ສິ່ງ​ຊ່ວຍ​ສຶກ​ສາ
ພຣະ​ກິດ​ຕິ​ຄຸນ


ພຣະ​ກິດ​ຕິ​ຄຸນ

ແຜນ​ແຫ່ງ​ຄວາມ​ລອດ​ຂອງ​ພຣະ​ເຈົ້າ, ໄດ້​ເຮັດ​ໃຫ້​ເປັນ​ໄປ​ໄດ້​ຜ່ານ​ການ​ຊົດ​ໃຊ້​ຂອງ​ພຣະ​ເຢຊູ​ຄຣິດ. ພຣະ​ກິດ​ຕິ​ຄຸນ​ຮ່ວມ​ດ້ວຍ​ຄວາມ​ຈິງ​ນິ​ລັນ​ດອນ ຫລື ກົດ​ໝາຍ, ພັນທະ​ສັນ​ຍາ, ແລະ ພິ​ທີ​ການ​ທີ່​ຈຳ​ເປັນ​ສຳ​ລັບ​ມະນຸດ​ຊາດ ເພື່ອ​ກັບ​ຄືນ​ໄປ​ຫາ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ. ພຣະ​ເຈົ້າ​ໄດ້​ຟື້ນ​ຟູ​ຄວາມ​ສົມ​ບູນ​ຂອງ​ພຣະ​ກິດ​ຕິ​ຄຸນ​ຄືນ​ສູ່​ແຜ່ນ​ດິນ​ໂລກ​ໃນ​ສັດ​ຕະ​ວັດ​ທີ​ສິບ​ເກົ້າ​ຜ່ານ​ສາດ​ສະ​ດາ​ໂຈເຊັບ ສະມິດ.