ສິ່ງ​ຊ່ວຍ​ສຶກ​ສາ
ປະຖົມ​ມະການ


ປະຖົມ​ມະການ

ພຣະ​ທຳ​ປະ​ຖົມ​ມະ​ການ​ເປັນ​ໜັງ​ສື​ເຫລັ້ມ​ທຳ​ອິດ​ຢູ່​ໃນ​ພຣະ​ຄຳ​ພີ​ເດີມ ແລະ ສາດ​ສະ​ດາ​ໂມເຊ​ເປັນ​ຄົນ​ຂຽນ. ມັນ​ໃຫ້​ເລື່ອງ​ລາວ​ກ່ຽວ​ກັບ​ການ​ເລີ່ມ​ຕົ້ນ, ດັ່ງ​ເຊັ່ນ​ການ​ສ້າງ​ແຜ່ນ​ດິນ​ໂລກ, ການ​ເນລະມິດ​ສ້າງ​ສັດ​ສາ​ວາ​ສິ່ງ ແລະ ມະນຸດ​ໄວ້​ເທິງ​ແຜ່ນ​ດິນ​ໂລກ, ການ​ຕົກ​ຂອງ​ອາດາມ ແລະ ເອວາ, ການ​ເປີດ​ເຜີຍ​ເລື່ອງ​ພຣະ​ກິດ​ຕິ​ຄຸນ​ຕໍ່​ອາດາມ, ການ​ເລີ່ມ​ຕົ້ນ​ຂອງ​ເຜົ່າ ແລະ ເຊື້ອ​ສາຍ, ການ​ເລີ່ມ​ຕົ້ນ​ຂອງ​ພາ​ສາ​ຕ່າງໆ​ທີ່​ບາ​ເບນ, ແລະ ການ​ເລີ່ມ​ຕົ້ນ​ຂອງ​ຄອບ​ຄົວ​ອັບ​ຣາ​ຮາມ​ທີ່​ພາ​ໄປ​ສູ່​ການ​ສ້າງ​ຕັ້ງ​ເຊື້ອ​ສາຍ​ອິດສະ​ຣາເອນ. ບົດ​ບາດ​ຂອງ​ໂຢເຊັບ​ໃນ​ຖານະ​ທີ່​ເປັນ​ຜູ້​ຊ່ວຍ​ກູ້​ຊາວ​ອິດສະ​ຣາເອນ​ກໍ​ໄດ້​ຖືກ​ເນັ້ນ​ໜັກ​ຢູ່​ໃນ​ໜັງ​ສື​ປະ​ຖົມ​ມະ​ການ​ນີ້​ຄື​ກັນ.

ການ​ເປີດ​ເຜີຍ​ຍຸກ​ສຸດ​ທ້າຍ​ຢືນ​ຢັນ ແລະ ໃຫ້​ຄວາມ​ແຈ່ມ​ແຈ້ງ​ກ່ຽວ​ກັບ​ໜັງ​ສື​ປະ​ຖົມ​ມະ​ການ (1 ນຟ 5; ອທ 1; ມຊ 1–8; ອຣຮ 1–5).

ໃນ​ພຣະ​ທຳ​ປະ​ຖົມ​ມະ​ການ, ບົດ​ທີ 1–4 ກ່ຽວ​ຂ້ອງ​ກັບ​ການ​ສ້າງ​ໂລກ ແລະ ການ​ເຕີບ​ໃຫຍ່​ຂະ​ຫຍາຍ​ຕົວ​ຂອງ​ຄອບ​ຄົວ​ຂອງ​ອາດາມ. ບົດ​ທີ 5–10 ບັນ​ທຶກ​ປະຫວັດ​ຂອງ​ໂນອາ. ບົດ​ທີ 11–20 ບອກ​ເຖິງ​ອັບ​ຣາ​ຮາມ ແລະ ຄອບ​ຄົວ​ຂອງ​ເພິ່ນ ຈົນ​ເຖິງ​ສະ​ໄໝ​ຂອງ​ອີຊາກ. ບົດ​ທີ 21–35 ຕິດ​ຕາມ​ຄອບ​ຄົວ​ຂອງ​ອີຊາກ. ບົດ​ທີ 36 ບອກ​ເຖິງ​ເອຊາວ ແລະ ຄອບ​ຄົວ​ຂອງ​ລາວ. ບົດ​ທີ 37–50 ບອກ​ເຖິງ​ຄອບ​ຄົວ​ຂອງ​ຢາໂຄບ ແລະ ໃຫ້​ເລື່ອງ​ລາວ​ກ່ຽວ​ກັບ​ໂຢເຊັບ​ຖືກ​ຂາຍ​ໄປ​ປະເທດ​ເອຢິບ ແລະ ບົດ​ບາດ​ຂອງ​ລາວ​ໃນ​ການ​ຊ່ວຍ​ກູ້​ເຊື້ອ​ສາຍ​ອິດສະ​ຣາເອນ.