ພຣະ​ຄຳ​ພີ
1 ນີໄຟ 3


ບົດ​ທີ 3

ລູກ​ຊາຍ​ຂອງ​ລີໄຮ​ກັບ​ຄືນ​ໄປ​ເຢຣູ​ຊາເລັມ​ເພື່ອ​ເອົາ​ແຜ່ນ​ຈາລຶກ​ທອງ​ເຫລືອງ—ລາ​ບານ​ບໍ່​ຍອມ​ມອບ​ແຜ່ນ​ຈາລຶກ​ໃຫ້—ນີໄຟ​ຊັກ​ຊວນ ແລະ ຊຸກ​ຍູ້​ພວກ​ອ້າຍ​ຂອງ​ລາວ—ລາ​ບານ​ຍຶດ​ເອົາ​ຊັບ​ສົມ​ບັດ​ຂອງ​ເຂົາ​ເຈົ້າ ແລະ ພະ​ຍາ​ຍາມ​ຂ້າ​ເຂົາ​ເຈົ້າ—ເລມັນ​ກັບ​ເລ​ມູ​ເອນ​ຕີ​ນີໄຟ ແລະ ແຊມ ແລະ ທູດ​ໄດ້​ຕຳ​ນິ​ພວກ​ເຂົາ. ປະ​ມານ 600–592 ປີ ກ່ອນ ຄ.ສ.

1 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີໄຟ​ຫລັງ​ຈາກ​ໄດ້​ເວົ້າ​ກັບ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ, ກໍ​ກັບ​ມາ​ຫາ​ຜ້າ​ເຕັ້ນ​ຂອງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ.

2 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເພິ່ນ​ໄດ້​ເວົ້າ​ກັບ​ຂ້າ​ພະ​ເຈົ້າ, ມີ​ຄວາມ​ວ່າ: ຈົ່ງ​ເບິ່ງ​ພໍ່​ຝັນ​ເຫັນ​ເລື່ອງ​ໜຶ່ງໃນ ຄວາມ​ຝັນ, ຊຶ່ງ​ໃນ​ຄວາມ​ຝັນ​ນັ້ນ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ບັນ​ຊາ​ພໍ່​ວ່າ ລູກ​ກັບ​ພວກ​ອ້າຍ​ຂອງ​ລູກ​ຕ້ອງ​ກັບ​ຄືນ​ໄປ​ເຢຣູ​ຊາເລັມ.

3 ເພາະ​ຈົ່ງ​ເບິ່ງ, ລາ​ບານ​ມີ​ບັນ​ທຶກ​ຂອງ​ຊາວ​ຢິວ ແລະ ລຳ​ດັບ​ການ​ສືບ​ເຊື້ອ​ສາຍ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພໍ່​ຄື​ກັນ, ແລະ ມັນ​ໄດ້​ຈາລຶກ​ຢູ່​ໃນ​ແຜ່ນ​ຈາລຶກ​ທອງ​ເຫລືອງ.

4 ດັ່ງ​ນັ້ນ, ພຣະ​ເຈົ້າ​ໄດ້​ບັນ​ຊາ​ພໍ່​ວ່າ ລູກ​ກັບ​ພວກ​ອ້າຍ​ຂອງ​ລູກ​ຈະ​ຕ້ອງ​ກັບ​ໄປ​ບ້ານ​ຂອງ​ລາ​ບານ, ເພື່ອ​ຊອກ​ຫາ​ບັນ​ທຶກ, ແລະ ນຳ​ເອົາ​ມັນ​ມາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ​ບ່ອນ​ນີ້.

5 ແລະ ບັດ​ນີ້, ຈົ່ງ​ເບິ່ງ​ພວກ​ອ້າຍ​ຂອງ​ລູກ​ຈົ່ມ, ໂດຍ​ກ່າວ​ວ່າ ເລື່ອງ​ທີ່​ພໍ່​ຂໍ​ຮ້ອງ​ໃຫ້​ພວກ​ເຂົາ​ເຮັດ​ນັ້ນ ເປັນ​ເລື່ອງ​ຍາກ; ແຕ່​ຈົ່ງ​ເບິ່ງ, ພໍ່​ບໍ່​ໄດ້​ຂໍ​ຮ້ອງ​ໃຫ້​ພວກ​ເຂົາ​ເຮັດ, ແຕ່​ມັນ​ເປັນ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

6 ສະນັ້ນ ຈົ່ງ​ໄປ​ເຖີດ, ລູກ​ຂອງ​ພໍ່, ແລະ ລູກ​ຈະ​ເປັນ​ທີ່​ໂປດ​ປານ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ເພາະ​ລູກ ບໍ່​ໄດ້​ຈົ່ມ.

7 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂ້າ​ພະ​ເຈົ້າ​ນີໄຟ​ໄດ້​ເວົ້າ​ກັບ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ວ່າ: ເຮົາ ຈະ​ໄປ ແລະ ເຮັດ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ ເພາະ​ເຮົາ​ຮູ້​ວ່າ​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ບໍ່ໃຫ້ ພຣະ​ບັນ​ຍັດ​ກັບ​ລູກ​ຫລານ​ມະນຸດ ນອກ​ຈາກ​ພຣະ​ອົງ​ຈະ ຕຽມ​ທາງ​ໄວ້​ໃຫ້​ເຂົາ ເພື່ອ​ເຂົາ​ຈະ​ໄດ້​ສຳ​ເລັດ​ໃນ​ສິ່ງ​ທີ່​ພຣະ​ອົງ​ບັນ​ຊາ​ເຂົາ.

8 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ຍິນ​ຄຳ​ເວົ້າ​ເຫລົ່າ​ນີ້ ເພິ່ນ​ກໍ​ດີ​ໃຈ​ຢ່າງ​ຍິ່ງ, ເພາະ​ເພິ່ນ​ຮູ້​ວ່າ ຂ້າ​ພະ​ເຈົ້າ​ໄດ້​ຮັບ​ພອນ​ຈາກ​ພຣະ​ຜູ້​ເປັນ​ເຈົ້າ​ແລ້ວ.

9 ແລະ ຂ້າ​ພະ​ເຈົ້າ​ນີໄຟ​ກັບ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ໄດ້​ອອກ​ເດີນ​ທາງ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ພ້ອມ​ດ້ວຍ​ຜ້າ​ເຕັ້ນ, ເພື່ອ​ຂຶ້ນ​ໄປ​ແຜ່ນ​ດິນ​ເຢຣູ​ຊາເລັມ.

10 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ພວກ​ເຮົາ​ຂຶ້ນ​ມາ​ເຖິງ​ແຜ່ນ​ດິນ​ເຢຣູ​ຊາເລັມ​ແລ້ວ, ຂ້າ​ພະ​ເຈົ້າ​ກັບ​ພວກ​ອ້າຍ​ໄດ້​ປຶກ​ສາ​ກັນ.

11 ແລະ ພວກ​ເຮົາ ຈົກ​ສະ​ຫລາກ​ກັນ—ວ່າ​ຜູ້​ໃດ​ໃນ​ຈຳນວນ​ພວກ​ເຮົາ​ຈະ​ໄດ້​ເຂົ້າ​ໄປ​ໃນ​ບ້ານ​ຂອງ​ລາ​ບານ. ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ສະ​ຫລາກ​ຕົກ​ຢູ່​ທີ່​ເລມັນ; ແລະ ເລມັນ​ຈຶ່ງ​ໄດ້​ເຂົ້າ​ໄປ​ໃນ​ບ້ານ​ລາ​ບານ, ແລະ ເວົ້າ​ກັບ​ລາວ​ລະຫວ່າງ​ທີ່​ນັ່ງ​ຢູ່​ໃນ​ບ້ານ​ຂອງ​ລາວ.

12 ແລະ ລາວ​ໄດ້​ຂໍ​ບັນ​ທຶກ​ຊຶ່ງ​ຈາລຶກ​ໄວ້​ຢູ່​ໃນ​ແຜ່ນ​ຈາລຶກ​ທອງ​ເຫລືອງ, ຊຶ່ງ​ມີ ລຳ​ດັບ​ການ​ສືບ​ເຊື້ອ​ສາຍ​ຂອງ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ຈາກ​ລາ​ບານ.

13 ແລະ ຈົ່ງ​ເບິ່ງ, ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ລາ​ບານ​ໃຈ​ຮ້າຍ, ແລະ ຈັບ​ລາວ​ໂຍນ​ອອກ​ໄປ​ຈາກ​ບ່ອນ​ຢູ່​ຂອງ​ຕົນ; ແລະ ບໍ່​ຍອມ​ມອບ​ບັນ​ທຶກ​ໃຫ້​ແກ່​ລາວ. ດັ່ງ​ນັ້ນ, ລາວ​ຈຶ່ງ​ກ່າວ​ກັບ​ລາວ​ວ່າ: ຈົ່ງ​ເບິ່ງ, ເຈົ້າ​ເປັນ​ຂະ​ໂມຍ ແລະ ເຮົາ​ຈະ​ຂ້າ​ເຈົ້າ.

14 ແຕ່​ເລມັນ​ໜີ​ໄປ​ຈາກ​ທີ່​ຢູ່​ຂອງ​ລາວ, ແລະ ເລົ່າ​ເລື່ອງ​ທີ່​ລາ​ບານ​ກະ​ທຳ​ໄປ​ນັ້ນ​ກັບ​ພວກ​ເຮົາ. ແລະ ພວກ​ເຮົາ​ເລີ່ມ​ເສົ້າ​ສະ​ຫລົດ​ໃຈ​ຢ່າງ​ຍິ່ງ, ແລະ ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ​ເກືອບ​ຈະ​ກັບ​ໄປ​ຫາ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ.

15 ແຕ່​ຈົ່ງ​ເບິ່ງ, ຂ້າ​ພະ​ເຈົ້າ​ກ່າວ​ກັບ​ພວກ​ເຂົາ​ວ່າ: ຕາບ​ໃດ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຊົງ​ພຣະ​ຊົນ​ຢູ່ ແລະ ຕາບ​ໃດ​ທີ່​ພວກ​ເຮົາ​ຍັງ​ມີ​ຊີ​ວິດ​ຢູ່, ພວກ​ເຮົາ​ຈະ​ບໍ່​ລົງ​ໄປ​ຫາ​ບິດາ​ຂອງ​ພວກ​ເຮົາ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ ຈົນ​ກວ່າ​ຈະ​ສຳ​ເລັດ​ໃນ​ສິ່ງ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ບັນ​ຊາ​ພວກ​ເຮົາ.

16 ດັ່ງ​ນັ້ນ, ໃຫ້​ພວກ​ເຮົາ​ຊື່​ສັດ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ; ສະນັ້ນ​ໃຫ້​ພວກ​ເຮົາ​ລົງ​ໄປ​ຫາ​ແຜ່ນ​ດິນ ຊຶ່ງ​ເປັນ ມູນ​ມໍ​ລະ​ດົກ​ຂອງ​ບິດາ​ຂອງ​ພວກ​ເຮົາ, ເພາະ​ຈົ່ງ​ເບິ່ງ ເພິ່ນ​ໄດ້​ປະ​ຖິ້ມ​ຄຳ ແລະ ເງິນ, ແລະ ຂອງ​ມີ​ຄ່າ​ນາໆ​ປະ​ການ​ໄວ້. ແລະ ທັງ​ໝົດ​ນີ້​ເພິ່ນ​ກະ​ທຳ​ໄປ​ເພາະ ພຣະ​ບັນ​ຍັດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ.

17 ເພາະ​ເພິ່ນ​ຮູ້​ວ່າ ເຢຣູ​ຊາເລັມຈະ​ຕ້ອງ ຖືກ​ທຳ​ລາຍ​ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ຜູ້​ຄົນ.

18 ເພາະ​ຈົ່ງ​ເບິ່ງ ຄົນ​ເຫລົ່າ​ນັ້ນ ບໍ່​ຍອມ​ຮັບ​ຖ້ອຍ​ຄຳ​ຂອງ​ສາດ​ສະ​ດາ. ດັ່ງ​ນັ້ນ, ຖ້າ​ຫາກ​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ຍັງ​ຢູ່​ໃນ​ແຜ່ນ​ດິນ​ນັ້ນ​ຫລັງ​ຈາກ​ເພິ່ນ​ໄດ້​ຮັບ ບັນ​ຊາ​ໃຫ້​ໜີ​ຈາກ​ແຜ່ນ​ດິນ​ແລ້ວ, ຈົ່ງ​ເບິ່ງ, ເພິ່ນ​ຈະ​ຕ້ອງ​ຕາຍ​ຄື​ກັນ. ດັ່ງ​ນັ້ນ, ມັນ​ຈຶ່ງ​ຈຳ​ເປັນ​ທີ່​ເພິ່ນ​ຈະ​ຕ້ອງ​ໜີ​ຈາກ​ແຜ່ນ​ດິນ​ນັ້ນ.

19 ແລະ ຈົ່ງ​ເບິ່ງ, ມັນ​ເປັນ​ຄວາມ​ສະຫລຽວ​ສະຫລາດ​ຂອງ​ພຣະ​ເຈົ້າ​ວ່າ ພວກ​ເຮົາ​ຈະ​ໄດ້ ບັນ​ທຶກ​ເຫລົ່າ​ນີ້, ເພື່ອ​ຈະ​ໄດ້​ຮັກ​ສາ​ພາ​ສາ​ຂອງ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຮົາ​ໄວ້​ໃຫ້​ແກ່​ລູກ​ຫລານ​ຂອງ​ພວກ​ເຮົາ;

20 ແລະ ເພື່ອ​ພວກ​ເຮົາ​ຈະ ຮັກ​ສາ​ຖ້ອຍ​ຄຳ​ຊຶ່ງ​ເວົ້າ​ດ້ວຍ​ປາກ​ຂອງ​ສາດ​ສະ​ດາ​ຜູ້​ບໍ​ລິ​ສຸດ​ທັງ​ຫລາຍ​ໄວ້​ໃຫ້​ພວກ​ເຂົາ​ເໝືອນ​ກັນ, ຊຶ່ງ​ພຣະ​ວິນ​ຍານ ແລະ ອຳນາດ​ຂອງ​ພຣະ​ເຈົ້າ​ໄດ້​ມອບ​ໄວ້​ກັບ​ພວກ​ເພິ່ນ​ນັບ​ແຕ່​ການ​ເລີ່ມ​ຕົ້ນ​ຂອງ​ໂລກ​ລົງ​ມາ​ຈົນ​ເຖິງ​ປະ​ຈຸ​ບັນ​ນີ້.

21 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຕາມ​ພາ​ສາ​ຢ່າງ​ນີ້ ຂ້າ​ພະ​ເຈົ້າ​ໄດ້​ຊັກ​ຊວນ​ພວກ​ອ້າຍ​ຂອງ​ຂ້າ​ພະ​ເຈົ້າ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຊື່​ສັດ​ໃນ​ການ​ຮັກ​ສາ​ພຣະ​ບັນ​ຍັດ​ຂອງ​ພຣະ​ເຈົ້າ.

22 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ລົງ​ໄປ​ຫາ​ແຜ່ນ​ດິນ ຊຶ່ງ​ເປັນ​ມູນ​ມໍ​ລະ​ດົກ​ຂອງ​ພວກ​ເຮົາ, ແລະ ພວກ​ເຮົາ​ໄດ້​ເຕົ້າ​ໂຮມ ຄຳ​ຂອງ​ພວກ​ເຮົາ, ແລະ ເງິນ​ຂອງ​ພວກ​ເຮົາ, ແລະ ຂອງ​ມີ​ຄ່າ​ຂອງ​ພວກ​ເຮົາ​ເຂົ້າ​ກັນ.

23 ແລະ ຫລັງ​ຈາກ​ພວກ​ເຮົາ​ເຕົ້າ​ໂຮມ​ຂອງ​ເຫລົ່າ​ນີ້​ເຂົ້າ​ກັນ​ແລ້ວ, ພວກ​ເຮົາ​ຈຶ່ງ​ກັບ​ຂຶ້ນ​ໄປ​ຫາ​ບ້ານ​ຂອງ​ລາ​ບານ​ອີກ.

24 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ເຂົ້າ​ໄປ​ຫາ​ລາ​ບານ, ແລະ ຂໍ​ໃຫ້​ລາວ​ມອບ​ບັນ​ທຶກ ຊຶ່ງ​ຈາລຶກ​ໄວ້​ຢູ່​ໃນ ແຜ່ນ​ຈາລຶກ​ທອງ​ເຫລືອງ​ໃຫ້​ແກ່​ພວກ​ເຮົາ, ແລະ ພວກ​ເຮົາ​ຈະ​ມອບ​ຄຳ​ຂອງ​ພວກ​ເຮົາ, ແລະ ເງິນ​ຂອງ​ພວກ​ເຮົາ, ແລະ ຂອງ​ມີ​ຄ່າ​ທັງ​ໝົດ​ຂອງ​ພວກ​ເຮົາ​ໃຫ້​ແກ່​ລາວ.

25 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເມື່ອ​ລາ​ບານ​ເຫັນ​ຊັບ​ສົມ​ບັດ​ຂອງ​ພວກ​ເຮົາ, ແລະ ເຫັນ​ວ່າ​ມັນ​ມີ​ຈຳນວນ​ຫລວງ​ຫລາຍ ຈຶ່ງ​ມີ ຄວາມ​ໂລບ​ມາກ​ຢາກ​ໄດ້​ມັນ, ເຖິງ​ຂະ​ໜາດ​ທີ່​ລາວ​ໄດ້​ຈັບ​ພວກ​ເຮົາ​ໂຍນ​ອອກ​ໄປ, ແລ້ວ​ສັ່ງ​ໃຫ້​ຄົນ​ໃຊ້​ຂອງ​ລາວ​ໃຫ້​ມາ​ຂ້າ​ພວກ​ເຮົາ, ເພື່ອ​ລາວ​ຈະ​ໄດ້​ຊັບ​ສົມ​ບັດ​ຂອງ​ພວກ​ເຮົາ.

26 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ໜີ​ໄປ​ຕໍ່​ໜ້າ​ຄົນ​ໃຊ້​ຂອງ​ລາ​ບານ, ແລະ ພວກ​ເຮົາ​ຈຳ​ເປັນ​ຕ້ອງ​ປະ​ຖິ້ມ​ຊັບ​ສົມ​ບັດ​ຂອງ​ພວກ​ເຮົາ​ໄວ້​ທາງ​ຫລັງ, ແລະ ມັນ​ຈຶ່ງ​ຕົກ​ຢູ່​ໃນ​ກຳ​ມື​ຂອງ​ລາ​ບານ.

27 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ພວກ​ເຮົາ​ໄດ້​ໜີ​ເຂົ້າ​ໄປ​ໃນ​ຖິ່ນ​ແຫ້ງ​ແລ້ງ​ກັນ​ດານ, ແລະ ຄົນ​ໃຊ້​ຂອງ​ລາ​ບານ​ຕິດ​ຕາມ​ພວກ​ເຮົາ​ບໍ່​ທັນ, ແລະ ພວກ​ເຮົາ​ໄດ້​ລີ້​ຊ່ອນ​ຕົວ​ຢູ່​ໃນ​ຫວ່າງ​ຫີນ.

28 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ເລມັນ​ໄດ້​ໃຈ​ຮ້າຍ​ໃຫ້​ຂ້າ​ພະ​ເຈົ້າ, ແລະ ໃຈ​ຮ້າຍ​ໃຫ້​ບິດາ​ຂອງ​ຂ້າ​ພະ​ເຈົ້າ​ນຳ​ອີກ; ແລະ ເລ​ມູ​ເອນ​ກໍ​ໃຈ​ຮ້າຍ​ເໝືອນ​ກັນ​ເພາະ​ລາວ​ເຊື່ອ​ຟັງ​ຄຳ​ເວົ້າ​ຂອງ​ເລມັນ. ດັງ​ນັ້ນ ເລມັນ​ກັບ​ເລ​ມູ​ເອນ​ໄດ້​ເວົ້າ ຄຳ​ຮຸນ​ແຮງ​ຕໍ່​ພວກ​ເຮົາ, ຜູ້​ເປັນ​ນ້ອງ​ຂອງ​ພວກ​ເຂົາ, ແລະ ພວກ​ເຂົາ​ໄດ້​ຕີ​ພວກ​ເຮົາ​ດ້ວຍ​ໄມ້.

29 ແລະ ເຫດ​ການ​ໄດ້​ບັງ​ເກີດ​ຂຶ້ນ​ຄື ຂະນະ​ທີ່​ພວກ​ເຂົາ​ກຳ​ລັງ​ຕີ​ພວກ​ເຮົາ​ດ້ວຍ​ໄມ້​ຢູ່​ນັ້ນ, ຈົ່ງ​ເບິ່ງ, ທູດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ມາ​ຢືນ​ຢູ່​ຕໍ່​ໜ້າ​ພວກ​ເຂົາ, ແລະ ເພິ່ນ​ໄດ້​ເວົ້າ​ກັບ​ພວກ​ເຂົາ, ມີ​ຄວາມ​ວ່າ: ເປັນ​ຫຍັງ​ພວກ​ເຈົ້າ​ຈຶ່ງ​ຕີ​ນ້ອງ​ດ້ວຍ​ໄມ້? ພວກ​ເຈົ້າ​ບໍ່​ຮູ້​ຈັກ​ບໍ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ເລືອກ​ລາວ​ໃຫ້​ເປັນ ຜູ້​ປົກ​ຄອງ​ພວກ​ເຈົ້າ, ແລະ ອັນ​ນີ້ ເພາະ​ຄວາມ​ຊົ່ວ​ຮ້າຍ​ຂອງ​ພວກ​ເຈົ້າ? ຈົ່ງ​ເບິ່ງ, ພວກ​ເຈົ້າ​ຈົ່ງ​ກັບ​ຂຶ້ນ​ໄປ​ເຢຣູ​ຊາເລັມ​ອີກ, ແລະ ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມອບ​ລາ​ບານ​ໃຫ້​ຢູ່​ໃນ​ກຳ​ມື​ຂອງ​ພວກ​ເຈົ້າ.

30 ແລະ ຫລັງ​ຈາກ ທູດ​ໄດ້​ເວົ້າ​ກັບ​ພວກ​ເຮົາ​ແລ້ວ, ເພິ່ນ​ກໍ​ຈາກ​ໄປ.

31 ແລະ ຫລັງ​ຈາກ​ທູດ​ໄດ້​ຈາກ​ໄປ​ແລ້ວ, ເລມັນ​ກັບ​ເລ​ມູ​ເອນ​ເລີ່ມ​ຕົ້ນ ຈົ່ມ​ອີກ, ໂດຍ​ກ່າວ​ວ່າ: ມັນ​ເປັນ​ໄປ​ໄດ້​ແນວ​ໃດ ທີ່​ພຣະ​ຜູ້​ເປັນ​ເຈົ້າ​ຈະ​ມອບ​ລາ​ບານ​ໃຫ້​ຢູ່​ໃນ​ກຳ​ມື​ຂອງ​ພວກ​ເຮົາ? ຈົ່ງ​ເບິ່ງ, ລາວ​ເປັນ​ຄົນ​ມີ​ອຳນາດ, ແລະ ລາວ​ຍັງ​ບັນ​ຊາ​ຄົນ​ໄດ້​ອີກ​ຫ້າ​ສິບ​ຄົນ, ແທ້​ຈິງ​ແລ້ວ, ເຖິງ​ແມ່ນ​ລາວ​ຂ້າ​ຄົນ​ໄດ້​ເຖິງ​ຫ້າ​ສິບ​ຄົນ; ແລ້ວ​ເປັນ​ຫຍັງ​ຈະ​ຂ້າ​ພວກ​ເຮົາ​ບໍ່​ໄດ້?