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ​ມະຫາ​ນະຄອນ​ເຢຣູ​ຊາເລັມ, ແລະ ເມືອງ​ອື່ນໆ. ພ້ອມ​ທັງ​ເມືອງ​ນາ​ຊາ​ເຣັດ​ນຳ​ອີກ; ແລະ ໃນ​ເມືອງ ນາ​ຊາ​ເຣັດ​ນັ້ນ ຂ້າ​ພະ​ເຈົ້າ​ເຫັນ​ຍິງ​ຜູ້ ບໍ​ລິ​ສຸດ​ຄົນ​ໜຶ່ງ, ແລະ ນາງ​ທັງ​ຂາວ ແລະ ງາມ​ທີ່​ສຸດ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຫັນ ຟ້າ​ສະຫວັນ​ເປີດ; ແລະ ທູດ​ອົງ​ໜຶ່ງ​ລົງ​ມາ​ຢືນ​ຢູ່​ຕໍ່​ໜ້າ​ຂ້າ​ພະ​ເຈົ້າ; ແລະ ພຣະ​ອົງ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ: ນີໄຟ, ເຈົ້າ​ເຫັນ​ອັນ​ໃດ​ແດ່?

15 ແລະ ຂ້າ​ພະ​ເຈົ້າ​ໄດ້​ຕອບ​ເພິ່ນ​ວ່າ: ຜູ້​ຍິງ​ບໍ​ລິ​ສຸດ​ຄົນ​ໜຶ່ງ​ທີ່​ຈົບ​ງາມ​ທີ່​ສຸດ​ເກີນ​ກວ່າ​ຜູ້​ຍິງ​ບໍ​ລິ​ສຸດ​ຄົນ​ອື່ນໆ.

16 ແລະ ເພິ່ນ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ວ່າ: ເຈົ້າ​ຮູ້​ຈັກ​ພຣະ​ເມດ​ຕາ​ກະ​ລຸ​ນາ​ຂອງ​ພຣະ​ເຈົ້າ​ບໍ່?

17 ແລະ ຂ້າ​ພະ​ເຈົ້າ​ໄດ້​ຕອບ​ເພິ່ນ​ວ່າ: ຂ້າ​ນ້ອຍ​ຮູ້​ວ່າ​ພຣະ​ອົງ​ຮັກ​ລູກໆ​ຂອງ​ພຣະ​ອົງ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ນ້ອຍ​ກໍ​ບໍ່​ຮູ້​ເຖິງ​ຄວາມ​ໝາຍ​ໝົດ​ທຸກ​ຢ່າງ.

18 ແລະ ເພິ່ນ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ເບິ່ງ, ຜູ້​ຍິງ ບໍ​ລິ​ສຸດ​ທີ່​ເຈົ້າ​ເຫັນ​ຄື ມານດາ​ຂອງ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ທາງ​ເນື້ອ​ໜັງ.

19 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ນາງ​ຖືກ​ນຳ​ໄປ​ທາງ​ພຣະ​ວິນ​ຍານ​ຊົ່ວ​ໄລ​ຍະ​ໜຶ່ງ; ແລະ ຫລັງ​ຈາກ​ນາງ​ໄດ້​ຖືກ​ນຳ​ໄປ​ທາງ ພຣະ​ວິນ​ຍານ​ຊົ່ວ​ໄລ​ຍະ​ໜຶ່ງ​ແລ້ວ ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ວ່າ: ເບິ່ງ​ເຖີດ!

20 ແລະ ຂ້າ​ພະ​ເຈົ້າ​ເບິ່ງ ແລະ ເຫັນ​ຍິງ​ບໍ​ລິ​ສຸດ​ຜູ້​ນັ້ນ​ອີກ​ກຳ​ລັງ​ອູ້ມ ແອ​ນ້ອຍ​ຜູ້​ໜຶ່ງ​ໄວ້​ໃນ​ອ້ອມ​ແຂນ.

21 ແລະ ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ເບິ່ງ ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ, ແທ້​ຈິງ​ແລ້ວ, ແມ່ນ ພຣະ​ບຸດ​ຂອງ ພຣະ​ບິດາ​ຜູ້​ສະ​ຖິດ​ນິ​ລັນ​ດອນ! ເຈົ້າ​ຮູ້​ຈັກ​ຄວາມ​ໝາຍ​ຂອງ ຕົ້ນ​ໄມ້​ທີ່​ບິດາ​ຂອງ​ເຈົ້າ​ເຫັນ​ບໍ?

22 ແລະ ຂ້າ​ພະ​ເຈົ້າ​ໄດ້​ຕອບ​ພຣະ​ອົງ, ມີ​ຄວາມ​ວ່າ: ແທ້​ຈິງ​ແລ້ວ, ຄື ຄວາມ​ຮັກ​ຂອງ​ພຣະ​ເຈົ້າ, ຊຶ່ງ​ແຜ່​ຜາຍ​ອອກ​ມາ​ຫາ​ໃຈ​ຂອງ​ລູກ​ຫລານ​ມະນຸດ; ດັ່ງ​ນັ້ນ, ມັນ​ຈຶ່ງ​ເປັນ​ທີ່​ເພິ່ງ​ປາດ​ຖະ​ໜາ​ທີ່​ສຸດ​ເໜືອ​ກວ່າ​ທຸກ​ສິ່ງ​ທຸກ​ຢ່າງ​ທັງ​ສິ້ນ.

23 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ມີ​ຄວາມ​ວ່າ: ແທ້​ຈິງ​ແລ້ວ, ແລະ ເປັນ​ທີ່ ປິ​ຕິ​ຍິນ​ດີ​ທີ່​ສຸດ​ແກ່​ຈິດ​ວິນ​ຍານ.

24 ແລະ ຫລັງ​ຈາກ​ທີ່​ພຣະ​ອົງ​ໄດ້​ກ່າວ​ຂໍ້​ຄວາມ​ນີ້​ແລ້ວ, ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເບິ່ງ​ເຖີດ! ແລະ ຂ້າ​ພະ​ເຈົ້າ​ເບິ່ງ, ແລະ ຂ້າ​ພະ​ເຈົ້າ​ເຫັນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ ສະ​ເດັດ​ອອກ​ໄປ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄົນ​ຈຳນວນ​ຫລວງ​ຫລາຍ​ລົ້ມ​ລົງ​ແທບ​ພຣະ​ບາດ​ຂອງ​ພຣະ​ອົງ ແລະ ນະມັດ​ສະການ​ພຣະ​ອົງ.

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ເຫັນ ຮາວ​ເຫລັກ, ຊຶ່ງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ, ຄື​ພຣະ​ຄຳ​ຂອງ​ພຣະ​ເຈົ້າ, ຊຶ່ງ​ນຳ​ພາ​ໄປ​ຫາ ນ້ຳ​ພຸ​ທີ່​ປະກອບ​ດ້ວຍ​ຊີ​ວິດ, ຫລື ນຳ​ພາ​ໄປ​ຫາ ຕົ້ນ​ໄມ້​ແຫ່ງ​ຊີ​ວິດ; ຊຶ່ງ​ນ້ຳ​ເປັນ​ຕົວ​ແທນ​ໃຫ້​ແກ່​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ; ແລະ ຂ້າ​ພະ​ເຈົ້າ​ເຫັນ​ອີກ​ວ່າ ຕົ້ນ​ໄມ້​ແຫ່ງ​ຊີ​ວິດ​ເປັນ​ຕົວ​ແທນ​ໃຫ້​ແກ່​ຄວາມ​ຮັກ​ຂອງ​ພຣະ​ເຈົ້າ​ຄື​ກັນ.

26 ແລະ ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ອີກ​ວ່າ: ເບິ່ງ​ເຖີດ ແລະ ຈົ່ງ​ເບິ່ງ ພຣະ​ເມດ​ຕາ​ກະ​ລຸ​ນາ​ຂອງ​ພຣະ​ເຈົ້າ!

27 ແລະ ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ ແລະ ໄດ້ ເຫັນ​ພຣະ​ຜູ້​ໄຖ່​ຂອງ​ໂລກ, ຊຶ່ງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເວົ້າ​ເຖິງ; ແລະ ຂ້າ​ພະ​ເຈົ້າ​ຍັງ​ໄດ້​ເຫັນ ສາດ​ສະ​ດາ​ຜູ້​ທີ່​ຈະ​ຕຽມ​ທາງ​ໄວ້​ກ່ອນ​ພຣະ​ອົງ. ແລະ ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ໄດ້​ສະ​ເດັດ​ອອກ​ໄປ ແລະ ຮັບ ບັບຕິ​ສະມາ​ຈາກ​ເພິ່ນ; ແລະ ຫລັງ​ຈາກ​ພຣະ​ອົງ​ຮັບ​ບັບຕິ​ສະມາ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຟ້າ​ສະຫວັນ​ເປີດ, ແລະ ພຣະ​ວິນ​ຍານ​ບໍ​ລິ​ສຸດ​ເປັນ​ແບບ​ຕົວ ນົກ​ເຂົາ​ສະ​ເດັດ​ລົງ​ຈາກ​ສະຫວັນ​ມາ​ສະ​ຖິດ​ຢູ່​ເທິງ​ພຣະ​ອົງ.

28 ແລະ ຂ້າ​ພະ​ເຈົ້າ​ເຫັນ​ພຣະ​ອົງ​ສະ​ເດັດ​ອອກ​ໄປ​ປະ​ຕິ​ບັດ​ສາດ​ສະ​ໜາ​ກິດ​ແກ່​ຜູ້​ຄົນ, ດ້ວຍ ອຳນາດ ແລະ ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່; ແລະ ຝູງ​ຊົນ​ເປັນ​ຈຳນວນ​ຫລວງ​ຫລາຍ​ໄດ້​ມາ​ເຕົ້າ​ໂຮມ​ກັນ ເພື່ອ​ຟັງ​ພຣະ​ອົງ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ວ່າ ພຣະ​ອົງ​ຖືກ​ຂັບ​ໄລ່​ອອກ​ຈາກ​ບັນ​ດາ​ພວກ​ເຂົາ.

29 ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄົນ​ອີກ ສິບ​ສອງ​ຄົນ ຊຶ່ງ​ຕິດ​ຕາມ​ພຣະ​ອົງ​ໄປ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຄົນ​ເຫລົ່າ​ນັ້ນ​ຖືກ​ນຳ​ໄປ​ໃນ​ພຣະ​ວິນ​ຍານ​ຈາກ​ໜ້າ​ຂ້າ​ພະ​ເຈົ້າ, ແລ້ວ​ຂ້າ​ພະ​ເຈົ້າ​ກໍ​ບໍ່​ເຫັນ​ພວກ​ເພິ່ນ​ເຫລົ່າ​ນັ້ນ​ອີກ.

30 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ, ມີ​ຄວາມ​ວ່າ: ເບິ່ງ​ເຖີດ! ແລະ ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ, ແລະ ຂ້າ​ພະ​ເຈົ້າ​ເຫັນ​ຟ້າ​ສະຫວັນ​ເປີດ​ອີກ, ແລະ ຂ້າ​ພະ​ເຈົ້າ​ເຫັນ ເຫລົ່າ​ທູດ​ລົງ​ມາ​ຫາ​ລູກ​ຫລານ​ມະນຸດ; ແລະ ພວກ​ເພິ່ນ​ໄດ້​ປະ​ຕິ​ບັດ​ແກ່​ພວກ​ເຂົາ.

31 ແລະ ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ອີກ, ມີ​ຄວາມ​ວ່າ: ເບິ່ງ​ເຖີດ! ແລະ ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ, ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ສະ​ເດັດ​ອອກ​ໄປ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ. ແລະ ຂ້າ​ພະ​ເຈົ້າ​ເຫັນ​ຝູງ​ຊົນ​ຢ່າງ​ຫລວງ​ຫລາຍ​ຜູ້​ເຈັບ​ໄຂ້, ແລະ ຜູ້​ເປັນ​ທຸກ​ດ້ວຍ​ພະ​ຍາດ​ນາໆ​ຊະ​ນິດ, ແລະ ດ້ວຍ ຜີ​ສາງ ແລະ ດ້ວຍ ວິນ​ຍານ​ອັນ​ບໍ່​ສະອາດ; ແລະ ທູດ​ໄດ້​ກ່າວ ແລະ ສະແດງ​ສິ່ງ​ທັງ​ໝົດ​ນີ້​ແກ່​ຂ້າ​ພະ​ເຈົ້າ. ແລະ ຄົນ​ເຫລົ່າ​ນັ້ນ​ໄດ້​ຮັບ​ການ ປິ່ນ​ປົວ​ໂດຍ​ອຳນາດ​ຂອງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ; ແລະ ຜີ​ສາງ ແລະ ວິນ​ຍານ​ອັນ​ບໍ່​ສະອາດ​ຖືກ​ຂັບ​ໄລ່​ອອກ​ໄປ.

32 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ອີກ, ມີ​ຄວາມ​ວ່າ: ເບິ່ງ​ເຖີດ! ແລະ ຂ້າ​ພະ​ເຈົ້າ​ໄດ້​ເບິ່ງ ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ, ວ່າ​ພຣະ​ອົງ​ໄດ້​ຖືກ​ຜູ້​ຄົນ​ຈັບ​ໄປ; ແທ້​ຈິງ​ແລ້ວ, ແມ່ນ​ພຣະ​ບຸດ​ຂອງ​ພຣະ​ເຈົ້າ​ຜູ້​ເປັນ​ນິດ​ໄດ້​ຖືກ ຕັດ​ສິນ​ໂດຍ​ທາງ​ໂລກ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ເປັນ​ພະຍານ.

33 ແລະ ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ເຫັນ​ວ່າ ພຣະ​ອົງ​ຖືກ​ຍົກ​ຂຶ້ນ​ເທິງ ໄມ້​ກາງ​ແຂນ ແລະ ຖືກ ປະ​ຫານ​ເພື່ອ​ບາບ​ຂອງ​ໂລກ.

34 ແລະ ຫລັງ​ຈາກ​ພຣະ​ອົງ​ຖືກ​ປະ​ຫານ​ແລ້ວ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຝູງ​ຊົນ​ຂອງ​ແຜ່ນ​ດິນ​ໂລກ​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ຕໍ່​ສູ້​ກັບ​ອັກຄະ​ສາວົກ​ຂອງ​ພຣະ​ເມສາ​ນ້ອຍ; ເພາະ​ສິບ​ສອງ​ທ່ານ​ນີ້​ໄດ້​ຖືກ​ເອີ້ນ​ແນວ​ນັ້ນ​ໂດຍ​ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

35 ແລະ ຝູງ​ຊົນ​ຂອງ​ແຜ່ນ​ດິນ​ໂລກ​ໄດ້​ມາ​ເຕົ້າ​ໂຮມ​ກັນ; ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ວ່າ ພວກ​ເຂົາ​ຢູ່​ໃນ ອາ​ຄານ​ໃຫຍ່ ແລະ ກວ້າງ​ຫລັງ​ໜຶ່ງ ຊຶ່ງ​ຄື​ກັນ​ກັບ​ອາ​ຄານ​ທີ່​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ນັ້ນ. ແລະ ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ອີກ, ມີ​ຄວາມ​ວ່າ: ຈົ່ງ​ເບິ່ງ​ໂລກ ແລະ ປັນ​ຍາ​ຂອງ​ມັນ; ແທ້​ຈິງ​ແລ້ວ, ຈົ່ງ​ເບິ່ງ​ເຊື້ອ​ສາຍ​ອິດສະ​ຣາເອນ​ໄດ້​ມາ​ເຕົ້າ​ໂຮມ​ກັນ​ເພື່ອ​ຕໍ່​ສູ້​ກັບ​ອັກຄະ​ສາວົກ​ສິບ​ສອງ​ຂອງ​ພຣະ​ເມສາ​ນ້ອຍ​ນັ້ນ.

36 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ເປັນ​ພະຍານ​ວ່າ ອາ​ຄານ​ໃຫຍ່ ແລະ ກວ້າງ​ຫລັງ​ນີ້​ຄື ຄວາມ​ຈອງ​ຫອງ​ຂອງ​ໂລກ; ແລະ ມັນ​ຈະ​ຕົກ, ແລະ ການ​ຕົກ​ຂອງ​ມັນ​ຈະ​ໃຫຍ່​ຫລວງ​ຢ່າງ​ໜັກ. ແລະ ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ, ມີ​ຄວາມ​ວ່າ: ຄວາມ​ພິນາດ​ຂອງ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ, ຜູ້​ຕໍ່​ສູ້​ກັບ​ອັກຄະ​ສາວົກ​ສິບ​ສອງ​ຂອງ​ພຣະ​ເມສາ​ນ້ອຍ​ຈະ​ເປັນ​ດັ່ງ​ນັ້ນ.