ພຣະ​ຄຳ​ພີ
ບົດ​ວິ​ເຄາະ​ໂດຍ​ຫຍໍ້​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍມອນ


ບົດ​ວິ​ເຄາະ​ໂດຍ​ຫຍໍ້​ກ່ຽວ​ກັບ​ພຣະ​ຄຳ​ພີ​ມໍມອນ

ພຣະ​ຄຳ​ພີ​ມໍມອນ​ເປັນ​ບັນ​ທຶກ​ທີ່​ສັກ​ສິດ​ຂອງ​ຊາວ​ອາ​ເມຣິ​ກາ​ສະ​ໄໝ​ບູຮານ ແລະ ໄດ້​ບັນ​ທຶກ​ໄວ້​ໃນ​ແຜ່ນ​ໂລ​ຫະ​ຕ່າງໆ. ບັນ​ທຶກ​ເຫລົ່າ​ນີ້​ໄດ້​ຖືກ​ຫຍໍ້​ມາ​ຈາກ ແຫລ່ງ​ດັ່ງ​ຕໍ່​ໄປ​ນີ້:

  1. ແຜ່ນ​ຈາລຶກ​ຂອງ​ນີໄຟ ຊຶ່ງ​ມີ​ຢູ່​ສອງ​ແບບ. ແຜ່ນ​ຈາລຶກ​ນ້ອຍ​ກັບ​ແຜ່ນ​ຈາລຶກ​ໃຫຍ່. ແບບ​ທຳ​ອິດ​ແມ່ນ​ເຈາະ​ຈົງ​ໃສ່​ສິ່ງ​ສັກ​ສິດ ແລະ ການ​ຮັບ​ໃຊ້ ແລະ ການ​ສິດ​ສອນ​ຂອງ​ສາດ​ສະ​ດາ​ທັງ​ຫລາຍ, ຊຶ່ງ​ສ່ວນ​ຖັດ​ກັນ​ໄປ​ນັ້ນ​ແມ່ນ​ເຕັມ​ໄປ​ດ້ວຍ​ປະຫວັດ​ສາດ​ຂອງ​ຝູງ​ຊົນ​ທີ່​ກ່ຽວ​ຂ້ອງ (1 ນີໄຟ 9:2–4). ເຖິງ​ຢ່າງ​ໃດ​ກໍ​ຕາມ, ຫລັງ​ຈາກ​ວັນ​ເວລາ​ຂອງ​ໂມ​ໄຊ​ຢາ, ແຜ່ນ​ຈາລຶກ​ໃຫຍ່​ໄດ້​ມີ​ຂໍ້​ຄວາມ​ອັນ​ສັກ​ສິດ​ຮ່ວມ​ຢູ່​ດ້ວຍ.

  2. ແຜ່ນ​ຈາລຶກ​ຂອງມໍມອນ ຊຶ່ງ​ມີ​ຂໍ້​ຄວາມ​ຫຍໍ້​ມາ​ຈາກ​ແຜ່ນ​ຈາລຶກ​ໃຫຍ່​ຂອງ​ນີໄຟ, ຈັດ​ຂຶ້ນ​ໂດຍ​ມໍມອນ ມີ​ຄຳ​ອະ​ທິ​ບາຍ​ຫລາຍ​ຢ່າງ. ແຜ່ນ​ຈາລຶກ​ເຫລັ້ມ​ນີ້​ໄດ້​ບັນ​ຈຸ​ປະຫວັດ​ສາດ​ສະ​ໄໝ​ຕໍ່​ມາ​ທີ່​ເພິ່ນ​ຂຽນ​ໄວ້ ລວມ​ທັງ​ຂໍ້​ຄວາມ​ເພີ່ມ​ເຕີມ​ໂດຍ​ໂມ​ໂຣ​ໄນ​ຜູ້​ເປັນ​ລູກ​ຊາຍ​ຂອງ​ມໍມອນ.

  3. ແຜ່ນ​ຈາລຶກ​ຂອງອີເທີ ຊຶ່ງ​ເປັນ​ປະຫວັດ​ສາດ​ຂອງ​ຊາວ​ຢາເຣັດ. ການ​ບັນ​ທຶກ​ສ່ວນ​ນີ້​ຖືກ​ຫຍໍ້​ໂດຍ​ໂມ​ໂຣ​ໄນ, ຜູ້​ຊຶ່ງ​ໄດ້​ເພີ່ມ​ເຕີມ​ເນື້ອ​ຄວາມ​ອະ​ທິ​ບາຍ​ຂອງ​ຕົນ​ເອງ​ໃສ່​ໃນ​ນັ້ນ ແລະ ໄດ້​ຮວມ​ບັນ​ທຶກ​ໄວ້​ໃນ​ຫົວ​ຂໍ້​ຂອງ “ໜັງ​ສື​ອີເທີ.”

  4. ແຜ່ນ​ຈາລຶກ​ທອງ​ເຫລືອງ ທີ່​ໄດ້​ນຳ​ມາ​ໂດຍ​ຜູ້​ຄົນ​ຂອງ​ລີໄຮ ຊຶ່ງ​ອອກ​ຈາກ​ເຢຣູ​ຊາເລັມ 600 ປີ ກ່ອນ​ຄຣິ​ສ​ຕະ​ສັກ​ກະ​ລາດ. ແຜ່ນ​ຈາລຶກ​ນີ້​ໄດ້​ບັນ​ທຶກ “ໜັງ​ສື​ຫ້າ​ເຫລັ້ມ​ຂອງ​ໂມເຊ, … ແລະ ພ້ອມ​ດ້ວຍ​ບັນ​ທຶກ​ຂອງ​ຊາວ​ຢິວ​ຕັ້ງ​ແຕ່​ຕົ້ນ, … ລົງ​ມາ​ເຖິງ​ການ​ເລີ່ມ​ຕົ້ນ​ຂອງ​ການ​ປົກ​ຄອງ​ຂອງ​ເຊ​ເດ​ກີ​ຢາ ກະສັດ​ຂອງ​ຊາວ​ຢູ​ດາ ແລະ ຄຳ​ທຳ​ນາຍ​ຂອງ​ສາດ​ສະ​ດາ​ຜູ້​ສັກ​ສິດ” (1 ນີໄຟ 5:11–13). ໄດ້​ມີ​ຄຳ​ກ່າວ​ອ້າງ​ມາ​ຈາກ​ແຜ່ນ​ຈາລຶກ​ເຫລົ່າ​ນີ້, ກ່າວ​ອ້າງ​ຄຳ​ຂອງ​ເອຊາ​ຢາ ແລະ ສາດ​ສະ​ດາ​ຜູ້​ທີ່​ຢູ່​ໃນ​ພຣະ​ຄຳ​ພີ ຫລື ບໍ່​ໄດ້​ຢູ່​ໃນ​ພຣະ​ຄຳ​ພີ ໄດ້​ປະກົດ​ຢູ່​ໃນ​ພຣະ​ຄຳ​ພີ​ມໍມອນ.

ພຣະ​ຄຳ​ພີ​ມໍມອນ​ປະກອບ​ດ້ວຍ​ພາກ​ໃຫຍ່ ສິບ​ຫ້າ ພາກ ຫລື ໝວດ ຍົກ​ເວັ້ນ​ພາກ​ດຽວ ຊຶ່ງ​ເອີ້ນ​ກັນ​ວ່າ ໜັງ​ສື, ຕາມ​ທຳ​ມະ​ດາ​ແລ້ວ ຈະ​ເປັນ​ຕາມ​ຊື່​ຂອງ​ຜູ້​ຂຽນ​ເລື່ອງ​ເປັນ​ສ່ວນ​ໃຫຍ່. ພາກ​ສ່ວນ​ທຳ​ອິດ (ໜັງ​ສື ຫົກ​ສະບັບ​ທຳ​ອິດ​ສິ້ນ​ສຸດ​ດ້ວຍ​ອອມໄນ) ແມ່ນ​ການ​ແປ​ຈາກ​ແຜ່ນ​ຈາລຶກ​ນ້ອຍ​ຂອງ​ນີໄຟ. ຄຳ​ຂອງ​ມໍມອນ​ໄດ້​ຖືກ​ສອດ​ໃສ່​ຂັ້ນ​ກາງ​ໜັງ​ສື​ອອມໄນ​ກັບ​ໜັງ​ສື​ໂມ​ໄຊ​ຢາ​ເພື່ອ​ຄຳ​ຂອງ​ມໍມອນ​ຈະ​ໄດ້​ຕໍ່​ບັນ​ທຶກ​ໃນ​ແຜ່ນ​ຈາລຶກ​ນ້ອຍ​ເຂົ້າ​ກັບ​ການ​ຫຍໍ້​ຂອງ​ມໍມອນ ທີ່​ເອົາ​ມາ​ຈາກ​ແຜ່ນ​ຈາລຶກ​ໃຫຍ່.

ພາກ​ທີ່​ຍາວ​ທີ່​ສຸດ​ແມ່ນ​ເລີ່ມ​ຕັ້ງ​ແຕ່​ໂມ​ໄຊ​ຢາ​ຈົນ​ເຖິງ​ມໍມອນ ບົດ​ທີ 7 ລວມ​ທັງ​ການ​ແປ​ຄວາມ​ຫຍໍ້​ຂອງ​ມໍມອນ ຈາກ​ແຜ່ນ​ຈາລຶກ​ໃຫຍ່​ຂອງ​ນີໄຟ. ພາກ​ສະ​ຫລຸບ ຈາກ​ມໍມອນ ບົດ​ທີ 8 ໄປ​ຈົນ​ຈົບ​ເຫລັ້ມ​ແມ່ນ​ໂມ​ໂຣ​ໄນ ຜູ້​ເປັນ​ລູກ​ຊາຍ​ຂອງ​ມໍມອນ​ໄດ້​ຈາລຶກ​ໄວ້​ຫລັງ​ຈາກ​ສິ້ນ​ສຸດ​ການ​ບັນ​ທຶກ​ຊີ​ວະ​ປະຫວັດ​ຂອງ​ບິດາ​ຂອງ​ເພິ່ນ. ແລ້ວ​ໄດ້​ເຮັດ​ຄວາມ​ຫຍໍ້​ຂອງ​ບັນ​ທຶກ​ຂອງ​ຊາວ​ຢາເຣັດ​ໄວ້ (ເປັນ​ໜັງ​ສື​ອີເທີ). ຕໍ່​ມາ​ເພິ່ນ​ໄດ້​ເພີ່ມ​ເຕີມ​ພາກ​ທີ່​ຮູ້​ຈັກ​ກັນ​ວ່າ ໜັງ​ສື​ໂມ​ໂຣ​ໄນ.

ໃນ ຫລື ປະ​ມານ ຄ.ສ. 421, ໂມ​ໂຣ​ໄນ, ຜູ້​ເປັນ​ສາດ​ສະ​ດາ​-​ນັກ​ປະຫວັດ​ສາດ​ຂອງ​ຊາວ​ນີໄຟ​ຄົນ​ສຸດ​ທ້າຍ​ໄດ້​ຜະ​ນຶກ​ບັນ​ທຶກ​ອັນ​ສັກ​ສິດ​ນັ້ນ ແລະ ໄດ້​ເຊື່ອງ​ມັນ​ໄວ້​ກັບ​ພຣະ​ຜູ້​ເປັນ​ເຈົ້າ ເພື່ອ​ຈະ​ໄດ້​ນຳ​ອອກ​ມາ​ໃນ​ຍຸກ​ສຸດ​ທ້າຍ, ດັ່ງ​ທີ່​ທຳ​ນາຍ​ໄວ້​ໂດຍ​ສຸ​ລະ​ສຽງ​ຂອງ​ພຣະ​ເຈົ້າ ຜ່ານ​ສາດ​ສະ​ດາ​ສະ​ໄໝ​ບູຮານ​ຂອງ​ພຣະ​ອົງ. ໃນ ຄ.ສ. 1823, ໂມ​ໂຣ​ໄນ​ຜູ້​ດຽວ​ກັນ​ນີ້ ຜູ້​ທີ່​ຟື້ນ​ຄືນ​ຊີ​ວິດ​ແລ້ວ, ໄດ້​ມາ​ຢ້ຽມ​ຢາມ​ສາດ​ສະ​ດາ​ໂຈເຊັບ ສະມິດ ແລ້ວ​ມອບ​ແຜ່ນ​ຈາລຶກ ຊຶ່ງ​ມີ​ອັກຂະລະ​ໃຫ້​ເພິ່ນ.

ກ່ຽວ​ກັບ​ສະບັບ​ນີ້: ໜ້າ​ວິ​ເຄາະ​ຕົ້ນ​ສະບັບ, ຢູ່​ກ່ອນ​ໜ້າ​ສາ​ລະ​ບານ, ຖືກ​ຍົກ​ເອົາ​ມາ​ຈາກ​ແຜ່ນ​ຈາລຶກ ແລະ ເປັນ​ຂໍ້​ຄວາມ​ສ່ວນ​ໜຶ່ງ​ທີ່​ສັກ​ສິດ. ຄຳ​ນຳ​ທີ່​ບໍ່​ໄດ້​ເປັນ​ຕົວ​ເນີ້ງ, ດັ່ງ​ເຊັ່ນ​ຢູ່​ໃນ 1 ນີໄຟ ແລະ ຢູ່​ກ່ອນ​ໜ້າ ໂມ​ໄຊ​ຢາ ບົດ​ທີ 9, ກໍ​ເປັນ​ຂໍ້​ຄວາມ​ສ່ວນ​ໜຶ່ງ​ທີ່​ສັກ​ສິດ​ຄື​ກັນ. ຄຳ​ນຳ​ທີ່​ເປັນ​ຕົວ​ເນີ້ງ, ດັ່ງ​ເຊັ່ນ​ໃນ​ຫົວ​ຂໍ້​ບົດ, ບໍ່​ແມ່ນ​ຂໍ້​ຄວາມ​ຈາກ​ສະບັບ​ຕົ້ນ ແຕ່​ຊ່ວຍ​ໃນ​ການ​ສຶກ​ສາ ລວມ​ທັງ​ເພື່ອ​ຄວາມ​ສະ​ດວກ​ໃນ​ການ​ອ່ານ.

ຄວາມ​ຜິດ​ພາດ​ເລັກ​ໜ້ອຍ​ທີ່​ມີ​ຢູ່​ໃນ​ປຶ້ມ​ຖືກ​ເກັບ​ໄວ້​ສະເໝີ​ມາ​ໃນ​ພຣະ​ຄຳ​ພີ​ມໍມອນ​ສະບັບ​ທີ່​ໄດ້​ພິມ​ຜ່ານ​ມາ​ເປັນ​ພາ​ສາ​ອັງ​ກິດ. ສະບັບ​ນີ້​ບັນ​ຈຸ​ການ​ດັດ​ແປງ​ທີ່​ເໝາະ​ສົມ ເພື່ອ​ເຮັດ​ໃຫ້​ເນື້ອ​ຫາ​ສອດ​ຄ່ອງ​ກັບ​ຕົ້ນ​ສະບັບ​ກ່ອນ​ການ​ຈັດ​ພິມ ແລະ ກັບ​ການ​ພິມ​ຊຸດ​ທຳ​ອິດ ຊຶ່ງ​ຮຽບ​ຮຽງ​ໂດຍ​ສາດ​ສະ​ດາ​ໂຈເຊັບ ສະມິດ.