ພຣະ​ຄຳ​ພີ
ປະຈັກ​ພະຍານ​ຂອງ​ພະຍານ​ແປດ​ຄົນ


ປະຈັກ​ພະຍານ​ຂອງ​ພະຍານ​ແປດ​ຄົນ

ຂໍ​ໃຫ້​ເປັນ​ທີ່​ຮູ້​ຈັກ​ແກ່​ທຸກ​ປະ​ຊາ​ຊາດ, ທຸກ​ຕະ​ກຸນ, ທຸກ​ພາ​ສາ, ແລະ ທຸກ​ຜູ້​ຄົນ​ທັງ​ປວງ ແກ່​ຜູ້​ທີ່​ວຽກ​ງານ​ນີ້​ຈະ​ມາ​ເຖິງ​ວ່າ: ໂຈເຊັບ ສະມິດ ຜູ້ລູກ ຜູ້​ແປ​ວຽກ​ງານ​ນີ້​ໄດ້​ສະແດງ​ແຜ່ນ​ຈາລຶກ​ທີ່​ກ່າວ​ເຖິງ​ຕໍ່​ພວກ​ເຮົາ ຊຶ່ງ​ເບິ່ງ​ແລ້ວ​ເປັນ​ຄຳ ແລະ ຫລາຍ​ຕໍ່​ຫລາຍ​ແຜ່ນ ສະມິດ​ຜູ້​ນີ້​ແປ​ແລ້ວ ພວກ​ເຮົາ​ໄດ້​ຈັບ​ບາຍ​ດ້ວຍ​ມື​ຂອງ​ພວກ​ເຮົາ ແລະ ພວກ​ເຮົາ​ໄດ້​ເຫັນ​ອັກຂະລະ​ຢູ່​ໃນ​ແຜ່ນ​ນັ້ນ​ອີກ ຊຶ່ງ​ທັງ​ໝົດ​ນັ້ນ​ເບິ່ງ​ແລ້ວ​ເປັນ​ວຽກ​ງານ​ຂອງ​ສະ​ໄໝ​ບູຮານ ແລະ ເປັນ​ຝີ​ມື​ທີ່​ແປກ​ປະ​ຫລາດ ແລະ ການ​ນີ້​ພວກ​ເຮົາ​ເປັນ​ພະຍານ​ດ້ວຍ​ຖ້ອຍ​ຄຳ​ທີ່​ມີ​ສະ​ຕິ​ສຳ​ປະ​ຊັນ​ຍະ​ວ່າ ສະມິດ​ຜູ້​ນີ້​ສະແດງ​ຕໍ່​ພວກ​ເຮົາ ເພາະ​ພວກ​ເຮົາ​ໄດ້​ເຫັນ ແລະ ຈັບ​ຍົກ​ຂຶ້ນ ແລະ ຮູ້​ແນ່​ນອນ​ວ່າ ສະມິດ​ຜູ້​ນີ້​ມີ​ແຜ່ນ​ຈາລຶກ​ທີ່​ພວກ​ເຮົາ​ກ່າວ​ເຖິງ ແລະ ພວກ​ເຮົາ​ໃຫ້​ຊື່​ຂອງ​ພວກ​ເຮົາ​ໄວ້​ຕໍ່​ໂລກ​ເພື່ອ​ເປັນ​ພະຍານ​ຕໍ່​ໂລກ​ເຖິງ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຫັນ ແລະ ພຣະ​ເຈົ້າ​ເປັນ​ພະຍານ​ວ່າ ພວກ​ເຮົາ​ບໍ່​ໄດ້​ເວົ້າ​ຕົວະ.

ຄຣິດ​ສະ​ຕຽນ ວິດເມີ

ເຈ​ກັບ ວິດເມີ

ພີເຕີ ວິດເມີ, ຜູ້ລູກ

ຈອນ ວິດເມີ

ໄຮຣຳ ເພຈ໌

ໂຈເຊັບ ສະມິດ, ຜູ້ພໍ່

ໄຮຣຳ ສະມິດ

ແຊມໂຍ ເອັຈ ສະມິດ