ພຣະ​ຄຳ​ພີ
ໜ້າ​ວິ​ເຄາະ​ສະບັບ​ຂອງ​ພຣະ​ຄຳ​ພີ​ມໍມອນ


ພຣະ​ຄຳ​ພີ​ມໍມອນ

ເລື່ອງ​ລາວ​ທີ່​ຂຽນ​ໄວ້​ດ້ວຍ
ມື​ຂອງ​ມໍມອນ
ໃນ​ແຜ່ນ​ຈາລຶກ
ທີ່​ໄດ້​ມາ​ຈາກ​ແຜ່ນ​ຈາລຶກ​ຂອງ​ນີໄຟ

ດັ່ງ​ນັ້ນ ພຣະ​ຄຳ​ພີ​ນີ້​ຈຶ່ງ​ເປັນ​ຄວາມ​ຫຍໍ້​ມາ​ຈາກ​ບັນ​ທຶກ​ຂອງ​ຜູ້​ຄົນ​ຊາວ​ນີໄຟ ແລະ ຂອງ​ຊາວ​ເລມັນ​ນຳ​ອີກ—ຂຽນ​ເຖິງ​ຊາວ​ເລມັນ​ຜູ້​ເປັນ​ສ່ວນ​ໜຶ່ງ​ທີ່​ເຫລືອ​ຢູ່​ຂອງ​ເຊື້ອ​ສາຍ​ອິດສະ​ຣາເອນ ແລະ ເຖິງ​ຊາວ​ຢິວ ແລະ ຄົນ​ຕ່າງ​ຊາດ​ນຳ​ອີກ—ຂຽນ​ໂດຍ​ພຣະ​ບັນ​ຍັດ ແລະ ໂດຍ​ພຣະ​ວິນ​ຍານ​ແຫ່ງ​ການ​ທຳ​ນາຍ ແລະ ຂອງ​ການ​ເປີດ​ເຜີຍ ຊຶ່ງ​ຂຽນ ແລະ ຜະ​ນຶກ ແລະ ເຊື່ອງ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຈະ​ບໍ່​ໄດ້​ຖືກ​ທຳ​ລາຍ—ເພື່ອ​ຈະ​ໄດ້​ນຳ​ອອກ​ມາ​ໂດຍ​ຂອງ​ປະທານ ແລະ ໂດຍ​ອຳນາດ​ຂອງ​ພຣະ​ເຈົ້າ ເພື່ອ​ການ​ແປ​ພຣະ​ຄຳ​ນີ້—ຜະ​ນຶກ​ໄວ້​ໂດຍ​ມື​ຂອງ​ໂມ​ໂຣ​ໄນ ແລະ ເຊື່ອງ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຈະ​ນຳ​ອອກ​ມາ​ໃນ​ເວລາ​ອັນ​ເໝາະ​ສົມ​ໂດຍ​ທາງ​ຄົນ​ຕ່າງ​ຊາດ—ການ​ແປ​ພຣະ​ຄຳ​ພີ​ນີ້​ສຳ​ເລັດ​ໄດ້​ໂດຍ​ຂອງ​ປະທານ​ຂອງ​ພຣະ​ເຈົ້າ.

ຄວາມ​ຫຍໍ້​ທີ່​ເອົາ​ມາ​ຈາກ​ໜັງ​ສື​ອີເທີ​ມີ​ຢູ່​ພ້ອມ ເປັນ​ບັນ​ທຶກ​ຂອງ​ຜູ້​ຄົນ​ຂອງ​ເຜົ່າ​ຢາເຣັດ ຊຶ່ງ​ກະ​ຈັດ​ກະ​ຈາຍ​ໄປ​ໃນ​ເວລາ​ທີ່​ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ໃຫ້​ພາ​ສາ​ຂອງ​ມະນຸດ​ສັບ​ສົນ​ເມື່ອ​ເວລາ​ຄົນ​ເຫລົ່າ​ນັ້ນ​ກຳ​ລັງ​ສ້າງ​ຫໍ​ສູງ ເພື່ອ​ຂຶ້ນ​ໄປ​ໃຫ້​ເຖິງ​ສະຫວັນ—ອັນ​ເປັນ​ໄປ​ເພື່ອ​ສະແດງ​ແກ່​ຜູ້​ທີ່​ເຫລືອ​ຢູ່​ຂອງ​ເຊື້ອ​ສາຍ​ອິດສະ​ຣາເອນ​ວ່າ ພຣະ​ຜູ້​ເປັນ​ເຈົ້າ​ໄດ້​ກະ​ທຳ​ສິ່ງ​ທີ່​ຍິ່ງ​ໃຫຍ່​ອັນ​ໃດ​ແດ່​ເພື່ອ​ບັນ​ພະ​ບຸ​ລຸດ​ຂອງ​ພວກ​ເຂົາ ແລະ ເພື່ອ​ພວກ​ເຂົາ​ຈະ​ໄດ້​ຮູ້​ຈັກ​ພັນທະ​ສັນ​ຍາ​ຂອງ​ພຣະ​ຜູ້​ເປັນ​ເຈົ້າ​ວ່າ ພວກ​ເຂົາ​ຈະ​ບໍ່​ຖືກ​ປະ​ຖິ້ມ​ຕະຫລອດ​ການ—ແລະ ເພື່ອ​ໃຫ້​ຊາວ​ຢິວ ແລະ ຄົນ​ຕ່າງ​ຊາດ​ຮັບ​ຮູ້​ວ່າ​ພຣະເຢຊູ​ຄື ພຣະ​ຄຣິດ ພຣະ​ເຈົ້າ​ຜູ້​ສະ​ຖິດ​ນິ​ລັນ​ດອນ ຜູ້​ຊຶ່ງ​ສະແດງ​ພຣະ​ອົງ​ເອງ​ໃຫ້​ປະຈັກ​ແກ່​ປະ​ຊາ​ຊາດ​ທັງ​ປວງ—ແລະ ບັດ​ນີ້​ຖ້າ​ຫາກ​ຈະ​ມີ​ສິ່ງ​ທີ່​ຂາດ​ຕົກ​ບົກ​ພ່ອງ​ກໍ​ເປັນ​ຄວາມ​ຜິດ​ຂອງ​ມະນຸດ; ດັ່ງ​ນັ້ນ ຈົ່ງ​ຢ່າ​ກ່າວ​ໂທດ​ເລື່ອງ​ຂອງ​ພຣະ​ເຈົ້າ​ເພື່ອ​ທ່ານ​ຈະ​ໄດ້​ພົບ​ວ່າ​ບໍ່​ມີ​ມົນ​ທິນ​ທີ່​ບັນ​ລັງ​ພິ​ພາກ​ສາ​ຂອງ​ພຣະ​ຄຣິດ.

ສະບັບ​ຕົ້ນ​ຈາກ​ແຜ່ນ​ຈາລຶກ​ຖືກ​ແປ​ເປັນ​ພາ​ສາ​ອັງ​ກິດ
ໂດຍ ໂຈເຊັບ ສະມິດ, ຜູ້ລູກ