ສິ່ງ​ຊ່ວຍ​ສຶກ​ສາ
ຄົນ​ຕ່າງ​ຊາດ


ຄົນ​ຕ່າງ​ຊາດ

ດັ່ງ​ທີ່​ໃຊ້​ໃນ​ພຣະ​ຄຳ​ພີ, ຄົນ​ຕ່າງ​ຊາດ ມີ​ຫລາຍ​ຄວາມ​ໝາຍ. ບາງ​ເທື່ອ​ມັນ​ອ້າງ​ເຖິງ​ຜູ້​ຄົນ​ທີ່​ບໍ່​ໄດ້​ເປັນ​ເຊື້ອ​ສາຍ​ຂອງ​ຊາວ​ອິດສະ​ຣາເອນ, ບາງ​ເທື່ອ​ແມ່ນ​ຜູ້​ຄົນ​ທີ່​ບໍ່​ໄດ້​ເປັນ​ເຊື້ອ​ສາຍ​ຂອງ​ຊາວ​ຢິວ, ແລະ ບາງ​ເທື່ອ​ແມ່ນ​ປະ​ຊາ​ຊາດ​ທີ່​ບໍ່​ຮູ້​ຈັກ​ພຣະ​ກິດ​ຕິ​ຄຸນ, ເຖິງ​ແມ່ນ​ວ່າ​ບາງ​ຄົນ​ຈະ​ມີ​ສາຍ​ເລືອດ​ຂອງ​ຊາວ​ອິດສະ​ລາ​ເອນ​ກໍ​ຕາມ​ໃນ​ບັນ​ດາ​ຜູ້​ຄົນ. ການ​ໃຊ້​ຄຳ​ນີ້​ໃນ​ຕອນ​ຫລັງ​ເປັນ​ຈຸດ​ພິ​ເສດ​ຂອງ​ຄຳ​ໂດຍ​ສະ​ເພາະ ດັ່ງ​ທີ່​ໃຊ້​ໃນ​ພຣະ​ຄຳ​ພີ​ມໍມອນ ແລະ ຄຳ​ສອນ ແລະ ພັນທະ​ສັນ​ຍາ.