ສິ່ງ​ຊ່ວຍ​ສຶກ​ສາ
ໂຢເຊັບ, ສາມີ​ຂອງ​ນາງ​ມາຣີ


ໂຢເຊັບ, ສາມີ​ຂອງ​ນາງ​ມາຣີ

ສາມີ​ຂອງ​ນາງ​ມາຣີ, ມານດາ​ຂອງພຣະ​ເຢຊູ. ໂຢເຊັບ​ເປັນ​ທາຍາດ​ຂອງ​ດາວິດ (ມທ 1:1–16; ລກ 3:23–38) ແລະ ໄດ້​ອາ​ໄສ​ຢູ່​ໃນ​ນາ​ຊາ​ເຣັດ. ລາວ​ໄດ້​ເປັນ​ຄູ່​ໝັ້ນ​ຂອງ​ນາງ​ມາຣີ. ບໍ່​ດົນ​ກ່ອນ​ເຂົາ​ເຈົ້າຈະ​ແຕ່ງ​ງານ​ກັນ, ທູດ​ຄັບຣີ​ເອນ​ໄດ້​ມາ​ຢ້ຽມ​ຢາມ​ນາງ, ຜູ້​ໄດ້​ປະກາດ​ວ່າ ນາງ​ມາຣີ​ໄດ້​ຖືກ​ເລືອກ​ໃຫ້​ເປັນ​ມານດາ​ຂອງ​ພຣະ​ຜູ້​ຊ່ວຍ​ໃຫ້​ລອດ (ລກ 1:26–35). ໂຢເຊັບ​ກໍ​ໄດ້​ຮັບການ​ເປີດ​ເຜີຍ​ກ່ຽວ​ກັບ​ການ​ກຳເນີດ​ແຫ່ງ​ສະຫວັນ​ນີ້​ຄື​ກັນ (ມທ 1:20–25).

ນາງ​ມາຣີ​ເປັນ​ບິດາ​ມານດາ​ຄົນ​ດຽວ​ເທົ່າ​ນັ້ນ​ຂອງ​ພຣະ​ເຢຊູ​ຢູ່​ໃນ​ໂລກ​ນີ້ ເພາະ​ວ່າ​ພຣະ​ເຈົ້າ​ເປັນ​ພຣະ​ບິດາ​ຂອງ​ພຣະ​ເຢຊູ. ແຕ່​ຊາວ​ຢິວ​ຄິດ​ວ່າ​ໂຢເຊັບ​ເປັນ​ບິດາ​ຂອງ​ພຣະ​ເຢຊູ, ແລະ ພຣະ​ເຢຊູ​ກໍ​ໄດ້​ນັບ​ຖື​ລາວ​ເປັນ​ບິດາ​ຂອງ​ພຣະອົງ (ລກ 2:48, 51). ໂດຍ​ທີ່​ໄດ້​ຖືກ​ເຕືອນ​ດ້ວຍ​ຄວາມ​ຝັນ​ຈາກ​ສະຫວັນ, ໂຢເຊັບ ຈຶ່ງ​ໄດ້​ຮັກ​ສາ​ຊີ​ວິດ​ຂອງ​ກຸມ​ມານ​ນ້ອຍ​ເຢຊູ ໂດຍ​ການ​ໜີ​ໄປ​ປະເທດ​ເອຢິບ (ມທ 2:13–14). ຫລັງ​ຈາກ​ເຮໂຣດ​ໄດ້​ຕາຍ​ໄປ, ທູດໄດ້​ແນະນຳ​ໂຢເຊັບ​ໃຫ້​ພາ​ພຣະ​ຄຣິດ​ກັບ​ຄືນ​ໄປ​ອິດສະ​ຣາເອນ (ມທ 2:19–23).