ພຣະ​ຄຳ​ພີ
1 ນີໄຟ 14


ບົດ​ທີ 14

ທູດ​ບອກ​ນີໄຟ​ເຖິງ​ພອນ ແລະ ການ​ສາບ​ແຊ່ງ​ຊຶ່ງຕົກ​ມາ​ຫາ​ຄົນ​ຕ່າງ​ຊາດ—ມີ​ສາດ​ສະ​ໜາ​ຈັກ​ສອງ​ແຫ່​ງ​ເທົ່າ​ນັ້ນຄື: ສາດ​ສະ​ໜາຈັກ​ຂອງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ ແລະ ສາດ​ສະ​ໜາ​ຈັກ​ຂອງ​ມານ—ໄພ່​ພົນ​ຂອງ​ພຣະ​ເຈົ້າ​ໃນ​ທຸກ​ປະຊາ​ຊາດ​ຖືກ​ຂົ່ມ​ເຫັງ​ໂດຍ​ສາດ​ສະ​ໜາ​ຈັກ​ໃຫຍ່ ແລະ ໜ້າ​ກຽດ​ຊັງ—ອັກຄະ​ສາວົກ​ໂຢຮັນ​ຈະ​ຂຽນ​ກ່ຽວ​ກັບ​ຄາວ​ສິ້ນ​ສຸດ​ໂລກ. ປະມານ 600–592 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ຈະ​ບັງ​ເກີດ​ຂຶ້ນ​ຄື, ຖ້າ​ຫາກ ຄົນ​ຕ່າງ​ຊາດ​ຈະ​ເຊື່ອ​ຟັງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ໃນ​ມື້​ນັ້ນ ເວລາ​ທີ່​ພຣະ​ອົງ​ສະແດງ​ພຣະ​ອົງ​ເອງ​ໃຫ້​ປະຈັກ​ແກ່​ພວກ​ເຂົາ​ດ້ວຍ​ພຣະ​ຄຳ ແລະ ດ້ວຍ ອຳນາດ​ໂດຍ​ການ​ກະ​ທຳ​ແທ້​ຈິງ​ອັນ​ເປັນ​ການ​ເອົາ​ສິ່ງ​ທີ່​ເຮັດ​ໃຫ້​ພວກ​ເຂົາ ສະ​ດຸດ​ໄປ—

2 ແລະ ບໍ່​ເຮັດ​ໃຈ​ແຂງ​ກະ​ດ້າງ​ຕໍ່​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ແລ້ວ, ພວກ​ເຂົາ​ຈະ​ຖືກ​ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ລູກ​ຫລານ​ຂອງ​ບິດາ​ຂອງ​ເຈົ້າ; ແທ້​ຈິງ​ແລ້ວ, ພວກ​ເຂົາ​ຈະ​ຖືກ ນັບ​ເຂົ້າ​ຢູ່​ໃນ​ບັນ​ດາ​ເຊື້ອ​ສາຍ​ອິດສະ​ຣາເອນ; ແລະ ພວກ​ເຂົາ​ຈະ​ເປັນ​ຜູ້ ໄດ້​ຮັບ​ພອນ​ໃນ​ແຜ່ນ​ດິນ​ແຫ່ງ​ຄຳ​ສັນ​ຍາ​ຕະຫລອດ​ໄປ; ພວກ​ເຂົາ​ຈະ​ບໍ່​ຖືກ​ນຳ​ໄປ​ຫາ​ການ​ເປັນ​ຊະ​ເລີຍ​ອີກ​ຕໍ່​ໄປ; ແລະ ເຊື້ອ​ສາຍ​ອິດສະ​ຣາເອນ​ກໍ​ຈະ​ບໍ່​ສັບ​ສົນ​ອີກ​ຕໍ່​ໄປ.

3 ແລະ ຫລຸມ​ໃຫຍ່​ນັ້ນ ຊຶ່ງ​ຖືກ​ຂຸດ​ໄວ້​ໃຫ້​ພວກ​ເຂົາ​ໂດຍ​ສາດ​ສະ​ໜາ​ຈັກ​ໃຫຍ່ ແລະ ໜ້າ​ກຽດ​ຊັງ ຊຶ່ງ​ຕັ້ງ​ຂຶ້ນ​ໂດຍ​ມານ ແລະ ລູກ​ຫລານ​ຂອງ​ມັນ, ເພື່ອ​ຈະ​ໄດ້​ພາ​ຈິດ​ວິນ​ຍານ​ມະນຸດ​ລົງ​ໄປ​ສູ່​ນະລົກ—​ແທ້​ຈິງ​ແລ້ວ, ຫລຸມ​ໃຫຍ່​ນັ້ນ ຊຶ່ງ​ຖືກ​ຂຸດ​ໄວ້​ເພື່ອ​ຄວາມ​ພິນາດ​ຂອງ​ມະນຸດ​ຈະ​ເຕັມ​ໄປ​ດ້ວຍ​ຜູ້​ທີ່​ຂຸດ​ມັນ​ໄວ້​ຈົນ​ເຖິງ​ຄວາມ​ພິນາດ​ສິ້ນ​ຂອງ​ພວກ​ເຂົາ, ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ໄດ້​ກ່າວ; ບໍ່​ແມ່ນ​ຄວາມ​ພິນາດ​ຂອງ​ຈິດ​ວິນ​ຍານ​ນອກ​ຈາກ​ເປັນ​ການ​ໂຍນ​ມັນ​ລົງ​ໄປ​ໃນ ນະລົກ​ອັນ​ບໍ່​ມີ​ທີ່​ສິ້ນ​ສຸດ.

4 ເພາະ​ຈົ່ງ​ເບິ່ງ, ນີ້​ເປັນ​ໄປ​ຕາມ​ການ​ທີ່​ຕົກ​ເປັນ​ຊະ​ເລີຍ​ຂອງ​ມານ ແລະ ຕາມ​ຄວາມ​ຍຸດ​ຕິ​ທຳ​ຂອງ​ພຣະ​ເຈົ້າ ຊຶ່ງ​ມີ​ຕໍ່​ທຸກ​ຄົນ​ທີ່​ສ້າງ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຕໍ່​ພຣະ​ພັກ​ຂອງ​ພຣະ​ອົງ.

5 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ນີໄຟ​ມີ​ຄວາມ​ວ່າ: ເຈົ້າ​ເຫັນ​ແລ້ວ​ວ່າ ຖ້າ​ຫາກ​ຄົນ​ຕ່າງ​ຊາດ​ກັບ​ໃຈ​ມັນ​ຈະ​ດີ​ກັບ​ເຂົາ; ແລ້ວ​ເຈົ້າ​ຮູ້​ກ່ຽວ​ກັບ​ພັນທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ທີ່​ມີ​ກັບ​ເຊື້ອ​ສາຍ​ອິດສະ​ຣາເອນ​ນຳ​ອີກ; ແລະ ເຈົ້າ​ໄດ້​ຍິນ​ມາ​ອີກ​ວ່າ ຖ້າ​ຫາກ​ຜູ້​ໃດ​ບໍ່ ກັບ​ໃຈ​ຜູ້​ນັ້ນ​ຈະ​ຕ້ອງ​ຕາຍ.

6 ສະນັ້ນ, ວິບັດ​ແກ່​ຄົນ​ຕ່າງ​ຊາດ​ຖ້າ​ຫາກ​ພວກ​ເຂົາ​ເຮັດ​ໃຈ​ແຂງ​ກະ​ດ້າງ​ຕໍ່​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ.

7 ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ໄດ້​ກ່າວ​ວ່າ ເມື່ອ​ເວລາ​ມາ​ເຖິງ​ເຮົາ​ຈະ​ກະ​ທຳ ການ​ຍິ່ງ​ໃຫຍ່ ແລະ ໜ້າ​ອັດ​ສະ​ຈັນ​ໃນ​ບັນ​ດາ​ລູກ​ຫລານ​ມະນຸດ; ວຽກ​ງານ​ຊຶ່ງ​ຈະ​ຢູ່​ເປັນ​ນິດ, ບໍ່​ແມ່ນ​ທາງ​ໃດ​ກໍ​ທາງ​ໜຶ່ງ—ເພື່ອ​ໃຫ້​ເຂົາ​ຍອມ​ຮັບ​ໄປ​ຫາ​ສັນ​ຕິ​ສຸກ ແລະ ຊີ​ວິດ​ນິ​ລັນ​ດອນ ຫລື ປ່ອຍ​ໃຫ້​ເຂົາ​ໄປ​ສູ່​ຄວາມ​ແຂງ​ກະ​ດ້າງ​ຂອງ​ໃຈ​ຂອງ​ພວກ​ເຂົາ; ແລະ ຄວາມ​ມືດ​ດັບ​ແຫ່ງ​ຈິດ​ໃຈ​ອັນ​ນຳ​ພວກ​ເຂົາ​ລົງ​ໄປ​ສູ່​ການ​ເປັນ​ຊະ​ເລີຍ ແລະ ໄປ​ສູ່​ຄວາມ​ພິນາດ​ນຳ​ອີກ, ທັງ​ທາງ​ໂລກ ແລະ ທາງ​ວິນ​ຍານ​ຕາມ ການ​ເປັນ​ຊະ​ເລີຍ​ຂອງ​ມານ ຊຶ່ງ​ເຮົາ​ໄດ້​ກ່າວ​ມາ​ນັ້ນ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ທູດ​ເວົ້າ​ຂໍ້​ຄວາມ​ນີ້​ແລ້ວ, ພຣະ​ອົງ​ໄດ້​ຖາມ​ຂ້າ​ພະ​ເຈົ້າ​ອີກ​ວ່າ: ເຈົ້າ​ຈື່ ພັນທະ​ສັນ​ຍາ​ຂອງ​ພຣະ​ບິດາ​ທີ່​ມີ​ໄວ້​ກັບ​ເຊື້ອ​ສາຍ​ອິດສະ​ຣາເອນ​ໄດ້​ບໍ? ຂ້າ​ພະ​ເຈົ້າ​ຕອບ​ພຣະ​ອົງ​ວ່າ, ຂ້າ​ນ້ອຍ​ຈື່​ໄດ້.

9 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ເບິ່ງ​ເຖີດ, ແລະ ຈົ່ງ​ເບິ່ງ​ສາດ​ສະ​ໜາ​ຈັກ​ໃຫຍ່ ແລະ ໜ້າ​ກຽດ​ຊັງ​ນັ້ນ ຊຶ່ງ​ເປັນ​ທີ່​ໃຫ້​ກຳເນີດ​ຂອງ​ຄວາມ​ໜ້າ​ກຽດ​ຊັງ ຊຶ່ງ ມານ​ເປັນ​ຜູ້​ຕັ້ງ​ຂອງ​ມັນ.

10 ແລະ ພຣະ​ອົງ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ເບິ່ງ ມີ​ພຽງ​ສາດ​ສະ​ໜາ​ຈັກ ສອງ​ແຫ່ງ​ເທົ່າ​ນັ້ນ; ແຫ່ງ​ໜຶ່ງ​ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ ແລະ ອີກ ແຫ່ງ​ໜຶ່ງ​ເປັນ​ສາດ​ສະ​ໜາ​ຈັກ​ຂອງ​ມານ; ດັ່ງ​ນັ້ນ, ຜູ້​ໃດ​ທີ່​ບໍ່​ເປັນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ກໍ​ຕ້ອງ​ເປັນ​ຂອງ​ສາດ​ສະ​ໜາ​ຈັກ​ໃຫຍ່ ຊຶ່ງ​ເປັນ​ທີ່​ໃຫ້​ກຳເນີດ​ຄວາມ​ໜ້າ​ກຽດ​ຊັງ, ແລະ ມັນ​ຄື ໂສ​ເພ​ນີ​ຂອງ​ແຜ່ນ​ດິນ​ໂລກ​ທັງ​ໝົດ.

11 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ ແລະ ໄດ້​ເຫັນ​ຍິງ​ໂສ​ເພ​ນີ​ຂອງ​ແຜ່ນ​ດິນ​ໂລກ​ທັງ​ໝົດ, ແລະ ນາງ​ນັ່ງ​ຢູ່​ເທິງ ຜືນ​ນ້ຳ​ອັນ​ກວ້າງ​ໃຫຍ່, ແລະ ນາງ​ຄອບ​ຄອງ​ທົ່ວ​ຜືນ​ແຜ່ນ​ດິນ​ໂລກ​ທັງ​ໝົດ​ໃນ​ບັນ​ດາ​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ.

12 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ, ແລະ ມີ​ສະມາ​ຊິກ​ພຽງ ເລັກ​ໜ້ອຍ​ເທົ່າ​ນັ້ນ ເພາະ​ຄວາມ​ຊົ່ວ​ຮ້າຍ ແລະ ຄວາມ​ໜ້າ​ກຽດ​ຊັງ​ຂອງ​ໂສ​ເພ​ນີ ຜູ້​ທີ່​ນັ່ງ​ຢູ່​ເທິງ​ຜືນ​ນ້ຳ​ອັນ​ກວ້າງ​ໃຫຍ່​ນັ້ນ; ເຖິງ​ຢ່າງ​ໃດ​ກໍ​ຕາມ, ຂ້າ​ພະ​ເຈົ້າ​ຍັງ​ເຫັນ​ວ່າ ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເມສາ​ນ້ອຍ​ຜູ້​ເປັນ​ໄພ່​ພົນ​ຂອງ​ພຣະ​ເຈົ້າ​ມີ​ຢູ່ ທົ່ວ​ໄປ​ຕາມ​ຜືນ​ແຜ່ນ​ດິນ​ໂລກ​ເໝືອນ​ກັນ; ແລະ ການ​ຄອບ​ຄອງ​ຂອງ​ພວກ​ເຂົາ​ໃນ​ຜືນ​ແຜ່ນ​ດິນ​ໂລກ​ມີ​ພຽງ​ເລັກ​ໜ້ອຍ​ເທົ່າ​ນັ້ນ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ໂສ​ເພ​ນີ​ໃຫຍ່ ຊຶ່ງ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ນັ້ນ.

13 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ເຫັນ​ວ່າ​ຜູ້​ໃຫ້​ກຳເນີດ​ຄວາມ​ໜ້າ​ກຽດ​ຊັງ​ໄດ້​ເຕົ້າ​ໂຮມ​ຝູງ​ຊົນ​ໃນ​ຜືນ​ແຜ່ນ​ດິນ​ໂລກ​ທັງ​ໝົດ​ໃນ​ບັນ​ດາ​ທຸກ​ປະ​ຊາ​ຊາດ​ຂອງ​ຄົນ​ຕ່າງ​ຊາດ ເພື່ອ ຕໍ່​ສູ້​ກັບ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ.

14 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ເຫັນ​ອຳນາດ​ຂອງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ລົງ​ມາ​ເທິງ​ໄພ່​ພົນ​ຂອງ​ສາດ​ສະ​ໜາ​ຈັກ​ຂອງ​ພຣະ​ເມສາ​ນ້ອຍ ແລະ ຜູ້​ຄົນ​ແຫ່ງ​ພັນທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ ຊຶ່ງ​ກະ​ຈັດ​ກະ​ຈາຍ​ໄປ​ຕາມ​ຜືນ​ແຜ່ນ​ດິນ​ໂລກ; ແລະ ພວກ​ເຂົາ​ມີ​ອາ​ວຸດ​ຄື​ຄວາມ​ຊອບ​ທຳ ພ້ອມ​ກັບ ອຳນາດ​ຂອງ​ພຣະ​ເຈົ້າ​ໃນ​ລັດ​ສະ​ໝີ​ພາບ​ອັນ​ຍິ່ງ​ໃຫຍ່.

15 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ ເທ​ລົງ​ໃສ່​ສາດ​ສະ​ໜາ​ຈັກ​ໃຫຍ່ ແລະ ໜ້າ​ກຽດ​ຊັງ, ເຖິງ​ຂະ​ໜາດ​ທີ່​ມີ​ສົງ​ຄາມ ແລະ ຂ່າວ​ລື​ເລື່ອງ​ສົງ​ຄາມ​ໃນ​ບັນ​ດາ​ທຸກ ປະ​ຊາ​ຊາດ ແລະ ທຸກ​ຕະ​ກຸນ​ຂອງ​ແຜ່ນ​ດິນ​ໂລກ.

16 ແລະ ຂະນະ​ທີ່​ເລີ່ມ​ມີ ສົງ​ຄາມ ແລະ ຂ່າວ​ລື​ເລື່ອງ​ສົງ​ຄາມ​ຢູ່​ໃນ​ບັນ​ດາ​ປະ​ຊາ​ຊາດ​ທັງ​ປວງ​ທີ່​ເປັນ​ຂອງ​ຜູ້​ໃຫ້​ກຳເນີດ​ຄວາມ​ໜ້າ​ກຽດ​ຊັງ​ນັ້ນ, ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ, ມີ​ຄວາມ​ວ່າ: ຈົ່ງ​ເບິ່ງ, ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ​ມີ​ຕໍ່​ຜູ້​ໃຫ້​ກຳເນີດ​ຍິງ​ໂສ​ເພ​ນີ; ແລະ ຈົ່ງ​ເບິ່ງ, ເຈົ້າ​ໄດ້​ເຫັນ​ສິ່ງ​ເຫລົ່າ​ນີ້​ທັງ​ໝົດ—

17 ແລະ ເມື່ອ ເວລາ​ນັ້ນ​ມາ​ເຖິງ ພຣະ​ພິ​ໂລດ​ຂອງ​ພຣະ​ເຈົ້າ​ຈະ​ຖອກ​ເທ​ລົງ​ໃສ່​ຜູ້​ໃຫ້​ກຳເນີດ​ຍິງ​ໂສ​ເພ​ນີ ຊຶ່ງ​ເປັນ​ສາດ​ສະ​ໜາ​ຈັກ​ໃຫຍ່ ແລະ ໜ້າ​ກຽດ​ຊັງ​ຂອງ​ແຜ່ນ​ດິນ​ໂລກ​ທັງ​ໝົດ ຊຶ່ງ​ພື້ນ​ຖານ​ຂອງ​ມັນ​ຄື​ມານ, ແລ້ວ​ໃນ​ມື້​ນັ້ນ ວຽກ​ງານ​ຂອງ​ພຣະ​ບິດາ​ຈະ​ເລີ່ມ​ຕົ້ນ​ໃນ​ການ​ຕຽມ​ທາງ​ເພື່ອ​ໃຫ້ ພັນທະ​ສັນ​ຍາ​ຂອງ​ພຣະ​ອົງ ຊຶ່ງ​ກະ​ທຳ​ໄວ້​ກັບ​ຜູ້​ຄົນ​ຂອງ​ພຣະ​ອົງ​ທີ່​ເປັນ​ເຊື້ອ​ສາຍ​ອິດສະ​ຣາເອນ​ສຳ​ເລັດ​ຄົບ​ຖ້ວນ.

18 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ, ມີ​ຄວາມ​ວ່າ: ເບິ່ງ​ເຖີດ!

19 ແລະ ຂ້າ​ພະ​ເຈົ້າ​ໄດ້​ຫລຽວ​ເບິ່ງ ແລະ ໄດ້​ເຫັນ​ຊາຍ​ຜູ້​ໜຶ່ງ, ແລະ ເພິ່ນ​ສວມ​ເສື້ອ​ຄຸມ​ສີ​ຂາວ.

20 ແລະ ທູດ​ໄດ້​ກ່າວ​ກັບ​ຂ້າ​ພະ​ເຈົ້າ​ວ່າ: ຈົ່ງ​ເບິ່ງ ຜູ້​ໜຶ່ງ​ໃນ​ຈຳນວນ​ອັກຄະ​ສາວົກ​ສິບ​ສອງ​ຂອງ​ພຣະ​ເມສາ​ນ້ອຍ.

21 ຈົ່ງ​ເບິ່ງ, ເພິ່ນ​ຈະ​ເຫັນ ແລະ ບັນ​ທຶກ​ເລື່ອງ​ເຫລົ່າ​ນີ້​ທີ່​ເຫລືອ​ຢູ່; ແທ້​ຈິງ​ແລ້ວ, ຂຽນ​ຫລາຍ​ເລື່ອງ​ທີ່​ມີ​ມາ​ແລ້ວ.

22 ແລະ ເພິ່ນ​ຈະ​ບັນ​ທຶກ​ເລື່ອງ​ກ່ຽວ​ກັບ​ຄາວ​ສິ້ນ​ສຸດ​ໂລກ​ອີກ.

23 ດັ່ງ​ນັ້ນ​ສິ່ງ​ທີ່​ເພິ່ນ​ບັນ​ທຶກ​ນັ້ນ​ຖືກ​ຕ້ອງ ແລະ ຈິງ; ແລະ ຈົ່ງ​ເບິ່ງ ເລື່ອງ​ເຫລົ່າ​ນີ້​ທີ່​ບັນ​ທຶກ​ໄວ້​ມີ​ຢູ່​ໃນ ໜັງ​ສື​ທີ່​ເຈົ້າ​ເຫັນ​ແມ່ນ​ໄດ້​ອອກ​ມາ​ຈາກ​ປາກ​ຂອງ​ຊາວ​ຢິວ; ແລະ ເວລາ​ທີ່​ມັນ​ອອກ​ມາ​ຈາກ​ປາກ​ຂອງ​ຊາວ​ຢິວ ຫລື ເວລາ​ໜັງ​ສື​ອອກ​ມາ​ຈາກ​ປາກ​ຂອງ​ຊາວ​ຢິວ​ນັ້ນ, ເລື່ອງ​ທີ່​ຂຽນ​ໄວ້​ແມ່ນ​ແຈ່ມ​ແຈ້ງ ແລະ ບໍ​ລິ​ສຸດ ແລະ ມີ​ຄ່າ​ທີ່​ສຸດ ແລະ ງ່າຍ​ແກ່​ການ​ເຂົ້າ​ໃຈ​ຂອງ​ຄົນ​ທັງ​ປວງ.

24 ແລະ ຈົ່ງ​ເບິ່ງ, ເລື່ອງ​ທີ່ ອັກຄະ​ສາວົກ​ຂອງ​ພຣະ​ເມສາ​ນ້ອຍ​ຜູ້​ນີ້​ຈະ​ຂຽນ​ນັ້ນ​ມີ​ຫລາຍ​ເລື່ອງ ແລະ ມີ​ຫລາຍ​ເລື່ອງ ຊຶ່ງ​ເຈົ້າ​ໄດ້​ເຫັນ​ແລ້ວ; ແລະ ຈົ່ງ​ເບິ່ງ, ເລື່ອງ​ທີ່​ເຫລືອ​ຢູ່​ເຈົ້າ​ກໍ​ຈະ​ໄດ້​ເຫັນ.

25 ແຕ່​ວ່າ​ສິ່ງ​ທີ່​ເຈົ້າ​ຈະ​ເຫັນ​ຕໍ່​ຈາກ​ນີ້ ເຈົ້າ​ຢ່າ​ໄດ້​ຂຽນ​ໄວ້; ເພາະ​ອົງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ແຕ່ງ​ຕັ້ງ​ອັກຄະ​ສາວົກ​ຂອງ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ​ໃຫ້ ຂຽນ​ເລື່ອງ​ເຫລົ່າ​ນັ້ນ.

26 ແລະ ຜູ້​ອື່ນໆ​ທີ່​ເຄີຍ​ເປັນ​ຢູ່​ໃນ​ເວລາ​ນັ້ນ, ພຣະ​ອົງ​ກໍ​ຈະ​ສະແດງ​ເລື່ອງ​ລາວ​ທັງ​ໝົດ​ຕໍ່​ພວກ​ເຂົາ​ເໝືອນ​ກັນ, ແລະ ພວກ​ເຂົາ​ຈະ​ຂຽນ; ແລະ ມັນ​ຈະ​ຖືກ ຜະ​ນຶກ​ໄວ້​ເພື່ອ​ຈະ​ອອກ​ມາ​ໃນ​ຄວາມ​ບໍ​ລິ​ສຸດ​ຂອງ​ມັນ, ຕາມ​ຄວາມ​ຈິງ​ທີ່​ມີ​ຢູ່​ໃນ​ພຣະ​ເມສາ​ນ້ອຍ, ໃນ​ເວລາ​ອັນ​ເໝາະ​ສົມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ອອກ​ມາ​ຫາ​ເຊື້ອ​ສາຍ​ອິດສະ​ຣາເອນ.

27 ແລະ ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ຍິນ ແລະ ເປັນ​ພະຍານ​ວ່າ ຊື່​ຂອງ​ອັກຄະ​ສາວົກ​ຂອງ​ພຣະ​ເມສາ​ນ້ອຍ​ຄື ໂຢຮັນ ຕາມ​ຄຳ​ເວົ້າ​ຂອງ​ທູດ.

28 ແລະ ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ນີໄຟ​ຖືກ​ຫ້າມ​ບໍ່​ໃຫ້​ຂຽນ​ເລື່ອງ​ທີ່​ເຫລືອ​ຢູ່​ກ່ຽວ​ກັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ໄດ້​ຍິນ​ມາ; ດັ່ງ​ນັ້ນ​ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ຂຽນ​ໄວ້ ຈຶ່ງ​ພຽງ​ພໍ​ເທົ່າ​ນີ້; ແລະ ຂ້າ​ພະ​ເຈົ້າ​ໄດ້​ຂຽນ​ມັນ​ໄວ້​ພຽງ​ສ່ວນ​ໜ້ອຍ​ໜຶ່ງ​ຂອງ​ສິ່ງ​ທັງ​ໝົດ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ມາ.

29 ແລະ ຂ້າ​ພະ​ເຈົ້າ​ຂໍ​ເປັນ​ພະຍານ​ວ່າ ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ສິ່ງ​ທີ່ ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ເຫັນ ແລະ ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເຮັດ​ໃຫ້​ຂ້າ​ພະ​ເຈົ້າ​ຮູ້.

30 ແລະ ບັດ​ນີ້​ຂ້າ​ພະ​ເຈົ້າ​ຂໍ​ຈົບ​ການ​ເວົ້າ​ກ່ຽວ​ກັບ​ສິ່ງ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ເວລາ​ທີ່​ຂ້າ​ພະ​ເຈົ້າ​ຖືກ​ພາ​ໄປ​ໃນ​ພຣະ​ວິນ​ຍານ; ແລະ ຖ້າ​ຫາກ​ເລື່ອງ​ອື່ນໆ​ທີ່​ຂ້າ​ພະ​ເຈົ້າ​ໄດ້​ເຫັນ​ແຕ່​ບໍ່​ໄດ້​ຂຽນ​ໄວ້, ເລື່ອງ​ທີ່​ຂ້າ​ພະ​ເຈົ້າ​ຂຽນ​ໄວ້​ນີ້​ກໍ​ເປັນ ຄວາມ​ຈິງ. ແລະ ເປັນ​ໄປ​ດັ່ງ​ນັ້ນ. ອາ​ແມນ.