ສິ່ງ​ຊ່ວຍ​ສຶກ​ສາ
ພຣະ​ຄຳ​ພີ


ພຣະ​ຄຳ​ພີ

ຖ້ອຍ​ຄຳ, ທັງ​ເປັນ​ການ​ຂຽນ ແລະ ການ​ເວົ້າ, ໂດຍ​ຜູ້​ຊາຍ​ທີ່​ສັກ​ສິດ​ຂອງ​ພຣະ​ເຈົ້າ ເມື່ອ​ໄດ້​ຮັບ​ການ​ກະ​ຕຸ້ນ​ຈາກ​ພຣະ​ວິນ​ຍານ​ບໍ​ລິ​ສຸດ. ພຣະ​ຄຳ​ພີ​ທີ່​ເປັນ​ທາງ​ການ​ຂອງ​ສາດ​ສະ​ໜາ​ຈັກ​ໃນ​ປະ​ຈຸ​ບັນ​ແມ່ນ​ຮ່ວມ​ດ້ວຍ ພຣະ​ຄຣິສ​ຕະ​ທຳ​ຄຳ​ພີ, ພຣະ​ຄຳ​ພີ​ມໍມອນ, ຄຳ​ສອນ ແລະ ພັນທະ​ສັນ​ຍາ, ແລະ ໄຂ່​ມຸກ​ອັນ​ລ້ຳ​ຄ່າ. ພຣະ​ເຢຊູ ແລະ ຜູ້​ຂຽນ​ຂອງ​ພຣະ​ຄຳ​ພີ​ໃໝ່ ນັບ​ຖື​ວ່າ​ພຣະ​ຄຳ​ພີ​ເດີມ ເປັນ​ພຣະ​ຄຳ​ພີ​ເຫລັ້ມ​ໜຶ່ງ (ມທ 22:29; ຢຮ 5:39; 2 ຕມທ 3:15; 2 ປຕ 1:20–21). ເບິ່ງ ລຳ​ດັບ​ປະຫວັດ​ສາດ ໃນ​ພາກ​ຫ້ອຍ​ທ້າຍ​ນຳ​ອີກ.

ພຣະ​ຄຳ​ພີ​ທີ່​ສູນ​ເສຍ​ໄປ

ມີ​ການ​ຂຽນ​ທີ່​ສັກ​ສິດ​ຫລາຍ​ເຫລັ້ມ​ທີ່​ພຣະ​ຄຳ​ພີ​ໄດ້​ກ່າວ​ເຖິງ ແຕ່​ເຮົາ​ບໍ່​ມີ​ຢູ່​ໃນ​ທຸກ​ວັນ​ນີ້, ຊຶ່ງ​ໃນ​ບັນ​ດາ​ການ​ຂຽນ​ດັ່ງ​ກ່າວ​ແມ່ນ​ໜັງ​ສື ແລະ ຜູ້​ຂຽນ​ເຫລົ່າ​ນີ້: ພັນທະ​ສັນ​ຍາ (ອພຍ 24:7), ສົງ​ຄາມ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ (ຈບຊ 21:14), ຢາຊາ (ຢຊ 10:13; 2 ຊມອ 1:18), ການ​ປະ​ຕິ​ບັດ​ຂອງ​ໂຊ​ໂລ​ໂມນ (1 ກສ 11:41), ຊາ​ມູ​ເອນ​ຜູ້​ພະ​ຍາ​ກອນ (1 ຂຄ 29:29), ສາດ​ສະ​ດາ​ນາທານ (2 ຂຄ 9:29), ສາດ​ສະ​ດາ​ເຊມາ​ອີຢາ (2 ຂຄ 12:15), ສາດ​ສະ​ດາ​ອິດໂດ (2 ຂຄ 13:22), ເຢຮູ (2 ຂຄ 20:34), ຖ້ອຍ​ຄຳ​ຂອງ​ຜູ້​ພະ​ຍາ​ກອນ (2 ຂຄ 33:19), ເອນົກ (ຢດ 1:14), ແລະ ຖ້ອຍ​ຄຳ​ຂອງ​ຊີໂນກ, ນີອຳ, ແລະ ຊີນັດ (1 ນຟ 19:10), ຊີນັດ (ຢຄ 5:1), ຊີໂນກ ແລະ ອີໄຊອັດ (ຮລມ 8:20), ແລະ ໜັງ​ສື​ແຫ່ງ​ຄວາມ​ຊົງ​ຈຳ (ມຊ 6:5); ແລະ ສານ​ເຖິງ​ຊາວ​ໂກຣິນ​ໂທ (1 ກຣທ 5:9), ເຖິງ​ຊາວ​ເອ​ເຟ​ໂຊ (ອຟຊ 3:3), ແລະ ຈາກ ລາວດີ​ເກອາ (ກລຊ 4:16), ແລະ ຈາກ ຢູດາ (ຢດ 1:3).

ພຣະ​ຄຳ​ພີ​ທີ່​ຕ້ອງ​ຮັກ​ສາ​ໄວ້

ຄຸນ​ຄ່າ​ຂອງ​ພຣະ​ຄຳ​ພີ

ພຣະ​ຄຳ​ພີ​ທີ່​ໄດ້​ທຳ​ນາຍ​ໄວ້​ຈະ​ອອກ​ມາ