ສິ່ງ​ຊ່ວຍ​ສຶກ​ສາ
ມານ


ມານ

ຊາຕານ. ມານ​ເປັນ​ສັດ​ຕູ​ຂອງ​ຄວາມ​ຊອບ​ທຳ ແລະ ຂອງ​ຄົນ​ທີ່​ສະແຫວງ​ຫາ​ທີ່​ຈະ​ເຮັດ​ຕາມ​ພຣະ​ປະສົງ​ຂອງ​ພຣະ​ເຈົ້າ. ມັນ​ເປັນ​ບຸດ​ທາງ​ວິນ​ຍານ​ແທ້ໆ​ຂອງ​ພຣະ​ເຈົ້າ ແລະ ຄັ້ງ​ໜຶ່ງ​ເຄີຍ​ເປັນ​ທູດ​ທີ່​ມີ​ສິດ​ອຳນາດ​ຢູ່​ໃນ​ທີ່​ປະ​ທັບ​ຂອງ​ພຣະ​ເຈົ້າ (ອຊຢ 14:12; 2 ນຟ 2:17). ເຖິງ​ຢ່າງ​ໃດ​ກໍ​ຕາມ, ມັນ​ໄດ້​ກະ​ບົດ​ໃນ​ຊີ​ວິດ​ກ່ອນ​ມະຕະ ແລະ ໄດ້​ຊັກ​ຊວນ​ລູກໆ​ທາງ​ວິນ​ຍານ​ຂອງ​ພຣະ​ບິດາ​ໜຶ່ງ​ສ່ວນ​ສາມ ໃຫ້​ກະ​ບົດ​ກັບ​ມັນ (ຄພ 29:36; ມຊ 4:1–4; ອຣຮ 3:27–28). ພວກ​ເຂົາ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ສະຫວັນ, ໄດ້​ຖືກ​ປະ​ຕິ​ເສດ​ບໍ່​ໃຫ້​ມີ​ໂອ​ກາດ​ທີ່​ຈະ​ໄດ້​ຮັບ​ຮ່າງ​ກາຍ​ມະຕະ ແລະ ປະ​ສົບ​ການ​ຊີ​ວິດ​ມະຕະ, ແລະ ຈະ​ອັບ​ປະ​ໂຫຍດ​ຊົ່ວ​ນິ​ລັນ​ດອນ. ນັບ​ແຕ່​ເວລາ​ມານ​ໄດ້​ຖືກ​ຂັບ​ໄລ່​ອອກ​ຈາກ​ສະຫວັນ, ມັນ​ໄດ້​ຫລອກ​ລວງ​ມະນຸດ​ທັງ​ໝົດ​ຢູ່​ບໍ່​ຂາດ ແລະ ນຳ​ພາ​ເຂົາ​ໄປ​ຈາກ​ວຽກ​ງານ​ຂອງ​ພຣະ​ເຈົ້າ ເພື່ອ​ວ່າ​ຈະ​ໄດ້​ເຮັດ​ໃຫ້​ມະນຸດ​ຊາດ​ເສົ້າ​ສະ​ຫລົດ​ໃຈ​ຄື​ກັນ​ກັບ​ມັນ (ພນມ 12:9; 2 ນຟ 2:27; 9:8–9).

ສາດ​ສະ​ໜາ​ຈັກ​ຂອງ​ມານ

ທຸກ​ການ​ຈັດ​ຕັ້ງ​ທີ່​ຊົ່ວ ແລະ ເປັນ​ຂອງ​ໂລກ​ຢູ່​ເທິງ​ແຜ່ນ​ດິນ​ໂລກ​ນີ້ ທີ່​ບິດ​ເບືອນ​ຈາກ​ພຣະ​ກິດ​ຕິ​ຄຸນ​ທີ່​ບໍ​ລິ​ສຸດ ແລະ ດີ​ພ້ອມ​ທຸກ​ຢ່າງ ແລະ ຕໍ່​ສູ້​ກັບ​ພຣະ​ເມສາ​ນ້ອຍ​ຂອງ​ພຣະ​ເຈົ້າ.