ສິ່ງ​ຊ່ວຍ​ສຶກ​ສາ
ຊີ​ເມ​ໂອນ


ຊີ​ເມ​ໂອນ

ໃນ​ພຣະ​ຄຳ​ພີ​ເດີມ, ລູກ​ຊາຍ​ຄົນ​ທີ​ສອງ​ຂອງ​ຢາໂຄບ ກັບ ເມຍ​ຊື່ ເລອາ (ປຖກ 29:33; 35:23; ອພຍ 1:2). ລາວ​ໄດ້​ຮ່ວມ​ມື​ກັບ​ເລວີ ໃນ​ການ​ສັງ​ຫານ​ຊາວ​ຊີເຄມ (ປຖກ 34:25–31). ຄຳ​ທຳ​ນາຍ​ຂອງ​ຢາໂຄບ ກ່ຽວ​ກັບ​ຊີ​ເມ​ໂອນ ມີ​ຢູ່​ໃນ ປະ​ຖົມ​ມະ​ການ 49:5–7.

ເຜົ່າ​ຂອງ​ຊີ​ເມ​ໂອນ

ລູກ​ຫລານ​ຂອງ​ຊີ​ເມ​ໂອນ ມັກ​ອາ​ໄສ​ຢູ່​ນຳ​ເຜົ່າ​ຂອງ​ຢູດາ ແລະ ຢູ່​ພາຍ​ໃນ​ຊາຍ​ແດນ​ອາ​ນາ​ຈັກ​ຂອງ​ຢູດາ (ຢຊ 19:1–9; 1 ຂຄ 4:24–33). ເຜົ່າ​ຂອງ​ຊີ​ເມ​ໂອນ ໄດ້​ເຂົ້າ​ຮ່ວມ​ກັບ​ຢູດາ ໃນ​ການ​ເຮັດ​ເສິກ​ຕໍ່​ຕ້ານ​ຊາວ​ກາ​ນາ​ອານ (ຜປ 1:3, 17). ຕໍ່​ມາ ພວກ​ເຂົາ​ກໍ​ໄດ້​ເຂົ້າ​ຮ່ວມ​ກັບ​ກອງ​ທັບ​ຂອງ​ດາວິດ​ນຳ​ອີກ (1 ຂຄ 12:25).