ສິ່ງ​ຊ່ວຍ​ສຶກ​ສາ
ເຣໂຮ​ໂບອາມ


ເຣໂຮ​ໂບອາມ

ໃນ​ພຣະ​ຄຳ​ພີ​ເດີມ, ລູກ​ຊາຍ​ຂອງ​ກະສັດ​ໂຊ​ໂລ​ໂມນ. ເພິ່ນ​ໄດ້​ຂຶ້ນ​ເປັນ​ກະສັດ​ແທນ​ພໍ່​ຂອງ​ເພິ່ນ ແລະ ໄດ້​ປົກ​ຄອງ​ເປັນ​ເວລາ​ສິບ​ເຈັດ​ປີ ໃນ​ເຢຣູ​ຊາເລັມ (1 ກສ 11:43; 14:21, 31). ໃນ​ລະຫວ່າງ​ການ​ປົກ​ຄອງ​ຂອງ​ເຣໂຮ​ໂບອາມ, ອາ​ນາ​ຈັກ​ໄດ້​ຖືກ​ແບ່ງ​ແຍກ​ອອກ​ເປັນ​ອາ​ນາ​ຈັກ​ຂອງ​ອິດສະ​ຣາເອນ ຢູ່​ພາກ​ເໜືອ ແລະ ອາ​ນາ​ຈັກ​ຂອງ​ຢູ​ດາ ຢູ່​ພາກ​ໃຕ້ (1 ກສ 11:31–36; 12:19–20). ເຣໂຮ​ໂບອາມ ໄດ້​ປົກ​ຄອງ​ອາ​ນາ​ຈັກ​ຂອງ​ຢູດາ.