ສິ່ງ​ຊ່ວຍ​ສຶກ​ສາ
ຊາ​ມາ​ເຣຍ


ຊາ​ມາ​ເຣຍ

ໃນ​ພຣະ​ຄຳ​ພີ​ເດີມ, ເມືອງ​ຫລວງ​ຂອງ​ອາ​ນາ​ຈັກ​ພາກ​ເໜືອ​ຂອງ​ອິດສະ​ຣາເອນ (1 ກສ 16:23–24). ເພາະ​ພະ​ລັງ​ອັນ​ເຂັ້ມ​ແຂງ​ຂອງ​ກອງ​ທັບ​ທີ່​ຕັ້ງ​ຢູ່​ເທິງ​ຄ້ອຍ​ພູ, ຊາວ​ອັດ​ຊີ​ເຣຍ​ຈຶ່ງ​ບໍ່​ສາ​ມາດ​ຍຶດ​ເອົາ​ຕົວ​ເມືອງ​ນີ້​ໄດ້, ແຕ່​ຫລັງ​ຈາກ​ໄດ້​ປິດ​ລ້ອມ​ເມືອງ​ໄວ້​ເປັນ​ເວລາ​ສາມ​ປີ ພວກ​ເຂົາ​ຈຶ່ງ​ສາ​ມາດ​ຍຶດ​ເອົາ​ມັນ​ໄດ້ (2 ກສ 17:5–6). ເຮໂຣດ​ໄດ້​ສ້ອມ​ແປງ​ເມືອງ​ຂຶ້ນ​ໃໝ່ ແລະ ເອີ້ນ​ມັນວ່າ ຊີບັດ. ໃນ​ສະ​ໄໝ​ຂອງ​ພຣະ​ຄຳ​ພີ​ໃໝ່, ຊາ​ມາ​ເຣຍ ເປັນ​ຊື່​ຂອງ​ພາກ​ກາງ​ຂອງ​ຟີລິດ​ສະຕິນ ທາງ​ພາກ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍແດນ.