ສິ່ງ​ຊ່ວຍ​ສຶກ​ສາ
ເອຊະຣາ


ເອຊະຣາ

ປະ​ໂລ​ຫິດ ແລະ ຜູ້​ຂຽນ​ໃນ​ພຣະ​ຄຳ​ພີ​ເດີມ ຜູ້​ໄດ້​ພາ​ຊາວ​ຢິວ​ບາງ​ຈຳນວນ​ກັບ​ໄປ​ເຢຣູ​ຊາເລັມ​ຈາກ​ການ​ເປັນ​ຊະ​ເລີຍ​ທີ່​ບາ​ບີ​ໂລນ (ອຊຣ 7–10; ນມຢ 8; 12). ໃນ 458 ປີ ກ່ອນ ຄ.ສ. ເພິ່ນ​ໄດ້​ຮັບ​ການ​ອະ​ນຸ​ຍາດ​ຈາກ​ອາກຕາ​ເຊເຊັດ, ກະສັດ​ຂອງ​ເປີເຊຍ, ເພື່ອ​ພາ​ຊາວ​ຢິວ​ທີ່​ຖືກ​ເນລະເທດ​ຜູ້​ຢາກ​ກັບ​ຄືນ​ເຢຣູ​ຊາເລັມ​ໄປ​ກັບ​ເພິ່ນ (ອຊຣ 7:12–26).

ກ່ອນ​ວັນ​ເວລາ​ຂອງ​ເອ​ຊະ​ຣາ, ພວກ​ປະ​ໂລ​ຫິດ​ເກືອບ​ມີ​ອຳນາດ​ທັງ​ໝົດ​ໃນ​ການ​ອ່ານ ແລະ ຮວບ​ຮວມ​ພຣະ​ຄຳ​ພີ​ທີ່​ຖືກ​ຂຽນ ທີ່​ເອີ້ນ​ວ່າ “ກົດ.” ເອ​ຊະ​ຣາ​ໄດ້​ຊ່ວຍ​ເຮັດ​ໃຫ້​ພຣະ​ຄຳ​ພີ​ມີ​ໄວ້​ສຳ​ລັບ​ຊາວ​ຢິວ​ແຕ່​ລະ​ຄົນ. ໃນ​ທີ່​ສຸດ​ການ​ເປີດ​ອ່ານ “ປຶ້ມ​ກົດ” ກໍ​ໄດ້​ກາຍ​ເປັນ​ສິ່ງ​ສຳ​ຄັນ​ຕໍ່​ຊີ​ວິດ​ຂອງ​ຊາວ​ຢິວ. ບາງ​ທີ​ຄຳ​ສອນ​ອັນ​ສຳ​ຄັນ​ທີ່​ສຸດ​ຂອງ​ເອ​ຊະ​ຣາ​ມາ​ຈາກ​ຕົວ​ຢ່າງ​ຂອງ​ການ​ຕຽມ​ໃຈ​ຂອງ​ເພິ່ນ ທີ່​ຈະ​ສະແຫວງ​ຫາ​ກົດ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ, ທີ່​ຈະ​ເຊື່ອ​ຟັງ​ມັນ, ແລະ ສິດ​ສອນ​ມັນ​ໃຫ້​ກັບ​ຄົນ​ອື່ນ (ອຊຣ 7:10).

ພຣະທຳ​ເອຊະຣາ

ບົດ​ທີ 1–6 ບັນ​ຍາຍ​ເຖິງ​ເຫດ​ການ​ທີ່​ໄດ້​ເກີດ​ຂຶ້ນ​ຈາກ​ຫົກ​ສິບ ຫາ ແປດ​ສິບ​ປີ ກ່ອນ​ເອ​ຊະ​ຣາ​ໄດ້​ມາ​ຫາ​ເຢຣູ​ຊາເລັມ—ການ​ອອກ​ຄຳ​ສັ່ງ​ຂອງ​ໄຊຣັດ ໃນ 537 ປີ ກ່ອນ ຄ.ສ. ແລະ ການ​ກັບ​ມາ​ຂອງ​ຊາວ​ຢິວ​ພາຍ​ໃຕ້​ການ​ນຳ​ພາ​ຂອງ​ເສລຸບ​ບາເບນ. ບົດ​ທີ 7–10 ສະແດງ​ເຖິງ​ວິທີ​ທີ່​ເອ​ຊະ​ຣາ​ໄປ​ຫາ​ເຢຣູ​ຊາເລັມ. ເພິ່ນ, ພ້ອມ​ດ້ວຍ​ຜູ້​ເດີນ​ທາງ, ໄດ້​ຖື​ສິນ​ອົດ​ເຂົ້າ ແລະ ອະ​ທິ​ຖານ​ເພື່ອ​ການ​ປົກ​ປ້ອງ. ຢູ່​ທີ່​ເຢຣູ​ຊາເລັມ ເຂົາ​ເຈົ້າ​ໄດ້​ພົບ​ເຫັນ​ຊາວ​ຢິວ​ຫລາຍ​ຄົນ​ທີ່​ໄດ້​ໄປ​ຫາ​ເຢຣູ​ຊາເລັມ​ກ່ອນ​ແລ້ວ ພາຍ​ໃຕ້​ການ​ນຳ​ພາ​ຂອງ​ເສລຸບ​ບາເບນ ແລະ ໄດ້​ແຕ່ງ​ງານ​ກັບ​ພວກ​ຜູ້​ຍິງ​ນອກ​ພັນທະ​ສັນ​ຍາ ແລະ ດັ່ງ​ນັ້ນ ຈຶ່ງ​ໄດ້​ນຳ​ຄວາມ​ເສື່ອມ​ເສຍ​ມາ​ໃຫ້​ຕົນ​ເອງ. ເອ​ຊະ​ຣາ​ໄດ້​ອະ​ທິ​ຖານ​ເພື່ອ​ເຂົາ​ເຈົ້າ ແລະ ໄດ້​ນຳ​ເຂົາ​ເຈົ້າ​ມາ​ຢູ່​ພາຍ​ໃຕ້​ພັນທະ​ສັນ​ຍາ ເພື່ອ​ໃຫ້​ປະ​ຮ້າງ​ພວກ​ເມຍ​ເຫລົ່າ​ນັ້ນ. ປະຫວັດ​ຕອນ​ຫລັງ​ຂອງ​ເອ​ຊະ​ຣາ​ມີ​ຢູ່​ໃນ​ພຣະ​ທຳ​ເນເຫ​ມີຢາ.