ສິ່ງ​ຊ່ວຍ​ສຶກ​ສາ
ການ​ຕົກ​ຂອງ​ອາດາມ ແລະ ເອວາ


ການ​ຕົກ​ຂອງ​ອາດາມ ແລະ ເອວາ

ຂັ້ນ​ຕອນ​ທີ່​ເຮັດ​ໃຫ້​ມະນຸດ​ຊາດ​ກາຍ​ເປັນ​ມະຕະ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ນີ້. ເມື່ອ​ອາດາມ ແລະ ເອວາ ໄດ້​ກິນ​ໝາກ​ໄມ້​ທີ່​ຕ້ອງ​ຫ້າມ, ເຂົາ​ເຈົ້າ​ໄດ້​ກາຍ​ເປັນ​ມະຕະ, ນັ້ນ​ແມ່ນ, ຂຶ້ນ​ກັບ​ບາບ ແລະ ຄວາມ​ຕາຍ. ອາດາມ​ໄດ້​ກາຍ​ເປັນ “ເນື້ອ​ໜັງ​ທຳ​ອິດ” ຢູ່​ເທິງ​ແຜ່ນ​ດິນ​ໂລກ (ມຊ 3:7). ການ​ເປີດ​ເຜີຍ​ຍຸກ​ສຸດ​ທ້າຍ​ເຮັດ​ໃຫ້​ແຈ່ມ​ແຈ້ງ​ວ່າ ການ​ຕົກ​ເປັນ​ພອນ ແລະ ວ່າ​ອາດາມ ແລະ ເອວາ ຄວນ​ໄດ້​ຮັບ​ກຽດ​ໃນ​ຖານະ​ທີ່​ເປັນ​ພໍ່​ແມ່​ຜູ້​ທຳ​ອິດ​ຂອງ​ມະນຸດ​ຊາດ​ທັງ​ປວງ.

ການ​ຕົກ​ເປັນ​ຂັ້ນ​ຕອນ​ທີ່​ສຳ​ຄັນ​ສຳ​ລັບ​ຄວາມ​ກ້າວ​ໜ້າ​ຂອງ​ມະນຸດ. ເພາະ​ພຣະ​ເຈົ້າ​ໄດ້​ຮູ້​ວ່າ ການ​ຕົກ​ຈະ​ເກີດ​ຂຶ້ນ, ພຣະ​ອົງ​ຈຶ່ງ​ໄດ້​ວາງ​ແຜນ​ຊີ​ວິດ​ກ່ອນ​ມະຕະ ໃຫ້​ມີ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ. ພຣະ​ເຢຊູ​ຄຣິດ​ໄດ້​ມາ​ໃນ​ເວລາ​ອັນ​ຮຸ່ງ​ໂລດ​ທີ່​ຈະ​ຊົດ​ໃຊ້​ສຳ​ລັບ​ການ​ຕົກ​ຂອງ​ອາດາມ ແລະ ສຳ​ລັບ​ບາບ​ສ່ວນ​ຕົວ​ຂອງ​ທຸກ​ຄົນ​ນຳ​ອີກ ຕາມ​ເງື່ອນ​ໄຂ​ແຫ່ງ​ການ​ກັບ​ໃຈ​ຂອງ​ມະນຸດ.