ພຣະ​ຄຳ​ພີ
ຄຳ​ຂອງ​ມໍມອນ 1


ຄຳ​ຂອງ​ມໍມອນ

ບົດ​ທີ 1

ມໍມອນ​ຫຍໍ້​ແຜ່ນ​ຈາລຶກ​ໃຫຍ່​ຂອງ​ນີໄຟ—ເພິ່ນ​ເອົາ​ແຜ່ນ​ຈາລຶກ​ນ້ອຍ​ໄວ້​ກັບ​ແຜ່ນ​ຈາລຶກ​ອື່ນໆ—ກະສັດ​ເບັນ​ຢາ​ມິນ​ສະຖາ​ປະນາ​ສັນ​ຕິ​ສຸກ​ໃນ​ແຜ່ນ​ດິນ. ປະ​ມານ ຄ.ສ. 385.

1 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ ມໍມອນ​ໂດຍ​ທີ່​ກຳ​ລັງ​ຈະ​ມອບ​ບັນ​ທຶກ​ທີ່​ຂ້າ​ພະ​ເຈົ້າ​ເຮັດ​ໄວ້​ໃຫ້​ຢູ່​ໃນ​ມື​ຂອງ​ໂມ​ໂຣ​ໄນ​ຜູ້​ເປັນ​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ, ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ຄວາມ​ພິນາດ​ເກືອບ​ທັງ​ໝົດ​ຂອງ​ຊາວ​ນີໄຟ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ.

2 ແລະ ເປັນ​ເວລາ ຫລາຍ​ຮ້ອຍ​ປີ​ຫລັງ​ຈາກ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ ຂ້າ​ພະ​ເຈົ້າ​ໄດ້​ມອບ​ບັນ​ທຶກ​ເຫລົ່າ​ນີ້​ໃຫ້​ຢູ່​ໃນ​ມື​ຂອງ​ລູກ​ຊາຍ​ຂອງ​ຂ້າ​ພະ​ເຈົ້າ; ແລະ ຂ້າ​ພະ​ເຈົ້າ​ຄິດ​ວ່າ ລາວ​ຈະ​ເຫັນ​ຄວາມ​ພິນາດ​ທັງ​ໝົດ​ຂອງ​ປະ​ຊາ​ຊົນ​ຂອງ​ຂ້າ​ພະ​ເຈົ້າ. ແຕ່​ຂໍ​ພຣະ​ເຈົ້າ​ຈົ່ງ​ໂຜດ​ໃຫ້​ລາວ​ລອດ​ຊີ​ວິດ​ດ້ວຍ​ເຖີດ, ເພື່ອ​ວ່າ​ລາວ​ຈະ​ໄດ້​ບັນ​ທຶກ​ບາງ​ຢ່າງ​ກ່ຽວ​ກັບ​ພວກ​ນັ້ນ​ໄວ້, ແລະ ກ່ຽວ​ກັບ​ພຣະ​ຄຣິດ, ເພື່ອ​ມື້​ໜຶ່ງ​ມັນ​ອາດ​ຈະ​ເປັນ ປະ​ໂຫຍດ​ແກ່​ພວກ​ເຂົາ.

3 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຈະ​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ບັນ​ທຶກ​ໄວ້​ບາງ​ຢ່າງ; ເພາະ​ຫລັງ​ຈາກ​ຂ້າ​ພະ​ເຈົ້າ ຫຍໍ້​ຂໍ້​ຄວາມ​ຈາກ ແຜ່ນ​ຈາລຶກ​ຂອງ​ນີໄຟ​ລົງ​ມາ​ຈົນ​ເຖິງ​ການ​ປົກ​ຄອງ​ຂອງ​ກະສັດ​ເບັນ​ຢາ​ມິນ ຊຶ່ງ​ເປັນ​ຜູ້​ທີ່​ອາມາ​ລະໄຄ​ໄດ້​ເວົ້າ​ເຖິງ, ຂ້າ​ພະ​ເຈົ້າ​ໄດ້​ຄົ້ນ​ຄວ້າ​ຈາກ ບັນ​ທຶກ​ຊຶ່ງ​ໄດ້​ມອບ​ໃຫ້​ຢູ່​ໃນ​ມື​ຂອງ​ຂ້າ​ພະ​ເຈົ້າ, ແລະ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແຜ່ນ​ຈາລຶກ​ເຫລົ່າ​ນີ້​ຊຶ່ງ​ມີ​ເລື່ອງ​ລາວ​ສັ້ນໆ​ຂອງ​ສາດ​ສະ​ດາ​ນັບ​ຕັ້ງ​ແຕ່​ຢາໂຄບ​ລົງ​ມາ​ຈົນ​ເຖິງ​ການ​ປົກ​ຄອງ​ຂອງ​ກະສັດ ເບັນ​ຢາ​ມິນ​ຜູ້​ນີ້, ແລະ ມີ​ຄຳ​ເວົ້າ​ຂອງ​ນີໄຟ​ຢູ່​ໃນ​ນັ້ນ.

4 ແລະ ເລື່ອງ​ທີ່​ມີ​ຢູ່​ໃນ​ແຜ່ນ​ຈາລຶກ​ເຫລົ່າ​ນີ້​ເປັນ​ທີ່ ພໍ​ໃຈ​ຂອງ​ຂ້າ​ພະ​ເຈົ້າ, ເພາະ​ຄຳ​ທຳ​ນາຍ​ເຖິງ​ການ​ສະ​ເດັດ​ມາ​ຂອງ​ພຣະ​ຄຣິດ; ແລະ ບັນ​ພະ​ບຸ​ລຸດ​ຂອງ​ຂ້າ​ພະ​ເຈົ້າ​ກໍ​ຮູ້​ວ່າ​ຄຳ​ທຳ​ນາຍ​ຫລາຍ​ຢ່າງ​ສຳ​ເລັດ​ແລ້ວ; ແທ້​ຈິງ​ແລ້ວ, ແລະ ຂ້າ​ພະ​ເຈົ້າ​ຮູ້​ອີກ​ວ່າ ຫລາຍ​ເລື່ອງ​ທີ່​ໄດ້​ທຳ​ນາຍ​ໄວ້​ກ່ຽວ​ກັບ​ພວກ​ເຮົາ​ຈົນ​ເຖິງ​ທຸກ​ມື້​ນີ້​ສຳ​ເລັດ​ແລ້ວ, ແລະ ຫລາຍ​ເລື່ອງ​ນັບ​ແຕ່ ຕໍ່​ຈາກ​ມື້​ນີ້​ເປັນ​ຕົ້ນ​ໄປ​ຈະ​ຕ້ອງ​ເກີດ​ຂຶ້ນ​ຢ່າງ​ແນ່​ນອນ—

5 ດັ່ງ​ນັ້ນ, ຂ້າ​ພະ​ເຈົ້າ​ຈຶ່ງ​ເລືອກ ສິ່ງ​ເຫລົ່າ​ນີ້​ໄວ້​ເພື່ອ​ຈົບ​ການ​ບັນ​ທຶກ​ຂອງ​ຂ້າ​ພະ​ເຈົ້າ​ໄວ້​ໃນ​ນັ້ນ, ຊຶ່ງ​ຕອນ​ທີ່​ເຫລືອ​ນັ້ນ​ຂ້າ​ພະ​ເຈົ້າ​ຈະ​ເອົາ​ມາ​ຈາກ ແຜ່ນ​ຈາລຶກ​ຂອງ​ນີໄຟ; ແລະ ຂ້າ​ພະ​ເຈົ້າ​ບັນ​ທຶກ​ໄວ້​ບໍ່​ໄດ້​ພໍ ໜຶ່ງ​ສ່ວນ​ຮ້ອຍ​ຂອງ​ເລື່ອງ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ເລີຍ.

6 ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ຈະ​ເອົາ​ແຜ່ນ​ຈາລຶກ​ເຫລົ່າ​ນີ້, ຊຶ່ງ​ມີ​ຄຳ​ທຳ​ນາຍ ແລະ ການ​ເປີດ​ເຜີຍ, ແລະ ເອົາ​ໃສ່​ໄວ້​ກັບ​ສ່ວນ​ທີ່​ເຫລືອ​ຢູ່​ຂອງ​ບັນ​ທຶກ​ຂອງ​ຂ້າ​ພະ​ເຈົ້າ, ເພາະ​ວ່າ​ເລື່ອງ​ເຫລົ່າ​ນີ້​ປະ​ເສີດ​ສຳ​ລັບ​ຂ້າ​ພະ​ເຈົ້າ; ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ມັນ​ຈະ​ປະ​ເສີດ​ສຳ​ລັບ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ​ອີກ.

7 ແລະ ຂ້າ​ພະ​ເຈົ້າ​ກະ​ທຳ​ການ​ນີ້​ເພື່ອ​ຈຸດ​ປະສົງ ອັນ​ສະຫລາດ; ເພາະ​ພຣະ​ອົງ​ໄດ້​ສື່ມ​ໃສ່​ຫູ​ຂອງ​ຂ້າ​ພະ​ເຈົ້າ​ແບບ​ນີ້, ອັນ​ເປັນ​ໄປ​ຕາມ​ການ​ເຮັດ​ວຽກ​ຂອງ​ພຣະ​ວິນ​ຍານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ຊຶ່ງ​ຢູ່​ໃນ​ຕົວ​ຂອງ​ຂ້າ​ພະ​ເຈົ້າ. ແລະ ບັດ​ນີ້, ຂ້າ​ພະ​ເຈົ້າ​ບໍ່​ຮູ້​ຈັກ​ໝົດ​ທຸກ​ເລື່ອງ; ແຕ່​ວ່າ​ພຣະ​ຜູ້​ເປັນ​ເຈົ້າ ຮູ້​ທຸກ​ເລື່ອງ​ທີ່​ຈະ​ມາ​ເຖິງ; ດັ່ງ​ນັ້ນ, ພຣະ​ອົງ​ຈຶ່ງ​ທຳ​ງານ​ໃນ​ຂ້າ​ພະ​ເຈົ້າ​ເພື່ອ​ໃຫ້​ມັນ​ເປັນ​ໄປ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ອົງ.

8 ແລະ ຄຳ​ອະ​ທິ​ຖານ​ຂອງ​ຂ້າ​ພະ​ເຈົ້າ​ທີ່​ມີ​ຕໍ່​ພຣະ​ເຈົ້າ​ກ່ຽວ​ກັບ​ພີ່​ນ້ອງ​ຂອງ​ຂ້າ​ພະ​ເຈົ້າ ກໍ​ເພື່ອ​ພວກ​ເຂົາ​ຈະ​ມາ​ຫາ​ຄວາມ​ຮູ້​ເລື່ອງ​ພຣະ​ເຈົ້າ​ອີກ​ເທື່ອ​ໜຶ່ງ, ແທ້​ຈິງ​ແລ້ວ, ເລື່ອງ​ການ​ໄຖ່​ຂອງ​ພຣະ​ຄຣິດ; ເພື່ອ​ພວກ​ເຂົາ​ຈະ​ເປັນ​ຜູ້​ຄົນ ທີ່​ໜ້າ​ຊົມ​ອີກ​ເທື່ອ​ໜຶ່ງ.

9 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ມໍມອນ​ເລີ່ມ​ເຮັດ​ບັນ​ທຶກ​ຂອງ​ຂ້າ​ພະ​ເຈົ້າ​ໃຫ້​ຈົບ, ຊຶ່ງ​ໄດ້​ເອົາ​ມາ​ຈາກ​ແຜ່ນ​ຈາລຶກ​ຂອງ​ນີໄຟ; ແລະ ຂ້າ​ພະ​ເຈົ້າ​ເຮັດ​ບັນ​ທຶກ​ຕາມ​ຄວາມ​ຮູ້ ແລະ ຄວາມ​ເຂົ້າ​ໃຈ​ຊຶ່ງ​ພຣະ​ເຈົ້າ​ໄດ້​ປະທານ​ໃຫ້​ແກ່​ຂ້າ​ພະ​ເຈົ້າ.

10 ດັ່ງ​ນັ້ນ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ ຫລັງ​ຈາກ​ອາມາ​ລະໄຄ​ໄດ້ ມອບ​ແຜ່ນ​ຈາລຶກ​ເຫລົ່າ​ນີ້​ໃຫ້​ຢູ່​ໃນ​ມື​ຂອງ​ກະສັດ​ເບັນ​ຢາ​ມິນ​ແລ້ວ, ເພິ່ນ​ຈຶ່ງ​ໄດ້​ເອົາ​ມັນ​ໄປ​ຮວມ​ໄວ້​ກັບ ແຜ່ນ​ຈາລຶກ​ອື່ນໆ, ຊຶ່ງ​ມີ​ບັນ​ທຶກ​ທີ່ ກະສັດ​ມອບ​ໃຫ້​ຕໍ່ໆ​ກັນ​ລົງ​ມາ​ຈາກ​ລຸ້ນ​ສູ່​ລຸ້ນ ຈົນ​ເຖິງ​ວັນ​ຂອງ​ກະສັດ​ເບັນ​ຢາ​ມິນ.

11 ແລະ ມັນ​ໄດ້​ຖືກ​ສົ່ງ​ຕໍ່​ລົງ​ມາ​ຈາກ​ກະສັດ​ເບັນ​ຢາ​ມິນ, ຈາກ​ລຸ້ນ​ສູ່​ລຸ້ນ ຈົນ​ມາ​ຕົກ​ຢູ່​ໃນ ມື​ຂອງ​ຂ້າ​ພະ​ເຈົ້າ. ແລະ ຂ້າ​ພະ​ເຈົ້າ​ມໍມອນ​ອະ​ທິ​ຖານ​ຕໍ່​ພຣະ​ເຈົ້າ​ຂໍ​ໃຫ້​ແຜ່ນ​ຈາລຶກ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ນັບ​ແຕ່​ເວລາ​ນີ້​ໄປ, ແລະ ຂ້າ​ພະ​ເຈົ້າ​ຮູ້​ວ່າ ມັນ​ຈະ​ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ເພາະ​ວ່າ​ເລື່ອງ​ສຳ​ຄັນ​ໄດ້​ບັນ​ທຶກ​ໄວ້​ຢູ່​ໃນ​ນັ້ນ ຊຶ່ງ​ຈາກ​ນັ້ນ​ຜູ້​ຄົນ​ຂອງ​ຂ້າ​ພະ​ເຈົ້າ​ພ້ອມ​ດ້ວຍ​ພີ່​ນ້ອງ​ຂອງ​ພວກ​ເຂົາ​ຈະ​ຖືກ ຕັດ​ສິນ​ໃນ​ວັນ​ອັນ​ຍິ່ງ​ໃຫຍ່ ແລະ ສຸດ​ທ້າຍ, ຕາມ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ຊຶ່ງ​ມີ​ຂຽນ​ໄວ້.

12 ແລະ ບັດ​ນີ້, ກ່ຽວ​ກັບ​ກະສັດ​ເບັນ​ຢາ​ມິນ​ຜູ້​ນີ້—​ເພິ່ນ​ມີ​ບັນ​ຫາ​ບາງ​ຢ່າງ​ເຊັ່ນ ມັນ​ມີ​ການ​ຂັດ​ແຍ້ງ​ເລັກ​ໜ້ອຍ ລະຫວ່າງ​ຜູ້​ຄົນ​ຂອງ​ເພິ່ນ​ເອງ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກອງ​ທະ​ຫານ​ຂອງ​ຊາວ​ເລມັນ​ໄດ້​ຍົກ​ທັບ​ລົງ​ມາ​ຈາກ ແຜ່ນ​ດິນ​ນີໄຟ ເພື່ອ​ມາ​ສູ້​ຮົບ​ກັບ​ຜູ້​ຄົນ​ຂອງ​ເພິ່ນ. ແຕ່​ຈົ່ງ​ເບິ່ງ, ກະສັດ​ເບັນ​ຢາ​ມິນ​ໄດ້​ເຕົ້າ​ໂຮມ​ກອງ​ທັບ​ຂອງ​ເພິ່ນ, ແລະ ເພິ່ນ​ໄດ້​ຕ້ານ​ພວກ​ນັ້ນ​ໄວ້​ໄດ້; ແລະ ເພິ່ນ​ໄດ້​ຕໍ່​ສູ້​ດ້ວຍ​ກຳ​ລັງ​ແຂນ​ຂອງ​ເພິ່ນ​ເອງ​ດ້ວຍ ດາບ​ຂອງ​ລາ​ບານ.

14 ແລະ ດ້ວຍ​ກຳ​ລັງ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ພວກ​ເຂົາ​ຈຶ່ງ​ໄດ້​ຕໍ່​ສູ້​ສັດ​ຕູ​ຂອງ​ພວກ​ເຂົາ, ຈົນ​ຂ້າ​ຊາວ​ເລມັນ​ຕາຍ​ຫລາຍ​ພັນ​ຄົນ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຂົາ​ໄດ້​ຕໍ່​ສູ້​ກັບ​ຊາວ​ເລມັນ​ຈົນ​ຂັບ​ໄລ່​ພວກ​ເຂົາ​ອອກ​ຈາກ​ແຜ່ນ​ດິນ​ທັງ​ໝົດ ຊຶ່ງ​ເປັນ​ແຜ່ນ​ດິນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຂົາ.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຫລັງ​ຈາກ​ມີ ພຣະ​ຄຣິດ​ປອມ​ຂຶ້ນ​ມາ, ແລະ ປາກ​ຂອງ​ພວກ​ເຂົາ​ຖືກ​ປິດ, ແລະ ຖືກ​ລົງ​ໂທດ​ຕາມ​ຄວາມ​ຜິດ​ຂອງ​ຕົນ;

16 ແລະ ຫລັງ​ຈາກ​ມີ​ສາດ​ສະ​ດາ​ປອມ, ແລະ ຜູ້​ເທດ​ສະ​ໜາ ແລະ ຄູ​ສອນ​ປອມ​ໃນ​ບັນ​ດາ​ຜູ້​ຄົນ, ແລະ ທັງ​ໝົດ​ນີ້​ໄດ້​ຖືກ​ລົງ​ໂທດ​ຕາມ​ຄວາມ​ຜິດ​ຂອງ​ຕົນ; ແລະ ຫລັງ​ຈາກ​ມີ​ການ​ຂັດ​ແຍ້ງ​ມາ​ຫລາຍ ແລະ ມີ​ການ​ແຕກ​ແຍກ​ໄປ​ເຂົ້າ​ຮ່ວມ​ກັບ​ຊາວ​ເລມັນ​ຫລາຍ​ເທື່ອ​ແລ້ວ, ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ກະສັດ​ເບັນ​ຢາ​ມິນ, ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ທີ່​ຢູ່​ໃນ​ບັນ​ດາ​ຜູ້​ຄົນ​ຂອງ​ເພິ່ນ—

17 ເພາະ​ຈົ່ງ​ເບິ່ງ, ກະສັດ​ເບັນ​ຢາ​ມິນ​ເປັນ​ຄົນ ບໍ​ລິ​ສຸດ, ແລະ ເພິ່ນ​ໄດ້​ປົກ​ຄອງ​ດູ​ແລ​ຜູ້​ຄົນ​ຂອງ​ເພິ່ນ ດ້ວຍ​ຄວາມ​ຊອບ​ທຳ; ແລະ ມີ​ຄົນ​ບໍ​ລິ​ສຸດ​ຢ່າງ​ຫລວງ​ຫລາຍ​ໃນ​ແຜ່ນ​ດິນ, ແລະ ຄົນ​ເຫລົ່າ​ນີ້​ໄດ້​ເວົ້າ​ພຣະ​ຄຳ​ຂອງ​ພຣະ​ເຈົ້າ​ດ້ວຍ ອຳນາດ ແລະ ສິດ​ອຳນາດ; ແລະ ເຂົາ​ເຈົ້າ​ໄດ້​ໃຊ້ ຄວາມ​ຮຸນ​ແຮງ​ຫລາຍ​ເພາະ​ຄວາມ​ແຂງ​ຄໍ​ຂອງ​ຜູ້​ຄົນ—

18 ດັ່ງ​ນັ້ນ, ດ້ວຍ​ຄວາມ​ຊ່ວຍ​ເຫລືອ​ຈາກ​ຄົນ​ເຫລົ່າ​ນີ້, ກະສັດ​ເບັນ​ຢາ​ມິນ, ໂດຍ​ການ​ອອກ​ແຮງ​ງານ​ດ້ວຍ​ສຸດ​ກຳ​ລັງ​ຂອງ​ຮ່າງ​ກາຍ​ຂອງ​ເພິ່ນ ແລະ ດ້ວຍ​ຄວາມ​ສາ​ມາດ​ຂອງ​ຈິດ​ວິນ​ຍານ​ທັງ​ໝົດ​ຂອງ​ເພິ່ນ, ແລະ ພ້ອມ​ດ້ວຍ​ສາດ​ສະ​ດາ, ເພິ່ນ​ຈຶ່ງ​ໄດ້​ສະຖາ​ປະນາ​ສັນ​ຕິ​ສຸກ​ຂຶ້ນ​ໃນ​ແຜ່ນ​ດິນ​ອີກ​ເທື່ອ​ໜຶ່ງ.